Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia and Laos facing up to border management challenges

ອົດສະຕຣາລີ ແລະ ສປປ ລາວ ປະເຊີນໜ້າກັບ ສິ່ງທ້າທາຍ ດ້ານການ ຄຸ້ມຄອງຊາຍແດນ

 


ທ່ານ ເອກອັກຄະລັດຖະທູດ ຈອນ ວິນລຽມສ໌ ພ້ອມດ້ວຍທ່ານ ສາຍສະໝິງ ສີວິໄລ, ວ່າການຫົວໜ້າກົມ, ກົມຕຳຫຼວດກວດ ຄົນເຂົ້າ-ອອກເມືອງ, ກະຊວງ ປ້ອງກັນຄວາມສະຫງົບ ຢູ່ທີ່ງານ ພິທີປິດ ການເຝິກອົບຮົມ ດ້ານ ການກວດສອບ ສົມທຽບ ໃບໜ້າ ທີ່ ສະໜາມບິນວັດໄຕ ໃນວັນທີ 22 ພຶດສະພາ 2015.


ເຈົ້າໜ້າທີ່ ຕຳຫຼວດກວດຄົນເຂົ້າ-ອອກເມືອງ ຂອງ ສປປ ລາວ ໄດ້ຮັບການເຝິກອົບຮົມ ໃນອາທິດນີ້ ຈາກ ຊ່ຽວຊານ ອົດສະຕຣາລີ ດ້ານ ການກວດສອບ ສົມທຽບ ໃບໜ້າ, ເຊິ່ງເປັນການເຝິກອົບຮົມຄັ້ງລ້າສຸດ ຈາກການຮ່ວມມືອັນຍາວນານ ຕະຫຼອດໄລຍະ ສອງທົດສະວັດ ຂອງໂຄງການ ສ້າງຄວາມເຂັ້ມແຂງ ດ້ານຄວາມປອດໄພ ຢູ່ຊາຍແດນ ໃນ ສປປ ລາວ ແລະ ຢູ່ທົ່ວພາກພື້ນ ຂົງເຂດແມ່ນຳ້ຂອງ.

ຊ່ຽວຊານເຝິກອົບຮົມຈາກ ກົມຕຳຫຼວດກວດ ຄົນເຂົ້າ-ອອກເມືອງ ແລະ ປ້ອງກັນຊາຍແດນຈາກ ອົດສະຕຣາລີ ໄດ້ເດີນທາງ ມານະຄອນຫຼວງວຽງຈັນ ໃນວັນທີ 21-22 ພຶດສະພາ ເພື່ອໃຫ້ ການເຝິກອົບຮົມ ດ້ານວິຊາການ ເປັນເວລາສອງວັນ ໃນການກວດສອບ ສົມທຽບ ໃບໜ້າ ແລະ ຮູບພາບ.

ການເຝິກອົບຮົມ ດັ່ງກ່າວ ມີເປົ້າໝາຍເພື່ອ ສ້າງຄວາມເຂັ້ມແຂງ ດ້ານຄວາມອາດສາມາດ ໃຫ້ແກ່ ເຈົ້າໜ້າທີ່ຂອງ ກົມຕຳຫຼວດກວດ ຄົນເຂົ້າ-ອອກເມືອງ ເພື່ອຮັບມືກັບ ປະລິມານທີ່ເພີ່ມຂື້ນຂອງນັກທ່ອງທ່ຽວ ທີ່ເຂົ້າມາ ສປປ ລາວ, ພ້ອມດຽວກັນກັບ ການເຕີບໂຕຢ່າງໄວວາ ຂອງປະເທດ ທີ່ກາຍເປັນ ຈຸດໝາຍປາຍທາງດ້ານ ການທ່ອງ ທ່ຽວ ແລະ ການເຮັດທຸລະກິດ ໃນຊຸມປີທີ່ຜ່ານມາ.

ທ່ານ ຈອນ ວິນລຽມສ໌, ເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ, ໄດ້ກ່າວວ່າ ການເຝິກອົບຮົມ ການກວດສອບ ສົມທຽບ ໃບໜ້າ ເປັນຄວາມສາມາດທີ່ສຳຄັນຫຼາຍ ສຳລັບ ເຈົ້າໜ້າທີ່ ຕຳຫຼວດກວດ ຄົນເຂົ້າ-ອອກ ເມືອງ, ເຊິ່ງຈະຊ່ວຍເຮັດໃຫ້ ສາມາດກວດສອບ ແລະ ປ້ອງກັນ ການເຂົ້າເມືອງຜິດກົດໝາຍ, ເຊັ່ນ ຄົນລັກລອບເຂົ້າເມືອງ ທີ່ຜິດກົດໝາຍໄດ້.

ທ່ານ ວິນລຽມສ໌, ໄດ້ກ່າວ ໃນພິທີມອບໃບປະກາດ ໃຫ້ແກ່ ຜູ້ເຂົ້າຮ່ວມ ເຝິກອົບຮົມ ໃນພິທີປິດ ຢູ່ ສະໝາມບິນວັດໄຕ, ວ່າ ອົດສະຕຣາລີ ແລະ ສປປ ລາວ ມີຄວາມສົນໃຈໃນສິ່ງດຽວກັນ ໃນການຕໍ່ຕ້ານ ຄົນລັກລອບເຂົ້າເມືອງ ທີ່ຜິດກົດໝາຍ ແລະ ການຄ້າມະນຸດ.

