Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia helping more Lao children get to school_Lao

ປະເທດ ອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອ ແກ່ເດັກນ້ອຍລາວ ໄປເຂົ້າໂຮງຮຽນ ໃຫ້ເພີ່ມຫຼາຍຂື້ນ

 

ຮຽນ ທ່ານ ວັນຄຳ ພົມມະຈັນ ອຳນວຍການໂຮງຮຽນ, ບັນດາຄູອາຈານ ແລະ ນັກຮຽນໂຮງຮຽນ ວຽງແກ້ວ. ຮຽນບັນດາເພື່ອນຮ່ວມງານ ຈາກກະຊວງສຶກສາທິການ ແລະ ກິລາ ແລະ ຈາກຫ້ອງການສຶກສາ ແລະກິລາເມືອງບັນດາຄູ່ຮ່ວມງານຈາກອົງການ ຢູນິເຊບ. ທ່ານຍິງ ແລະ ທ່ານຊາຍ

ຂ້າພະເຈົ້າ ຮູ້ສຶກຍິນດິທີ່ສຸດ ທີ່ໄດ້ມາໂຮງຮຽນປະຖົມວຽງແກ້ວ ເພື່ອສະເຫຼີມສະຫຼອງ ວັນເດັກນ້ອຍສາກົນ ໃນມື້ນີ້ . ຖືວ່າເປັນວາລະໂອກາດທີ່ດີໃຫ້ແກ່ພວກເຮົາ ໃນການເອົາໃຈໃສ່ ປັບປຸງສະພາບແວດລ້ອມ ໃນການຮ່ຳຮຽນ ຂອງເດັກນ້ອຍ.

ລັດຖະບານອົດສະຕາລີມີຄວາມຍີນດິ ທີ່ໄດ້ ເຮັດວຽກຮ່ວມກັບລັດຖະບານລາວ ແລະອົງການຢູນິເຊບ ໃນການແກ້ໄຂສິ່ງທ້າທາຍທີ່ສຳຄັນ ຂອງການພັດທະນາ ໃນການປັບປຸງ ຄຸນນະພາບ ແລະ ການເຂົ້າເຖິງການສຶກສາຂັ້ນພື້ນຖານໃນ ສ.ປ.ປ. ລາວ.

ຂະແໜງການສຶກສາແມ່ນ ຂະແໜງຕົ້ນຕໍ ຂອງໂຄງການພັດທະນາຂອງອົດສະຕາລີໃນ ສ.ປ.ປ. ລາວ ທີ່ໃຫ້ການຊ່ວຍເຫຼືອ 56 ລ້ານໂດລາຕໍ່ປີ.

ພວກເຮົາມີຄວາມຕັ້ງໜ້າ ທີ່ຈະຊ່ວຍເຫຼືອເດັກນ້ອຍລາວ ໄດ້ເຂົ້າຮຽນ ແລະ ຮຽນໃນ ໂຮງຮຽນປະຖົມ ຫຼາຍຂຶ້ນ.

ການຮຽນຮ່ວມ ແມ່ນຫົວໃຈຂອງວຽກງານການສຶກສາຂອງອົດສະຕາລີ. ພວກເຮົາຢາກຊ່ວຍ ໃຫ້ເດັກນ້ອຍທັງຊາຍແລະຍິງ, ລວມທັງ ເດັກພິການ, ໄດ້ສໍາເລັດການສຶກສາ ຂັ້ນພື້ນຖານ ທີ່ມີຄຸນນະພາບ ເຊິ່ງ ສອດຄ່ອງກັບຫນຶ່ງໃນເປົ້າໝາຍຫຼັກ ໃນການພັດທະນາ ຂອງລັດຖະບານລາວ.

ເຊິ່ງຫມາຍຄວາມວ່າພວກເຮົາຈະໄດ້ເຮັດວຽກ ຢູ່ໃນເຂດທີ່ຫ່າງໄກສອກຫຼີກ ແລະ ດ້ອຍໂອກາດ ຂອງປະເທດລາວ.

ສິ່ງສໍາຄັນໜຶ່ງຂອງວຽກງານນີ້ແມ່ນ ການສະຫນອງນ້ໍາສະອາດ ແລະສຸຂະອານາໄມ ຢູ່ໃນໂຮງຮຽນປະຖົມໄປພ້ອມກັບ ການສະໜອງອາຫານໂຮງຮຽນ. ພວກເຮົາຕ້ອງການຮັບປະ ກັນວ່າມີເດັກນ້ອຍສາມາດໄປໂຮງຮຽນປະຖົມຫຼາຍຂຶ້ນ, ແລະ ສາມາດຮຽນຮູ້ໄດ້ດີກວ່າເກົ່າ.

