Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Meeting Hall Construction Project Launch

ພິທີມອບໂຄງການ ສ້າງຫ້ອງປະຊຸມ

ວັນທີ 27 ກໍລະກົດ 2017, ບ້ານ ບຸ່ງຄຳ, ເມືອງ ວິລະບູລີ, ແຂວງສະຫວັນນະເຂດ

ບົດກ່າວເປີດໂຄງການ ໂດຍ ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປລາວ

ພະນະທ່ານ ຈອນ ວິນລຽມສ໌

ຮຽນແຂກຜູ້ມີກຽດ, ທ່ານຍິງ ແລະ ທ່ານຊາຍ, ຂອບໃຈ ທີ່ໄດ້ມີໂອກາດ ມາຢ້ຽມຢາມ ບ້ານບຸ່ງຄຳ ໃນມື້ນີ້

ຂ້າພະເຈົ້າ ມີຄວາມຍິນດີຫລາຍ ທີ່ໄດ້ມີໂອກາດ ມາມອບຫ້ອງການບ້ານ ຫລັງໃໝ່ ຢ່າງເປັນທາງການ

ຫ້ອງການບ້ານ ຫລັງໃໝ່ນີ້ ຈະກາຍເປັນສະຖານທີ່ ສຳຄັນ ຂອງບ້ານບຸ່ງຄຳ, ຈະເປັນບ່ອນປະຊຸມ ເພື່ອຕັດສິນໃຈ ວຽກງານ ດ້ານການພັດທະນາ - ແລະ ເພື່ອອານາຄົດ ຂອງຄົນ 750 ຄອບຄົວ

ອົດສະຕາລີເຂົ້າໃຈແລະໃຫ້ຄວາມສຳຄັນ ຕໍ່ການຕັດສິນໃຈຂອງແມ່ຍິງ ເທົ່າກັບ ການຕັດສິນໃຈຂອງຜູ້ຊາຍ ໃນລະດັບທ້ອງຖິ່ນ, ແລະເຫັນຄຸນຄ່າ ຂອງການມີສ່ວນຮ່ວມ ຂອງແມ່ຍິງຈາກຫຼາຍຊົນເຜົ່າ ທີ່ແຕກຕ່າງກັນ ໃນການແບ່ງປັນຄວາມຄິດເຫັນ ແລະການຕັດສິນໃຈ ເພື່ອເຮັດໃຫ້ມີ ການເຂົ້າເຖິງ ການບໍລິການ ທາງສັງຄົມ ຂັ້ນພື້ນຖານ ທີ່ ສະເໝີພາບກັນ.

ຂ້າພະເຈົ້າ ຂໍຊົມເຊີຍ ແລະ ຂອບໃຈ ຕໍ່ຜົນງານ ການບໍລິຫານ ຂອງທີມ ຈາກ MMG LXML Sepon ສໍາລັບ ການ ປະສານງານ ກັບສະຖານທູດ ອົດສະຕຣາລີ ຢູ່ ວຽງຈັນ ແລະ ເຮັດໃຫ້ເກີດມີໂຄງການນີ້.

ລັດຖະບານອົດສະຕຣາລີ ພາກພູມໃຈຫຼາຍ ທີ່ໄດ້ມີສ່ວນ ສະໜັບສະໜູນ ປະຊາຊົນ ຢູ່ເມືອງ ວິລະບູລີ ຕະຫຼອດໄລຍະ 10 ຫາ 15 ປີ ຜ່ານມາ.

ເຖິງວ່າ ບໍລິສັດ MMG ຈະບໍ່ແມ່ນ ຄົນອົດສະຕຣາລີ ເປັນເຈົ້າຂອງ ຄືຜ່ານມາ ກໍ່ຕາມ.

ແຕ່ ກິດຈະກຳ ບໍ່ແຮ່ Sepon ແຫ່ງນີ້ ຍັງຖືວ່າ ແມ່ນ ໂຄງການ ຂອງຄົນ ອົດສະຕຣາລີ. ແລະ ຖືເປັນ ກິດຈະກຳ ບໍ່ແຮ່ ທີ່ມີ ມາດຕະຖານ ສາກົນ ສູງທີ່ສຸດ.

