Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Interplast Documentary Film Launch

ເປີດໂຕ ສາລະຄະດີໃໝ່ ຂອງທີມແພດຜ່າຕັດ Interplast
8 ຕຸລາ 2014

ຂໍຮຽນ ພະນະທ່ານ ສາດສະດາຈານ ເອກສະຫວ່າງ ວົງວິຈິດ, ລັດຖະມົນຕີ ວ່າການ ກະຊວງສາທາລະນະສຸກ; ສະມາຊິກ ລັດຖະສະພາ ອົດສະຕຣາລີ, ຮຽນ ທ່ານ Dagfinn Hoybraten, ແລະ ທີມງານ ຂອງ GAVI, ບັນດາແຂກ ທີ່ມີກຽດ, ທ່ານຍິງ ແລະ ທ່ານຊາຍ.

ຂ້າພະເຈົ້າ ດີໃຈຫຼາຍ ທີ່ໄດ້ມາຮ່ວມ ເປີດການ ສາຍຮູບເງົາ ສາລະຄະດີ ເພື່ອສົ່ງເສີມ ແນວຄິດ ລິເລີ່ມ ດ້ານສຸຂະພາບ ທີ່ໂດດເດັ່ນ ຂອງ ທີມແພດ ອົດສະຕຣາລີ ຢູ່ໃນ ສປປ ລາວ.
ໂດຍການ ອອກອາກາດ ຜ່ານ ສະຖານີ ໂທລະພາບ ແຫ່ງຊາດລາວ, ພວກເຮົາ ຫວັງວ່າ ຮູບເງົານີ້ ຈະບໍ່ພຽງແຕ່ ສົ່ງເສີມ ວຽກງານ ຂອງ ທີມແພດ Interplast ຢູ່ໃນ ປະເທດລາວ ເທົ່ານັ້ນ, ແຕ່ຍັງເພີ່ມ ຄວາມຮັບຮູ້ ແກ່ປະຊາຊົນ ຢູ່ເຂດ ຫ່າງໄກ ສອກຫຼີກ ໃຫ້ມີ ໂອກາດ ໄດ້ຮັບຜົນປະໂຫຍດ ຈາກ ການຊ່ວຍເຫຼືອ ດ້ານການແພດ ນີ້.
ໄດ້ເຫັນ ການເຮັດວຽກ ຂອງທີມແພດ Interplast ແບບສ່ວນຕົວ, ຂ້າພະເຈົ້າ ຊື່ນຊົມ ໃນຄວາມມຸ່ງໝັ້ນ ຂອງພວກເຂົາເຈົ້າ. ແລະ ຂ້າພະເຈົ້າ ຮູ້ສຶກ ພາກພູມໃຈ ຫຼາຍ ໃນບົດບາດ ຂອງ ທີມແພດ Interplast ຕະຫຼອດ ສອງທົດສະວັດ ຜ່ານມາ ໃນການ ປົວແປງ ຮ່າງກາຍ ທີ່ຖືກ ທຳລາຍ, ແລະ ປັບປຸງ ຊີວິດ ຂອງ ຜູ້ ດ້ອຍໂອກາດ ແລະ ຄົນ ທີ່ມີ ຄວາມພິການ.
ທີມແພດ ອົດສະຕຣາລີ ພວມສ້າງ ມໍລະດົກ ທີ່ໜ້າ ປະທັບໃຈ ຜ່ານການ ຝຶກອົບຮົມ ແບບຕໍ່ເນື່ອງ ໃຫ້ທີມແພດ ຜ່າຕັດຂອງລາວ ໃນການຟື້ນຟູ ແລະ ຕົບແຕ່ງບາດແຜ.

ຂ້າພະເຈົ້າ ຂໍສະແດງ ຄວາມຮູ້ ບຸນຄຸນ ແລະ ຂອບໃຈ ມາຍັງ ກະຊວງ ສາທາລະນະສຸກ ທີ່ໃຫ້ການ ຊ່ວຍເຫຼືອ ທີມແພດ Interplast ທີ່ເຮັດວຽກ ຢູ່ນີ້ ມາຕັ້ງແຕ່ ປີ 1995. ແລະ ຂ້າພະເຈົ້າ ຂໍຂອບໃຈ ກຸ່ມແມ່ຍິງສາກົນ, ທີ່ມີ ບົດບາດ ສຳຄັນ ໃນການ ຊ່ວຍ ເຫຼືອ ຄ່່າເດີນທາງ ຂອງ ຄົນເຈັບ ທີ່ດ້ອຍໂອກາດ ມາຮັບການປິ່ນປົວ ນຳ ທີມແພດ Interplast.

