ອົດສະຕຣາລີເປີດໂຕໂຄງການ 5 ປີ ເພື່ອສຶກສາ
ປະເມີນປະສິດທິຜົນ ຂອງທາງຜ່ານປາຢູ່ໃນລາວ
ນະຄອນຫລວງວຽງຈັນ (01 ເມສາ 2016) - ອົດສະຕຣາລີໄດ້ເປີດໂຕໂຄງການ 5 ປີ ເພື່ອສຶກສາການປ່ຽນແປງດ້ານຊີວະ-ນິເວດ, ເສດຖະກິດ-ສັງຄົມ ແລະ ຊຸມຊົນ ຢູ່ເຂດທີ່ມີທາງຜ່ານປາໃນລາວ. ໂຄງການນີ້ແມ່ນໜຶ່ງໃນໂຄງການໃຫຍ່ດ້ານການປະມົງນັບຕັ້ງແຕ່ ສູນຄົ້ນຄົ້ວາກະສິກຳສາກົນອົດສະຕຼາລີ ຫລື ສູນ ACIAR ໄດ້ເລີ່ມເຮັດໂຄງການຄົ້ນຄົ້ວາຄັ້ງທຳອິດກ່ຽວກັບພັນປາພື້ນເມືອງຂອງລາວໃນປີ 1997. ໂຄງການນີ້ຍັງເປັນໂຄງການທີ 5 ພາຍໃນ 8 ປີ ເພື່ອສຸມໃສ່ການນຳໃຊ້ທາງຜ່ານປາເຂົ້າໃນການເສີມຂະຫຍາຍຜົນຜະລິດຂອງປາໃນເຂດທີ່ມີສິ່ງກີດຂວາງທີ່ເປັນອຸປະສັກຕໍ່ກັບການເຄື່ອນຍ້າຍຂອງປາ.
ທ່ານ ຄຳຜິວ ພິມມະທັດ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວວບໍລິຄໍາໄຊ ໄດ້ກ່າວວ່າການພັດທະນາພື້ນຖານໂຄ່ງລ່າງ ໂດຍສະເພາະແມ່ນ ຖະໜົນຫົນທາງ ແລະ ລະບົບຊົນລະປະທານຢູ່ໃນລາວ ໄດ້ເກີດຂຶ້ນຢ່າງຫລວງຫລາຍໃນຊຸມປີຜ່ານມາ. ທ່ານຍັງໄດ້ກ່າວໃນກອງປະຊູມ ລິເລີ່ມ ໂຄງການທີ່ເມືອງປາກຊັນ ໃນ ວັນສຸກທີ 01 ເມສາ 2016 ວ່າ “ບັນດາພື້ນຖານໂຄ່ງລ່າງເຫລົ່ານີ້ຈະສ້າງຜົນປະໂຫຍດໃຫ້ກັບຂະແໜງກະສິກຳ ແຕ່ ອາດຈະສົ່ງຜົນກະທົບຕໍ່ກັບການເຄື່ອນຍ້າຍຂອງປາ ເຊິ່ງອາດຈະເຮັດໃຫ້ປະຊາກອນປາໃນເຂດດິນທາມນັ້ນຫຼຸດລົງ”.
“ການສ້າງທາງຜ່ານປາທີ່ເໝາະສົມຈະເຮັດໃຫ້ປາສາມາດເຄື່ອນຍ້າຍ ແລະ ທັງເປັນການພັດທະນາແບບຍືນຍົງນຳອີກ” ທ່ານ ຄຳຜິວ ໄດ້ກ່າວໃນກອງ ປະຊຸມ ເຊິ່ງທ່ານເອງກໍສັງເກດເຫັນໄດ້ວ່າຫລາຍປະເທດໄດ້ມີການພັດທະນາທາງຜ່ານປາເຊັ່ນດຽວກັນ. “ຄວາມຕ້ອງການທາງດ້ານອາຫານ, ນໍ້າ ແລະ ການຜະລິດພະລັງງານນັ້ນແມ່ນສາມາດເປັນໄປໄດ້ ຖ້າຫາກມີການອອກແບບຢ່າງຖືກຕ້ອງ ແລະ ເໝາະສົມ”.
