Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

talking-Point-EMD

ພິທີຊົມເຊີຍນັກສຶກສາ
ທີ່ໄດ້ຮັບທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ

Laos Australia National Scholarships (LANS) Congratulations Ceremony
Thursday 12th November 2015, National University of Laos
-----------------------------------------------------------------------------
 

- ຮຽນ ສາດສະດາຈານ ພຸດ ສິມມາລາວົງ, ຮອງອະທິການບໍດີ ຂອງ ມະຫາວິທະຍາໄລແຫ່ງຊາດ, ຄູ ອາຈານ, ບັນດາສະມາຊິກຈາກຄະນະຕ່າງໆອ້ອມຂ້າງ, ບັນດານັກສຶກສາ LANS ທັງຊຸດເກົ່າ ແລະ ຊຸດໃໝ່, ບັນດາແຂກຜູ້ມີກຽດ, ທ່ານຍິງ ແລະ ທ່ານຊາຍ

Assoc. Professor Phout Simmalavong, Vice President, National University of Laos, teachers, faculty members, current LANS students, new LANS awardees, ladies and gentlemen.

- ຂ້າພະເຈົ້າ ຮູ້ສຶກເປັນກຽດ ທີ່ໄດ້ຕາງໜ້າ ໃຫ້ລັດຖະບານອົດສະຕຣາລີ ມາຮ່ວມຊົມເຊີຍ ບັນດາຊາວໜຸ່ມ ຍິງ ຊາຍ ຈຳນວນ 50 ຄົນ ທີ່ມີຜົນການຮຽນດີ ແລະ ໄດ້ຮັບທຶນ ຈາກ ໂຄງການ ທຶນການສຶກສາ ລາວ-ອົດສະຕຣາລີ ຫລື ໂຄງການ LANS ເຂົ້າຮຽນທີ່ມະຫາວິທະຍາໄລແຫ່ງຊາດ.

It is my great pleasure, on behalf of the Australian Government, to join you today to recognise 50 high-achieving young men and women who have received awards to study at the National University of Laos under the Laos Australia National Scholarships Program – the LANS program.

- ປີນີ້ ທາງລັດຖະບານອົດສະຕຣາລີ ມາຮ່ວມຊົມເຊີຍ ຊາວໜຸ່ມ ຍິງ ຊາຍ ຈຳນວນ 50 ຄົນ ຈາກແຂວງ ຫົວພັນ, ອຸດົມໄຊ, ຫຼວງພະບາງ, ຊຽງ ຂວາງ, ບໍລິຄຳໄຊ, ຈຳປາສັກ, ສາລະວັນ, ເຊກອງ, ແລະ ແຂວງວຽງຈັນ. ຊາວໜຸ່ມເຫລົ່ານີ້ ຈະເຂົ້າເປັນສ່ວນໜື່ງຂອງໂຄງການ LANS ທີ່ມະຫາວິ ທະຍາໄລແຫ່ງຊາດ ຮ່ວມກັບນັກສຶກສາອີກ ຫຼາຍກວ່າ 250 ຄົນ ເຊິ່ງກຳລັງສຶກສາ ທີ່ມະຫາວິທະຍາໄລແຫ່ງຊາດ ພາຍໃຕ້ໂຄງການນີ້.

This year Australia has provided new awards to 50 students from Huaphanh, Oudomxay, Luang Prabang, Xiengkhouang, Boilkhamxay, Champasack, Saravan, Sekong and Vientiane Provinces. They will join over 250 students already studying under this program at the National University.

- ພວກເຮົາ ພູມໃຈກັບໂຄງການ LANS ທີ່ໄດ້ເປັນສ່ວນໜຶ່ງໃນການຊ່ວຍເຫຼືອລັດຖະບານລາວ ເພື່ອພັດທະນາຊັບພະຍາກອນມະນຸດ ໂດຍເປີດໂອກາດໃຫ້ແກ່ນ້ອງນັກຮຽນທີ່ມີພອນສະຫວັນ ຈາກເຂດຫ່າງໄກສອກຫລີກ.

We are proud of the LANS program which supports the Lao Government’s human resource development priorities, by providing education opportunities for talented students from remote communities and disadvantaged backgrounds.

- ລັດຖະບານອົດສະຕຣາລີ ມີຄວາມຍິນດີ ທີ່ໄດ້ຊ່ວຍເຫລືອຊາວໜຸ່ມ ແລະ ນັກຮຽນເກັ່ງຄົນລາວ ໃຫ້ມີຄວາມຮູ້, ມີທັກສະ ແລະ ວຸດທິການສຶກສາ ທີ່ເຂົາເຈົ້າຕ້ອງການ ເພື່ອສ້າງອາຊີບຂອງຕົນໃຫ້ປະສົບຜົນສຳເລັດ ຢູ່ ໃນ ສປປ ລາວ.

Australia is pleased to support Lao students to gain the relevant knowledge, skills and qualifications they need to build successful future careers here in the Lao PDR.

