Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

ການລົງທຶນໃສ່ວຽກງານພັດທະນາຄູ ໂດຍຜ່ານການຮ່ວມມືທີ່ເຂັ້ມແຂງລະຫວ່າງ ລັດຖະບານອົດສະຕຣາລີ ແລະ ລັດຖະບານລາວ

ການລົງທຶນໃສ່ວຽກງານພັດທະນາຄູ ໂດຍຜ່ານການຮ່ວມມືທີ່ເຂັ້ມແຂງລະຫວ່າງ

ລັດຖະບານອົດສະຕຣາລີ ແລະ ລັດຖະບານລາວ

ອີງຕາມບົດລາຍງານສະບັບໃໝ່ນີ້, ແຜນງານບີຄວາ ແມ່ນແຜນງານການສຶກສາທີ່ສຳຄັນຂອງລັດຖະບານອົດສະຕຣາລີໃນ ສປປ ລາວ, ມີຜົນ ທາງບວກຕໍ່ຄຸນນະພາບການສິດສອນ, ​ປັບ​ປຸງ​ການ​ຮູ້ໜັງ​ສື​ ແລະ​ ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ຮຽນ.

 

ນະຄອນຫຼວງວຽງຈັນ, 21 ພະຈິກ 2023ບົດສຶກສາຄົ້ນຄວ້າກ່ຽວກັບການລົງທຶນໃສ່ວຽກງານພັດທະນາຄູ ເຊິ່ງສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ເມື່ອບໍ່ດົນມານີ້ໄດ້ເຜີຍໃຫ້ເຫັນວ່າວ່າ ພາຍຫຼັງສາມປີທີ່ໄດ້ນໍາສະເໜີຫຼັກສູດພາສາລາວ ຂັ້ນ ປ.1 ສະບັບປັບປຸງໃໝ່ເຊິ່ງສະໜັບສະໜູນໂດຍລັດຖະບານອົດສະຕຣາລີໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານໃນ ສປປ ລາວ (ບີຄວາ) ຄູສະແດງໃຫ້ເຫັນວ່າມີຄວາມຮູ້ ແລະ ຄວາມໝັ້ນໃຈເພີ່ມຂຶ້ນ ແລະ ນັກຮຽນມີສ່ວນຮ່ວມຢູ່ໃນຫ້ອງຮຽນຫຼາຍຂຶ້ນ ເຊິ່ງຈະນຳໄປສູ່ການປັບປຸງການຮູ້ໜັງສືຂອງນັກຮຽນໃຫ້ດີຂຶ້ນ.

ແຜນງານບີຄວາ ໄລຍະທີ 1 (2015-2022) ໄດ້ພັດທະນາການຝຶກອົບຮົມກ່ຽວກັບການນຳໃຊ້ຫຼັກສູດສະບັບປັບປຸງໃໝ່,      ສະໜອງສື່ການຮຽນ-ການສອນ ແລະ ທຶນສະໜັບສະໜູນດ້ານການສຶກສາຢູ່ບັນດາເມືອງເປົ້າໝາຍຂອງແຜນງານ.

"ລັດຖະບານອົດສະຕຣາລີ ແລະ ລັດຖະບານລາວ ມີຄວາມມຸ່ງໝັ້ນໃນການພັດທະນາຄຸນນະພາບການສິດສອນ ແລະ ຜົນການຮຽນຂອງນັກຮຽນລາວທຸກຄົນ, ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ. ໃນຂະນະ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍຕໍ່ໂຮງຮຽນ ແລະ ຄູໃນທົ່ວປະເທດ, ຄວາມຮູ້, ທັດສະນະຄະຕິ ແລະ ວິທີການສິດສອນຂອງຄູສອນ ​ຂັ້ນ ປ. 1 ທີ່ດີຂຶ້ນ ແມ່ນເປັນສິ່ງທີ່ພວກເຮົາຄາດຫວັງວ່າຈະບັນລຸຈາກການນຳໃຊ້ຫຼັກສູດປະຖົມສະບັບປັບປຸງໃໝ່ນີ້" ກ່າວໂດຍ ທ່ານ ຮສ.ປອ ອານຸລົມ ວິໄລພອນ , ຜູ້ອຳນວຍການສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ, ກະຊວງສຶກສາທິການ ແລະ ກິລາ.

