Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Lao PDR and Australia Extend Human Rights Cooperation

ສປປ ລາວ ແລະ ອົດສະຕຣາລີ ສືບຕໍ່ຮ່ວມມືດ້ານສິດທະມະນຸດ

24 ກໍລະກົດ 2017

ສປປ ລາວ ແລະ ອົດສະຕຣາລີ ເຫັນດີສືບຕໍ່ ການຮ່ວມມືສອງຝ່າຍດ້ານສິດທິມະນຸດໃຫ້ເລິກເຊິ່ງຂື້ນກວ່າເກົ່າ ໂດຍຜ່ານໂຄງການ 04 ປີ ເຊິ່ງໄດ້ເປີດໂຕໃນວັນທີ 18 ກໍລະກົດ ທີ່ນະຄອນຫຼວງວຽງຈັນ.

ໂຄງການຮ່ວມມືວິຊາການດ້ານສິດທະມຸດໄລຍະສອງ (The second phase of Australia’s Human Rights Technical Cooperation Program) ຫຼື HRTCP II ໄດ້ເລີ່ມຕົ້ນໂຄງການໃນຄ່ຳຄືນມື້ວານນີ້ ທີ່ນະຄອນຫຼວງວຽງຈັນ, ໂດຍມີ ຄະນະກຳມະທິການສິດທິມະນຸດຂອງອົດສະຕຣາລີ (the Australian Human Rights Commission) ຫຼື AHRC ເປັນຜູ້ຈັດຕັ້ງປະຕິບັດ ຮ່ວມກັບກົມສົນທິສັນຍາ ແລະ  ກົດໝາຍ ກະຊວງການຕ່າງປະເທດ.

ໂຄງການນີ້ ມີງົບປະມານທັງໝົດ 815,000 ໂດລາອົດສະຕຣາລີ (ຫຼື 5.2 ຕື້ກີບ), ແລະຈະສີ້ນສຸດໂຄງການໃນເດືອນ ມີນາ 2021, ອົດສະຕຣາລີ ຈະໃຫ້ການ ສະໜັບສະໜູນວຽກງານຕົວຈິງ ຕໍ່ລັດຖະບານລາວ ເພື່ອຍາດໄດ້ພັນທະດ້ານສິດທິມະນຸດສາກົນທີ່ລັດຖະບານລາວໄດ້ໃຫ້ເຂົ້າຮ່ວມເປັນພາຄີໄປແລ້ວ.

ໂຄງການໄລຍະສອງນີ້ ແມ່ນສືບຕໍ່ຈາກໂຄງການໄລຍະທີໜື່ງທີ່ລັດຖະບານອົດສະຕຣາລີ ໄດ້ໃຫ້ການສະໜັບສະໜູນໃນປີ 2013 ຕໍ່ກົມສົນທິສັນຍາ ແລະກົດໝາຍ ກະຊວງການຕ່າງປະເທດ ເພື່ອເພີ່ມຄວາມເຂົ້າໃຈພັນທະສາກົນດ້ານສິດທິມະນຸດໃນທົ່ວ ສປປລາວ ໃຫ້ເລິກເຊິ່ງກວ່າເກົ່າ ແລະ ເຫັນໄດ້ຄວາມສຳຄັນດ້ານນີ້ ຕໍ່ກັບການພັດທະນາເສດຖະກິດ-ສັງຄົມຮອບດ້ານ.

ສປປລາວ ໄດ້ລົງນາມໄປແລ້ວ 07 ໃນ 09 ສົນທິສັນຍາສາກົນດ້ານສິດທິມະນຸດທັງໝົດ, ມາຮອດປະຈຸບັນແມ່ນພວມສຸມໃສ່ ຂໍ້ຜູກມັດດ້ານ ການສ້າງ ຂໍ້ກົດໝາຍພາຍໃນ, ການຈັດຕັ້ງປະຕິບັດຂອງພາກລັດ, ແລະລາຍງານຜົນການຈັດຕັ້ງປະຕິບັດສົ່ງເຖິງ ອົງການສະຫະປະຊາຊາດ.

ຈາກຄຳແນະນະທັງໝົດ 116 ຂໍ້ ທີ່ລັດຖະບານລາວໄດ້ຮັບຈາກກອງປະຊຸມທົບທວນຄືນໃນປີ 2015,ເຫັນວ່າລັດຖະບານລາວ ມີເຈດຈຳນົງ ຈະຈັດຕັ້ງປະຕິ ບັດໃຫ້ໄດ້ຢ່າງໜ້ອຍ 60 ສ່ວນຮ້ອຍຂອງ ຄຳແນະນຳທັງໝົດໃຫ້ໄດ້ສຳເລັດກ່ອນ ເດືອນມັງກອນ 2020.  

