Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Disability Empowerment Skills Exchange (DESE) Final Project Presentation

Disability Empowerment Skills Exchange (DESE) Final Project Presentation

17 July 2017, Crowne Plaza Hotel, Vientiane

Remarks by Ambassador John Williams

 

ສະບາຍດີ ຕອນເຊົ້າທຸກທ່ານ ແລະ ຍິນດີຕ້ອນຮັບ ເພື່ອນຮ່ວມງານ ຂອງພວກເຮົາ ທີ່ເປັນ ລັດຖະບານລາວ, ອາສາສະໝັກອົດສະຕຣາລີ ແລະ ຜູ້ຮ່ວມງານ ຂອງເຂົາເຈົ້າ ຈາກອົງການຂອງຄົນພິການ ລາວ.

Good morning everyone, and a special welcome to our Lao Government colleagues, our Australian volunteers, and their partners from Lao Disabled People’s Organisations.

ຂ້າພະເຈົ້າ ມີຄວາມຍິນດີຫຼາຍໃນມື້ນີ້ ທີ່ມີໂອກາດ ມາສະແດງການສະໜັບສະໜູນ ການພັດທະນາແບບຮອບດ້ານໃນ ສປປ ລາວ ແລະ ມາຮັບຮູ້ວຽກງານອັນດີເດັ່ນ ຂອງກຸ່ມອາສາສະໝັກ ໃນການມາຊ່ວຍໃຫ້ໂອກາດ ການພັດທະນາແບບຮອບດ້ານ ເປັນຄວາມຈີ່ງ ຢູ່ລາວ.

I am delighted to have an opportunity today to show our support for inclusive development here in Laos, and to acknowledge the fantastic work of this team of volunteers in helping to make inclusive opportunities a reality here.

ພວກເຮົາຫຼາຍຄົນ ບໍ່ຕ້ອງໄດ້ຄິດຫຼາຍ ກ່ຽວກັບການຈະອອກຈາກບ້ານແຕ່ລະເທື່ອ - ເຮົາບໍ່ມີຄວາມກັງວົນ ວ່າເຮົາຈະສາມາດ ຂັບລົດໄປເຮັດວຽກແບບມີໜັງສືຖຶກຕ້ອງຕາມກົດໜາຍ ຫຼື ບໍ່, ການເຂົ້າ-ອອກ ອາຄານ, ການເຂົ້າ-ອອກ ຫ້ອງນ້ຳ ຫຼຶ ການໄປຮ່ວມງານກິລາສັງສັ້ນ ກັບເພື່ອນຮ່ວມງານ ຫຼັງເລີກວຽກ.

Most of us don’t have to think twice about leaving the house – we don’t have to be worried about whether we will be able to legally drive to work, be able to get into the building, use a bathroom, or join our colleagues for sport after work.

ແຕ່ວ່າຫຼາຍກວ່າ 100,000(ໜຶ່ງແສນ) ຄົນ ໃນລາວ ທຸກໆມື້ ເລື່ອງເຫຼົ່ານີ້ແມ່ນຄວາມກັງວົນຂອງເຂົາເຈົ້າ.

But for over 100,000 people in Laos, these concerns are an everyday reality.

ພວກເຮົາຫວັງວ່າ ໃນການມາເຮັດວຽກ ຂອງ Chris, Leone, Shelley ແລະ Nikki ຢູ່ລາວ ໄດ້ຊ່ວຍໃຫ້ຫຼາຍຄົນເຫັນ ເຖິ່ງອຸປະສັກ ທີ່ຄົນມີຄວາມພິການຕ້ອງປະເຊີນ ໃນການມີສ່ວນຮ່ວມໃນສັງຄົມ - ໃນຄະນະທີ ເຂົາເຈົ້າກຳລັງຊ່ວຍອົງການ ທີ່ພະຍາຍາມຫຼຸດຜ່ອນອຸປະສັກ ເຫຼົ່ານີ້.

We hope bringing Chris, Leone, Shelley, and Nikki to Laos has helped open people’s eyes to the kinds of barriers people with a disability face to participate fully in society – as they have been supporting the organisations trying to remove those barriers.

ໃນເວລາ 3-4 ອາທິດ ທີມງານ ແລກປ່ຽນ ຄວາມສາມາດ ໃນການເສີມສ້າງຄວາມເຂັ້ມແຂງ ໃຫ້ຄົນພິການ (ຫຼື ທີມງານ DESE) ໄດ້ເຮັດວຽກຢ່າງຂ້ຽວເຂັນ ກັບຫຼາຍ ອົງການ.

In just a few short weeks, the Disability Empowerment Skills Exchange team has been working intensively with a range of partners.

ເຂົາເຈົ້າໄດ້ຊ່ວຍ ເລື່ອງວຽກງານພັດທະນາຄວາມສາມາດ ແລະ ໂອກາດໃນການຈ້າງງານ ໃຫ້ແກ່ພະນັກງານ ຂອງ ສູນພັດທະນາແມ່ຍິງພິການລາວ.