ມື້ນີ້ ຂ້າພະເຈົ້າມີຄວາມຍິນດີທີ່ຈະເປີດໂຄງການໃຫມ່ຂອງລັດຖະບານອົດສະຕາລີເພື່ອສະຫນັບສະຫນູນການສະໜອງນ້ໍາສະອາດ ແລະ ສຸຂະອະນາໄມ ຢູ່ໃນໂຮງຮຽນ. ໂຄງການນີ້ ຈະສະຫນອງສຸຂາພິບານ ແລະນ້ຳສະອາດ ໃຫ້ແກ່ 400 ໂຮງຮຽນແລະ ຫຼາຍກວ່າ 50 ຊຸມຊົນໃນ ເຂດທີ່ມີຄວາມຕ້ອງການຫຼາຍ ທົ່ວ ສ.ປ.ປ. ລາວ.

ຂ້າພະເຈົ້າຕ້ອງການທີ່ຈະເນັ້ນຫນັກເຖິງບົດບາດອັນສຳຄັນຂອງອົງການຢູນິເຊບ. ຊ່ຽວຊານອົງການ ຢູນິເຊບ ໄດ້ເຮັດວຽກຢ່າງໃກ້ຊິດກັບໂຮງຮຽນວຽງແກ້ວ ໃນການຈັດຕັ້ງ ປະຕິບັດວຽກງານການທົດລອງໃນການ ຈັດຫານ້ຳສະອາດ ແລະ ສຸຂະອະນາໄມ.

ໂຄງການທົດລອງນີ້ໄດ້ຊ່ວຍໃຫ້ພວກເຮົາໄດ້ຮຽນຮູ້ແລະນໍາໃຊ້ບົດຮຽນທີ່ສໍາຄັນເພື່ອຮັບປະກັນວ່າ ການຈັດຫານ້ຳສະອາດ ແລະ ສຸຂະອະນາໄມ ທີ່ພວກເຮົາຈະຊ່ວຍເຫຼືອ ໃນໂຮງຮຽນ ໃນທົ່ວປະເທດແມ່ນ ຈະເຮັດໄດ້ດີທີ່ສຸດ ຍ້ອນຜົນສຳເລັດຂອງວຽກງານຂອງທ່ານ, ເຮັດໃຫ້ ໂຄງການ ພ້ອມທີ່ຈະຂະຫຍາຍການຈັດຕັ້ງປະຕິບັດໃນ56 ເມືອງໃນທົ່ວປະເທດ.

ຂໍຂອບໃຈນຳ ບັນດາທ່ານ ທີ່ມີສ່ວນຮ່ວມໃນການເຮັດໃຫ້ການທົດລອງດັ່ງກ່າວນີ້ ສໍາເລັດຜົນ.

ພວກເຮົາ ຂໍ ອວຍພອນໃຫ້ ອໍານວຍການ, ບັນດາຄູອາຈານ, ນັກຮຽນແລະພໍ່ແມ່ນັກຮຽນຂອງໂຮງຮຽນປະຖົມວຽງແກ້ວຈົ່ງປະ ສົບຜົນສໍາເລັດ. ໄດ້ຊົມໃຊ້ຫ້ອງນ້ຳໃໝ່ ແລະ ບົວລະບັດຮັກສາ. ແລະພວກເຮົາຫວັງວ່າ ຄວາມເປັນຜູ້ນໍາຂອງທ່ານຈະເປັນແບບຢ່າງໃຫ້ແກ່ໂຮງຮຽນອື່ນໆ ໃນການປະຕິບັດ ແລະໃຫ້ ເຫັນຄວາມສໍາຄັນຂອງ ສຸຂະອະນາໄມ ຕໍ່ກັບສຸຂະພາບແລະຄວາມເປັນຢູ່ທີ່ດີ ຂອງຊຸມຊົນ, ແລະການສຶກສາຂອງຄົນລຸ້ນຕໍ່ໄປຂອງພວກເຮົາໄດ້.

ຂອບໃຈ ແລະ ໂຊກດີ