Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Handover of HitNet Hub to Lao Youth Union

Remarks by Australian Ambassador

Handover of HitNet Hub to Lao Youth Union

Vientiane, 17 December 2015

 

ຮຽນ ພະນະທ່ານ ດຣ ຄຳພາ ພິມມະສອນ, ຮອງເລຂາທິການໃຫຍ່ ສູນກາງຊາວໜຸ່ມລາວ,
ຮຽນ ບັນດາແຂກຜູ້ມີກຽດ ທັງທ່ານຍິງ ແລະ ທ່ານຊາຍ.

H.E. Dr Khampha Phimmasone, Deputy Secretary General, Lao Youth Union, Distinguished guests, ladies and gentlemen

ຂ້າພະເຈົ້າ ດີໃຈທີ່ໄດ້ມາຮ່ວມງານອັນສຳຄັນຕອນບ່າຍນີ້ ກ່ຽວກັບ ການຮ່ວມມື ລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານອົດສະຕຣາລີ

I am delighted to be able to join you this afternoon at the beginning of an exciting new collaboration between Australia and the Lao PDR.

ໃນເວລາທີ່ ທ່ານ Helen ແລະ Julie ໄດ້ເຂົ້າມາພົບສະຖານທູດອົດສະຕຣາລີ ເທື່ອອຳອິດ ເພື່ອບອກເລົ່າ ກ່ຽວກັບ ຄວາມສາມາດ ແລະ ຄວາມສົນໃຈ ຂອງ HitNet ໃນການເຮັດວຽກໃນ ສປປ ລາວ, ແລະ ຕອນນັ້ນເອງ ຂ້າພະເຈົ້າກໍ່ຮູ້ສຶກຕື່ນເຕັ້ນ ກ່ຽວກັບ ວຽກງານທີ່ເຂົາໄດ້ປະຕິບັດຜ່ານມາ.

When Helen and Julie first approached the Australian Embassy to explain Helen and Julie’s capabilities and their interest in working in the Lao PDR, I was excited at the prospect of what they could achieve here.

ໃນເວລາດຽວກັນນັ້ນ, ຂ້າພະເຈົ້່າ ກໍ່ຄຶດເຖິງ ຄູ່ຮ່ວມງານທີ່ເປັນສູນກາງຊາວໜຸ່ມລາວ ເຊິ່ງເປັນອົງການທີ່ມີບົດບາດສຳຄັນໃນການເຮັດວຽກໃຫ້ກັບຊຸມຊົນ ສຳລັບ ໄວໜຸ່ມລາວ - ເປັນຕົ້ນບັນຫາການນຳໃຊ້ສານເສັບຕິດ ທີ່ເປັນອັນຕະລາຍ, ເລື່ອງຄວາມສຳຄັນຂອງການຮັກສາສິ່ງແວດລ້ອມ, ແລະ ຄວາມປອດໄພເທິງທ້ອງຖະໜົນ.

And I immediately thought of the Lao Youth Union as a prospective partner, given the organisation’s vital role in delivering community service messages for Laos’ young population – on issues like the dangers of substance abuse, the importance of environmental conservation, and road safety.

ຂ້າພະເຈົ້່າ ດີໃຈທີ່ໄດ້ຍິນວ່າ ທາງ HitNet ແລະ ສູນກາວຊາວໜຸ່ມລາວ ໄດ້ຕົກລົງກັນຮ່ວມມືກັນໃນເບື້ອງຕົ້ນ ເພື່ອແນ່ໃສ່ເຮັດວຽກສົ່ງເສີມໂອກາດການຈ້າງງານໃນໄວໜຸ່ມ.

I was delighted to hear HitNet and the Lao Youth Union have agreed to initially focus on working together to promote employment opportunities for young people.

ຍ້ອນປະຊາກອນ ລາວ ກາຍເຄິ່ງ ມີອາຍຸຕ່ຳກ່ວາ 25 ປີ ແລະນັ້ນກໍ່ຖືວ່າ ລາວ ອາດຈະໄດ້ປະໂຫຍດອັນຍິ່ງໃຫຍ່ຈາກການລວມຕົວກັນໃນພາກພື້ນ ແລະ ຈາກເສດຖະກິດໂລກ.

With more than half its population under the age of 25, the Lao PDR has enormous potential to benefit from an increasingly integrated regional and global economy.

ແຕ່ວ່າ ຜົນປະໂຫຍດທີ່ຈະໄດ້ມານັ້ນ ກໍ່ຕ້ອງການ ການລົງທຶນທີ່ເພີ່ມຂຶ້ນ ເພື່ອການພັດທະນາ ໂດຍສະເພາະດ້ານການສຶກສາ ແລະ ການຝຶກອົບຮົມ, ການສ້າງວຽກເຮັດງານທຳ, ດ້ານສຸນະພາບ ແລະ ໂພສະນາການ, ເພື່ອຮັບປະກັນໃຫ້ໄວໜຸ່ມທຸກໆຄົນ ມີຄວາມສາມາດພັດທະນາໄດ້ຢ່າງເຕັມທີ່.

But this will require greater investment in their development, particularly in education and training, job creation, health and nutrition, to ensure every young person’s potential is fulfilled.