They have been supporting capacity development and employment opportunities for staff the Lao Disabled Women’s Development Centre.

ທີມງານ DESE ໄດ້ຊ່ວຍ ສະມາຄົມຄົນພິການລາວ ໃນການສ້າງແຜນງານຍຸດທະສາດ ຂອງສະມາຄົມ.

Our team have been helping the Lao Disabled Peoples Association develop their business strategy.

ແລະ ເຂົາເຈົ້າຍັງໄດ້ເຝິກຊ້ອມ ບານບ້ວງຄົນພິການ ທີມຊາດລາວ ເພື່ອຊ່ວຍໃຫ້ເຂົາເຈົ້າ ຊະນະຫຼຽນຄຳ ໃນ ກິລາ ຄົນພິການ ASEAN ທີ່ Malaysia ໃນເດືອນ ກັນຍານີ້.

And they have been coaching Laos’ Wheelchair Basketball team to help them win gold in the ASEAN Para Games in Malaysia this September.

ໃນມື້ນີ້ ພວກເຮົາຈະໄດ້ຮັບຟັງຜົນສຳເລັດ ຈາກການປະຕິບັດວຽກງານຂອງເຂົາເຈົ້າ - ຜົນສຳເລັດ ເຊິ່ງ ພວກເຮົາຫວັງວ່າ ຈະເປັນພ່ຽງແຕ່ຈຸດເລີ່ມຕົ້ນ.

Today we will hear more about these achievements – achievements which, we hope, are just the beginning.

ລັດຖະບານອົດສະລີ ຄືກັນກັບ ຄູ່ຮ່ວມມື ຢູ່ໃນລາວ ທີ່ມີຄວາມຕັ້ງໃຈ ໃນການເຮັດວຽກ ພັດທະນາແບບຮອບດ້ານ ເຊິ່ງໃຫ້ຜູ້ມີຄວາມພິການມີສ່ວນຮ່ວມ ເພື່ອໃຫ້ໜັ້ນໃຈວ່າບໍ່ມີໃຜຖຶກປະໄວ້ທາງຫຼັງ.

The Australian Government is, like our partners here in Laos, committed to an inclusive development agenda that takes account of people with disability, to ensure no-one is left behind. 

ພວກເຮົາມີຄວາມພະຍາຍາມສູງ ໃນການປະຕິບັດນະໂນບາຍນີ້ ເຂົາໃນໂຄງການຊ່ວຍເຫຼືອ ຢູ່ ສປປ ລາວ - ໂດຍການສົ່ງເສີມ ການສຶກສາແບບຮອບດ້ານ, ການເຂົ້າເຖິງທຶນການສຶກສາ  ແລະ ການຝຶກອົບຮົມ ພາສາອັງກິດ ແບບມີເປົ້າໝາຍ.

We strive to implement this through our aid program in Laos – by promoting inclusive education, accessibility to scholarships, and targeted English language training.

ແລະ ຍັງມີການໃຫ້ການຊ່ວຍເຫຼືອ ແກ່ອົງການຂອງຄົນພິການ ຜ່ານກອງທືນຂະໜາດນ້ອຍ ແລະ ຜ່ານອາສາສະໜັກ ຂອງພວກເຮົາ.

And through our support for Disabled People’s Organisations through our small grants program (called DAP) and our volunteers.

ຂ້າພະເຈົ້າ ຂໍໃຊ້ໂອກາດນີ້ ເພື່ອຂອບໃຈ ທີມ DESE ໃນການປະຕິບັດຄວາມຕັ້ງໃຈນີ້.  

I would like to take this opportunity to thank the DESE team for helping us deliver on these commitments.

ພວກເຮົາຫວັງວ່າ ທາງທີມງານໄດ້ມ່ວນກັບການເຮັດວຽກ ຢູ່ລາວ ແລະ ມີຄວາມພາກພູມໃຈ ທີ່ໄດ້ມາຮັບໜ້າທີ່ນີ້ ເຊິ່ງ ຂ້າພະເຈົ້າ ຮູ້ວ່າ ແມ່ນຄວາມຮູ້ສຶກຂອງ ຜູ້ຮ່ວມເຮັດວຽກຂອງທ່ານ.

We hope you have enjoyed your time in Laos, and found your placements just as rewarding as I know they have been for your partners. 

ສະແດງຄວາມຍິງດີ ຕໍ່ທຸກທ່ານ ສຳລັບວຽກງານ ທີ່ທ່ານໄດ້ສຳເລັດ. ພວກເຮົາຫວັງວ່າຈະໄດ້ທ່ານມາເຮັດວຽກນຳອີກ.

Congratulations on all you have achieved.  We would love to have you back again.

ຂໍຂອບໃຈ ທຸກທ່ານທີ່ມາຮ່ວມງານໃນເຊົ້ານິີ້ ເພື່ອການສະໜັບສະໜູນ ການພັດທະນາແບບຮອບດ້ານ.

Thank you all for joining us this morning in support of inclusive development.