Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Private Sector Awareness Workshop

ກອງປະຊຸມສຳມະນາ ເພື່ອສ້າງຄວາມຮັບຮູ້ໃຫ້ ພາກເອກະຊົນ
ກ່ຽວກັບ ການປະຕິບັດ ການປະເມີນຜົນກະທົບ ດ້ານ ລະບຽບການ ຢູ່ ສປປ ລາວ

ຄວາມສຳຄັນ ໃນການປະເມີນຜົນກະທົບ ດ້ານລະບຽບການ ເພື່ອ ການພັດທະນາເສດຖະກິດ - ໃນທັດສະນະ ຂອງ ອົດສະຕຣາລີ

ຂໍຮຽນ ພະນະທ່ານ ສາດສະດາຈານ ເກດ ກຽດຕິສັກ, ລັດຖະມົນຕີ ຊ່ວຍວ່າການ ກະຊວງ ຍຸດຕິທຳ, ຮຽນ ບັນດາແຂກ ທີ່ມີກຽດ, ທ່ານຍິງ ແລະ ທ່ານຊາຍ. ຂໍຂອບໃຈ
ທີ່ໃຫ້ ໂອກາດ ຂ້າພະເຈົ້າ ມາ ຮ່ວມງານ ໃນຕອນເຊົ້າ ມື້ນີ້.

ມີສຽງ ວິພາກ ວິຈານ ໜັກສົມຄວນ ຢູ່ໃນ ສັງຄົມ ອົດສະຕຣາລີ ກ່ຽວກັບ ພະນັກງານ ພາກລັດ - ເຖິງຂັ້ນ ເບິ່ງ ເປັນ ແຫຼ່ງ ຂອງ ເສັ້ນແດງ, ມັນມີ ລະບຽບການ ສັບສົນ ແລະ ແຂ່ງຂັນ ເຖິງ ຂັ້ນ ເຮັດໃຫ້ ການດຳເນີນ ທຸລະກິດ ແລະ ການດຳລົງ ຊີວິດ ຍາກຂື້ນ.

ແຕ່ ຄວາມຈິງ ແລ້ວ, ຂ້າພະເຈົ້າ ຍິນດີ ທີ່ຈະ ລາຍງານ , ມັນ ຂ້ອນຂ້າງ ແຕກຕ່າງ.
ອົດສະຕາລີ ໄດ້ຖືກ ຮັບຮູ້ ທົ່ວໂລກ ວ່າ ເປັນຜູ້ນໍາຫນ້າ ໃນ ການປະຕິບັດ ລະບຽບການໄດ້ດີ ທີ່ສຸດ, ເຫັນໄດ້ ຢູ່ ບົດລາຍງານ ຂອງ OECD ໃນປີ 2010.

ແລະ ລັດຖະບານ ປະຈຸບັນ ພາຍໃຕ້ ການນຳພາ ຂອງ ທ່ານ ນາຍົກ Tony Abbott ແມ່ນ ພວມ ສືບຕໍ່ ເຮັດ ສິ່ງນີ້, ດ້ວຍ ເຈດຈຳນົງ ທີ່ຈະ ເຮັດໃຫ້ ລະບຽບການ ທີ່ມີ
ຕໍ່ ບຸກຄົນ, ພາກ ທຸລະກິດ ແລະ ອົງການ ຈັດຕັ້ງ ທາງສັງຄົມ ຫຼຸດຜ່ອນລົງ.

ເປົ້າໝາຍ ຂອງ ອົດສະຕຣາລີ ແມ່ນ ເຮັດໃຫ້ ລະບຽບການ ດີຂຶ້ນ, ບໍ່ໃຫ້ ເພິ່ມຂື້ນ. ຫຼື ເວົ້າ ອີກຄຳ ໜຶ່ງວ່າ, ເປັນ ສົງຄາມ ເສັ້ນແດງ.

ຢູ່ ອົດສະຕຣາລີ, ການສະເໜີ ນະໂຍບາຍ ໃໝ່ ແມ່ນ ອອກແບບ ມາເພື່ອ ແນະນຳ ຫຼື ລຶບລ້າງ ລະບຽບການ ຈະຕ້ອງ ມີ ຖະແຫຼງການ ຂອງ ຜົນກະທົບ ດ້ານລະບຽບການ ຫຼື RIS

ນັບແຕ່ ເລີ່ມຕົ້ນມາ RIS ເປັນ ເຄື່ອງມື ອອກແບບ ມາ ເພື່ອ ສົ່ງເສີມ ຄວາມເຂັ້ມງວດ (khuam khem nguat), ວິທີການໃໝ່ ແລະ ຜົນໄດ້ຮັບ ດ້ານບວກ ຂອງ ນະໂຍບາຍ ນີ້ ໃຫ້ດີ ຂື້ນກວ່າເກົ່າ.

