Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Award Ceremony for Australian Government Lao Disabled Women’s Development Centre

Award Ceremony for Australian Government

Lao Disabled Women’s Development Centre

19 July 2017, Vientiane

Remarks by Ambassador John Williams

ຮຽນ ທ່ານ ນາງ ຈັນເພັງ, ເພື່ອນຮ່ວມງານຂອງຂ້າພະເຈົ້າ ທ່ານ Lachlan Strachan ແລະ ຄະນະນະຜູ້ແທນດ້ານສິດທິມະນຸດຂອງອົດສະຕຣາລີ, ຮຽນທ່ານ ສີສະຫວາດ ກົມພົນ, ຮອງຫົວໜ້າກົມນະໂຍບາຍ, ກະຊວງແຮງງານ ແລະສະຫວັດດີການສັງຄົມ, ພະນັກງານ, ອາສາສະໜັກຂອງສູນ, ທ່ານຍິງ ແລະ ທ່ານຊາຍ.

Madame Chanpeng, my colleague Lachlan Strachan and members of Australia’s human rights delegation, Mr Sisavath Khomphone, DDG from the Ministry of Labour and Social Welfare, Centre staff and trainees, ladies and gentlemen.

ມື້ນີ້ ຕາງໜ້າໃຫ້ລັດຖະບານ ອົດສະຕຣາລີ, ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ຮັບໃບຍ້ອງຍໍ ພິເສດ ນີ້

It is an honour to receive this special award today, on behalf of the Australian Government.

ແລະຕາງໜ້າໃຫ້ ພະນັກງານຂອງສະຖານທູດທຸກຄົນ ທີ່ມີຄວາມຕັ້ງໃຈ ຢາກພັດທະນາ ການມີສ່ວນຮ່ວມ ແບບຮອບດ້ານ ທັງເສດຖະກິດ ແລະສັງຄົມ.

And on behalf of several generations of Australian Embassy staff who have shared a commitment to inclusive socio-economic development.

ຂໍສະແດງຄວາມ ຂອບໃຈ ມາຍັງ ມາດາມ ຈັນເພັງ ແລະ ທີມງານທຸກຄົນ ຂອງສູນ ແຫ່ງນີ້, ສຳລັບ ການສະເໜີ ຂໍໃບຍ້ອງຍໍ ພິເສດ ແລະ ຈັດພິທີ ມອບຮັບ ໃນມື້ນີ້.

Thanks to Madam Chanpeng and her outstanding team here at the Lao Disabled Women’s Development Centre, for conferring this special award, and for hosting our visit today.

ມື້ວານນີ້, ໃນການສົນທະນາ ສອງຝ່າຍ, ທ່ານ Lachlan ໄດ້ມີຄຳເຫັນ ຫຼາຍດ້ານ ຕໍ່ບັນຫາ ຂອງຄົນພິການ ໃນລາວ, ເພື່ອໃຫ້ມີ ການຊີ້ນຳ ຈາກພາກລັດ ຈະສາມາດ ລຸດຜ່ອນ ສິ່ງກີດຂວາງຕ່າງໆໄດ້, ແລະຈະເຮັດໃຫ້ ຄົນໃນສັງຄົມ ປ່ຽນພຶດຕິກຳ ທີ່ມີຕໍ່ ຄົນພິການ ໄດ້.  

Yesterday, in our dialogue with Laos, Lachlan raised a number of issues affecting people with a disability in Laos, where government leadership can help break down barriers, and change attitudes towards people with a disability.

ຂ້າພະເຈົ້າ ຮູ້ສຶກພູມໃຈ ທີ່ມື້ນີ້ ທ່ານ Lachlan ພະນັກງານຈາກ ກະຊວງການຕ່າງປະເທດ ອົດສະຕຣາລີ, ມີໂອກາດ ໄດ້ມາເຫັນ ວຽກງານດີເດັ່ນ ຕົວຈິງ ບາງສ່ວນ ຂອງສູນແຫ່ງນີ້ ເພື່ອສົ່ງເສີມ ໂອກາດດ້ານຕ່າງໆ ໃຫ້ແມ່ຍິງພິການ.

I’m delighted today Lachlan, and our other colleagues from Canberra, have a chance to see, first hand, some of the outstanding work taking place here to promote opportunities for women with a disability.

ແລະຈະມີໂອກາດ ໄດ້ຊື້ຜະລິດຕະພັນ ທີ່ມີຄຸນນະພາບ ຈາກສູນແຫ່ງນີ້ ເປັນຂອງຕ້ອນກັບບ້ານ.

And a chance to purchase some quality handicrafts as gifts for friends and family back home. 

ການພັດທະນາ ການມີສ່ວນຮ່ວມຮອບດ້ານ ຂອງຄວາມພິການ ຖືເປັນບູລິມະສິດ ສຳລັບ ລັດຖະບານອົດສະຕຣາລີ ຢູ່ໃນ ສປປ ລາວ ແລະ ທົ່ວໂລກ.

