Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Laos Australia National Scholarships (LANS) Congratulations Ceremony

Laos Australia National Scholarships (LANS) Congratulations Ceremony

Wednesday 7 December 2016, National University of Laos
remarks by John Williams, Australian Ambassador to the Lao PDR

  • ຮຽນ ທ່ານນາງ ສົມຈັນ ບຸນພັນມີ, ຮອງອະທິການບໍດີ ຂອງ ມະຫາວິທະຍາໄລແຫ່ງຊາດ, ບັນດາ ນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ຈາກໂຄງການ LANS ທັງເກົ່າ ແລະ ໃໝ່, ທ່ານຍິງ ແລະ ທ່ານຊາຍ

Ms Somchanh Bounphanmy Vice President, National University of Laos; Current LANS students and new LANS awardees; ladies and gentlemen.

  • ສະບາຍດີຕອນເຊົ້າທຸກໆທ່ານ!

Good morning to you all! 

  • ຂ້າພະເຈົ້າ ມີຄວາມຮູ້ສຶກຍິນດີຫຼາຍ ທີ່ໄດ້ມາຮ່ວມງານ ນຳພວກທ່ານໃນມື້ນີ້ ເພື່ອສະແດງ ຄວາມຍິນດີ ນຳບັນດາ ຊາວໜຸ່ມ ທັງຍິງ ແລະ ຊາຍ ທີ່ໄດ້ຮັບທຶນການສຶກສາ ຈາກໂຄງການ ທຶນການສຶກສາ ລາວ-ອົດສະຕຣາລີ ເພື່ອສຶກສາໃນລະດັບ ປະລິນຍາຕີ ຢູ່ທີ່ ມະຫາວິທິຍາໄລແຫ່ງຊາດ .

I am delighted to be able to join you today to congratulate the young women and men who have received a Laos Australia National Scholarship to complete their undergraduate degrees here at the National University of Laos.

  • ຕະຫຼອດໄລຍະ 5 ປີ ທີ່ຜ່ານມາ,​ ໂຄງການ ທຶນການສຶກສາ ລາວ-ອົດສະຕຣາລີ ສຳລັບ ຮຽນພາຍໃນປະເທດ ຫຼື ທີ່ພວກເຮົາ ເອີ້ນວ່າ ໂຄງການ LANS,  ໄດ້ກາຍເປັນສ່ວນຫນຶ່ງ ທີ່ສໍາຄັນ ຂອງ ການສະຫນັບສະຫນູນ ຈາກ ລັດຖະບານ ອົດສະຕຣາລີ ໃຫ້ແກ່ ລັດຖະບານລາວ ແນ່ໃສ່ ເພື່ອບັນລຸເປົ້າໝາຍ ການພັດທະນາ ຊັບພະຍາກອນມະນຸດ.

Over the last 5 years, the Laos Australia National Scholarships Program – or LANS program, as we like to call it – has become a vital part of Australia’s support for the Lao Government’s human resource development agenda.

  • ອົດສະຕຣາລີ ມີຄວາມຍິນດີຫຼາຍ ທີ່ໄດ້ສະໜັບສະໜູນ ນັກສຶກສາ ຈາກຫຼາກຫຼາຍ ທ້ອງຖິ່ນໃນທົ່ວປະເທດ ໃຫ້ໄດ້ມີໂອກາດ ເສີມສ້າງຄວາມຮູ້, ຄວາມສາມາດ ແລະ ຄຸນະວຸດທິ ເຊິ່ງເປັນສິ່ງທີ່ຈຳເປັນ ໃນການຊອກວຽກເຮັດ ໃນອະນາຄົດ ຢູ່ ສ.ປ.ປ.ລາວ.

Australia is pleased to support students from different provinces across Laos to gain the knowledge, skills and qualifications they need for future employment opportunities in the Lao PDR.

  • ການທີ່ມີກຳລັງແຮງງານ ທີ່ມີຄວາມສາມາດ ແລະ  ຍ້າຍຖິ່ນຖານບ່ອນເຮັດວຽກ ຫຼາຍຂຶ້ນນັ້ນ ຈະເຮັດໃຫ້ ສ.ປ.ປ.ລາວ ສາມາດ ເພີ່ມຂີດຄວາມສາມາດ ຂອງ ການແຂ່ງຂັນ ເຂົ້າໃນເສດຖະກິດພາກພື້ນ ທີ່ນັບມື້ ນັບມີການເຊື່ອມສານກັນຫຼາຍຂຶ້ນ ພາຍໃຕ້ ປະຊາຄົມເສດຖະກິດອາຊຽນ.