“ທາງຜ່ານປາຢູ່ໃນລາວຖືວ່າເປັນວິທະຍາສາດທີ່ເກີດຂຶ້ນໃໝ່ ແລະ ມັນກໍມີຄວາມສຳຄັນທີ່ຈະຕ້ອງໄດ້ມີການອອກແບບທີ່ອີງໃສ່ຂໍ້ມູນ ກ່ຽວກັບຊະນິດ ພັນປາໃນແມ່ນໍ້າຂອງ”. ສປປ ລາວ ກໍາລັງມີການພັດທະນາຊັບພະຍາກອນນໍ້າຢ່າງໄວວາ, ສະນັ້ນ ການສຶກສາການນຳໃຊ້ທາງຜ່ານປາໃນ ລາວ ຈິ່ງມີຄວາມຈຳເປັນ ໂດຍສະເພາະການນຳເອົາຜົນໄດ້ຮັບຂອງ ທາງຜ່ານປານັ້ນເຂົ້າລວມຢູ່ໃນນະໂຍບາຍດ້ານຊົນລະປະທານ ແລະ ການພັດທະນາ.
ທ່ານ ຈອນ ວິວລຽມສ໌ ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປ ລາວ ໄດ້ກ່າວໃນກອງປະຊຸມວ່າ “ລັດຖະບານອົດສະຕຣາລີ ພູມໃຈຫລາຍທີ່ໄດ້ສະ ໜັບສະໜູນວຽກງານສຳຄັນນີ້ ໂດຍຜ່ານ ສູນ ACIAR ທີ່ໄດ້ນໍາໃຊ້ປະສົບການຫລາຍກ່ວາ 20 ປີ ທີ່ພວກເຮົາມີ ຈາກອ່າງນໍ້າ ເມີເລ-ດາລິງ (Murray Darling) ໃນປະເທດອົດສະຕຣາລີ ເຂົ້າໃນວຽກງານນີ້”. ທ່ານຍັງໄດ້ກ່າວວ່າ ການນຳໃຊ້ເຕັກໂນໂລຊີທາງຜ່ານປາທີ່ມີປະສິດຕິພາບທີ່ເຮັດ ໃຫ້ປາສາມາດ ກັບມາບ່ອນດິນທາມ ຄືນໄດ້ນັ້ນ ມັນເປັນຄວາມພະຍາຍາມທີ່ສຳຄັນຫລາຍ ໄປຄຽງຄູກັບການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປະຈຸບັນ.
ຄວາມເປັນມາຂອງໂຄງການ
ໂຄງການທຳອິດຈາກ ສູນ ACIARແຕ່ປີ 2008 ຫາ 2009 ແມ່ນສຸມໃສ່ພັດທະນາບັນດາມາດຖານຂອງທາງຜ່ານ ປາສຳລັບຊະນິດປາຕ່າງໆຢູ່ ໃນບັນດາແຂວງພາກກາງຂອງລາວ. ຕໍ່ມາໄດ້ມີໂຄງການທີສອງ ແຕ່ປິ 2010 ຫາ 2015 ເພື່ອພັດທະນາເຕັກໂນໂລຊີທາງຜ່ານປາ ເພື່ອຍົກສູງຜົນຜະລິດຂອງປາໃນເຂດລຸ່ມອ່າງແມ່ນໍ້າຂອງ ແລະ ອ່າງແມ່ນໍ້າ ເມີເລ-ດາລິງ ໃນປະເທດອົດສະຕຣາລີ. ໃນຊ່ວງໄລຍະຂອງໂຄງການທີ 2 ນີ້ ພວກເຮົາກໍໄດ້ຊອກຮູ້ວ່າມີສິ່ງກີດຂວາງຫລາຍກ່ວາ 8000ແຫ່ງທີ່ເປັນອຸ ປະສັກຕໍ່ ກັບການ ເຄື່ອນຍ້າຍຂອງປາ ໃນອ່າງໂຕ່ງ 3 ແຫ່ງຂອງແມ່ຂອງ ເຊິ່ງມີ: ເຊບັ້ງຫຽງ, ເຊຈຳພອນ ແລະ ນໍ້າງຶມ.
