Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

ການຢ້ຽມຢາມຂອງ ທ່ານ ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີເສີມສ້າງ ມິດຕະພາບ ແລະ ການຮ່ວມມື

ວຽງຈັນ, 16 ພຶດສະພາ 2023

ພະນະທ່ານ ນາງ ເພັນນີ ວອງ, ລັດຖະມົນຕີການຕ່າງປະເທດ ແຫ່ງ ອົດສະຕຣາລີ ໄດ້ເດີນທາງມາຢ້ຽມຢາມ ນະຄອນຫຼວງວຽງຈັນ, ສປປ ລາວ ເປັນຄັ້ງທຳອິດ ໃນຖານະລັດຖະມົນຕີການຕ່າງປະເທດ. ການມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 15 ແລະ 16 ພຶດສະພາ ນີ້ ເກີດຂຶ້ນພາຍຫຼັງຜົນສຳເລັດຂອງ ການຢ້ຽມຢາມອົດສະຕຣາລີ ຂອງ ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໃນເດືອນ ຕຸລາ ປີ 2022.

ການຢ້ຽມຢາມຄັ້ງນີ້ ແມ່ນໝາກຜົນຂອງມິດຕະພາບອັນຍາວນານ ແລະ ສາຍພົວພັນອັນເລິກເຊິ່ງ ລະຫວ່າງ ອົດສະຕຣາລີ ກັບ ສປປ ລາວ ທີ່ສ້າງມາຮ່ວມກັນເປັນໄລຍະເວລາຫຼາຍກວ່າ 70 ປີ ແລະ ຍັງເປັນການເປີດໂອກາດໃຫ້ ພະນະທ່ານ ນາງ ເພັນນີ ໄດ້ຮັບຟັງ ແລະ ເຂົ້າໃຈ ເຖິງບັນດາບຸລິມະສິດ ຂອງ ສປປ ລາວ ໃນຂະແໜງການຄ້າ ແລະ ການລົງທຶນ, ການພັດທະນາຄວາມຮ່ວມມື ລວມເຖິງ ການເຊື່ອມໂຍງໃນຂົງເຂດ ແລະ ພາກພື້ນ. ການຢ້ຽມຢາມຂອງ ພະນະທ່ານ ນາງ ເພັນນີ ເປັນການສະທ້ອນໃຫ້ເຫັນເຖິງຄຳໝັ້ນສັນຍາທີ່ ນາຍົກລັດຖະມົນຕີຂອງສອງປະເທດ ໄດ້ປະກາດ ໃນເດືອນ ພະຈິກ ປີ 2022 ກ່ຽວກັບຄວາມມຸ່ງໝັ້ນທີ່ຕ້ອງການຍົກລະດັບສາຍພົວພັນຂອງສອງປະເທດ ໃຫ້ກາຍເປັນ ຄູ່ຮ່ວມມືຮອບດ້ານ. 

ພະນະທ່ານ ນາງ ເພັນນີ ໄດ້ມີໂອກາດເຂົ້າຢ້ຽມຂ່ຳນັບ ປຶກສາຫາລືກັບ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ແລະ ພະນະທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ.

ພະນະທ່ານ ນາງ ເພັນນີ ວອງ ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ

ພະນະທ່ານ ນາງ ເພັນນີ ວອງ ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ສະເຫຼີມໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ

ພະນະທ່ານ ນາງ ເພັນນີ ວອງ ເຂົ້າຢ້ຽມຂ່ຳນັບ ພະນະທ່ານ ທອງສະຫວັນ ພົມວິຫານ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ

ການປຶກສາຫາລື ໄດ້ເຫັນເຖິງການຮັບຮູ້ການປ່ຽນແປງທີ່ສຳຄັນໆ ໃນພາກພື້ນ ແລະ ການຕິດຕາມສະພາບການປ່ຽນແປງດັ່ງກ່າວຮ່ວມກັນ, ໂດຍຜ່ານ ເວທີອາຊຽນ. ອົດສະຕຣາລີ ແລະ ສປປ ລາວ ມີ ບຸລິມະສິດຮ່ວມກັນ ໃນດ້ານຂະແໜງສຶກສາ, ການພັດທະນາຊັບພະຍາກອນມະນຸດ, ຂະແໜງພະລັງງານ, ການຄຸ້ມຄອງຊັບພະຍາກອນນ້ຳ ແລະ ສາຍພົວພັນລະຫວ່າງຄົນ-ກັບ-ຄົນ. 

ການຢ້ຽມຢາມດັ່ງກ່າວ ເປັນການເນັ້ນຢ້ຳຕໍ່ຄຳໝັ້ນສັນຍາຂອງ ອົດສະຕຣາລີ ໃນການເສີມຂະຫຍາຍການຮ່ວມມືໃນຂະແໜງເສດຖະກິດ ໃນພາກພື້ນ, ລວມທັງຜ່ານການພັດທະນາ ຍຸດທະສາດເສດຖະກິດອາຊີຕາເວັນອອກສ່ຽງໃຕ້ ພາຍໃນປີ 2040, ເຊິ່ງຈະສຳເລັດໃນທ້າຍປີນີ້.

