Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Speaking Point - Handover of English Language Materials

ການມອບ-ຮັບຊຸດອຸປະກອນການສອນພາສາອັງກິດ
Handover of English Language Materials

14.30, 18 ຕຸລາ 2016, ກະຊວງສຶກສາທິການ ແລະ ກິລາ, 2.30pm, 18 October 2016, MoES

ຄຳເຫັນຈາກທ່ານເອກ​ອັກ​ຄະ​ລັດ​ຖະ​ທູດອົດສະ​ຕຣາ​ລີ ປະຈຳ ສປປ ລາວ, ທ່ານ ຈອນ ວິນລ່ຽມສ
Comments by Australian Ambassador, John Williams
 

ພະນະທ່ານ ນາງແສງເດືອນ ຫຼ້າຈັນທະບູນ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແຂກຜູ້ມີກຽດ, ທ່ານຍິງ ແລະ ທ່ານຊາຍ
H.E. Mme Sengdeuan Lachanthaboune, Minister for Education and Sports, distinguished guests, ladies and gentlemen

ຂ້າພະເຈົ້າ ມີຄວາມຍິນດີ ທີ່ໄດ້ມາຮ່ວມກັບບັນດາທ່ານໃນມື້ນີ້ ເພື່ອມອບຊຸດອຸປະກອນການສອນພາສາອັງກິດນີ້ ຢ່າງເປັນທາງການ ໃຫ້ແກ່ລັດຖະບານລາວ
I am delighted to be with you today to formally hand over these new English language teaching materials

ພວກເຮົາຫວັງວ່າ ຊຸດປຶ້ມແບບຮຽນພາສາອັງກິດ, ຄູ່ມືຄູ ແລະ ແຜ່ນ​ CD ທັງໝົດນີ້ ຈະກາຍ ເປັນຊັບພະຍາກອນທີ່ມີຄຸນຄ່າ ໃນການຊ່ວຍສ້າງຄວາມສາມາດທາງດ້ານພາສາອັງກິດ ໃຫ້ແກ່ລັດຖະກອນ ແລະ ຜູ້ຮຽນທີ່ຢູ່ໃນລະດັບພະນັກງານ ໃນ ສປປ ລາວ.
This package of text books, teachers’ guides and audio materials will, we hope, be a valuable resource in helping to improve English language proficiency in the Lao civil service, and for other adult learners in Laos.

ຂ້າພະເຈົ້າ ເຂົ້າໃຈວ່າ ປຶ້ມແບບຮຽນຊຸດນີ້ ໄດ້ຈັດພິມທັງໝົດ 16,000 ຊຸດ, ເຊິ່ງລວມມີ 4 ຫຼັກສູດ ສຳລັບການສອນພາສາອັງກິດ ໃຫ້ແກ່ລັດຖະກອນ, ແລະ 1 ຫຼັກສູດ ສຳລັບ ພາສາອັງກິດເພື່ອອາຊຽນ.​
There are, I understand, a total of 16,000 copies of these text books in this print run, comprising four modules of English for Government Officials, and one module of English for ASEAN Purposes.

ຊຸດອຸປະກອນການສອນພາສາອັງກິດນີ້ ຈະຖືກແຈກຢາຍໃຫ້ຄູໃນບັນດາສູນຝຶກອົບຮົມຂອງກະຊວງຕ່າງໆ, ບັນດາມະຫາວິທະຍາໄລ, ວິທະຍາໄລ, ແລະ ວິທະຍາໄລຄູໃນຂັ້ນແຂວງທົ່ວປະເທດ.
They will now be distributed to teachers in training centres in government Ministries, to universities and colleges, and to provincial teacher training colleges.

ປຶ້ມແບບຮຽນພາສາອັງກິດນີ້ ເບື້ອງຕົ້ນແມ່ນຖືກພັດທະນາ ໂດຍການສະໜັບສະໜູນ ຂອງອົດສະຕຣາລີ ຫຼາຍກວ່າ 10 ປີ ຜ່ານມາ.​
These text books were originally developed with Australian support more than 10 years ago.

ສະນັ້ນ, ຂ້າພະເຈົ້າ ມີຄວາມຍິນດີ ທີ່ ອົດສະຕຣາລີ ສາມາດຊ່ວຍປັບປຸງ ແລະ ຂະຫຍາຍປຶ້ມແບບຮຽນເຫຼົ່ານີ້ ໃຫ້ສາມາດເບິ່ງ ແລະ ດາວໂຫຼດໄດ້ ອອນລາຍ ເຊິ່ງເປັນຄັ້ງທຳອິດທີ່ມີເຊັ່ນນີ້ ເພື່ອນັກຮຽນລາວໃນຍຸກໃໝ່.
So I am particularly delighted Australia has been able to help upgrade and expand them, and make them available online for the first time for a new generation of Lao students.