Armed with an increasingly mobile and capable workforce, the Lao PDR will be in a much better position to compete in an increasingly integrated regional economy under the ASEAN Economic Community.

  • ຂ້າພະເຈົ້າ ບໍ່ຄິດວ່າ ຈະມີຂະແໜງການໃດອີກແລ້ວ ທີ່ຈະສຳຄັນໄປກວ່ານີ້ ທີ່ລັດຖະບານ ອົດສະຕຣາລີ ຈະສຸມໃສ່ ໃຫ້ການສະໜັບສະໜູນ ເພື່ອການພັດທະນາ ເສດຖະກິດ ສັງຄົມ ຂອງ ສ.ປ.ປ.ລາວ.

I don’t think there is a more important area for Australia to be working in support of the Lao PDR’s socio-economic development.

  • ປັດຈຸບັນ,​ ພວກເຮົາ ໄດ້ມີການທົບທວນຄືນ ໂຄງການ LANS ເພື່ອຮັບປະກັນ ໃຫ້ ໂຄງການ ມີປະສິດທິພາບຢ່າງສຸງສຸດ.

We are currently reviewing the LANS program to make sure it is as effective as it can be. 

  • ເຖິງຢ່າງໃດກໍ່ຕາມ, ​ຂ້າພະເຈົ້າ ເຊື່ອໝັ້ນວ່າ ການໃຫ້ທຶນການສຶກສາ ແລະ ໂຄງການທີ່ສະໜັບສະໜູນການສຶກສາ ຈະສາມາດ ເສີມສ້າງທັກສະ ໃນການຮຽນ ກໍ່ຄື ທັກສະຊີວິດ - ເປັນຕົ້ນແມ່ນ ທັກສະໃນການໃຊ້ພາສາອັງກິດ - ເຊິ່ງມີຜົນຕົວຈິງ ຕໍ່ກັບ ຜົນຂອງການສຶກສາ ຂອງ ນັກສຶກສາ ຈາກ ຕ່າງແຂວງ ຂອງ ລາວ.

But I am confident these scholarships, and the Academic Support Program to build your study and life skills – like English language skills – are having a real impact on education outcomes for students from provincial Laos.

  • ຂ້າພະເຈົ້າ ຫວັງວ່າ ໃນອະນາຄົດ ບັນດານັກສຶກສາ ຈາກ ໂຄງການ LANS ທີ່ຮຽນຈົບ ຈະສາມາດ ແຂ່ງຂັນ ແລະ ຍາດໄດ້ ທຶນການສຶກສາ ສໍາລັບ ຮຽນຢູ່ອົດສະຕຣາລີ ຫຼື Australia Awards ແລະ ທຶນການສຶກສາອື່ນໆ ເພື່ອໄປສຶກສາຕໍ່ ໃນລະດັບທີ່ສູງຂຶ້ນ ຢູ່ ຕ່າງປະເທດ ແລະເສີມສ້າງທັກສະ ຄວາມສາມາດ ໃຫ້ສູງຂຶ້ນກວ່າເກົ່າ.

My hope is that in the future LANS graduates will be able to compete and win selection for Australia Awards and other international scholarships programs to complete higher degrees overseas, and build even stronger skills.

  • ຂ້າພະເຈົ້າ ມີຄວາມຍິນດີຫຼາຍ ທີ່ໃນເດືອນກໍລະກົດ ປີນີ້, ທ່ານ ລັດຖະມົນຕີ ການຕ່າງປະເທດ ອົດສະຕາລີ Julie Bishop ໄດ້ມີໂອກາດ ສະແດງຄວາມຍິນດີນຳ ນັກສຶກສາ ຈາກ ໂຄງການ LANS ທີ່ຮຽນຈົບ ເປັນຊຸດທີ 2 ຂອງ ໂຄງການ ຈຳນວນ 62 ຄົນ.

I was delighted that in July this year, Australia’s Foreign Minister Julie Bishop was able to congratulate 62 students who were among the second cohort of LANS graduates. 

  • ຂ້າພະເຈົ້າ ມີຄວາມຍິນດີຫຼາຍ ທີ່ຈະແຈ້ງ ວ່າ ຫົວໜ້າ ຂອງ ຂ້າພະເຈົ້າເອງ ໄດ້ກາຍເປັນອີກຜູ້ຫນຶ່ງ ທີ່ສະຫນັບສະຫນູນ ໂຄງການ LANS, ຫຼັງຈາກ ທີ່ເພິ່ນໄດ້ພົບປະກັບ ນັກຮຽນ LANS.