Disability inclusive development is a priority for Australia in Laos, and globally.

ນະໂຍບາຍນີ້ ເປັນສ່ວນໜຶ່ງຂອງ ຍຸດທະສາດ ການພັດທະນາ ເພື່ອທຸກຄົນ, ອົດສະຕຣາລີ ພະຍາຍາມ ເຮັດໃຫ້ທຸກໂຄງການຊ່ວຍເຫຼືອ ເພື່ອການພັດທະນາ ພິຈາລະນາຄວາມຈຳເປັນ, ສ້າງໂອກາດ, ໃຫ້ຄົນພິການ ທຸກຄົນ.

As part of our Development for All Strategy, Australia tries to ensure all our aid programs consider the needs of, and create opportunities for, people with a disability.

ວຽກງານ ດ້ານນີ້, ໂດຍສະເພາະ ຢູ່ສູນແຫ່ງນີ້, ແມ່ນຄວາມປະທັບໃຈ ຈາກ ແຮງຈູງໃຈຂອງຄວາມຜູກພັນ ໃນ ຄຳສັນຍາ ຂອງບຸກຄົນ ຢູ່ໃນ ອົດສະຕຣາລີ ເຖິງ ປະເທດລາວ.

Our work in this field, and with this Centre, has been rewarding in the way it has connected inspiring, committed individuals from Australia and Laos.

ຢ່າງໜ້ອຍມີ ອາສາສະໝັກ ອົດສະຕຣາລີ 10 ຄົນ ເຄີຍມາເຮັດວຽກ ຢູ່ສູນແຫ່ງນີ້ ຕະຫຼອດໄລຍະ ທົດສະວັດຜ່ານມາ.

At least 10 Australian volunteers have worked with the Centre over the past decade.

ທຸກຄົນ ໄດ້ສົ່ງຕໍ່ຄວາມຮູ້ ທີ່ເປັນປະໂຫຍດ ເພື່ອສ້າງຄວາມເຂັ້ມແຂງໃຫ້ສູນ. ແຕ່ທຸກຄົນ ກັບຄືນອົດສະຕຣາລີ ໂດຍມີ ມິດຕະພາບ, ຄວາມເຂົ້າໃຈໃໝ່ ແລະ ຫົວໃຈ ທີ່ເຕັມປ່ຽມດ້ວຍຄວາມຮັກ ຍ້ອນ ຄວາມດີ ແລະ ຄວາມງາມ ຂອງຄົນລາວ.

Volunteers able to pass on useful knowledge to strengthen the work of the Centre.  But who have each returned to Australia with new friendships, new understanding, and hearts that beat fondly at the mention of Laos and its beautiful, resilient people.

ຂ້າພະເຈົ້າ ພາກພູມໃຈ ກັບ ສາຍພົວພັນ ລະຫວ່າງ ສອງຊາດ ແລະ ສອງອົງການ, ແລະ ເຊື່ອໝັ້ນວ່າ ສາຍພົວພັນນີ້ ຈະສືບຕໍ່ເຂັ້ມແຂງໃນອະນາຄົດ.

I’m proud of these links between our two countries and our two organisations, and I’m confident this relationship will continue for many years to come.

ພວກຂ້າພະເຈົ້າ ທຸກຄົນ ຈະຍົກລາງວັນນີ້ ໄວ້ໃນໃຈ, ເຊັ່ນກັບ ຍາມໃດກໍ່ມີ ມາດາມ ຈັນເພັງ ແລະ ທີມງານທຸກຄົນ ຢູ່ໃນໃຈ ເຊັ່ນກັນ.

We will hold this special award close to our hearts, as we do Madame Chanpen and all her colleagues here.

ຂ້າພະເຈົ້າ ຮູ້ວ່າ ນີ້ແມ່ນ ລາງວັນພິເສດ, ແລະດີໃຈ ທີ່ໄດ້ເຮັດວຽກ ກັບ ແມ່ຍິງລາວ ທີ່ມີແຮງ ຈູງໃຈສູງ ຄື ມາດາມ ຈັນເພັງ, ຜູ້ທີ່ ຍາມໃດກໍ່ສົ່ງເສີມໂອກາດ ແລະ ລົບລ້າງສິ່ງກີດຂວາງທັງໝົດ.

It is a privilege to know, and to be able to work with inspiring Lao women like you, working to promote opportunities, and to shatter stereotypes.

ອີກເທື່ອໜຶ່ງ ຂໍຂອບໃຈ ແລະ ອວຍພອນໃຫ້ທຸກຄົນປະສົບຜົນສຳເລັດ ໃນອະນາຄົດ ທຸກປະການ.

Thank you again, and wishing you every success for the future.