Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia Day Speech for Lao National TV

Australia Day Speech for Lao National TV
26 January 2016
by H.E. Mr John Williams
Australian Ambassador to the Lao PDR


ສະບາຍດີ. ຂ້າພະເຈົ້າ ມີຄວາມຍິນດີຫຼາຍ ທີ່ມີໂອກາດ ໄດ້ມາກ່າວ ສານອວຍພອນ ເນື່ອງໃນໂອກາດ ວັນຊາດອົດສະຕຣາລີ ອີກຄັ້ງໜຶ່ງ.
Sabaai Dii.  I am delighted to speak to you again on the occasion of Australia’s National Day.

ປະຊາຊົນ ອົດສະຕາລີ ສະເຫຼີມສະຫຼອງ ມູນເຊື້ອ ແລະ ຜົນສຳເລັດ ຂອງປະເທດໜຸ່ມນ້ອຍ  ພວກເຮົາ ທຸກປີ ໃນວັນທີ 26 ມັງກອນ - ເປັນມື້ ທຳອິດ ທີ່ ກຸ່ມຄົນຈາກ ປະເທດເອີຣົບ ມາເຖິງດິນແດນ ທີ່ມີ ຊື່ເອີ້ນ ໃນປະຈຸບັນວ່າ Sydney ໃນປີ 1788.
Australians celebrate the achievements and values of our young country on 26 January each year - the date of the arrival in Sydney, now Australia’s largest city, of the first fleet of European convict settlers back in 1788.

ປະເທດອົດສະຕຣາລີ ໃນປະຈຸບັນນີ້ ມີຄວາມແຕກຕ່າງຈາກປະເທດອື່ນໆຫຼາຍ - ເປັນປະເທດ ມີພູມສັນຖານ ພົ້ນເດັ່ນແລະ ມີເອກະລັກ ທາງສິ່ງແວດລ້ອມ ທຳມະຊາດ ທີ່ງົດງາມ, ກວມເອົາສະຖານທີ່ ຂື້ນຊື່ ເປັນມໍລະດົກໂລກ ເຖິງ 19 ແຫ່ງ.
Australia today is a very different country from any other – a country of striking landscapes and spectacular natural environment, blessed with 19 World Heritage listed sites.

ອົດສະຕຣາລີ ເປັນປະເທດໜື່ງ ທີ່ມີຄວາມອຸດົມສົມບູນ ດ້ານວັດທະນະທຳ ອັນເກົ່າແກ່, ນັບອາຍຸກັບໄປເຖິງ 60,000 ປີກ່ອນ, ແຕ່ ປະຈຸບັນ, ໄດ້ກາຍເປັນໜຶ່ງ ໃນປະເທດ ທີ່ມີເສດຖະກິດເຂັ້ມແຂງ ທີ່ສຸດ ຂອງໂລກ, ປະກອບດ້ວຍແຮງງານ ທີ່ໄດ້ມີການສຶກສາສູງ ແລະ ໂດຍສະເພາະແມ່ນຢູ່ໃນຂະແໜງ ບໍລິການຕ່າງໆ
Australia is a country with a rich ancient culture, dating back 60,000 years, yet today is one of the world’s strongest economies, with a highly-educated workforce and an extensive services sector.

ການເປັນປະເທດຮ່ວມສະໄໝ ຂອງອົດສະຕຣາລີ ຍັງເຕັມໄປດ້ວຍປະຊາຊົນ ຫຼາຍເຊື້ອຊາດ ແລະ ຫຼາຍວັດທະນາທຳ ຈາກທົ່ວໂລກ - ເຊິ່ງເປັນຜົນມາຈາກ ນະໂຍບາຍເປີດຮັບ ຜູ້ອົບພະຍົບ ເຊັ່ນ ມີຄົນ ຈຳນວນ 190,000 ຄົນ ພວມຈະຕັ້ງຖິ່ນຖານໃໝ່ ຢູ່ອົດສະຕຣາລີໃນສົກປີນີ້.
Contemporary Australia is also a rich tapestry of people and cultures from across the globe – the result of an open immigration policy that will see up to 190,000 new Australians resettle in the country this financial year.

ຜູ້ອົບພະຍົບຈາກ 200 ປະເທດ - ຈາກທຸກສາດສະໜາ, ແລະ ຈາກທຸກມູມໂລກ - ໄດ້ສ້າງ  ທີ່ຢູ່ອາໄສໃໝ່ ໃນອົດສະຕຣາລີ
Immigrants from 200 countries - from every faith, and from every corner of the world - have made a new home in Australia.