- ຂ້າພະເຈົ້າ ຄິດວ່າ ບໍ່ມີຂົງເຂດໃດອີກແລ້ວ ທີ່ຈະສຳຄັນໄປກ່ວາ ຂົງເຂດການສຶກສາ ທີ່ທາງລັດຖະບານອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫລືອ ຢູ່ ໃນ ສປປ ລາວ ໃນຂະນະນີ້, ເຊິ່ງກໍ່ຖືວ່າເປັນຂົງເຂດທີ່ໄດ້ຮັບການຊ່ວຍເຫລືອມາຫລາຍປີ.

I don’t think there is any more important area where Australia’s aid program could be working in the Lao PDR right now, than in education, building on our many years of assistance in the sector.

- ທຸກໆປີ ໂຄງການໄດ້ມອບທຶນການສຶກສາ ປະມານ 70 ທຶນ ໃຫ້ນັກສຶກສາທີ່ມະຫາວິທະຍາໄລແຫ່ງຊາດ, ແລະ ປີນີ້ ໂຄງການກໍ່ໄດ້ຂະຫຍາຍໄປມະຫາວິ ທະຍາໄລສຸພານຸວົງ ຢູ່ແຂວງຫລວງພະບາງ.

This program offers around 70 undergraduate scholarships annually at the National University of Laos and also, starting this year, at Luang Prabang’s Suphanouvong University.

- ຕົ້ນປີນີ້, ພວກຂ້າພະເຈົ້າ ກໍ່ໄດ້ຈັດພິທີຊົມເຊີຍ ບັນດານັກສຶກສາ ຈຳນວນ 63 ຄົນ ເຊິ່ງເປັນ ນັກຮຽນ LANS ຊຸດທຳອິດ, ແລະ ຂ້າພະເຈົ້າຫວັງວ່າຈະມີໂອກາດມາຮ່ວມຊົມເຊີຍ ນັກຮຽນ ຈຳນວນ 50 ຄົນ ໃນມື້ນີ້ ທີ່ຈະສຳ ເລັດປະລິນຍາຕີ ອີກສອງສາມປີຕໍ່ໜ້າ.

Earlier this year, we also congratulated 63 graduates, our first cohort to finish under the LANS program. I look forward to presenting each of our 50 awardees today with your degrees in a few years time.

- ຊີວິດໃນໄວຮຽນ ຢູ່ມະຫາວິທະຍາໄລ ຖືວ່າເປັນເວລາ ທີ່ຕື່ນເຕັ້ນຂອງຊີວິດ, ແລະ ຂ້າພະເຈົ້າເຊື່ອວ່າ ເວລາຮຽນຈົບແລ້ວ ທຸກຄົນ ຈະຄຶດເຖິງຊ່ວງເວລານີ້ຂອງຊີວິດວ່າ ມັນເປັນເວລາທີ່ຍິ່ງໃຫ່ຍ, ແລະ ມີເຫດການທີ່ ປະທັບໃຈຫລາຍອັນ.

University is an exciting time in your lives, and one I am certain you will look back on with great pride, and with many positive memories.

- ແນ່ນອນວ່າ ມະຫາວິທະຍາໄລ ແມ່ນໝາຍເຖິງການສຶກສາ ແລະ ການເຂົ້າໂຮງຮຽນ, ແລະ ກໍ່ຍັງແມ່ນການພັດທະນາຕົວເອງ ແລະ ທັກສະທາງສັງຄົມ ແລະ ເປີດໂລກກະທັດຕໍ່ສິ່ງໃໝ່ໆ. ນອກຈາກນີ້, ການສຶກສາ ຍັງຊ່ວຍເຍື່ອງທາງໃນການກຳນົດອາຊີບຂອງຕົນໄດ້.

University is, of course, as much about an education as it is about schooling. About our personal development, our social skills and opening up our minds to new horizons, new possibilities. And it’s about determining the path you will eventually take in your professional lives.

- ແນ່ນອນວ່າ ການຮຽນນັ້ນ ຈະຕ້ອງມີການສອບເສັງ, ມີວຽກບ້ານ, ມີກຳນົດ ເວລາສົ່ງໃຫ້ອາຈານ, ຕ້ອງມີການເຂົ້າຫ້ອງຟັງການສິດສອນ ຫລື ເຂົ້າຮຽນແຕ່ລະວິຊາທີ່ທຸກຄົນບໍ່ຄວນຈະຂາດ. ແຕ່ໃນ ໂຮງຮຽນ ກໍ່ຍັງມີກິດຈະກໍາ ກິລາ, ດົນຕີ, ສິນລະປະ, ແລະ ການໄປພົບໝູ່ເພື່ອນ ເພື່ອຊອກຫາຄົນ ທີ່ຕົນເອງສົນໃຈ. ກິດຈະກຳເຫລົ່ານີ້ ກໍ່ເປັນສ່ວນໜຶ່ງທີ່ສຳຄັນ ໃນຊີວິດຢູ່ມະຫາວິທະຍາໄລເຊັ່ນດຽວກັນ.