ທ່ານ ວິນລຽມສ໌ ຍັງໄດ້ກ່າວ ອີກວ່າ “ລັດຖະບານ ອົດສະຕຣາລີ ໃຫ້ຄວາມສຳຄັນຫຼາຍ ໃນການເຮັດວຽກຢ່າງໃກ້ຊິດ ກັບ ສປປ ລາວ ກ່ຽວກັບ ບັນຫາ ການເຂົ້າ-ອອກເມືອງ ແລະ ການລັກລອບເຂົ້າເມືອງ ທີ່ຜິດກົດໝາຍ.” “ບັນດາສິ່ງທ້າທາຍ ໃນການຂ້າມແດນ ເຫຼົ່ານີ້ ຮຽກຮ້ອງ ໃຫ້ມີການຮ່ວມມືຢ່າງໃກ້ຊິດ ຂອງບັນດາເຈົ້າໜ້າທີ່ ຮັບຜິດຊອບ ຄຸ້ມຄອງຊາຍແດນ, ພ້ອມດຽວກັນກັບ ການມີຄວາມສາມາດ ພິເສດສະເພາະ.”

ທ່ານ ເອກອັກຄະລັດຖະທູດ ວິນລຽມສ໌ ໄດ້ກ່າວ ເພີ່ມວ່າ ປະຊາຄົມເສດຖະກິດອາຊຽນ (AEC) ຈະນໍາເອົາຜົນປະໂຫຍດອັນໃຫຍ່ຫຼວງ ມາສູ່ ສປປ ລາວ, ເຊິ່ງ ທົ່ວໂລກ ກຳລັງຈ້ອງຕາເບິ່ງມາ ຫາ ຂົງເຂດອາຊີຕາເວັນອອກສ່ຽງໃຕ້ ເຊິ່ງຈະຖືວ່າເປັນ ຕະຫຼາດໂຮມກັນເປັນໜຶ່ງ ແລະ ມີຄວາມຫຼາກຫຼາຍ.

ທ່ານ ຍັງໄດ້ກ່າວອີກວ່າ “ເຖິງຢ່າງໃດກໍ່ຕາມ ປະຊາຄົມເສດຖະກິດອາຊຽນ ກໍ່ຈະມາພ້ອມກັບ ສິ່ງທ້າທາຍດ້ານຕ່າງໆ.” “ເຊັ່ນຈະກາຍເປັນພາກພື້ນ ມີການເຄື່ອນຍ້າຍ ໄດ້ງ່າຍຂື້ນ, ແລະ ມີການຄ້າ ທີ່ຜິດກົດໝາຍ ຍ້ອນສິ່ງທ້າທາຍດັ່ງກ່າວ, ຄວາມອາດສາມາດ ຂອງ ເຈົ້າໜ້າທີ່ ຕຳຫຼວດກວດກາເຂົ້າຄົນເຂົ້າ-ອອກເມືອງ ຢູ່ແຖວໜ້າຈະມີຄວາມສຳຄັນຫຼາຍ.”

ທ່ານ ວິນລຽມສ໌ ໄດ້ກ່າວ ເພີ່ມວ່າ “ດ້ວຍເຫດນີ້ ກົມຕຳຫຼວດກວດ ຄົນເຂົ້າ-ອອກເມືອງ ຂອງ ອົດສະຕຣາລີ ແລະ ສປປ ລາວ ໄດ້ເຮັດວຽກຮ່ວມກັນ ກ່ຽວກັບ ບັນຫາ ຄວາມປອດໄພຢູ່ ຊາຍແດນ ຕັ້ງແຕ່ປີ 1990 ເປັນຕົ້ນມາ.” “ມັນເປັນວຽກງານທີ່ສຳຄັນ ຂອງ ອົດສະຕຣາລີ ໃນການໃຫ້ການຊ່ວຍເຫຼືອພາກປະຕິບັດ ດ້ານວິໃສທັດຂອງການເຊື່ອມໂຍງເຂົ້າເປັນປະຊາຄົມ ອາຊຽນ.”

ການເຝິກອົບຮົມໃນອາທິດນີ້ ແມ່ນ ໂຄງການລິເລີ່ມລ້າສຸດ ຂອງອົດສະຕຣາລີ ທີ່ກຳລັງຈັດຕັ້ງປະຕິບັດຢູ່ ພາຍໃຕ້ ໂຄງການພັດທະນາ ຄວາມອາດສາມາດ ຢູ່ລະດັບພາກພື້ນ ກັບ ກົມຕຳຫຼວດກວດ ຄົນເຂົ້າ-ອອກເມືອງ ຂອງ ສປປ ລາວ. ໂຄງການໃນປີ 2015 ຈະກວມເອົາການເຝິກອົບຮົມ ໃນການ ນຳໃຊ້ເຕັກນິກ ເຂົ້າໃນການກວດສອບເອກະສານ ແລະ ຫຼັກສູດຮຽນພາສາອັງກິດ.
 

ສອບຖາມຂໍ້ມູນເພີ່ມຕື່ມທີ່:

ມິ່ງງາຄຳ ປັນຍາສັກ
ຜູ້ຮັບຜິດຊອບ ຊື່ມວນຊົນ ແລະ ຂ່າວສານ
ສະຖານທູດ ອົດສະຕຣາລີ
ໂທ: 021 353 800 ຕໍ່ 125, ມືຖື 020 2223 8299