Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

VISIT OF AUSTRALIA’S SPECIAL ENVOY FOR SOUTHEAST ASIA TO THE LAO PDR

Media Release

11 July 2023

VISIT OF AUSTRALIA’S SPECIAL ENVOY FOR SOUTHEAST ASIA TO THE LAO PDR

In November 2022, Australian Prime Minister Anthony Albanese appointed a Special Envoy for Southeast Asia, Mr Nicholas Moore to lead development of the Australian Government’s Southeast Asia Economic Strategy to 2040.

The Special Envoy will visit Vientiane from 11 to 13 July as part of his regional consultations to help guide the development of the Southeast Asia Economic Strategy.

The Strategy will set out a practical pathway to strengthen Australia’s economic engagement with Southeast Asia, by mapping current and emerging opportunities to bolster two-way trade and investment.

While in the Lao PDR, the Special Envoy will meet with leading business figures from a range of sectors, including energy and mining. He will meet key counterparts in the Government of the Lao PDR responsible for promoting trade and investment. He will also gain insight into how Australia’s long-running development cooperation has strengthened the business environment in the Lao PDR.

Australia’s Minister for Foreign Affairs has said that “The appointment of the Special Envoy for Southeast Asia is a clear signal of the priority Australia places on expanding our economic relationship with the region.”

The Strategy will be released in the second half of 2023. For more information visit: www.dfat.gov.au/southeastasiaeconomicstrategy.

 

ບົດຂ່າວ

ວັນທີ 11 ກໍລະກົດ 2023

ທູດພິເສດສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຈາກ ອົດສະຕຣາລີ ເດີນທາງມາ

ຢ້ຽມຢາມ ສປປ ລາວ

ໃນເດືອນພະຈິກ ປີ 2022, ທ່ານ ແອນໂທນີ ອາບາເນຊີ, ນາຍົກລັດຖະມົນຕີອົດສະຕຣາລີ, ໄດ້ປະກາດແຕ່ງຕັ້ງ ທ່ານ ນິໂຄລັສ ມໍ ເປັນ ທູດພິເສດອົດສະຕຣາລີສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ເພື່ອຊີ້ນຳການພັດທະນາຍຸດທະສາດທາງດ້ານເສດຖະກິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ຮອດປີ 2040 ຂອງ ລັດຖະບານອົດສະຕຣາລີ. 

ໃນລະຫວ່າງວັນທີ 11 ຫາ 13 ກໍລະກົດ ນີ້, ທ່ານ ມໍ, ທູດພິເສດອົດສະຕຣາລີ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ, ເຊິ່ງເປັນສ່ວນໜຶ່ງຂອງການປຶກສາຫາລືໃນລະດັບພາກພື້ນ ເພື່ອຊ່ວຍໃນການພັດທະນາ ຍຸດທະສາດທາງດ້ານເສດຖະກິດສໍາລັບ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

ຍຸດທະສາດດັ່ງກ່າວ ຈະເປັນແນວທາງໃຫ້ແກ່ອົດສະຕຣາລີ ເພື່ອສ້າງຄວາມເຂັ້ມແຂງໃນການມີສ່ວນຮ່ວມທາງດ້ານເສດຖະກິດກັບພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໂດຍການກໍານົດຂອບເຂດ ແລະ ບັນດາໂອກາດທີ່ພວມເກີດຂຶ້ນໃນພາກພື້ນ ເພື່ອເສີມຂະຫຍາຍດ້ານການຄ້າ ແລະ ການລົງທຶນແບບສອງຝ່າຍ.

ໃນລະຫວ່າງການຢ້ຽມຢາມ ສປປ ລາວ, ທ່ານ ທູດພິເສດ ຈະໄດ້ພົບປະກັບບັນດາຜູ້ນຳທາງດ້ານທຸລະກິດ ຈາກຫຼາຍຂະແໜງການ, ລວມທັງຂະແໜງພະລັງງານ ແລະ ຂຸດຄົ້ນບໍ່ແຮ່. ທ່ານ ມໍ ຈະໄດ້ພົບກັບບັນດາຄູ່ຮ່ວມງານຈາກພາກລັດ ທີ່ຮັບຜິດຊອບວຽກງານສົ່ງເສີມການຄ້າ ແລະ ການລົງທຶນ. ທ່ານ ຈະໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ການຮ່ວມມືທີ່ມີມາຍາວນານໃນຂະແໜງການພັດທະນາຂອງ ອົດສະຕຣາລີ ທີ່ໄດ້ຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ສະພາບແວດລ້ອມທາງທຸລະກິດ ໃນ ສປປ ລາວ.

ທ່ານ ລັດຖະມົນຕີການຕ່າງປະເທດແຫ່ງ ອົດສະຕຣາລີ ໄດ້ກ່າວວ່າ “ການແຕ່ງຕັ້ງ ທູດພິເສດສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແມ່ນສັນຍານທີ່ຊັດເຈນ ໃນການກຳນົດບຸລິມະສິດ ຂອງອົດສະຕຣາລີ ຕໍ່ການຂະຫຍາຍສາຍພົວພັນທາງດ້ານເສດຖະກິດ ກັບ ພາກພື້ນແຫ່ງນີ້”

ຍຸດທະສາດທາງດ້ານເສດຖະກິດ ຈະໄດ້ປະກາດນຳໃຊ້ ໃນໄລຍະ 6 ເດືອນທ້າຍປີ 2023. ສຳລັບຂໍ້ມູນເພີ່ມຕື່ມ, ສາມາດຕິດຕາມໄດ້ທີ່ www.dfat.gov.au/southeastasiaeconomicstrategy.

 


Media enquiries: [email protected]