ໂຄງການທີ 3 ແຕ່ປີ 2012 ຫາ 2013 ແມ່ນເປັນໂຄງການທົດລອງເພື່ອພັດທະນາມາດຖານການອອກແບບໃຫ້ກັບ ຊົນລະປະທານທີິ່ເປັນມິດຕໍ່ກັບປາ ແລະ ໂຄງການໄຟຟ້ານໍ້າຕົກຂະໜາດນ້ອຍ ໃນ 2 ອ່າງນໍ້າ. ໂຄງການທີ 4 ເຊິ່ງລິເລີ່ມໃນປີ 2014 ແລະ ຈະສິ້ນສຸດໃນປີ 2018 ໄດ້ເລັ່ງໃສ່ປັບປຸງການ ອອກແບບຂອງ ພື້ນຖານໂຄງລ່າງດ້ານຊົນລະປະທານ.
ເຖິງແມ່ນວ່າບັນດາໂຄງການທີ່ເວົ້າມານີ້ຈະໄດ້ສະແດງໃຫ້ເຫັນວ່າ ທາງຜ່ານປານັ້ນແມ່ນມີປະສິດທິຜົນສຳລັບຊະນິດປາຕ່າງໃນແມ່ນໍ້າຂອງ ກໍ່ຕາມ, ການຂະຫຍາຍກອບໜ້າວຽກເພື່ອວັດແທກ ແລະ ສະແດງໃຫ້ເຫັນເຖິງຜົນກະທົບຂອງທາງຜ່ານປານັ້ນແມ່ນເປັນອີກສິ່ງໜຶ່ງທີ່ຍັງຕ້ອງໄດ້ເຮັດ. ສະນັ້ນ ສູນ ACIAR ຈິ່ງໄດ້ມອບໝາຍໃຫ້ ສະຖາບັນຄົ້ນຄົ້ວາດິນ, ນໍ້າ ແລະ ສັງຄົມຂອງມະຫາວິທະຍາໄລຊາວສະຕ໌ວດ ຈາກປະເທດອົດສະຕຣາລີ ຈັດຕັ້ງປະຕິບັດໂຄງການໃໝ່ນີ້ແຕ່ປີ 2016 ຫາ 2020 ເຊິ່ງຈະສຸມໃສ່ເຮັດໃຫ້ການນຳໃຊ້ເຕັກໂນໂລຊີທາງຜ່ານປານັ້ນງ່າຍດາຍ ຂຶ້ນກ່ວາເກົ່າເພື່ອ ເປັນການ ຟື້ນຟູຜົນຜະລິດປາທີ່ລຸດລົງ.
ຈຸດປະສົງຂອງໂຄງການໃໝ່
ໂຄງການໃໝ່ນີ້ແມ່ນຈະໄດ້ເລັ່ງໃສ່ປະເມີນປະລິມານປາໃນເຂດດິນທ່າມຕາມລະດູການ ແລະ ວັດແທກວ່າຈຳນວນປານັ້ນໄດ້ເພີ່ມຂຶ້ນຫລືບໍ່ໃນແຕ່ລະປີ ໃນເຂດທີ່ມີການກໍ່ສ້າງທາງຜ່ານປາ. ໂຄງການໃໝ່ນີ້ຍັງຈະໄດ້ສຶກສາປະເມີນທາງເສດຖະກິດ ແລະ ສັງຄົມ ກ່ຽວກັບບັນດາທາງເລືອກສຳ ລັບ ການສ້າງ ທາງ ຜ່ານປາໃນບ່ອນທີ່ມີສິ່ງກີດຂວາງໃນແມ່ນໍ້າ ແລະ ສົ່ງເສີມການຮັບເອົາຜົນໄດ້ຮັບຂອງໂຄງການໃນວົງກ້ວາງ.