I am happy to report that my boss is now a supporter of the LANS program, having had a chance to meet these outstanding graduates.

  • ຂໍສະແດງຄວາມຊົມເຊີຍ ມາຍັງ ນັກຮຽນ ທັງ 52 ຄົນ ທີ່ໄດ້ຮັບທຶນການສຶກສາ ຂອງ ໂຄງການ LANS ໃນປີນີ້ ທີ່ ມະຫາວິທະຍາໄລແຫ່ງຊາດ.

Congratulations to each of you – the 52 new LANS students who have won scholarships this year at the National University of Laos.

  • ນັກສຶກສາດັ່ງກ່າວ ແມ່ນມາ ຈາກ ແຂວງ ອັດຕະປື, ບໍ່ແກ້ວ, ບໍລິຄໍາໄຊ, ຈໍາປາສັກ, ຫົວພັນ, ຫຼວງນໍ້າທາ, ຫຼວງພະບາງ, ອຸດົມໄຊ, ຜົ້ງສາລີ, ສາລະວັນ, ສະຫວັນນະເຂດ, ເຊກອງ, ໄຊສົມບູນ, ຊຽງຂວາງ ແລະ ວຽງຈັນ. [ໃນນີ້, ພວກເຮົາຍັງບໍ່ມີ ນັກສຶກສາ ຈາກ ແຂວງໄຊຍະບູລີ ແລະ ຄໍາມ່ວນ.]

High school leavers from Attapeu, Bokeo, Bolikhamxay, Champasak, Huaphan, Luangnamtha, Luangprabang, Oudomxay, Phongsaly, Saravan, Savannakhet, Sekong, Xaysomboun, Xiengkhuang and Vientiane Provinces.  [So only Sayaburi and Khammuouane Provinces are not represented in this intake.]

  • ພວກນ້ອງ ທັງ 52 ຄົນ ຈະເຂົ້າເປັນສ່ວນຫນຶ່ງ ຂອງ ໂຄງການນີ້ ທີ່ປັດຈຸບັນ ມີ ຈຳນວນ 280 ຄົນ ທີ່ກຳລັງຮຽນ ຢູ່ພາຍໃຕ້ໂຄງການນີ້ ລວມທັງ ມະຫາວິທະຍາໄລແຫ່ງຊາດ, ແລະ ມະຫາວິທະຍາໄລສຸພານຸວົງ ຢູ່ ແຂວງຫລວງພະບາງ.

You will join over 280 students already studying under this program here at the National University of Laos, and at Souphanouvong University in Luang Prabang. 

  • ຊາວຫນຸ່ມ ຍິງ ແລະ ຊາຍເຫຼົ່ານີ້ ຈະກາຍເປັນ ນັກວິທະຍາສາດ, ທະນາຍຄວາມ, ຄູ-ອາຈານ, ນັກເສດຖະສາດ, ແລະ ນັກທຸລະກິດ ຍິງ-ຊາຍ ຂອງ ປະເທດນີ້ ໃນອະນາຄົດ.

Young men and women who will become this country’s future scientists, lawyers, teachers, economists, and business men and women.

  • ພວກເຮົາ ຫວັງເປັນຢ່າງຍິ່ງວ່າ ພວກນ້ອງນັກຮຽນ ຈະຕັ້ງໃຈຮຽນ ເພື່ອໃຫ້ມີຜົນການຮຽນທີ່ດີ. ໃບປະລິນຍາ ຂອງ ພວກນ້ອງນັກຮຽນ ຈະເປັນໃບເບີກທາງ ສູ່ຜົນສຳເລັດໃນໜ້າທີ່ວຽກງານ.

Please make sure you study hard and achieve good results.  Your degrees will be a vital launching pad for your successful professional careers.

  • ແຕ່ດັ່ງທີ່ ຂ້າພະເຈົ້າ ໄດ້ກ່າວໄວ້ ກັບ ບັນດານັກສຶກສາຂອງ LANS ທຸກໆຮຸ່ນວ່າ, ພວກນ້ອງຢ່າລືມທີ່ຈະມ່ວນ ກັບ ຊີວິດນັກຮຽນ ໃນໄລຍະທີ່ຮຽນ ຢູ່ ໃນມະຫາວິທະຍາໄລ.

But as I have mentioned to previous annual intakes of LANS students, don’t forget to enjoy your time at university.