ພ້ອມກັນນີ້, ຂ້າພະເຈົ້່າ ຂໍຕ້ອນຮັບ ຄູ່ຮ່ວມງານ ຂອງ Interplast ທີ່ໄດ້ສ້າງ ສາຍພົວພັນ ກັບບໍລິສັດ ບໍ່ແຮ່ ຂອງ ອົດສະຕຣາລີ ຄື ບໍລິສັດ Phu Bia Mining - ທີ່ມີຫ້ອງການໃຫ່ຍ ຢູ່ ເມືອງ Brisbane ຊື່ Pan Aust - ທີ່ໄດ້ ຊ່ວຍເຫຼືອ ວຽກງານ ຂອງ Interplast ໃຫ້ປະຊາຊົນຢູ່ ໃກ້ກັບ ເຂດ ບໍ່ແຮ່ ຂອງພວກເຂົາເຈົ້າ ຢູ່ ແຂວງ ໄຊສົມບູນ ແລະ ແຂວງ ຊຽງຂວາງ.

ການຮ່ວມມືນີ້ ແມ່ນ ເປັນອີກ ຕົວຢ່າງໜຶ່ງ ຂອງ ການໄດ້ຮັບ ລາງວັນ ຂອງ Phu Bia ໃນວຽກງານ ພັດທະນາ ຊຸມຊົນ, ແລະ ເປັນຕົວຢ່າງໜິຶ່ງ ຂອງ ບໍລິສັດບໍ່ແຮ່ ທີ່ນໍາໜ້າໂລກ ສາມາດປະກອບສ່ວນ ໃນການ ຊ່ວຍເຫຼືອ ບັນດາ ປະເທດ ທີ່ພວມພັດທະນາ. ແລະ ຊ່ວຍ ພັດທະນາ ສປປ ລາວ ດ້ານ ທີ່ຄວນຈະ ໄດ້ຮັບ ຈາກ ບັນດາ ບໍລິສັດ ບໍ່ແຮ່ ຂອງຕ່າງປະເທດ.

ຮູບເງົານີ້, ໄດ້ຮັບການ ສະໜັບ ສະໜູນໂດຍ ທຶນ ຊ່ວຍເຫຼືອ ໂດຍກົງ ຂອງ ສະຖານທູດ ອົດສະຕຣາລີ, ເຊິ່ງແມ່ນຫຼັກຖານ ຂອງ ຜູ້ສ້າງຮູບເງົາ ທີ່ມີ ຄວາມສາມາດພິເສດ ຂອງ ສປປ ລາວ ( ໂດຍ ນາງ ວັນນະພອນ ສິດທິລາດ) ຫຼື ກິໂນ ຊື່ທີ່ຮູ້ຈັກກັນດີ.

ກິໂນ ແມ່ນໜຶ່ງ ໃນ ນັກສຶກສາ ລາວ ຈຳນວນ ຫຼາຍກວ່າ 1,100 ຄົນ ທີ່ຮຽນ ຈົບມາຈາກ ສະຖາບັນການສຶກສາ ຂອງ ອົດສະຕຣາລີ ພາຍໃຕ້ ທຶນການສຶກສາ ຂອງ ລັດຖະບານ ອົດສະຕຣາລີ. ແລະ ລາວກໍ່ເປັນ ດັ່ງ ການໂຄສະນາ ທີ່ພິເສດ ສະແດງໃຫ້ເຫັນ ເຖິງ ຄຸນຄ່າ ຂອງທຶນ ການສຶກສາ ຂອງ ພວກເຮົາ ຕະຫຼອດ ເວລາ ຫຼາຍປີ, ອາດີດ ນັກສຶກສາທັງໝົດ ພວມເຮັດ ໃນສິ່ງສຳຄັນ ທີ່ເຂົາເຈົ້າ ໄດ້ຮຽນມາ ເພື່ອ ປະກອບສ່ວນ ສ້າງສາ ປະເທດຊາດ, ແລະ ສະແດງໃຫ້ເຫັນວ່າ ທຶນການສຶກສາ ຂອງ ລັດຖະບານອົດສະຕຣາລີ ແມ່ນ ທຶນ ທີ່ມີຄຸນນະພາບ.

ຂໍຂອບໃຈ ທຸກທ່ານ ທີ່ມາຮ່ວມງານ ໃນມື້ນີ້. ແລະຂອບໃຈ ຕໍ່ ທີມແພດ Interplast ທີ່ມີເຈດຈໍານົງ ແລະ ຄວາມຜູກພັນ, ເພື່ອສ້າງ ຄວາມແຕກຕ່າງ ໃນການມອບ ຊີວິດໃໝ່ ໃຫ້ ຄົນທີ່ດ້ອຍໂອກາດ ຢູ່ ທົ່ວ ສປປ ລາວ.