ໄດ້ສ້າງລາຍຮັບ ຫຼວງຫຼາຍ ໃຫ້ ລັດຖະບານລາວ, ທັງຢູ່ສູນກາງ ແລະ ທ້ອງຖິ່ນ. ໄດ້ລົງທືນສ້າງ ທັກສະ ໃຫ້ແຮງງານລາວ ເພື່ອອະນາຄົດ ຢ່າງຫຼວງຫຼາຍ, ລວມທັງ ແຮງງານ ຈາກເມືອງຕ່າງໆ ອ້ອມຂ້າງ. ໄດ້ສ້າງມາດຕະຖານສູງ ຕໍ່ ການປົກປັກ ຮັກສາ ສະພາບແວດລ້ອມ ແລະ ຄວາມປອດໄພ ໃນກິດຈະກຳບໍ່ແຮ່

ແລະ, ຍັງໄດ້ ສະໜັບສະໜູນ ທ້ອງຖິ່ນຢ່າງຕັ້ງໜ້າ ຕະຫຼອດໄລຍະ ຂອງກິດຈະກຳບໍ່ແຮ່, ການລົງທືນດ້ານນີ້ ຊ່ວຍສ້າງເສດຖະກິດ ຂອງພາກພື້ນ ໃຫ້ມີຄວາມປອດໄພ ໃນເວລາປິດບໍ່.

ແມ່ນໂຄງການໜຶ່ງ ທີ່ ເປັນສິ່ງ ບອກເຕືອນ ເວລາ ດ້ານກິດຈະກຳ ບໍ່ແຮ່ ສົ່ງເຖິງ ຄະນະນຳ ຂອງ ສປປ ລາວ ຢູ່ ນະຄອນຫຼວງວຽງຈັນ ວ່າ ແມ່ນສິ່ງ ທີ່ຄວນຈະໄດ້ສ້າງ ໃຫ້ມີຕື່ມ.

ຢູ່ ນະຄອນຫຼວງວຽງຈັນ ປະຈຸບັນ ແມ່ນ ພວມມີການປັບປຸງ ກົດໝາຍບໍ່ແຮ່ ເຊິ່ງເປັນສິ່ງສຳຄັນ ເພື່ອໃຫ້ແນ່ໃຈວ່າ ຈະມີບັນດາບໍລິສັດ ໄດ້ມາດຕະຖານແບບນີ້ ເກີດຂື້ນຕື່ມ ໃນຂະແໜງບໍ່ແຮ່ ເຊິ່ງເປັນໃຈກາງ ທີ່ນ້ອຍກວ່າ, ສາມາດບໍລິຫານໄດ້, ມີຄຸນນະພາບສູງ ແລະຈະສາມາດສ້າງຄວາມເຂັ້ມແຂງໃຫ້ ເສດຖະກິດຂອງລາວ ໄດ້ໃນອະນາຄົດ.

ຂໍສະແດງຄວາມຂອບໃຈ ມາຍັງ ທ່ານ ນາງ Susan Jenkin ແລະ Ironbark Citrus - ທີ່ ມາຈາກ ບ້ານເກີດ ຂອງຂ້າພະເຈົ້າເອງ ລັດ Queensland - ສໍາລັບ ການສ້າງຄວາມຄືບໜ້າ ທັງໝົດ ເພື່ອຊ່ວຍພັດທະນາ ຊາວກະສິກອນ ສວນໝາກນາວ ຢູ່ ເມືອງ ວິລະບູລີ.

ຂ້າພະເຈົ້າ ຈະ ລໍຖ້າເວລາ ທີ່ຈະໄດ້ ໄປຕະຫຼາດໝາກນາວ ຢູ່ ຫວຽດນາມ, ເພື່ອຈະໄປຊອກຊື້ ໝາກນາວ ມີຄຸນນະພາບສູງ ຈາກ ເມືອງວິລະບູລີ, ຂອບໃຈ MMG ແລະ Ironbark ສໍາລັບ ການຮ່ວມມືທີ່ດີ ຢູ່ເມືອງນີ້.

ອີກເທື່ອໜຶ່ງ ຂອບໃຈ ໂອກາດ ທີ່ໃຫ້ຂ້າພະເຈົ້າ ມາຮ່ວມງານ ເຊົ້ານີ້. ແລະ ຊົມເຊີຍ ທີ່ສ້າງໃຫ້ໂຄງການນີ້ ປະກົດຜົນ ເປັນຈິງໄດ້.

ອົດສະຕຣາລີ ຍິນດີ ຫຼາຍ ທີ່ສາມາດ ຊ່ວຍຄົນ ບ້ານ ບຸ່ງຄຳ ໃຫ້ຍາດໄດ້ ແຮງບັນດານໃຈ ຂອງຕົນເອງ ແລະ ເພື່ອລູກຫຼານທຸກຄົນ ໃນອະນາຄົດ.