Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

MSA BEQUAL Lao

ພິທີເຊັນບົດບັນທຶກຄວາມເຂົ້າໃຈ
ແຜນງານ ປັບປຸງຄຸນນະພາບ ແລະ ຂະຫຍາຍ ໂອກາດ ເຂົ້າຮຽນ ສຳລັບການສຶກສາຂັ້ນພື້ນຖານ ຢູ່ ສປປ ລາວ


ຮຽນພະນະທ່ານ ດຣ ພັນຄຳ ວິພາວັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ.
ຮຽນທ່ານ ມີເຊວ ໂກບຟິນ ອຸປະທູດ ສະຫະພາບເອີຣົບ.
ຮຽນບັນດາຄູ່ຮ່ວມງານ ເພຶ່ອນສະຫາຍຈາກ ກະຊວງສຶກສາທິການ ແລະ ກິລາ, ອົງການທີ່ບໍ່ຂຶ້ນກັບລັກຖະບານ ແລະ ຄູ່ຮ່ວມພັດທະນາ.
ທ່ານຍິງ ແລະ ທ່ານຊາຍ.

ຂ້າພະເຈົ້າ ຮູ້ສຶກຍິນດີ ທີ່ໄດ້ມາພົບກັບ ບັນດາທ່ານໃນມື້ນີ້ ເຊິ່ງເປັນວາລະ ທີ່ພວກເຮົາສ້າງຂໍ້ຕົກລົງ ເພື່ອຈະເຮັດວຽກຮ່ວມກັນໃນໄລຍະສີ່ປີ ຕໍ່ໜ້າ ເພື່ອຮັບປະກັນໃຫ້ເດັກນ້ອຍ ຍິງ ແລະ ຊາຍ ສໍາເລັດການສຶກສາຂັ້ນພື້ນຖານທີ່ມີຄຸນນະພາບ ຫຼາຍຂຶ້ນ.

ການສຶກສາ ເປັນ ໝາກຫົວໃຈຂອງໂຄງການຊ່ວຍເຫຼືອອົດສະຕາລີ ຢູ່ ສ ປ ປ ລາວ. ມັນເປັນຂະແຫນງການ ທີ່ອົດສະຕາລີໄດ້ໃຊ້ຄວາມພະຍາຍາມ ເປັນເວລາ ຫຼາຍກວ່າ 15 ປີ ເພື່ອສ້າງສາຍພົວພັນອັນໃກ້ຊິດ ແລະຄວາມເຂົ້າໃຈ ກັບ ກະຊວງສຶກສາທິການແລະກິລາ, ແລະຄູ່ຮ່ວມງານອື່ນໆຂອງພວກເຮົາ.

ຂ້າພະເຈົ້າເຊື່ອວ່າ ພວກເຮົາມີເງື່ອນໄຂທີ່ດີ ທີ່ຈະໄດ້ຜົນຕອບແທນຈາກການຮ່ວມມືນີ້ ເພື່ອສ້າງ ຄົນລາວ ລຸ້ນຕໍ່ໆໄປ ບໍ່ວ່າຈະເປັນ ນັກທຸລະກິດ, ຊາວຄ້າຂາຍ, ຄູອາຈານ, ຜູ້ນໍາຊຸມຊົນ, ວິສະວະກອນ, ແລະ ລັດຖະກອນ.

ໂດຍຜ່ານໂຄງການນີ້, ອົດສະຕຣາລີ ຈະໃຫ້ການຊ່ວຍເຫຼືອ ທັງດ້ານວິຊາການແລະ ທຶນຮອນ ເພື່ອສະຫນັບສະຫນູນວຽກງານຫລັກ ຂອງກະຊວງ ສຶກສາ ທິການ ແລະ ກິລາ.

ອົດສະຕຣາລີຈະເຮັດວຽກຄຽງຂ້າງ ກັບກະຊວງ ເພື່ອພັດທະນາຫລັກສູດການຮຽນ, ສ້າງຄູອາຈານແລະ ປັບປຸງໂຮງຮຽນ ທີ່ຈໍາເປັນ ເພື່ອໃຫ້ເດັກນ້ອຍ ໄດ້ເຂົ້າ ໂຮງຮຽນ ແລະຮຽນຈົນຈົບຂັ້ນປະຖົມ.

ພວກເຮົາຍັງຈະນຳໃຊ້ ຄວາມຮູ້ດ້ານວິຊາການ ຂອງອົງການອາຫານໂລກ, ອົງການຢູນິເຊບ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ. ອົງການຈັດຕັ້ງ ດັ່ງກ່າວ ມີຄວາມກຽມພ້ອມ ທີ່ດີ ທີ່ຈະແກ້ໄຂ ອຸປະສັກຂອງການສຶກສາ ແມ່ນແຕ່ ຢູ່ໃນເຂດ ທີ່ ຫ່າງໄກສອກຫຼີກແລະດ້ອຍໂອກາດທີ່ສຸດຂອງປະເທດ.

ທ້າຍສຸດນີ້, ຂ້າພະເຈົ້າດີໃຈທີ່ໂຄງການນີ້ຍັງຈະໄດ້ຮັບການຮ່ວມມືຈາກສະຫະພາບເອີຣົບອີກດ້ວຍ.

ໃນຖານະທີ່ອົດສະຕຣາລີ ແລະ ສະຫະພາບເອີຣົບເປັນປະທານຮ່ວມຂອງຄະນະປະສານງານຮັບຜິດຊອບວຽກງານຂະແໜງການສຶກສາ, ພວກເຮົາມີ ຄວາມມຸ້ງໝັ້ນ ທີ່ຈະເຮັດໃຫ້ການຊ່ວຍເຫຼືອ ຂອງພວກເຮົາຕໍ່ ຂະແຫນງການສຶກສາ ມີຄວາມເໝາະສົມ, ມີການປະສານງານທີ່ດີ ແລະ ມີຄວາມສອດຄ່ອງ.

ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍ ມາຍັງບັນດາທ່ານ ທີ່ມີສ່ວນຮ່ວມໃນການສ້າງໂຄງການນີ້. ຂ້າພະເຈົ້າຂໍສະແດງຄວາມຂອບໃຈ ເປັນພິເສດ ຕໍ່ ທ່ານດຣ ພັນຄຳ ແລະ ພະນັກງານ ຂອງ ກະຊວງສຶກສາທິການ ແລະ ກິລາ ໃນການນຳພາ ແລະສະຫນັບສະຫນູນ ແລະ ຂ້າພະເຈົ້າຮັບຮູ້ໄດ້ເຖິງການປະກອບສ່ວນ ອັນສໍາຄັນນີ້ ຈາກຄູ່ຮ່ວມງານຂອງພວກເຮົາທັງຫມົດ.

ຂ້າພະເຈົ້າຫວັງວ່າຈະໄດ້ເຮັດວຽກຢ່າງໃກ້ຊິດກັບບັນດາທ່ານ ເພື່ອເຮັດໃຫ້ເດັກນ້ອຍ ລາວໄດ້ຮັບການສຶກສາທີ່ມີຄຸນນະພາບ, ແລະໄດ້ຮັບໂອກາດທີ່ຈະ ສາມາດບັນລຸເປົ້າ ໝາຍຂອງເຂົາເຈົ້າ.

ຂໍຂອບໃຈ ແລະ ໂຊກດີ.