Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Faculty of Economics and Business Administration

ກອງປະຊຸມຄົ້ນຄວ້າດ້ານການພັດທະນາແຫ່ງຊາດ ນຳພາໄປສູ່ ການພັດທະນາທີ່ຍືນຍົງ ຢູ່ ສປປ ລາວ
ພິທີເປີດ ກອງປະຊຸມຄົ້ນຄວ້າດ້ານການພັດທະນາແຫ່ງຊາດ, ວັນພຸດ ທີ 17 ທັນວາ 2014
ຄະນະບໍລິຫານ ທຸລະກິດ ແລະ ເສດຖະກິດ, ມະຫາວິທະຍາໄລ ແຫ່ງຊາດລາວ

ຮຽນ ສາດສະດາຈານ ດຣ. ສຸກກົງແສງ ໄຊຍະເລີດ, ອະທິການບໍດີ ມະຫາວິທະຍາໄລ ແຫ່ງຊາດລາວ; ຮຽນ ພະນະທ່ານ ດຣ. ບຸນທະວີ ສີສຸພັນທອງ, ລັດຖະມົນຕີຊ່ວຍ ວ່າການ ກະຊວງ ແຜນການ ແລະ ການລົງທຶນ; ຮຽນ ພະນະທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄຳ, ລັດຖະມົນຕີ ຊ່ວຍວ່າການ ກະຊວງ ກະສິກຳ ແລະ ປ່າໄມ້; ບັນດາ ແຂກຜູ້ມີກຽດ, ທ່ານຍິງ ແລະ ທ່ານຊາຍ.

ຂ້າພະເຈົ້າ ຂໍຂອບໃຈ ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ໄດ້ເຊີນ ຂ້າພະເຈົ້າ ມາຮ່ວມງານ ໃນຕອນເຊົ້າ ມື້ນີ້.

ຕາງໜ້າໃຫ້ ຄູ່ຮ່ວມງານ ດ້ານການພັດທະນາ ທັງໝົດ ຜູ້ທີ່ໄດ້ ຊ່ວຍເຮັດໃຫ້ມີ ກອງປະຊຸມ ມື້ນີ້, ຂ້າພະເຈົ້າ ຂໍຊົມເຊີຍ ມະຫາວິທະຍາໄລ ແຫ່ງຊາດລາວ ທີ່ໄດ້ເປັນເຈົ້າພາບ ຮ່ວມກັບຄູ່ຮ່ວມງານ ອື່ນ ເຊັ່ນ - ຈາກ ສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ (ຫຼື NAFRI) ແລະ ສະຖາບັນ ຄົ້ນຄວ້າ ເສດຖະກິດ ແຫ່ງຊາດ (ຫຼື NERI).

ອົດສະຕຣາລີ ມີຄວາມຍິນດີ ທີ່ໄດ້ສະໜັບສະໜຸນ ກອງປະຊຸມຄົ້ນຄວ້າ ແຫ່ງຊາດນີ້, ໂດຍຜ່ານ ສູນອຳນວຍຄວາມສະດວກ ເພື່ອພັດທະນາ ການຮຽນຮູ້ ລາວ-ອົດສະຕຣາລີ.

ທ່ານ ບິວ ເກດສ໌ ໄດ້ເວົ້າວ່າ ການຄົ້ນຄວ້າ ແມ່ນ ອົງປະກອບ ທີ່ມີ ຄວາມສຳຄັນ ຂອງ ການປ່ຽນແປງສິ່ງໃໝ່ ເພື່ອປັບປຸງຊີວິດ ຂອງ ທຸກຄົນ.

ມັນເປັນຂົງເຂດ ທີ່ ລັດຖະບານ ມີບົດບາດ ສຳຄັນ, ເພື່ອໃຫ້ທຶນ ແລະ ສະໜັບສະໜູນ ການຄົ້້ນຄວ້າ ທີ່ ຕະຫຼາດ ໄປບໍ່ເຖິງ; ເພື່ອ ແກ້ໄຂ ບັນຫາໃຫຍ່ ເພື່ອແນະນຳ ໃຫ້ມີການແກ້ໄຂ ນະໂຍບາຍຕ່າງໆ ແກ່ຜູ້ທີ່ມີຄວາມຈຳເປັນ.

ນີ້ແມ່ນສໍາຄັນ ໂດຍສະເພາະ ຢູ່ໃນ ສະພາບຕົວຈິງ ຂອງ ສປປ ລາວ, ເຊິ່ງຄວາມບໍ່ສະເຫມີພາບ ທາງດ້ານ ສັງຄົມ ແລະ ເສດຖະກິດ ຈຳເປັນຕ້ອງໄດ້ທຳການ ຄົ້ນຄ້ວາ ເພື່ອເຮັດແນວໃດ ໃຫ້ບັນລຸໄດ້ ເປົ້າຫມາຍ ຂອງ ການພັດທະນາ ປະເທດ ທີ່ໄດ້ວາງໄວ້.