ຂ້າພະເຈົ້າ ຮູ້ວ່າວ່າ ການຂາດໂອກາດໃນການມີວຽກເຮັດງານທຳ ຂອງ ບັນດາໜຸ່ມ ໃນ ສປປ ລາວແມ່ນເປັນບັນຫາທີ່ນ່າຫ່ວງທີ່ສຸດ.

I know the lack of employment opportunities is a concern for young people across the Lao PDR.

ແລະ ຂ້າພະເຈົ້າເອງ ກໍ່ຮູ້ວ່າ ບັນດາທ້າທາຍຕົ້ນຕໍ່ ແມ່ນການທີ່ບັນດາໄວໜູ່ມລາວທັງຫລາຍ ຍັງຂາດຄວາມສົນໃນການສຶກສາລະດັບອາຊີວະ ແລະ ໂອກາດຮຽນຮູ້ ກ່ຽວກັບ ການຄ້າຂາຍ.

And I know one major challenge is the apparent lack of interest among Lao youth in vocational education, and opportunities to learn a trade. 

ບັນຫາານີ້ ອາດຈະແມ່ນຍ້ອນການຂາດແຄນ ນັກວິຊາການເຕັກນິກທີ່ຄວນຈະໄດ້ຮັບການຝຶກຝົນເປັນທີ່ໄດ້ມາດຕະຖານ ໃນຫລາຍຂົງເຂດ ເຊັ່ນ: ຊ່າງເທັກນິກ, ຊ່າງໄຟ, ຊ່າງນ້ຳປະປາ, ຊ່າງໄມ້ ແລະ ຊ່າງກໍ່.

This is despite a shortage of trained technicians in many fields - mechanics, electricians, plumbers, carpenters and builders. 

ແລະ ໂອກາດໃນການຊອກຫາວຽກເຮັດງານທຳ ສຳລັບ ນັກຮຽນທີ່ຈົບໃໝ່ ຈາກມະຫາໄລ ທີ່ຢູ່ມີຈຳກັດ.

And it’s despite the relatively limited job opportunities for many university students once they graduate.

 

ສູນກາງຊາວໜຸ່ມລາວ ມີສູນຝຶກອົບຮົມທັງໝົດ 11 ສູນ ເພື່ອຊ່ວຍແກ້ບັນຫາໃຫ້ຊາວໜຸ່ມ ທີ່ບໍ່ມີວຽກເຮັດ ງານທຳ ແຕ່ກໍ່ບໍ່ມີຊາວໜຸ່ມຈຳນວນໜ້ອຍ ທີ່ໄດ້ລົງທະບຽນເຂົ້າຝຶກອົບຮົມຕາມຫລັກສູດຕ່າງໆ.

The Lao Youth Union has 11 provincial vocational training centres to help address youth unemployment, but does not have enough young people enrolling in the courses.

ສະນັ້ນ, ຂ້າພະເລີຍຖາມວ່າ - ພວກເຮົາຈະກະຕຸ້ນ ແລະ ສົ່ງເສີມ ຊາວໜຸ່ມ ແນວໃດ ເພື່ອໃຫ້ເຂົາເຈົ້າມີຄວາມສົນໃຈ ໃນການເຂົ້າຮຽນ ໃນຂະແໜງ ການຄ້າ? 

So I ask the question - How do we motivate young people to want to enrol to learn a trade?

ພວກເຮົາ ຈະເຮັດວຽກ ແນວໃດ ກັບຊາວໜຸ່ມ ເພື່ອສ້າງວິໃສທັດ ໃຫ້ເຂົາສາມາດມອງເຫັນອະນາຄົດຂອງເຂົາເອງ ຈາກຜົນປະໂຫຍດ ຈາກ ການເຂົ້າຮ່ວມຝຶກອົບຮົມດ້ານວິຊານເຕັກນິກ?

How do we work with young people to create a vision of their future that sees them prospering from the benefits of technical training?

ໃນວຽກງານນີ້ເອງ ທີ່ທາງ HitNet ສາມາດມີບົດບາດທີ່ເປັນປະໂຫຍດ ເຊິ່ງ ທ່ານ Helen ແລະ Julie ຈະອະທິບາຍລາຍລະອຽດຕື່ມໃນຕອນບ່າຍນີ້ ເພື່ອຊ່ວຍບັນດາຊາວໜຸ່ມທີ່ຈະເປັນຜູ້ນຳໃນຂະແໜງງານຂອງຕົນໃນອະນາຄົດ ໃຫ້ມີຄວາມຮູ້ ແລະ ກະຕືລືລົ້ນ ເພື່ອປ່ຽນແປງທັດສະນະທີ່ຕິດພັນມາຈາກສັງຄົມ.

This is where HitNet can play a valuable role, which Helen and Julie will explain in more detail this afternoon, in providing Laos’ future leaders with the knowledge and motivation to overcome entrenched social attitudes.

ຂ້າພະເຂົ້າ ຂໍອວຍພອນໃຫ້ ສູນກາງຊາວໜຸ່ມລາວ ແລະ HitNet ປະສົບຜົນສຳເລັດກັບທຸກໆສິ່ງເພື່ອສືບຕໍ່ຮ່ວມມືນຳກັນ.

I wish the Lao Youth Union and HitNet every success in their collaboration going forward.