ດຣ ຄຼິສ ບາໂລ, ຜຸ້ຈັດການຄົ້ນຄົ້ວາດ້ານການປະມົງຂອງ ສູນ ACIAR ໄດ້ກ່າວ ວ່າ “ພວກເຮົາຢາກເຫັນຜູ້ໃຫ້ທຶນອື່ນໆ ໄດ້ປະກອບສ່ວນເຂົ້າໃນຜົນໄດ້ຮັບ ອັນນີ້ໂດຍການສ້າງທາງຜ່ານປາໃຫ້ຫລາຍຂຶ້ນ”. ດຣ ບາໂລ ເຊິ່ງເປັນອະດີດຜູ້ຈັດການແຜນງານການປະມົງຂອງອົງການແມ່ນໍ້າຂອງ ຍັງໄດ້ກ່າວອີກວ່າ ສູນ ACIAR ເອງຫວັງວ່າຜົນໄດ້ຮັບເຫລົ່ານີ້ຈະໄດ້ຖືກນຳເອົາໄປໃຊ້ໂດຍປະເທດອື່ນໆ ໃນຂົງເຂດນີ້.
ດຣ ບາໂລ ໄດ້ອະທິບາຍວ່າໂຄງການໃໝ່ນີ້ ເປັນສ່ວນໜຶ່ງຂອງ ການຄົ້ນຄົ້ວາເຊີງຍຸດທະສາດຂອງ ສູນ ACIAR ເຊິ່ງອາດຈະໃຊ້ເວລາຫລາຍກ່ວາ 5 ປິ ເພື່ອໃຫ້ຜົນປະໂຫຍດຂອງມັນປະກົດຜົນເປັນຈິງ, ເຊິ່ງແຕກຕ່າງຈາກການຄົ້ນຄົ້ວາແບບນຳໃຊ້ ທີ່ສຸມໃສ່ປັບປຸງຊີວິດການເປັນຢູ່ ແລະ ຄວາມໝັ້ນ ຄົງທາງດ້ານລາຍຮັບ ໃຫ້ເຫັນຜົນພາຍໃນເວລາໜ້ອຍກ່ວາ 5 ປີ.
ບັນດານັກວິທະຍາສາດທີ່ເປັນຄູ່ຮ່ວມງານ
ຜູ້ນຳພາໂຄງການໃໝ່ນີ້ແມ່ນ ດຣ ລີ ບວມກາດເນີ້, ຮອງສາດສະດາຈານ ຈາກມະຫາວິທະຍາໄລ ຊາວສະຕ໌ວດ ທີ່ຢູ່ໃນເມືອງ ບາດເຮີສ ຂອງລັດນິວ ເຊົ້າເວວ ປະເທດອົດສະຕຣາລີ. ຄູ່ຮ່ວມງານຝ່າຍອົດສະຕຼາລີ ແມ່ນ ດຣ ເບທານີ ຄູເປີ້ ເຊິ່ງເປັນນັກເສດຖະສາດ ຈາກມະຫາວິທະ ຍາໄລເຊົ້າອົດສະຕຣາລີ
ນັກວິທະຍາສາດ 2 ທ່ານ ທີ່ເປັນຄູ່ຮ່ວມງານຈາກລາວ ມີ ດຣ ອຸດົມ ພອນຄຳເພັງ, ຄະນະບໍດີຂອງຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ, ແລະ ທ່ານ ດວງຄຳ ສິງຫານຸວົງ, ຮອງຫົວໜ້າສູນຄົ້ນຄົ້ວາການປະມົງ ທີ່ນະຄອນຫລວງວຽງຈັນ.
ຄູ່ຮວມງານອື່ນລວມມີ ບໍລິສັດບໍລິການທາງຜ່ານປາອົດສະຕຣາລີ (Australian Fish Passage Services) ເຊິ່ງເປັນບໍລິສັດທີ່ປຶກສາຈາກ ຄີນຊແລນ, ແລະ ພະແນກອຸດສາຫະກໍາຂອງລັດ ນິວເຊົ້າເວວ.