  • ສະນັ້ນ, ພວກນ້ອງນັກຮຽນ ແນ່ນອນ ວ່າ ຕັ້ງໃຈຮຽນ. ​ແຕ່ກໍ່ ຢ່າລືມ ທີ່ຈະມ່ວນ ກັບ ການຮຽນ.

Study hard, sure.  But also have fun. 

  • ນີ້ແມ່ນ ໄລຍະເວລາ ທີ່ເປັນ ລາງວັນ ແລະ ເປັນເວລາ ທີ່ ຕື່ນເຕັ້ນໃນຊີວິດ ຂອງ ນ້ອງນັກຮຽນ. ເປັນໂອກາດ ທີ່ ຈະຮຽນຮູ້ ແລະ ພັດທະນາ ແລະ ເປັນເວລາທີ່ຈະປະເຊີນສິ່ງທ້າທາຍໃຫມ່ໆ ແລະ ໄດ້ປະສົບການໃຫມ່ໆ, ແລະ ເປັນໂອກາດທີ່ຈະສ້າງເຄືອຂ່າຍ ຂອງ ຫມູ່ເພື່ອນ ຜູ້ທີ່ຈະຢູ່ກັບພວກນ້ອງ ໄປຕະຫຼອດຊີວິດ.

This should be a rewarding and exciting time in your lives.  A chance to grow as a person, a time for new challenges, and new experiences.  And a chance to build networks of friends who will stay with you for the rest of your lives. 

  • ຫວັງວ່າພວກນ້ອງ ຈະຮັກສາການຕິດຕໍ່ ກັບ ສະຖານທູດ ອົດສະຕຣາລີ ແລະ ກິດຈະກໍາທັງຫມົດ ຂອງ ພວກເຮົາ - ລວມທັງ ຮູບພາບ ຈາກ ງານໃນມື້ນີ້ - ໂດຍຜ່ານ ທາງ facebook ຂອງ ພວກເຮົາ - Australia in Laos.

Please also keep in contact with the Australian Embassy and all our activities – including photos from today – on our Australia in Laos facebook page.

  • ປີໜ້າ ສາຍພົວພັນ ທາງການທູດ ລະຫວ່າງ ອົດສະຕຣາລີ-ລາວ ຄົບຮອບ 65 ປີ, ແລະ ຢູ່ facebook ຂອງ ສະຖານທູດ ຈະມີການເຄື່ອນໄຫວ ແລະ ຂ່າວສານຕ່າງໆ ໃຫ້ ນ້ອງນັກຮຽນ ຕິດຕາມ.

Next year will be busy on facebook, as our two countries celebrate our 65th anniversary of diplomatic relations.

  • ຂໍຂອບໃຈ ຕໍ່ ກັບບັນດາ ຄູ່ຮ່ວມງານ ຂອງ ພວກເຮົາ ຢູ່ ມະຫາວິທະຍາໄລແຫ່ງຊາດ - ໂດຍສະເພາະ, ຄູ-ອາຈານ ທີ່ມີສ່ວນຮ່ວມ ໃນໂຄງການນີ້ ທີ່ໃຫ້ການສະຫນັບສະຫນູນ ຢ່າງຕໍ່ເນື່ອງ.

Thank you to our friends and partners at the National University of Laos - in particular, the teachers involved in this program, for your continued support.

  • ຂອບໃຈ Vientiane College ແລະ ສະຖາບັນ Laos-Australia ສໍາລັບ ການເຮັດວຽກຫນັກຂອງ ເຂົາເຈົ້າ ໃນການຄຸ້ມຄອງ-ບໍລິຫານ ໂຄງການ LANS.

Thanks also to and the Laos Australia Institute for their hard work in managing the LANS program.

  • ອີກເທື່ອຫນຶ່ງ, ຂໍຊົມເຊີຍ ມາຍັງ ນັກຮຽນ ທີ່ໄດ້ຮັບທຶນທັງ 52 ຄົນ.

Congratulations again to our 52 new awardees.

  • ຕ້ອງ ຕັ້ງໃຈຮຽນ​ ແລະ ມ່ວນ ກັບ ການໃຊ້ເວລາ ຮຽນ ຢູ່ ມະຫາວິທະຍາໄລ. ຂ້າພະເຈົ້າ, ຂໍອວຍພອນໃຫ້ພວກນ້ອງ ປະສົບຜົນສໍາເລັດໃນການຮຽນ ແລະ ໜ້າທີ່ວຽກງານໃນອະນາຄົດ.

Study hard.  Enjoy your time at university.  I wish you every success with your studies and the careers that follow.