Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Assisting the Fight Against Falsified Medicines in Laos

Assisting the Fight Against Falsified Medicines in Laos

17th November 2020

The Australian Government is pleased to announce AUD 1 million dollars to strengthen the national drug quality laboratories of Lao PDR and Cambodia. The grant will be provided over 2 years through specialist NGO United States Pharmacopeia.

Australia’s support will assist laboratories to improve quality management systems and increase testing and reporting of substandard and falsified (SF) medical products. National quality control laboratories are critical to safeguard against SF medical products.

Australia is a strong supporter of WHO’s Global Surveillance and Monitoring System (GSMS) work to improve data on SF medical products to help protect patients and public health. This system is helping to create a clearer picture of the type and extent of SF medical products. WHO’s 2017 GSMS report quoted studies indicating the observed failure rates of SF medical products in low and middle income countries is approximately 10%. That means one in 10 consumers are being exposed to falsified antibiotics, antimalarials, cancer drugs and other medicines.

His Excellency Jean-Bernard Carrasco, Australia’s Ambassador to Lao PDR commented “Australia is proud to be associated with a program to help deliver safe and reliable medicine and vaccines to the people of Lao PDR”.

---------

ສະໜັບສະໜູນການຕ້ານຕໍ່ຢາຜິດກົດໝາຍຢູ່ໃນ ສປປລາວ

ວັນທີ 17 ພະຈິກ 2020

ລັດຖະບານອົດສະຕາລີມີຄວາມຍິນດີ ປະກາດງົບປະມານ 1 ລ້ານໂດລາອົດສະຕຣາລີ ປະກອບສ່ວນ ດ້ານການສ້າງຄວາມເຂັ້ມແຂງໃຫ້ແກ່ຫ້ອງທົດລອງຄຸນນະພາບຢາແຫ່ງຊາດ ຢູ່ໃນ ສປປ ລາວ ແລະ ກຳປູເຈຍ. ໂດຍຜ່ານການສະໜອງທຶນດັ່ງກ່າວໃຫ້ ອົງການ United States Pharmacopeia ເປັນໄລຍະເວລາ 2 ປີ.

ການສະໜັບສະໜູນຂອງລັດຖະບານອົດສະຕຣາລີ ໃນໂຄງການນີ້ ຈະຊ່ວຍບັນດາຫ້ອງທົດລອງ ດ້ານການປັບປຸງລະບົບຄຸ້ມຄອງທີ່ມີຄຸນນະພາບ, ເພີ່ມການທົດລອງ ແລະ ການລາຍງານຜົນຜະລິດຕະພັນດ້ານການແພດທີ່ບໍ່ຖືກຕ້ອງ ແລະມີການປອມແປງ. ຫ້ອງທົດລອງຄວບຄຸມຄຸນນະພາບຢາແຫ່ງຊາດ ມີຄວາມສຳຄັນຫຼາຍດ້ານການປົກປ້ອງຜະລິດຕະພັນທາງການແພດໃຫ້ມີມາດຕະຖານ ແລະບໍ່ມີການປອມແປງ.

ອົດສະຕຣາລີ ແມ່ນຜູ້ສະໜັບສະໜູນແຖວໜ້າ ຂອງລະບົບການເຝົ້າລະວັງແລະຕິດຕາມກວດກາໂລກ Global Surveillance and Monitoring System (GSMS)ຂອງ ອົງການອະນາໄມໂລກ ເພື່ອປັບປຸງຂໍ້ມູນກ່ຽວກັບຜະລິດຕະພັນການແພດ ເພື່ອຊ່ວຍປົກປ້ອງຄົນເຈັບແລະລະບົບສຸຂະພາບສາທາລະນະ. ລະບົບນີ້ ຈະຊ່ວຍສ້າງຮູບພາບທີ່ຈະແຈ້ງກ່ຽວກັບປະເພດ ແລະຂອບເຂດຂອງຜະລິດຕະພັນທາງການແພດ. ບົດລາຍງານ GSMS ຂອງ ອົງການອະນາໄມໂລກ ປີ 2017 ໄດ້ອ້າງເຖິງຜົນການສຶກສາທີ່ຊີ້ບອກວ່າອັດຕາຄວາມຜິດຜາດໃນການສັງເກດເຫັນ ຜະລິດຕະພັນທາງການແພດ ໃນບັນດາປະເທດທີ່ມີລາຍໄດ້ຕໍ່າ ແລະລາຍໄດ້ປານກາງແມ່ນປະມານ 10% ເຊິ່ງ ໝາຍຄວາມວ່າ 1 ໃນ 10 ຂອງຜູ້ບໍລິໂພກ ກໍາລັງປະເຊີນກັບຢາຕ້ານເຊື້ອທີ່ມີການປອມແປງ ລວມໄປເຖິງ ຢາປິ່ນປົວໄຂ້ມາລາເຣຍ, ຢາປິ່ນປົວມະເລັງ ແລະຢາອື່ນໆ

ພະນະທ່ານ ຊ໋ອງ-ເບີນາດ ຄາຣາດສະໂກ, ເອກອັກຄະລັດຖະທູດອົດສະຕາລີປະຈຳ ສປປ ລາວໃຫ້ ຄຳເຫັນວ່າ“ ອົດສະຕຣາລີ ມີຄວາມພາກພູມໃຈ ທີ່ໄດ້ມີສ່ວນຮ່ວມໃນໂຄງການທີ່ຈະຊ່ວຍແຈກຢາຍຢາ ແລະວັກແຊງທີ່ປອດໄພ ແລະເຊື່ອຖືໄດ້ໃຫ້ແກ່ປະຊາຊົນ ທົ່ວ ສປປລາວ”.