Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

World Sight Day Celebration

ສະເຫຼີມສະຫຼອງ ວັນສາຍຕາໂລກ - 11 ຕຸລາ 2014

ຂໍຮຽນ ພະນະທ່ານ ສາດສະດາຈານ ເອກສະຫວ່າງ ວົງວິຈິດ, ລັດຖະມົນຕີວ່າການ ກະຊວງ ສາທາລະນະສຸກ, ຂໍຮຽນ ພະນະທ່ານ ດຣ ສິນລະວົງ ຄຸດໄພທູນ, ເຈົ້າຄອງ ນະຄອນຫຼວງ ວຽງຈັນ, ບັນດາແຂກ ທີ່ມີກຽດ, ທ່ານຍິງ ແລະ ທ່ານຊາຍ.

ຂ້າພະເຈົ້າ ດີໃຈ ທີ່ໄດ້ ມີໂອກາດ ມາຮ່ວມງານ ໃນມື້ນີ້ ເພື່່ອ ສະເຫຼີມສະຫຼອງ ວັນສາຍຕາໂລກ - ແລະ ເພື່ອ ສະໜັບສະໜຸນ ຄຳຂວັນ ຂອງ ປີນີ້ ທີ່ ເວົ້າວ່າ “ເພື່ອຫຼຸດຜ່ອນ ພະຍາດຕາບອດ ທີ່ສາມາດ ຫຼີກລ້ຽງໄດ້”.

ຄາດວ່າ ທົ່ວໂລກ ມີ ປະຊາກອນ ປະມານ 39 ລ້ານຄົນ ທີ່ ຕາບອດ, ໃນນີ້ 90 ສ່ວນຮ້ອຍ ແມ່ນ ອາໄສ ຢູ່ ປະເທດ ທີ່ມີ ລາຍຮັບຕ່ຳ. ແຕ່ ບໍ່ຈຳເປັນ ຕ້ອງໃຫ້ ເຂົາເຈົ້າ ກາຍເປັນ ຄົນເຈັບ. 80 ສ່ວນຮ້ອຍ ຂອງຄົນ ມີ ບັນຫາ ທາງສາຍຕາ ແມ່ນ ສາມາດ ຫຼີກລ້ຽງ ໄດ້.

ແລະ ໃນນັ້ນ 50 ສ່ວນຮ້ອຍ ແມ່ນ ຕາບອດ ຍ້ອນ ພະຍາດ ຕໍ້ກະຈົກຕາ. ນີ້ແມ່ນ ພະຍາດ ທີ່ ສາມາດ ປິ່ນປົວໄດ້ ແລະ ເຮັດໃຫ້ ການເບິ່ງເຫັນ ກັບຄືນມາ ຄືເກົ່າ ໄດ້ ຢ່າງງາ່ຍດາຍ ຖ້າຫາກ ຄົນເຈັບ ຖືກບົົ່ງ ມະຕິ ພະຍາດ ແຕ່ທຳອິດ. ຄ່າໃຊ້ຈ່າຍ ແມ່ນ ສິ່ງທີ່ ສາມາດ ເອົາຊະນະ ໄດ້ - ປະມານ 25 - 45 ດອນລາ ໃນການ ຜ່າຕັດ ແຕ່ລະຄັ້ງ.

ອົດສະຕຣາລີ ເປັນປະເທດ ນຳໜ້າໂລກ ທີ່ມີ ຄວາມຫ້າວຫັນ ໃນດ້ານ ວຽກງານ ການປ້ອງກັນ ແລະ ການປິ່ນປົວ ພະຍາດ ຕາບອດ.
ເລີ່ມແຕ່ ປີ 2008, ມູນນິທິ Fred Hollows ຈາກ ອົດສະຕຣາລີ ໄດ້ ລົງນາມ ບົດບັນທຶກ ຄວາມເຂົ້າໃຈ ຮ່ວມກັບ ກະຊວງ ສາທາລະນະສຸກ ຂອງ ສປປ ລາວ ເພື່ອ ຊ່ວຍເຫຼືອ ແລະ ປະຕິບັດ ໂຄງການ ຄວາມເຂົ້າໃຈ ໃນການບົວລະບັດ ແລະ ຟື້ນຟູ ສາຍຕາ ໂດຍການ ຝຶກອົບຮົມ ແພດ ປິ່ນປົວຕາ ຢູ່ທ້ອງຖິ່ນ ມາຮອດ ປະຈຸບັນ ໂຄງການ ໄດ້ ຜ່າຕັດ ຄົນເຈັບ ທີ່ເປັນ ຕໍ້ກະຈົກຕາ ຫຼາຍກວ່າ 4000 ຄົນ ໃນ ສີ່ແຂວງ ພາກເໜືອ ແລະ ຈະ ຂະຫຍາຍ ໄປຫາ ອີກ ສາມແຂວງ ໃນປີ 2015, ແລະ ເພີ່ມອີກ ສາມແຂວງ ໃນປີ 2016.