ຫຼາຍກວ່າ 300 ພາສາໄດ້ຖືກນຳໃຊ້ ໃນການສົນທະນາກັນ ຢູ່ບ້ານ.
More than 300 different languages are spoken in Australian homes.

ຄວາມຫຼາກຫຼາຍ ທາງວັດທະນາທຳ ໄດ້ເຮັດໃຫ້ອົດສະຕຣາລີ ກາຍເປັນປະເທດທີ່ມີປະຊາທິປະໄຕ ເບິ່ງອອກໄປສູ່ພາຍນອກ, ມີສຽງໂດດເດັ່ນ ເປັນເອກະລັກ ໃນເວທີສາກົນ.
This multiculturalism has helped make Australia an outward-looking democracy, able to project a unique, distinctively Australian voice in global affairs.
ຍ້ອນຄຸນະພາບ ທີ່ເປັນເອກະລັກເຫຼົ່ານີ້ ເປັນສິ່ງທີ່ມີຄຸນຄ່າແທ້ຈິງ ໃນການມີສ່ວນຮ່ວມ ຂອງອົດສະຕຣາລີ ກັບ ພາກພື້ນ Asia-Pacific, ພາກພື້ນ ທີ່ເປັນເພື່ອນບ້ານ ແລະ ມີການຂະຫຍາຍຕົວຢ່າງໄວວາ.
These unique qualities are a real asset in Australia’s engagement with an increasingly dynamic Asia-Pacific region, our neighbourhood.

ພວກເຮົາມີຄວາມຕັ້ງໃຈ ຈະເຮັດໃຫ້ສາຍພົວພັນນີ້ ແໜ້ນແຟ້ນຍິ່ງຂື້ນ, ແລະ ຕັ້ງໃຈ ຈະເພີ່ມຄວາມເຂົ້າໃຈ ຂອງອົດສະຕຣາລີ ກ່ຽວກັບຄວາມຫຼາກຫຼາຍ ຂອງປະຊາກອນ ແລະ ວັດທະນາທຳ ຕ່າງໆຂອງພາກພື້ນ Asia-Pacific.
We are determined to strengthen these links, and Australia’s understanding of the diverse people and cultures across Asia and the Pacific.

ແຜນງານ Colombo ໃໝ່ ຫຼື NCP ຂອງອົດສະຕຣາລີ ແມ່ນການເປີດໂອກາດ ໃຫ້ນັກສຶກສາ ໜຸ່ມສາວ ຈາກອົດສະຕຣາລີ ໄດ້ມາເຮັດວຽກ ແລະ ຮຽນຮູ້ຕົວຈິງຢູ່ໃນພາກພື້ນ, ເປັນການລົງທືນ ອັນສຳຄັນ ຂອງ ອົດສະຕຣາລີ ສຳລັບສາຍພົວພັນ ໄລຍະຍາວ ກັບ ພາກພື້ນ Asia-Pacific. 
Australia’s New Colombo Plan, under which young Australian students have an opportunity to work and study in the region, is a major investment in Australia’s long-term engagement with the Asia-Pacific.

NCP ນີ້ ຈະຊ່ວຍສ້າງໃຫ້ມີ ຜູ້ນຳ ຄົນຮຸ້ນໃໝ່ ຂອງອົດສະຕຣາລີ ໃຫ້ມີຄວາມເຂົ້າໃຈໃນພາກພື້ນນີ້ ໄດ້ດີຍິ່ງຂື້ນ.
The New Colombo Plan will help create a new generation of Australian leaders with a much stronger grasp of our region. 

ພ້ອມດຽວກັນນັ້ນ, ມີນັກສຶກສາຈຳນວນຫຼາຍພັນຄົນ ຈາກແຜນງານ Colombo ຜ່ານມາ ທົ່ວທະວີບອາຊີ ທີ່ໃນປະຈຸບັນ ມີຄວາມເຂົ້າໃຈດີຫຼາຍ ຕໍ່ປະເທດອົດສະຕາລີ.
Much in the same way that the many thousands of Colombo Plan scholars from across Asia now understand Australia so well.

ປີນີ້ ມີນັກສຶກສາຈຳນວນ 50 ຄົນຈາກມະຫາວິທະຍາໄລຕ່າງໆຂອງ ອົດສະຕຣາລີ ໃນໂຄງການ NCP ຈະສຳເລັດໜ້າທີ່ ວຽກງານ ໃນປະເທດລາວ - ເຊິ່ງເປັນຈຳນວນໃກ້ຄຽງກັບ ປີ 2015.
50 students from four Australian universities will complete New Colombo Plan placements in the Lao PDR this year - a similar number to 2015.

