Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ-ອົດສະຕຣາລີ ຄັ້ງທີ 8

ກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ-ອົດສະຕຣາລີ ຄັ້ງທີ 8

18 ທັນວາ 2023

ອົດສະຕຣາລີ ແລະ ສປປ ລາວ ໄດ້ຈັດກອງປະຊຸມສົນທະນາດ້ານສິດທິມະນຸດ ລະຫວ່າງ ສປປ ລາວ ແລະ ອົດສະຕຣາລີ ຄັ້ງທີ 8 ທີ່ນະຄອນຫຼວງແຄນເບີລາ ໃນວັນທີ 23 ພະຈິກ 2023 ຜ່ານມາ, ພາຍໃຕ້ການເປັນປະທານຮ່ວມ ໂດຍ ທ່ານ ພູໂຂງ ສີສຸລາດ, ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ກະຊວງການຕ່າງປະເທດ ແລະ ທ່ານ ນາງ ບຣອນທີ ມູ່ສ  (Bronte Moules), ທູດພິເສດຮັບຜິດຊອບສິດທິມະນຸດອົດສະຕຣາລີ ແລະ ໄດ້ຮັບການສະໜັບສະໜູນໂດຍ ຄະນະກຳມະທິການສິດທິມະນຸດອົດສະຕຣາລີ.

ກອງປະຊຸມດັ່ງກ່າວ ເຂົ້າຮ່ວມໂດຍຜູ້ຕາງໜ້າຈາກບັນດາກະຊວງຂະແໜງການກ່ຽວຂ້ອງ ຂອງທັງສອງຝ່າຍ ແລະ ໄດ້ມີການປຶກສາຫາລືກັນຢ່າງກົງໄປກົງມາ ກ່ຽວກັບ ຫົວຂໍ້ດ້ານສິດທິມະນຸດຕ່າງໆ, ເຊິ່ງລວມມີ: ສິດທິຂອງພົນລະເມືອງ, ສິດທາງດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ; ກົນໄກການຮ່ວມມືສາກົນ; ການຮ່ວມມືສອງຝ່າຍ ແລະ ພາກພື້ນ. ກອງປະຊຸມດັ່ງກ່າວ ໄດ້ສ້າງຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລະ ທັງເປັນການແລກປ່ຽນຄວາມຄືບໜ້າການຈັດຕັ້ງປະຕິບັດວຽກງານສິດທິມະນຸດ ແລະ ສິ່ງທ້າທາຍຂອງແຕ່ລະປະເທດ.

ສອງປະເທດໄດ້ຮັບຮູ້ວ່າ ບັນດາອົງການຈັດຕັ້ງທາງສັງຄົມ ໄດ້ປະກອບສ່ວນເຂົ້າໃນການພັດທະນາ ແລະ ປັບປຸງບັນດາສິ່ງທ້າທາຍຂອງໂຄງການຕ່າງໆ, ໃນນັ້ນມີການຜັນຂະຫຍາຍບັນດາໂຄງການຂອງຊຸມຊົນ. ອົດສະຕຣາລີ ໄດ້ຊົມເຊີຍ ສປປ ລາວ ຕໍ່ກັບບັນດາຂໍ້ລິເລີ່ມຜ່ານມາ ໃນການມີສ່ວນຮ່ວມຂອງບັນດາອົງການຈັດຕັ້ງສັງຄົມ ໃນການລາຍງານການຈັດຕັ້ງປະຕິບັດ ບັນດາສົນທິສັນຍາດ້ານສິດທິມະນຸດ ແລະ ແຜນການເຄື່ອນໄຫວເພື່ອຈັດຕັ້ງປະຕິບັດຂໍ້ສະເໜີແນະ ຂອງການທົບທວນປະຈຳໄລຍະ (UPR) ແລະ ຍັງໄດ້ຊຸກຍູ້ ໃຫ້ ສປປ ລາວ ສົ່ງເສີມການມີສ່ວນພົວພັນ ແລະ ການມີສ່ວນຮ່ວມຕື່ມອີກຂອງອົງການດັ່ງກ່າວ ລວມທັງ ໃນໄລຍະການເປັນປະທານອາຊຽນ ຂອງ ສປປ ລາວ.

ບັນດາຜູ້ເຂົ້າຮ່ວມໄດ້ປຶກສາຫາລືກ່ຽວກັບນະໂຍບາຍ ແລະ ການເຊື່ອມສານບົດບາດຍິງ-ຊາຍເຂົ້າໃນນະໂຍບາຍ. ສປປ ລາວ ໄດ້ເນັ້ນເຖິງຄວາມສຳຄັນຂອງການສົ່ງເສີມ ແມ່ຍິງ ແລະ ເດັກນ້ອຍ. ອົດສະຕຣາລີ ໄດ້ເຜີຍແຜ່ ແລະ ສະໜັບສະໜູນການປົກປ້ອງ ແລະ ການຮວມເອົາບຸກຄົນທີ່ມີຄວາມຫຼາກຫຼາຍທາງເພດ, ລວມທັງເສລີພາບໃນການໂຮມຊຸມນຸມໂດຍບໍ່ມີການຈຳແນກ.