ເປົ້າໝາຍ ສູງສຸດ ຂອງ ໂຄງການ ແມ່ນ ເພື່ອ ຟື້ນຟູ ສາຍຕາ ໃຫ້ ຄົນລາວ ຈຳນວນ 3000 ຄົນ ໃນ ແຕ່ລະ ປີ.
 

ຍັງມີ ອົງການຈັດຕັ້ງ ຂອງ ອົດສະຕຣາລີ ອື່ນໆອີກ ທີ່ມີ ບົດບາດ ສຳຄັນ.
ນັບຕັ້ງແຕ່ ປີ 2010, ອົງການ Sight For All ຂອງ ອົດສະຕຣາລີ ໄດ້ ເຮັດວຽກ ຮ່ວມກັບ ສູນປິ່ນປົວຕາ ແຫ່ງຊາດ ເພື່ອ ປັບປຸງ ການຝຶກອົບຮົມ ແລະ ສະໜອງ ອຸປະກອນ ເພີ່ມເຕີມ.
ບັນດາ ຄູ່ຮ່ວມງານ ຂອງ ອົງການ ຈັດຕັ້ງ ຈາກ ອົດສະຕຣາລີ ໄດ້ ສ້າງສາຍພົວພັນ ກັບ ໜ່ວຍງານຂອງ ສປປ ລາວ ເພື່ອ ສ້າງ ຜົນກະທົບ ທີ່ແທ້ຈິງ ຕໍ່ ຊີວິດ ຂອງ ປະຊາຊົນ ຢູ່ ທົ່ວ ສປປ ລາວ, ແລະ ຍັງສ້າງ ຜົນກະທົບ ດ້ານບວກ ຕໍ່ ເສດຖະກິດ ຂອງ ສປປ ລາວ.

ຜົນ ການຄົ້ນຄວ້າ ສະແດງ ໃຫ້ເຫັນວ່າ ເງິນ ໜຶ່ງດອນລາ ທີ່ໄດ້ ລົງທຶນ ໃນ ການປິ່ນປົວ ດ້ານສາຍຕາ ແມ່ນ ໃຫ້ ຜົນຕອບແທນ ດ້ານ ເສດຖະກິດ ຄືນມາ ສີ່ ດອນລາ.
ພວກຂ້າພະເຈົ້າ ຈະຕັ້ງໜ້າ ສືບຕໍ່ ເຮັດວຽກ ຮ່ວມກັບ ບັນດາຄູ່ ຮ່ວມງານ ເພື່ອ ຊ່ວຍເຫຼືອ ດ້ານ ການປິ່ນປົວ ສາຍຕາ ແລະ ນຳເອົາ ໂອກາດ ໃໝ່ໆ ມາໃຫ້ ຄົນລາວ ເພື່ອເຮັດໃຫ້ ເຂົາເຈົ້າ ເຫຼົ່ານັ້ນ ມ່ວນຊື່ນ ກັບ ຊີວິດ ໄດ້ເຕັມທີ່ ແລະ ສາມາດ ປະກອບສ່ວນ ເຂົ້າໃນ ການພັດທະນາ ເສດຖະກິດ ສັງຄົມ ຂອງ ສປປ ລາວ.

ຂໍຂອບໃຈ ທີ່ໃຫ້ ໂອກາດ ຂ້າພະເຈົ້າ ມາຮ່ວມງານ ທີ່ມີ ຄວາມສຳຄັນ ໃນມື້ນີ້. ແລະ ຂໍອວຍພອນ ໃຫ້ ທຸກໆທ່ານ ປະສົບ ຜົນສຳເລັດ ໃນວຽກ ທີ່ສຳຄັນ ນີ້ ໃນອະນາຄົດ.