ມັນແມ່ນ ການພິຈາລະນາ ທີ່ສໍາຄັນ ສໍາລັບ ອົດສະຕຣາລີ, ຍ້ອນ ພວກເຮົາພວມ ຮ່າງແຜນ ການລົງທຶນ ໂຄງການຊ່ວຍເຫຼືອໃໝ່ ຂອງ ພວກເຮົາ ທີ່ຈະນໍາພາ ໂຄງການ ຊ່ວຍເຫຼືອ ເພື່ອການພັດທະນາ ຢູ່ ສປປ ລາວ ໃນໄລຍະ ຫ້າປີ ຕໍ່ໜ້າ.
ພວກເຮົາ ຕ້ອງການ ໃຫ້ໂຄງການຊ່ວຍເຫຼືອ ຂອງ ພວກເຮົາ ບັນລຸ ຜົນໄດ້ຮັບ ທີ່ມີ ຄວາມໝາຍ. ນະໂຍບາຍທີ່ມີ ຄວາມເປັນໄປໄດ້ ແລະ ມີອິດທິພົນ, ແມ່ນສ້າງຂື້ນ ພາຍໃຕ້ ຫຼັກຖານຕົວຈິງ ແລະ ຈາກການຄົ້ນຄວ້າ, ທີ່ຈະເຮັດໃຫ້ ພວກເຮົາ ສາມາດໄດ້ຮັບໝາກຜົນ ແບບຍືນຍົງໄດ້.

ມີຫຍັງແດ່, ທຸກໂຄງການທີ່ ອົດສະຕຣາລີ ເຊື່ອວ່າ ຈະເຮັດໃຫ້ ສາມາດສືບຕໍ່ ການພົວພັນ ດ້ານການສຶກສາ ຂັ້ນພື້ນຖານ, ການພັດທະນາ ຊົນນະບົດ, ການປະຕິຮູບ ການຄ້າ ແລະ ການບໍລິຫານ ຊັບພະຍາກອນ ທໍາມະຊາດ, ສືບຕໍ່ໃຫ້ການສະໜັບສະໜູນ ດ້ານພັດທະນາ ຊັບພະຍາກອນມະນຸດ, ຈະເພີ່ມ ຜົນໄດ້ຮັບດ້ານບວກ ໃຫ້ແກ່ໂຄງການ ຂອງ ພວກເຮົາ ເພື່ອສົ່ງເສີມ ການຂະຫຍາຍຕົວ ແລະ ການຫຼຸດຜ່ອນ ຄວາມທຸກຍາກ.

ທັງໝົດນີ້ ແມ່ນ ຂະແໜງການ ທີ່ ອົດສະຕຣາລີ ໄດ້ ສ້າງຄວາມຮູ້, ສາຍພົວພັນ ທີ່ມີ ປະສິດທິພາບ, ຄວາມໜ້າເຊື່ອຖື ແລະ ອິດທິພົນ ຫຼາຍກວ່າ ຫ້າ ທົດສະວັດ ໃນການເຮັດວຽກ ດ້ານການພັດທະນາ ຢູ່ ສປປ ລາວ.

ໂຄງການຕ່າງໆ ຂອງ ອົດສະຕຣາລີ ຍັງໄດ້ຮັບ ປະໂຫຍດ ຈາກ ຜົນການວິເຄາະ ແລະ ບົດຮຽນຈາກລະດັບ ຫົວກະທິ ວ່າ - ສິ່ງໃດໄປໄດ້ດີ ແລະ ຍ້ອນຫຍັງ, ແລະ ແມ່ນຫຍັງ ທີ່ ເຮັດໃຫ້ ພວກເຮົາ ສາມາດ ເຮັດໄດ້ດີກວ່າເກົ່າ, ໃນນີ້ ແມ່ນ ລວມເຖິງ ຄວາມຕ້ອງການ ສໍາລັບ ໂຄງການ ຂອງພວກເຮົາ ໂດຍການອີງໃສ່ ຫຼັກຖານ ແລະ ການຄົ້ນຄວ້າ ທີ່ດີ, ເພື່ອສະຫນັບສະຫນູນ ນະໂຍບາຍ ຂອງ ລັດຖະບານ.

ຍ້ອນເຫດນີ້ ພວກເຮົາ ຈຶ່ງໄດ້ ພັດທະນາ ສູນ ລາວ-ອົດສະຕຣາລີ ເພື່ອໃຫ້ ຄວາມສະດວກ ດ້ານການພັດທະນາ ການຮຽນຮູ້ ເຊິ່ງເປັນ ສູນກາງ ຂອງ ໂຄງການ ພັດທະນາຊົນນະບົດ.