Sure, there are exams, assignments, deadlines, the odd lecture or tutorial you probably should attend. But there’s also sport, music, the arts, and meeting attractive boys and girls. These are all important parts of a university education too.

- ຂໍໃຫ້ທຸກຄົນ ເປັນນັກຮຽນທີ່ມີຄວາມຮັບຜິດຊອບ, ຄິດຫາແຕ່ສິ່ງທີ່ດີ ທີ່ຈະເຮັດແນວໃດ ໃຫ້ຊ່ວງເວລາຂອງຊີວິດ ຢູ່ມະຫາວິທະຍາໄລ ສາມາດເກີດດອກອອກຜົນໄດ້.

Please just make sure you’re a responsible student, and a positive influence, in how you spend your spare time while at university.

- ຂ້າພະເຈົ້າ ກໍ່ສັງເກດເຫັນວ່າ ມີນ້ອງໆຫລາຍຄົນທີ່ກຳລັງຮຽນຢູ່ໃນຫລາຍໆຂະແໜງ, ເຊິ່ງນ້ອງໆໃນກຸ່ມນີ້ ຈະກາຍເປັນ ນັກວິທະຍາສາດ, ອາຈານ, ນັກເສດທະສາດ, ນັກກົດໝາຍ ແລະ ນັກທຸລະກິດ ໃນອານາຄົດ.

I notice we have students studying a range of different courses. Among this group, we have young men and women who will become the Lao PDR’s future scientists, teachers, economists, lawyers and business men and women.

- ຂ້າພະເຈົ້າ ຫວັງວ່າ ຜູ້ທີ່ໄດ້ຮັບທຶນ ແຕ່ລFະຄົນ ຈະກາຍເປັນຜູ້ທີ່ມີບົດບາດ ປະກອບສ່ວນເຂົ້າໃນວຽກງານພັດທະນາຂອງ ສປປ ລາວ ໃນຊຸມປີຕໍ່ໜ້າ.

I hope each of you, our awards winners, will make your mark and play a role in the Lao PDR’s socio-economic development in the years ahead.

- ຂໍຂອບໃຈຕໍ່ ທ່ານ ສາດສະດາຈານ ດຣ ພຸດ ແລະ ຄູ ອາຈານ ຂອງ ມະຫາວິທະຍາໄລແຫ່ງຊາດ, ຂໍຂອບໃຈ ຕໍ່ຄູ່ຮ່ວມໂຄງການ ແລະ ພະນັກ ງານທຸກໆຄົນ ຈາກ ສະຖາບັນ ລາວ-ອົດສະຕຣາລີ ລວມທັງ ໂຮງຮຽນ Vientiane College ທີ່ໄດ້ຈັດຕັ້ງປະຕິບັດໂຄງການ LANS, ແລະ ຊ່ວຍຈັດງານໃນມື້ນີ້.

Thank you to Assoc. Professor Phout and his colleagues from the National University of Laos, our partners in this program, and our colleagues from the Laos Australia Institute and Vientiane College for all their hard work in managing LANS, and supporting today’s event.

- ຂ້າພະເຈົ້າ ຂໍສະແດງຄວາມຊົມເຊີຍ ມາຍັງ ບັນດາ ຄູ ອາຈານ ທີ່ມີບົດ ບາດສຳຄັນ ໃນການສືບຕໍ່ຊ່ວຍເຫລືອຊາວໜຸ່ມທີ່ເປັນອະນາຄົດຂອງຊາດເຫລົ່ານີ້ ເຮັດໃຫ້ເຂົາເຈົ້າໄດ້ເປີດໂລກກະທັດ ແລະ ສ້າງຄວາມຝັນຂອງເຂົາເຈົ້າກາຍເປັນຈິງ.

I would also like to pay tribute to the teachers involved in this program, for your continued support and for the vital role you play today in helping these young leaders of tomorrow to expand their horizons, and reach for the stars.

- ອີກເທື່ອໜຶ່ງ ຂໍຊົມເຊີຍ ນັກສຶກສາທີ່ໄດ້ຮັບທຶນທັງໝົດ 50 ຄົນ, ແລະ ຂໍອວຍພອນໃຫ້ທຸກຄົນ ປະສົບຜົນສຳເລັດໃນການຮ່ຳຮຽນ ແລະ ໜ້າທີ່ວຽກງານໃນອະນາຄົດ. ທັງ ອົດສະຕຣາລີ ແລະ ລາວ ເຊື່ອໝັ້ນໃນພວກນ້ອງວ່າ ຈະປະຕິບັດໜ້າທີ່ຂອງຕົນໃຫ້ປະສົບຜົນສຳເລັດ.

Congratulations again to our 50 scholarship winners, and every success in your studies and your future careers. Australia and the Lao PDR are both counting on you.