ອົດສະຕຣາລີ ໄດ້ຍົກຫົວຂໍ້ ກໍລະນີທີ່ສົນໃຈ ແລະ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເສລີພາບ ໃນການສະແດງຄວາມຄິດເຫັນ, ເຊິ່ງຝ່າຍລາວ ໄດ້ສະໜອງຂໍ້ມູນຄວາມຄືບໜ້າ ແລະ  ໃຫ້ຄວາມກະຈ່າງແຈ້ງກ່ຽວກັບກໍລະນີທີ່ສົນໃຈ, ເປັນຕົ້ນແມ່ນ ດ້ານນະໂຍບາຍ ແລະ ກອບນິຕິກຳຂອງ ສປປລາວ ກ່ຽວກັບສິດເສລີພາບ. ສອງຝ່າຍ ເຫັນດີສືບຕໍ່ແລກປ່ຽນກ່ຽວກັບບາງກໍລະນີທີ່ອົດສະຕຣາລີໄດ້ຍົກຂຶ້ນ. ສປປ ລາວ ຍັງໄດ້ແບ່ງປັນປະສົບການກ່ຽວກັບ ການສະໜັບສະໜູນເສລີພາບໃນການເຊື່ອຖືສາສະໜາ. ທັງສອງປະເທດເຫັນດີ ທີ່ໄດ້ມີໂອກາດແລກປ່ຽນບົດຮຽນໃນການປັບປຸງ ວຽກງານຄວາມສາມັກຄີ ແລະ ຄວາມຖືກຕ້ອງປອງດອງກັນໃນສັງຄົມ.

ສປປ ລາວ ແລະ ອົດສະຕຣາລີ ໄດ້ຕົກລົງທີ່ຈະຊອກຫາໂອກາດຮ່ວມມືກັນດ້ານສິດທິມະນຸດນຳກັນຕື່ມອີກ: ເຊັ່ນ: ການສະໜັບສະໜູນການຈັດຕັ້ງປະຕິບັດພັນທະພາຍໃຕ້ສົນທິສັນຍາວ່າດ້ວຍ ການລົບລ້າງທຸກຮູບການຈຳແນກ ຕໍ່ແມ່ຍິງ, ການປັບປຸງການບໍລິການຊ່ວຍເຫຼືອທາງດ້ານກົດໝາຍ ແລະ ການປູກຈິດສຳນຶກໃນບັນຫາການປະຫານຊີວິດ.

ຜູ້ເຂົ້າຮ່ວມມີຄວາມຍິນດີຕໍ່ແຜນງານຂອງໂຄງການຮ່ວມມືວິຊາການດ້ານສິດທິມະນຸດ ໄລຍະທີ ສາມ. ພາຍໃຕ້ໂຄງການໃໝ່ ທີ່ມີງົບປະມານ 1,6 ລ້ານໂດລາສະຫະລັດນີ້ ຄະນະກຳມາທິການສິດທິມະນຸດຂອງອົດສະຕຣາລີ ຈະສືບຕໍ່ໃຫ້ການສະໜັບສະໜູນການຈັດຕັັງປະຕິບັດຕົວຈິງໃນວຽກງານຕ່າງໆ ໃຫ້ແກ່ລັດຖະບານລາວ ເພື່ອຕອບສະໜອງບັນດາພັນທະສາກົນດ້ານສິດທິມະນຸດຕ່າງໆ.

ພາຍຫຼັງກອງປະຊຸມປຶກສາຫາລື, ອົດສະຕຣາລີ ແລະ ສປປ ລາວ ໄດ້ຕົກລົງທີ່ຈະລົງເລິກ ແລະ ຮັດແໜ້ນການຮ່ວມມືວິຊາການດ້ານສິດທິມະນຸດ ໂດຍມີການລົງນາມໃນບົດບັນທຶກຄວາມເຂົ້າໃຈຮ່ວມກັນ ຂອງ ຫົວໜ້າກົມສົນທິສັນຍາ ແລະ ກົດໝາຍ, ທ່ານ ພູໂຂງ, ທ່ານທູດພິເສດ ມູລີ (Moules) ແລະ ປະທານກຳມະທິການສິດທິມະນຸດອົດສະຕຣາລີ, ສາດສະດາຈານ ໂຣສະລິນ ຄຣູເຊິ  (Rosalind Croucher).

ອົດສະຕຣາລີ ແລະ ສປປ ລາວ ໄດ້ຮັບຮູ້ຄວາມໝາຍ ຄວາມສຳຄັນຂອງກອງປະຊຸມປຶກສາຫາລືນີ້ ວ່າ ເປັນການຢັ້ງຢືນເຖິງສາຍພົວພັນສອງຝ່າຍ ທີ່ເຂັ້ມແຂງ ແລະ ຍາວນານ. ທັງສອງປະເທດໄດ້ຕີລາຄາສູງ ສຳລັບໂອກາດໃນການແລກປ່ຽນປະສົບການ, ຄວາມຮູ້ ແລະ ບົດຮຽນຕ່າງໆນຳກັນ ເພື່ອພ້ອມກັນແກ້ໄຂບັນຫາສິ່ງທ້າທາຍໃນວຽກງານສິດທິມະນຸດ.