ສປປ ລາວ ແລະ ອົດສະຕຣາລີ ມີຄວາມຍິນດີຕໍ່ການປະສານງານ ແລະເຮັດວຽກຮ່ວມມືກັນດ້ານສິດທິມະນຸດ ໃນລະດັບນະໂຍບາຍ ຄືເລີ່ມແຕ່ປີ 2006 ໂດຍຜ່ານການສົນທະນາສອງຝ່າຍດ້ານສິທິມະນຸດນຳກັນ, ເຊິ່ງການສົນທະນາຄັ້ງຫຼ້າສຸດ ຄືຄັ້ງທີ 05 ແມ່ນຫາກໍ່ຈັດຂື້ນຢູ່ນະຄອນຫຼວງຈັນ ໃນວັນທີ 18 ກໍລະກົດ ຜ່ານມາ.

ໃນພິທີເປີດໂຕໂຄງການດ່ັງກ່າວ, ພະນະທ່ານ ຈອນ ວິນລຽມສ໌, ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ເວົ້າວ່າຄະນະກຳມະທິການ ສິດທິມະນຸດຂອງອົດສະຕຣາລີ ເປັນຄູ່ຮ່ວມງານທີ່ມີຄຸນນະພາບ ແລະເຊື່ອໜັ້ນວ່າ ຈະສາມາດສ້າງຄວາມເຂັ້ມແຂງໃຫ້ຄູ່ຮ່ວມງານດ້ານສິດທິມະນຸດຢູ່ໃນ ສປປ ລາວໄດ້.  

ທ່ານທູດໄດ້ກ່າວວ່າ “ຄະນະກຳມະທິການນີ້ ມີປະສົບການດ້ານການຈັດຕັ້ງປະຕິບັດ, ຂຽນບົດລາຍງານວຽກງານດ້ານສິດທິມະນຸດສູງ, ແລະໄດ້ປະຕິບັດ ໂຄງການທີ່ຄ້າຍຄືກັນ ຢູ່ປະເທດຈີນ ແລະ ຫວຽດນາມໃນໄລຍະຜ່ານມາ”.  “ພວກຂ້າພະເຈົ້າຫວັງວ່າ ສປປ ລາວ ຈະສາມາດຍາດແຍ່ງເອົາ ບົດຮຽນ ດ້ານເຕັກນິກວິຊາການຕ່າງໆຈາກຄະນະກຳມະທິການນີ້ໄດ້ ເພື່ອເຮັດ ສປປ ລາວ ໄດ້ຮັບຜົນສຳເລັດໃນວຽກງານດ້ານສິດທິມະນຸດ ຕາມບຸລິມະ ສິດແລະຂໍ້ຜູກມັດຕ່າງໆທີ່ໄດ້ວາງໄວ້.”

ພະນະທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທັງເປັນປະທານຄະນະກຳມະການລະດັບຊາດດ້ານສິດທິມະນຸດ ໄດ້ກ່າວໃນພິທີເປີດໂຕໂຄງການນີ້ວ່າ, ມີຄວາມຍິນດີຕໍ່ການສືບຕໍ່ໃຫ້ການຊ່ວຍເຫຼືອຈາກລັດຖະບານອົດສະຕຣາລີດ້ານສິດທິມະນຸດດັ່ງກ່າວ.

ທ່ານລັດຖະມົນຕີໄດ້ກ່າວວ່າ “ພວກຂ້າພະເຈົ້າສືບຕໍ່ຮ່ວມມືກັບລັດຖະບານອົດສະຕຣາລີ ດ້ານນີ້ ສະແດງໃຫ້ເຫັນເຖິງເຈດຈຳນົງຂອງ ລັດຖະບານລາວຕໍ່ກົນໄກດ້ານສິດທິມະນຸດ ແລະ ມີບົດຮຽນດ້ານເຕັກນິກຫຼາຍຢ່າງ ທີ່ນັກວິຊາການຈາກສອງປະເທດພວກເຮົາ ຈະໄດ້ແລກປ່ຽນກັນໃນໄລຍະຈັດຕັ້ງປະຕິບັດໂຄງການຮ່ວມກັນ.”

ໂຄງການຮ່ວມມືເຕັກນິກດ້ານສິດທິມະນຸດໄລຍະສອງຂອງລັດຖະບານອົດສະຕຣາລີນີ້ ຍັງມີຈຸດປະສົງເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ ພາກວິ ຊານິຕິສາດ ລັດຖະສາດ ຂອງມະຫາວິທະຍາໄລແຫ່ງຊາດ, ສະໜັບສະໜູນການຈັດຕັ້ງປະຕິບັດສົນທິສັນຍາດ້ານສິດທິຂອງຄົນພິການ ແລະ ສ້າງ ຄວາມເຂັ້ມແຂງໃຫ້ລັດຖະບານລາວຂອງສົນທິສັນຍາດ້ານສິດທິມະນຸດອື່ນໆ.