ຂໍຂອບໃຈທີມງານຊ່ຽວຊານພາສາອັງກິດຂອງ ອົດສະຕຣາລີ ແລະ ລາວ, ແລະ ບັນດາຄູ ທີ່ໄດ້ເຮັດວຽກໜັກເພື່ອໃຫ້ປຶ້ມເຫຼົ່ານີ້ສຳເລັດຜົນ. 
Thanks to the hard-working team of Australian and Lao English language experts and teachers who completed these texts. 

ນອກນັ້ນ, ຂໍສະແດງຄວາມຂອບໃຈ ມາຍັງ ສະຖາບັນຄົ້ນຄວ້າວິທະຍາສາດການສຶກສາ ແລະ ສູນສົ່ງເສີມພາສາຕ່າງປະເທດ ທີ່ໄດ້ປະກອບສ່ວນເຂົ້າໃນການສ້າງຊຸດອຸປະກອນການສອນພາສາອັງກິດນີ້.
And thanks to the Research Institute for Educational Sciences, and the Foreign Language Resources Centre, for their coordination of this project.

ຂ້າພະເຈົ້າ ອາດຈະຕ້ອງໄດ້ລະມັດລະວັງໜ້ອຍໜຶ່ງ ທີ່ຈະກ່າວເຊັ່ນນີ້ຕໍ່ໜ້າທ່ານເອກ​ອັກ​ຄະ​ລັດ​ຖະ​ທູດຝະຣັ່ງ. ແຕ່ຂ້າພະເຈົ້າຄິດວ່າທຸກຄົນຍອມຮັບວ່າພາສາອັງກິດແມ່ນພາສາທີ່ຖືກນຳໃຊ້ໃນທາງທຸລະກິດສາກົນ ແລະ ແນ່ນອນ ແມ່ນພາສາທີ່ຖືກນຳໃຊ້ໃນອາຊຽນ.
I would be careful in how I say this in front of the French Ambassador. But I think the rest of us would acknowledge English is now the global language of business.  And of course the language of ASEAN.

ສະນັ້ນ ຄວາມສາມາດທາງດ້ານພາສາອັງກິດ ຍັງຄົງມີຄວາມສຳຄັນ ແລະ ຈຳເປັນ ສຳລັບ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ.
English proficiency will therefore remain vital for the Lao PDR’s socio-economic development.

ຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງລັດຖະມົນຕີກະຊວງສຶກສາ ແລະ ກິລາ ທ່ານ ນາງແສງເດືອນ ຫຼ້າຈັນທະບູນ ແລະ ພະນັກງານໃນກະຊວງ ທີ່ໄດ້ເຮັດວຽກໜັກ ຮ່ວມກັບສະຖາບັນລາວ-ອົດສະຕຣາລີ ໃນການສ້າງຊຸດອຸປະກອນການສອນພາສາອັງກິດນີ້.

I would like to thank Minister Sengdeuane and her officials for their hard work, in partnership with the Laos Australia Institute, to develop these teaching materials.

ມື້ນີ້ ພວກເຮົາຂໍມອບຊຸດອຸປະກອນການສອນພາສາອັງກິດນີ້ ໃຫ້ແກ່ທ່ານລັດຖະມົນຕີ ບໍ່ພຽງແຕ່ຈຳນວນປຶ້ມພິມ ແຕ່ຍັງລວມເຖິງແມ່ພິມຂອງປຶ້ມແບບຮຽນເຫຼົ່ານີ້.​ 
Today we are handing over to the Minister not just the first print run, but also the master copies. 

ດັ່ງນັ້ນ, ຊຸດອຸປະກອນການສອນພາສາອັງກິດນີ້ ຕໍ່ໄປແມ່ນເປັນຂອງລັດຖະບານແຫ່ງ ສປປ ລາວ ຢ່າງແທ້ຈິງ.
So these new teaching materials now truly belong to the Government of the Lao PDR. 

ອົດສະຕຣາລີ ຫວັງວ່າຊຸດອຸປະກອນການສອນພາສາອັງກິດນີ້ ຈະຍັງຄົງເປັນຊັບພະຍາກອນທີ່ມີຄຸນນະພາບສຳລັບການສອນພາສາອັງກິດ ໃນຫຼາຍປີຕໍ່ໜ້າໃນອະນາຄົດ.​
Australia hopes they will remain a quality resource for teaching English for many years into the future.

ອີກຄັ້ງໜຶ່ງ, ຂ້າພະເຈົ້າ ຂໍສະແດງຄວາມຍິນດີ ແລະ ຂໍຂອບໃຈ ສຳລັບ ການຮ່ວມມືເປັນຢ່າງດີ ແລະ ຂໍອວຍພອນບັນດາທ່ານຈົ່ງມີສຸຂະພາບເຂັ້ມແຂງ ແລະ ໂຊກດີມີໄຊໃນອະນາຄົດນີ້ດ້ວຍ.
Again, congratulations, thank you for the collaboration, and I wish you all good health and good fortune in the future.