ສະຖານທີ່ ໃນການຮຽນຮູ້ນີ້ ຈະຊ່ວຍ ຕິດຕາມ ແລະ ປະເມີນຜົນ, ການຄົ້ນຄວ້າ ແລະ ການສ້າງຄວາມຮູ້ ເພື່ອ ສ້າງຄວາມເຂັ້ມແຂງ ໃຫ້ທັງສອງດ້ານ ຄື ຕໍ່ ຜົນໄດ້ຮັບດ້ານບວກ ໂຄງການຊ່ວຍເຫຼືອ ຂອງພວກເຮົາ ແລະ ຕໍ່ ນະໂຍບາຍ ຂອງ ລັດຖະບານ.

ໂດຍຜ່ານ ສະຖານທີ່ ໃນການຮຽນຮູ້, ແລະ ຜ່ານບັນດາ ໂຄງການຊ່ວຍເຫຼືອ ອື່ນໆ, ອົດສະຕຣາລີ ພວມສະໜັບສະໜູນ ໂຄງການຄົ້ນຄ້ວາ ດ້ານໂພຊະນາການ, ກະສິກໍາ, ການພັດທະນາ ເສດຖະກິດ, ການຈ້າງງານ ຢູ່ເຂດຊົນນະບົດ, ຄວາມທຸກຍາກ, ການປ່ຽນແປງ ດິນຟ້າອາກາດ ແລະ ການພັດທະນາ ພາກເອກະຊົນ.

ສະຖານທີ່ ໃນການຮຽນຮູ້ດັ່ງກ່າວ ຍັງຈະ ເຮັດວຽກ ເພື່ອສ້າງ ຄວາມເຂັ້ມແຂງ ດ້ານການຮ່ວມມື ແລະ ກັບ ບັນດາອົງການຈັດຕັ້ງ ພາກລັດ, ກັບ ສະຖາບັນຄົ້ນຄວ້າ ແລະ ມະຫາວິທະຍາໄລ, ລວມທັງ ເວທີກອງປະຊຸມ ທີ່ ຄ້າຍຄືກັນກັບ ກອງປະຊຸມນີ້.

ຂ້າພະເຈົ້າ ມີຄວາມຍິນດີ ທີ່ຈະຕິດຕາມເບິ່ງ ໂຄງການ ທີ່ໜ້າສົນໃຈ ດັ່ງກ່າວ ໃນອີກສອງມື້ ທາງໜ້າ, ໂດຍມີ ນັກຄົ້ນຄວ້າ ແລະ ຜູ້ສ້າງນະໂຍບາຍ ມາປຶກສາຫາລື ນຳກັນ ກ່ຽວກັບ ບັນຫາ ທີ່ເປັນ ໝາກຫົວໃຈ ໃນ ການພັດທະນາເສດຖະກິດ ຂອງ ປະເທດ.

ຂ້າພະເຈົ້າ ຫວັງວ່າ ຜົນໄດ້ຮັບ ຈາກການຄົ້ນຄວ້າ ແລະ ການໂຕ້ວາທີ ນີ້ ຈະຊ່ວຍ ນຳພາໃຫ້ ລັດຖະບານ ມີ ນະໂຍບາຍ ທີ່ດີກວ່າເກົ່າ - ລວມທັງ ຈະຊ່ວຍ ເຂົ້າໃນ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ 8 ເພື່ອແນໃສ່ ສ້າງ ຄວາມຍືນຍົງ ແລະ ສົ່ງເສີມ ຄວາມສະເໝີພາບ.

ແລະ ຂ້າພະເຈົ້າ ຫວັງວ່າ ນີ້ ຈະເປັນເວທີ ການຄົ້ນຄ້ວາ ຄັ້ງ ທຳອິດ ຢູ່ໃນ ສປປ ລາວ, ທີ່ຈະສາມາດ ເຮັດໃຫ້ ນັກຄົ້ນຄວ້າ ຄົນລາວ ສາມາດແລກປ່ຽນ ບົດຮຽນ ຂອງເຂົາເຈົ້າ ແລະ ສາມາດປະກອບສ່ວນ ດ້ານ ນະໂຍບາຍ ໃນເວລາ ທີ່ຕ້ອງການ ໃຫ້ແກ່ ສປປ ລາວ.

ອີກເທື່ອໜຶ່ງ, ຂໍຂອບໃຈ ມາຍັງ ມະຫາວິທະຍາໄລ ແຫ່ງຊາດລາວ, ອົງການ NAFRI ແລະ NERI ໃນການນຳພາ ຈັດກອງປະຊຸມ ນີ້. ຂໍໃຫ້ທຸກທ່ານ ໂຊກດີ ໃນການສົນທະນາ ໃນອີກ ສອງມື້ຕໍ່ໜ້າ. ສໍາລັບ ອົດສະຕຣາລີ, ດີໃຈຫຼາຍ ທີ່ ໄດ້ເປັນສ່ວນໜຶ່ງ ຂອງ ເວທີນີ້.

ຂອບໃຈ ຫຼາຍໆ.