ວັນທີ 19 ກໍລະກົດ ມີການເລີ່ມກິດຈະກຳທຳອິດຂອງໂຄງການໃໝ່ນີ້, ໂດຍເລີ່ມຈາກ ການປາຖະກະຖາ ຂອງ ດຣ ທິມ ສຸພົມມະສານ, ປະທານກຳມະ ທິການຕ້ານຕໍ່ການຈຳແນກຂອງອົດສະຕຣາລີ, ໄດ້ກ່າວຄຳເຫັນໃນກອງປະຊຸມສຳມະນາໃນຫົວຂໍ້ການມີສ່ວນຮ່ວມຂອງສັງຄົມ ແລະ ສົນທິສັນຍາຕ້ານຕໍ່ການຈຳແນກຢູ່ອົດສະຕຣາລີ.

ດຣ ທິມ, ເຊິ່ງເປັນໜື່ງໃນຄະນະຜູ້ແທນຈາກອົດສະຕຣາລີ ເຂົ້າຮ່ວມການສົນທະນາສອງຝ່າຍໃນຫົວຂໍ້ສິດທິມະນຸດ ໄດ້ກ່າວຕໍ່ຜູ້ເຂົ້າຮ່ວມ ປະມານ 80 ຄົນຈາກພາກລັດ, ນັກການທູດ, ພາກສັງຄົມ ແລະ ພາກທຸລະກິດວ່າ ການສົ່ງເສີມໃຫ້ມີສ່ວນຮ່ວມຂອງສັງຄົມ ແມ່ນດີສຳລັບການດຳເນີນທຸລະກິດ ແລະ ທ້ອງຖິ່ນຕ່າງໆ.

ດຣ ທີມ, ມີເຊື້ອຊາດລາວ ສັນຊາດອົດສະຕຣາລີ ແລະ ໄດ້ກາຍເປັນປະທານກຳມະທິການຕ້ານຕໍ່ການຈຳແນກຂອງອົດສະຕຣາລີ ໃນປີ 2013, ໄດ້ກ່າວວ່າ ອົດສະຕຣາລີເປັນສັງຄົມທີ່ມີຄວາມຫຼາກຫຼາຍທາງວັດທະນະທຳ, ແລະມີລະດັບຂອງການມີສ່ວນຮ່ວມຂອງຄົນທຸກຊັ້ນຄົນໃນສັງຄົມສູງສົມຄວນ. ແຕ່ ເຖິງປານນັ້ນ ກໍ່ຍັງຕ້ອງເຮັດຫຼາຍວຽກ ເພື່ອສ້າງໃຫ້ມີນະໂຍບາຍເປີດກວ້າງກວ່າເກົ່າ, ລວມທັງຍຸດທະສາດລະດັບຊາດວ່າດ້ວຍການຕ້ານຕໍ່ການຈຳແນກຊົນຊັ້ນ, ນະໂຍບາຍນີ້ ຈະຕິດຕາມການຈຳແນກໃນສັງຄົມທຸກຮູບແບບ.

ຢູ່ປະເທດອົດສະຕຣາລີ ຫຼາຍກວ່າ 50 ສ່ວນຮ້ອຍຂອງປະຊາກອນ ບໍ່ໄດ້ເກີດຢູ່ອົດສະຕຣາລີ, ຫຼື ມີພໍ່ ຫຼື ແມ່ເກີດຢູ່ນອກອົດສະຕຣາລີ ແລະ ມີ ພາສາປາເວົ້າຢູ່ໃນເຮືອນ ຫຼາຍກວ່າ 300 ພາສາ ທົ່ວອົດສະຕຣາລີ.

ທ່ານ ບຸນເກີດ ສັງສົມສັກ, ລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ ແລະ ທັງເປັນປະທານຄະນະກຳມະການລະດັບຊາດດ້ານສິດທິມະນຸດ ໄດ້ເວົ້າວ່າ ການສົ່ງເສີມໃຫ້ມີຄວາມສາມັກຄີ ແລະຖືກຕ້ອງປອງດອງໃນສັງຄົມ ຖືເປັນບູລິມະສິດຂອງລັດຖະບານ, ຍ້ອນຢູ່ໃນ ສປປລາວ ມີຫຼາຍຊົນຊາດຊົນເຜົ່າ.

ກະລຸນາຕິດຕໍ່:

Australian Embassy:

Khounkham Douangphachone                                     

Media and Communications Officer                 

Phone: 021 353 800 ext. 125