ການສຶກສາຄົ້ນຄວ້າຫຼາຍປີ ເຊິ່ງນຳພາໂດຍ ສະພາການຄົ້ນຄວ້າການສຶກສາຂອງອົດສະຕຣາລີ, ໄດ້ເກັບກໍາຂໍ້ມູນໃນປີ 2019, 2021, ແລະ 2022, ເພື່ອປະເມີນຜົນໄດ້ຮັບຂອງການສະຫນັບສະຫນູນຂອງແຜນງານບີຄວາໃນການປັບປຸງຄຸນນະພາບການສິດສອນ ແລະ ການຮູ້ໜັງສືຂອງນັກຮຽນ.

ການສຶກສາຄົ້ນຄວ້ານີ້ສະແດງໃຫ້ເຫັນວ່າຄູເຫັນຄວາມສຳຄັນຂອງການຝຶກອົບຮົມກ່ຽວກັບການນຳໃຊ້ຫຼັກສູດຈາກແຜນງານບີຄວາ, ລວມທັງ ສື່ການຮຽນ-ການສອນຂອງຫຼັກສູດສະບັບປັບປຸງໃໝ່. ເຖິງຢ່າງໃດກໍ່ຕາມ, ຄູໄດ້ຊີ້ໃຫ້ເຫັນເຖິງຄວາມຈຳເປັນໃຫ້ມີການຮຽນຮູ້ດ້ານວິຊາຊີບຢ່າງຮອບດ້ານ ແລະ ຕໍ່ເນື່ອງຫຼາຍຂຶ້ນ.

ທ່ານ ໂພລ ແຄລລີ, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວວ່າ "ຄູຢູ່ໃນ ສປປ ລາວ ເຮັດວຽກຢູ່ໃນສະພາບ ແລະ ເງື່ອນໄຂທີ່ຫຍຸ້ງຍາກ ແລະ ຢູ່ເຂດຫ່າງໄກສອກຫຼີກ. ການນຳເອົາວິທີການສິດສອນແບບໃໝ່ຂອງຫຼັກສູດສະບັບປັບປຸງໃໝ່ເຂົ້າໃນການສິດສອນອາດຈະເປັນສິ່ງທ້າທາຍ. ການສຶກສາຄົ້ນຄວ້ານີ້ໄດ້ຊ່ວຍໃຫ້ພວກເຮົາເຂົ້າໃຈວິທີການໃນການສະໜັບສະໜູນຄູເພື່ອເຮັດໃຫ້ຄູສາມາດຊ່ວຍເຫຼືອໃຫ້ນັກຮຽນມີຜົນການຮຽນທີ່ດີຂຶ້ນ."

ໃນລະຫວ່າງປີ 2019 ຫາ 2021, ການສຶກສາຄົ້ນຄວ້າສະແດງໃຫ້ເຫັນວ່າອັດຕາ​​ຂອງ​ນັກຮຽນ​ທີ່​ມີ​ຜົນການຮຽນທີ່​ດີ​ເດັ່ນ​ໄດ້​ເພີ່ມ​ຂຶ້ນ​ຈາກ 12% ເປັນ 21%. ນັກຮຽນແມ່ນມີຄວາມສົນໃຈ ແລະ ມີສ່ວນຮ່ວມໃນໂຮງຮຽນຫຼາຍຂຶ້ນ ເຊິ່່ງເປັນຜົນເນື່ອງມາຈາກຫຼັກສູດໃໝ່ ແລະ ການສະໜັບສະໜູນຂອງແຜນງານບີຄວາ. ຄູສອນກໍ່ເຊັ່ນດຽວກັນ, ການສຶກສາຄົ້ນຄວ້ານີ້ໄດ້ສະແດງໃຫ້ເຫັນວ່ານັກຮຽນຕ້ອງການເວລາ ແລະ ການຊ່ວຍເຫຼືອຫຼາຍຂຶ້ນກວ່າເກົ່າ ເພື່ອບັນລຸລະດັບຄາດໝາຍຂອງການຮູ້ໜັງສືໃນຫຼັກສູດສະບັບປັບປຸງໃໝ່.