ນອກນັ້ນ, ອົດສະຕຣາລີ ແລະ ສປປ ລາວ ຈະຍົກສູງການຮ່ວມມືໃນຂະແໜງພະລັງງານ. ພະນະທ່ານ ນາງ ເພັນນີ ແລະ ພະນະທ່ານ  ໂພໄຊ ໄຊຍະສອນ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແຫ່ງ ສປປ ລາວ, ໄດ້ຮ່ວມລົງນາມ ໃນຂໍ້ຕົກລົງເພີ່ມຕື່ມ ສຳລັບ ໂຄງການຮ່ວມມື ລາວ-ອົດສະຕຣາລີ ເພື່ອການພັດທະນາພະລັງງານແບບຍືນຍົງ, ເພື່ອສະໜັບສະໜູນ ຂະແໜງພະລັງງານຂອງ ສປປ ລາວໃຫ້ມີຄວາມຍືນຍົງ ແລະ ສ້າງລາຍຮັບຫຼາຍຂຶ້ນ.

ເພື່ອເປັນການເສີມສ້າງບຸລິມະສິດໃນຂະແໜງສິ່ງແວດລ້ອມ ແລະ ຄວາມຍືນຍົງ, ອົດສະຕຣາລີ ຈະຮ່ວມມື ກັບ ສະຖາບັນ Global Green Growth ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ເພື່ອສະໜັບສະໜູນວຽກງານການພັດທະນາຕະຫຼາດຄາບອນ ທີ່ເປີດກວ້າງ ແລະ ຍຶືນຍົງ ຢູ່ໃນ ສປປ ລາວ.

ມິດຕະພາບຂອງທັງສອງປະເທດພວກເຮົາ ໄດ້ສ້າງຂຶ້ນບົນພື້ນຖານການເຄົາລົບ ແລະ ໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ,ໂດຍຜ່ານການພົວພັນແບບໃກ້ຊິດ ແລະ ການເຊື່ອມໂຍງລະຫວ່າງຄົນ-ຕໍ່-ຄົນ ເປັນເວລາຫຼາຍປີ. ສະນັ້ນ, ພະນະທ່ານ ນາງ ເພັນນີ ແລະ ພະນະທ່ານ ທອງສະຫວັນ ໄດ້ຮ່ວມກັນລົງນາມໃນເອກະສານ ວ່າດ້ວຍ ການສ້າງຕັ້ງ ສະມາຄົມມິດຕະພາບ ລາວ-ອົດສະຕຣາລີ ຂຶ້ນ ຈຸດປະສົງເພື່ອເສີມຂະຫຍາຍການຮ່ວມມື, ຄວາມເຂົ້້າໃຈ, ແລະ ສາຍພົວພັນລະຫວ່າງ ປະຊາຊົນສອງຊາດ ລວມເຖິງ ສົ່ງເສີມສາຍພົວພັນ ລະຫວ່າງການນຳ ຂອງພັກປະຊາຊົນ ປະຕິວັດລາວ ແລະ ພັກທີ່ຈັດຕັ້ງລັດຖະບານ ຂອງອົດສະຕຣາລີ.

ອົດສະຕຣາລີ ແລະ ສປປ ລາວ ຈະສືບຕໍ່ເຮັດວຽກນຳກັນ ຕໍ່ເປົ້າໝາຍຕ່າງໆທີ່ມີຮ່ວມກັນ ກັບ ບັນດາຄູ່ຮ່ວມມືໃນພາກພື້ນ, ເຊັ່ນ ຜ່ານການຮ່ວມມືສາມຝ່າຍ ກັບ ສສ ຫວຽດນາມ. ອົດສະຕຣາລີ ມີຄວາມຍິນດີໃນການເຮັດວຽກກັບ ສປປ ລາວ ແລະ ສສ ຫວຽດນາມ ໃນການຈັດທັດສະນະສຶກສາໂດຍມີພະນັກງານຈາກ ສປປ ລາວ ແລະຈາກ ສສ ຫວຽດນາມ ເພື່ອໄປແລກປ່ຽນບົດຮຽນຢູ່ອົດສະຕຣາລີ ໂດຍສະເພາະດ້ານການດຶງດູດການລົງທຶນທີ່ມີຄຸນນະພາບສູງຈາກ ຕ່າງປະເທດ.