RIS ຕ້ອງການ ໂຄງຮ່າງ ຂອງ ພາກລັດ ເພື່ອ ຊອກຫາ ວ່າ ເປັນຫຍັງ ນະໂຍບາຍ ຈຶ່ງມີ ຄວາມຈຳເປັນ ທີ່ຈະຕ້ອງ ບັນລຸ ເປົ້າໝາຍ ບູລິມະສິດກ່ອນ, ຜົນກະທົບ ຂອງມັນ ຕໍ່ ແຕ່ລະ ພາກສ່ວນ ທີ່ ແຕກຕ່າງ ມີຫຍັງ, ເປັນຫຍັງ ມັນຈຶ່ງ ເປັນ ທາງເລືອກ ທີ່ດີ ທີ່ສຸດ, ແລະ ມັນ ຈະຖືກ ປະຕິບັດ ແລະ ປະເມີນຜົນ ແນວໃດ.

ແລະ RIS ໄດ້ ສ້າງຕັ້ງຂຶ້ນ ໃນໄລຍະ ເລີ່ມຕົ້ນ ຂອງ ການດຳເນີນ ນະໂຍບາຍ, ເພື່ອ ສ້າງ ຄວາມເຂັ້ມແຂງ ຄຸນຄ່າໃນໂຕ ຖືວ່າ ສຳຄັນ ໃນການ ກວດກາ ຄວາມເຊື່ອໝັ້ນ ຂອງ
ການ ຕັດສິນໃຈ ຂອງ ລັດຖະບານ.

ແລະ ມັນ ເປັນ ເອກະສານ ທົ່ວໄປ ທີ່ມີ ປະສິດທິພາບ - ສຸດທ້າຍ RIS ທັງໝົດ ຈະຖືກອ່ານ ໂດຍ ຜູ້ຮັບຜິດຊອບ ເພື່ອການ ຕັດສິນໃຈ, ໂດຍກຸ່ມ ທີ່ ຖືກຜົນກະທົບ ທີ່ ຕ້ອງການ ຄຳປຶກສາ, ໂດຍ ສື່ມວນຊົນ ແລະ ບຸກຄົນທົ່ວໄປ.

ມັນແມ່ນ ລະບຽບການ ທີ່ດີເດັ່ນ ສຳລັບ ພາກລັດ, ແລະ ເປັນ ມາດຕະຖານ ທີ່ສຳຄັນ ສຳລັບ ການພັດທະນາ ແລະ ການ ຂະຫຍາຍຕົວ ຂອງ ເສດຖະກິດ.

ຂ້າພະເຈົ້າ ດີໃຈ ທີ່ ສປປ ລາວ ສາມາດ ຮຽນຮູ້ ແລະ ດັດແປງ ບາງ ປະສົບການ ຂອງ ອົດສະຕຣາລີ ເພື່ອສ້າງ ສູນ ສຳລັບ ການປະເມີນ ຜົນກະທົບ ດ້ານລະບຽບການ - ຫຼື ສູນ RIA.

ລະບຽບການ ຂອງ ພາກລັດ ທີ່ ບໍ່ໂປ່ງໃສ, ຫຼາຍເກີນໄປ ແມ່ນ ກີດຂວາງ ວິທີການໃໝ່ ແລະ ການລົງທຶນ. ແລະມັນຍັງ ທຳລາຍ ການແຂ່ງຂັນ ດ້ານ ເສດຖະກິດ ໄປ
ເທື່ອລະນ້ອຍ ໃນເວລາ ທີ່ ບັນຫາ ເຫຼົ່ານີ້ ກາຍເປັນ ບັນຫາ ສຳຄັນ ທີ່ສຸດ ຂອງ ສປປ ລາວ ໃນຖານະ ປະເທດ ສະມາຊິກ ປະຊາຄົມ ເສດຖະກິດ ອາຊຽນ, ຫຼື AEC, ເຊິ່ງໃກ້ ສູ່ ຄວາມເປັນຈິງແລ້ວ.

ລະບຽບການ ທີ່ແນ່ນອນ, ສາມາດ ຄາດເດົາ ໄດ້ ແມ່ນ ສົ່ງຜົນ ເຖິງ ພາກທຸລະກິດ ໂດຍກົງຈະເປັນ ສິ່ງສຳຄັນຫຼາຍ ສຳລັບ ສປປ ລາວ ເພື່ອ ດຶງດູດ ການລົງທຶນ ທີ່ມີຄຸນນະພາບ ຈາກ ຕ່າງປະເທດ, ຈຳເປັນ ຕ້ອງໄດ້ ພັດທະນາ ດ້ານ ທ່າແຮງ ເສດຖະກິດ ທັງໝົດ, ແລະ ສືບຕໍ່ ຕາມເປົ້າໝາຍ ລຶບລ້າງ ຄວາມທຸກຍາກ.

ຂ້າພະເຈົ້າ ຂໍຊົມເຊີຍ ກະຊວງ ຍຸດຕິທຳ ແລະ ທະນາຄານ ພັດທະນາ ອາຊີ ສຳລັບ ຄວາມຄິດ ລິເລີ່ມ ທີ່ ດີເດັ່ນ ນີ້.

ອວຍພອນ ໃຫ້ ສປປ ລາວ ປະສົບ ຜົນສຳເລັດ ກັບ ສົງຄາມ ເສັ້ນແດງ ຂອງຕົນເອງ ຢ່າງຈົບງາມ.

ຂໍຂອບໃຈ ແລະ ໂຊກດີ.