"ລັດຖະບານອົດສະຕຣາລີ ມີຄວາມມຸ່ງໝັ້ນໃນການລົງທຶນດ້ານການສຶກສາຢູ່ ສປປ ລາວ. ດັ່ງທີ່ພວກເຮົາຮູ້ແລ້ວວ່າ ການປັບປຸງຜົນການຮຽນຂອງເດັກຍິງ ແລະ ເດັກຊາຍ, ໂດຍສະເພາະຜູ້ທີ່ດ້ອຍໂອກາດ, ຈະມີຜົນດີຕໍ່ການພັດທະນາຂອງປະເທດໃນໄລຍະຍາວ. ພວກເຮົາຕ້ອງໄດ້ສ້າງໝາກຜົນຈາກການມີສ່ວນຮ່ວມຂອງນັກຮຽນຕັ້ງແຕ່ຕົ້ນ ເພື່ອເຮັດໃຫ້ນັກຮຽນຮູ້ຮຽນໄດ້ດີຂຶ້ນ" ທ່ານ ໂພລ ແຄລີ ໄດ້ກ່າວຕື່ມ.

ການສຶກສາຄົ້ນຄວ້າດັ່ງກ່າວນີ້ໄດ້ເຮັດການສໍາຫຼວດຄູ ແລະ ຜູ້ອໍານວຍການ, ການສອບເສັງຄວາມຮູ້ຂອງນັກຮຽນຢູ່ໂຮງຮຽນຈຳນວນ 355 ແຫ່ງ ແລະ ເຮັດກໍລະນີສຶກສາ ໂດຍການສໍາພາດ ແລະ ສັງເກດການຮຽນ-ການສອນຢູ່ໃນ ໂຮງຮຽນ 12 ແຫ່ງ. ຂໍ້ສະເໜີແນະຂອງການສຶກສາຄົ້ນຄວ້ານີ້ປະກອບມີ: ລົງທຶນໃສ່ການພັດທະນາວິຊາຊີບຄູແບບຕໍ່ເນື່ອງ; ສຸມ​ໃສ່​ເພີ່ມທະວີ​ການ​ສ້າງ​ທັກສະ​ດ້ານ​ພາ​ສາເວົ້າ​ ​ແລະ ການກຽມ​ຄວາມ​ພ້ອມກ່ອນເຂົ້າຮຽນຂອງນັກຮຽນ​ທັງ​ຢູ່ໃນ​ໂຮງຮຽນ​ ແລະ ຢູ່ເຮືອນຂອງເຂົາເຈົ້າ; ແລະ ເກັບກໍາ ແລະ ນໍາໃຊ້ຂໍ້ມູນກ່ຽວກັບການຮຽນຂອງນັກຮຽນເພື່ອກຳນົດວິທີການແກ້ໄຂຢູ່ໃນຂັ້ນລະບົບ ແລະ ໂຮງຮຽນໃຫ້ຖືກເປົ້າ.

ທ່ານ ຮສ.ປອ ອານຸລົມ ວິໄລພອນ ໄດ້ເນັ້ນຕື່ມວ່າ "ຜົນໄດ້ຮັບຈາກການຄົ້ນຄວ້ານີ້ເຮັດໃຫ້ພວກເຮົາເຂົ້າໃຈເຖິງຈຸດທີ່ພວກເຮົາຄວນເລັງການສະໜັບສະໜູນສະເພາະໃຫ້ແກ່ນັກຮຽນ ແລະ ຄູອາຈານເພື່ອໃຫ້ເໝາະກັບຄວາມຕ້ອງການຂອງເຂົາເຈົ້າ. ພວກເຮົາ ແລະ ລັດຖະບານອົດສະຕຣາລີ ຈະນຳເອົາບັນດາຄໍາແນະນໍາເຫຼົ່ານີ້ໄປພິຈາລະນາ ແລະ ນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດສແຜນງານບີຄວາ ໄລຍະທີ 2."