ພະນະທ່ານ ນາງ ເພັນນີ ຍັງໄດ້ພົບປະກັບອະດີດນັກສຶກສາອົດສະຕຣາລີ ທີ່ປັດຈຸບັນເປັນຜູ້ນຳໃນຂະແໜງເສດຖະກິດ ໃນພາກເອກະຊົນ ແລະ ໄດ້ໂອ້ລົມກ່ຽວກັບ ຫົນທາງຕ່າງໆ ທີ່ສາມາດສ້າງອະນາຄົດ ຮ່ວມກັນກັບ ສປປ ລາວ. ອະດີດນັກສຶກສາອົດສະຕຣາລີ ໄດ້ມີສ່ວນຮ່ວມສຳຄັນຫຼາຍດ້ານ ໃນ ສປປ ລາວ, ພະນະທ່ານ ສະເຫຼີມໄຊ ກົມມະສິດ, ຮອງລັດຖະມົນຕີ ແລະ ລັດຖະມົນຕີກະຊວງຕ່າງປະເທດ ແຫ່ງ ສປປ ລາວ ກໍ່ແມ່ນໜຶ່ງໃນອະດີດນັກສຶກສາອົດສະຕຣາລີ ເຊັ່ນກັນ. ອົດສະຕຣາລີ ມີຄວາມພາກພູມໃຈໃນປະຫວັດສາດທີ່ສອງປະເທດມີຮ່ວມກັນ ແລະ ມີຄວາມຍິນດີ ໃນການສືບຕໍ່ສ້າງຄວາມເຂັ້ມແຂງໃນສາຍພົວພັນລະຫວ່າງຄົນ-ກັບ-ຄົນ.

ພະນະທ່ານ ນາງ ເພັນນີ ວອງ ພົບປະ ແລະ ໂອ້ລົມກັບ ອະດີດນັກສຶກສາທີ່ເຄີຍສຶກສາຢູ່ ອົດສະຕຣາລີ

ການສະໜັບສະໜູນ ຂອງ ອົດສະຕຣາລີ ໃນຂະແໜງສຶກສາ ໃຫ້ແກ່ ສປປ ລາວ ໄດ້ສະແດງອອກໃນໄລຍະການຢ້ຽມຢາມ ໂຮງຮຽນປະຖົມ ທີ່ ນະຄອນຫຼວງວຽງຈັນ. ພະນະທ່ານ ນາງ ເພັນນີ ໄດ້ພົບປະກັບ ພະນະທ່ານ ນາງ ດຣ ສີສຸກ ວົງວິຈິດ, ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ແລະ ບັນດາ ຄູອາຈານ ແລະ ນ້ອງນັກຮຽນ. ການສະໜັບສະໜູນຂອງ ອົດສະຕຣາລີ ໃນໂຄງການຫຼັກສູດການສຶກສາໃນລະດັບປະຖົມ ຈະເປັນການເພີ່ມໂອກາດ ໃຫ້ແກ່ຄົນຮຸ່ນໃໝ່, ເຊິ່ງເປັນການເພີ່ມລະດັບການສຶກສາໃຫ້ແກ່ແຮງງານໃນອະນາຄົດຂອງ ສປປ ລາວ.

ພະນະທ່ານ ນາງ ເພັນນີ ວອງ ເຂົາຮ່ວມໃນຫ້ອງຮຽນວິທະຍາສາດກັບ ນ້ອງໆນັກຮຽນ ຢູ່ ໂຮງຮຽນປະຖົມນາໄຮ່ດຽວ

ນອກຈາກ ທຶນຊ່ວຍເຫຼືອ ຈຳນວນ 25,2 ລ້ານໂດລາ ທີ່ ອົດສະຕຣາລີ ສະໜັບສະໜູນໃນທີ່ຜ່ານມາ, ພະນະທ່ານ ນາງ ເພັນນີ ຍັງໄດ້ປະກາດ ໃຫ້ທຶນຊ່ວຍເຫຼືອເພີ່ມຕື່ມ ທາງດ້ານການແຈກຢາຍວັກຊີນກັນພະຍາດໂຄວິດ-19 ແລະ ວັກຊີນທົ່ວໄປສຳລັບເດັກນ້ອຍ ແລະ ແມ່ຍິງ, ລວມທັງຜ່ານການຮ່ວມມືລະດັບຊາດ ກັບ ອົງການອະນາໄມໂລກ ແລະ ກະຊວງສາທາລະນະສຸກ.

ພະນະທ່ານ ນາງ ເພັນນີ ໄດ້ເນັ້ນຢ້ຳ ເຖິງ ຄຳໝັ້ນສັນຍາຂອງ ອົດສະຕຣາລີ ໃນການສະໜັບສະໜູນ ສປປ ລາວ ປະສົບຜົນສຳເລັດໃນການເປັນປະທານອາຊຽນ ໃນປີ 2024. ສປປ ລາວ ມີບົດບາດສຳຄັນ ປະກອບສ່ວນເຂົ້າໃນອະນາຄົດ ຂອງ ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ອົດສະຕຣາລີ ໄດ້ໃຫ້ຄຳໝັ້ນສັນຍາໃນການເຮັດວຽກຮ່ວມກັບ ສປປ ລາວ ເພື່ອສ້າງ ພາກພື້ນນີ້ ໃຫ້ເປັນພາກພື້ນທີ່ມີຄວາມໝັ້ນຄົງ, ປອດໄພ ແລະ ອຸດົມສົມບູນ, ໃຫ້ກາຍເປັນພາກພື້ນ ທີ່ ອາຊຽນ ແລະ ສະຖາບັນຕ່າງໆຂອງອາຊຽນ  ເປັນໃຈກາງ.