Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

HumanitarianReliefSuppliesforEmergencyResponsein_Lao_version

21 ສິງຫາ 2023

ອົດສະຕຣາລີ ມອບເຄື່ອງຊ່ວຍເຫຼືອສະໜັບສະໜູນວຽກງານດ້ານມະນຸດສະທຳ ເພື່ອຕອບໂຕ້ໄພພິບັດສຸກເສີນໃນລາວ

ໃນວັນຈັນ ທີ 21 ສິງຫານີີ້, ທ່ານ ໂພລ ແຄລລີ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ມອບເຄື່ອງບັນເທົາທຸກຊ່ວຍເຫຼືອວຽກງານດ້ານມະນຸດສະທຳ ຈຳນວນ 13 ໂຕນ ເພື່ອຮັບມືກັບໄພພິບັດສຸກເສີນ ເຊິ່ງຕາງໜ້າຈາກລັດຖະບານລາວໃນການຮັບເອົາເຄື່ອງບັນເທົາທຸກເຫຼົ່ານີ້ ໂດຍພະນະທ່ານ ລີປາວ ຢາງ  ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະ ໜາມບິນສາກົນວັດໄຕ.

ເຄື່ອງບັນເທົາທຸກດ້ານວຽກງານມະນຸດສະທໍາໄດ້ຖືກຈັດສົ່ງໂດຍເຮືອບິນຂອງກອງທັບອາກາດອົດສະ ຕຮາລີ  ເຊິ່ງການສົ່ງເຄື່ອງຊ່ວຍເຫຼືອດ້ານມະນຸດສະທຳເຫຼົ່ານີ້ ແມ່ນສ່ວນໜຶ່ງຂອງກິດຈະກຳຮ່ວມມືດ້ານວຽກງານການປ້ອງກັນຊາດໃນ ສປປ ລາວ  ແລະ ບັນດາປະເທດໃນພາກພື້ນ.

ອົດສະຕຣາລີ ຍິນດີທີ່ໄດ້ສະໜັບສະໜູນລັດຖະບານລາວ ໃນການສ້າງຄວາມເຂັ້ມແຂງໃນການກຽມຄວາມພ້ອມເພື່ອຮັບມືກັບໄພພິບັດສຸກເສີນ. ການສົ່ງເຄື່ອງຊ່ວຍເຫຼືອຕອບໂຕ້ໄພພິບັດໃນຄັ້ງນີ້ແມ່ນ ທ່ວງທັນກັບຄວາມຕ້ອງການຂອງລັດຖະບານລາວ ໃນຂະນະທີ່ລັດຖະບານລາວກຳລັງຕອບໂຕ້ກັບໄພນ້ຳຖ້ວມທີ່ກຳລັງເກີດຂຶ້ນຢູ່ໃນຫຼາຍພາກຂອງປະເທດ." ທ່ານເອກອັກຄະລັດຖະທູດ ແຄລລີ ກ່າວ.

 

ເຄື່ອງ​ຊ່ວຍເຫຼືອສະໜັບສະໜູນ​ດ້ານ​ມະນຸດສະທຳ ​ມີ​ມູນ​ຄ່າ 120.000 ໂດລາອົດສະຕຣາລີ (1,5 ຕື້ກີບ) ປະກອບມີ ຊຸດ​ອະນາ​ໄມ 180 ຊຸດ, ​ຊຸດເຄື່ອງ​ຄົວ 368 ຊຸດ, ຜ້າ​ຫົ່ມ 800 ຜືນ, ມຸ້ງ 1.600 ດາງ, ສາດຢາງ 900 ຜືນ ເຊິ່ງສາມາດຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຫຼາຍກວ່າ 2.000 ຄົນ.

ລັດຖະບານລາວຕີລາຄາສູງຕໍ່ກັບການຊ່ວຍເຫຼືອວຽກງານມະນຸດສະທຳຈາກລັດຖະບານອົດສະຕຣາລີ. ການທີ່ພວກເຮົາມີເຄື່ອງຊ່ວຍເຫຼືອເພື່ອຕອບໂຕ້ໄພພິບັດກຽມພ້ອມໃນປະເທດແມ່ນສາມາດຊ່ວຍໃຫ້ລັດຖະບານລາວຕອບໂຕ້ກັບໄພພິບັດໄດ້ຢ່າງວ່ອງໄວ. ເຄື່ອງຊ່ວຍເຫຼືອວຽກງານມະນຸດສະທຳທີ່ລັດຖະບານອົດສະຕຣາລີໄດ້ມອບໃຫ້ທາງກະຊວງແຮງງານ ແລະ ສະຫວັດດີການສັງຄົມໃນປີ 2022 ໄດ້ຖືກສົ່ງໄປຊ່ວຍເຫຼືອຊຸຸມຊົນທີ່ຖືກຜົນກະທົບຈາກນ້ຳຖ້ວມທີ່ສາມແຂວງພາກກາງ" ທ່ານ​ຮອງລັດຖະມົນຕີ ລີປາວ ຢາງ ກ່າວ​.

ອົດສະຕຣາລີມີຄວາມມຸ່ງໝັ້ນທີ່ຈະສະໜັບສະໜູນລັດຖະບານລາວ ໃນວຽກງານດ້ານມະນຸດສະທຳ ແລະ ຕອບໂຕ້ໄພພິບັດ ແລະ ການຟື້ນຟູໂດຍຜ່ານໂຄງການຮ່ວມມືພັດທະນາຂອງພວກເຮົາ.