ດຣ ບາໂລ ໄດ້ເວົ້າວ່າ ໂດຍຜ່ານຄູ່ຮວມງານດ້ານການຄົ້ນຄົ້ວນີ້ “ສູນ ACIAR ຈະໄດ້ຊ່ວຍເຫລືອໃຫ້ບັນດາອົງການເຫລົ່ານີ້ສ້າງຄວາມອາດສາມາດຂອງຕົນໃນການຈັດການດ້ານການປະມົງ ແລະ ອຸດສາຫະກຳສັດນໍ້າ ເພື່ອເປັນການປັບປຸງລາຍຮັບ ແລະ ການຄໍ້າປະກັນສະບຽງອາຫານ”. ທ່ານ ຍັງໄດ້ກ່າວຕື່ມອີກວ່າ ໂຄງການໃໝ່ນີ້ ເປັນໂຄງການດ້ານການປະມົງຂອງ ສູນ ACIAR ອັນດັບທີ 14 ໃນລາວ ນັບຕັ້ງແຕ່ປີ 1997. ໃນບັນດາໂຄງການເຫລົ່ານີ້, 8 ໂຄງການແມ່ນຖືວ່າເປັນໂຄງການຂະໜາດນ້ອຍ ແລະ 2 ໂຄງການຂະໜາດກາງ. ສູນ ACIAR ຖືເອົາ 4 ໂຄງການເປັນໂຄງການໃຫຍ່ ເຊິ່ງລວມທັງໂຄງການທີິ່ໄດ້ຈັດຕັ້ງປະຕິບັດມາແຕ່ປີ 2014 ແລະ ໂຄງການໃໝ່ນີ້.
ເວບໄຊ້ໂຄງການ:
http://aciar.gov.au/project/fis/2014/041
ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:
ເປັນພາສາອັງກິດ
ດຣ ລີ ບວມກາດເນີ້
ຮອງສາດສະດາຈານ, ມະຫາວິທະຍາໄລຊາວສະຕ໌ວດ.
ເລກໂທລະສັບ: 61-427-070-056
ເປັນພາສາລາວ:
ຣສ ດຮ. ອຸດົມ ພອນຄຳເພັງ,
ຄະນະບໍດີຂອງຄະນະກະເສດສາດ, ມະຫາວິທະຍາໄລແຫ່ງຊາດ
ເລກໂທລະສັບ: 856-20-22-416-999
ທ່ານ ດວງຄຳ ສິງຫານຸວົງ,
ຮອງຫົວໜ້າສູນຄົ້ນຄົ້ວາການປະມົງ
ເລກໂທລະສັບ: 856-20-55-312-216
ສູນຄົ້ນຄົ້ວາກະສິກຳສາກົນອົດສະຕຣາລີ ຫລື ສູນ ACIAR ເປັນອົງກອນໜຶ່ງທີ່ຢູ່ພາຍໃຕ້ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕຣາລີ. ສູນນີ້ໄດ້ຖືກສ້າງຕັ້ງຂຶ້ນໃນປີ 1982, ລັດຖະບານອົດສະຕຣາລີຖືວ່າ ປະເທດອົດສະຕຣາລີ ເປັນປະເທດໜຶ່ງໃນບັນດາປະເທດອຸດສາຫະກຳ ເຊິ່ງມີິິພູມອາກາດທີ່ຫລາກຫລາຍ- ທັງໜາວເຢັນ ແລະ ອຸ່ນປານກາງ, ເຂັດຮ້ອນ ແລະ ຮ້ອນປານກາງ- ເຊິ່ງຄ້າຍຄືກັບບັນດາປະເທດທີ່ກຳລັງພັດທະນາ. ອົດສະຕຣາລີຍັງມີຄວາມອາດສາມາດທີ່ເຂັ້ມແຂງໃນການເຮັດການຄົ້ນຄົ້ວາ ແລະ ການພັດທະນາດ້ານກະສິກຳ, ເຊິ່ງສິ່ງເຫລົ່ານີ້ໄດ້ສ້າງໃຫ້ມີໂອກາດອັນດີໃນການນຳໃຊ້ການຄົ້ນຄົ້ວາດ້ານກະສິກຳເພື່ອເປັນການສ້າງປະໂຫຍດໃຫ້ກັບບັນດາປະເທດທີ່ກຳລັງພັດທະນາ.