ໃນຖານະ ທີ່ເປັນປະເທດ ຄູ່ເຈລະຈາທຳອິດ ແລະ ເກົ່າແກ່ທີ່ສຸດຂອງ ASEAN, ອົດສະຕຣາລີເຫັນຄຸນຄ່າ ຂອງການຮ່ວມມື ກັບບັນດາປະເທດເພື່ອນບ້ານ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ລວມທັງ ສາຍພົວພັນອັນແໜ້ນແຟ້ນ ແລະຍາວນານກັບ ສປປ ລາວ.
As ASEAN’s first and oldest dialogue partner, Australia values our partnerships with our neighbours in South-East Asia, including our long-standing and close relations with the Lao PDR.

ຂ້າພະເຈົ້າມີຄວາມຍິນດີ ເປັນຢ່າງຍິ່ງ ທີ່ໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 40 ປີ ໃນເດືອນຜ່ານມາ.
I was delighted to be able to participate in the celebrations in December to mark the 40th birthday of the Lao PDR.

ເມື່ອທົບທວນຄືນ ເຖິງຜົນສຳເລັດ ທີ່ປະເທດລາວຍາດມາໄດ້ ໃນໄລຍະ 4 ທົດສະວັດຜ່ານມາ,ຂ້າພະເຈົ້າເຊື່ອໝັ້ນວ່າ ປະຊາຊົນລາວ ຄວນຈະມີຄວາມພູມໃຈຫຼາຍ ຕໍ່ຜົນສຳເລັດທັງໝົດເຫຼົ່ານັ້ນ.
Looking back at your young country’s achievements over the past four decades, I believe the Lao people have much to be proud of.

ຂ້າພະເຈົ້າ ຂໍຖືໂອກາດນີ້ ອວຍພອນໄຊ ມາຍັງຄະນະນຳລາວ ຊຸດໃໝ່ ທີ່ຈະໄດ້ຮັບການຄັດເລືອກໃນກອງປະຊຸມພັກ ເດືອນນີ້ ຈົ່ງປະສົບຜົນສຳເລັດ ໃນການນຳພາປະເທດຊາດ ໃຫ້ຜ່ານພົ້ນບັນດາສິ່ງທ້າທາຍຕ່າງໆ ໃນອານາຄົດທາງໜ້າໃຫ້ໄດ້.
I wish the new Lao leadership that will emerge from this month’s Party Congress every success in steering the country through the challenges that lie ahead.

ການເພີ່ມຂື້ນ ຂອງການເຊື່ອມໂຍງ ເສດຖະກິດໂລກ ແລະ ພາກພື້ນ ຈະນຳເອົາໂອກາດໃໝ່ໆ ມາໃຫ້ ສປປ ລາວ.
An increasingly integrated regional and global economy will bring new opportunities for the Lao PDR. 

ແຕ່ມັນຍັງຈະ ນຳເອົາສິ່ງທ້າທາຍຫຼາຍຢ່າງມາພ້ອມ. ການນຳ ຈຳເປັນຕ້ອງເຫັນຄວາມສຳຄັນຂອງ ການປະຕິຮູບ ເສດຖະກິດ ແລະ ການຄ້າ ເພື່ອຈະສາມາດ ແຂ່ງຂັນ ດຶງດູດ ເອົາບັນດາບໍລິສັດ ຊັ້ນນຳຂອງໂລກ ເຂົ້າມາ ສປປ ລາວ.
But it will also bring new challenges.  Chief among these is the need for meaningful trade and economic reform to be able to compete in attracting world-leading companies to the Lao PDR. 

ມີ ຫົວໜ້າບໍລິສັດອົດສະຕຣາລີ ທ່ານໜື່ງ ໄດ້ກ່າວໃນເວລາມາຢ້ຽມຢາມວຽງຈັນ ທ້າຍປີກາຍນີ້ ວ່າ, ເງິນທືນທົ່ວໂລກ - ໄຫຼຄືນ້ຳ - ຜ່ານເສັ້ນທາງ ທີ່ຄວາມຕ້ານທານໜ້ອຍ.
As a visiting Australian company chief said in Vientiane late last year, global capital – like water – flows through the path of least resistance.
 
ການສຳຫຼວດຫຼ້າສຸດ ຂອງ ທະນາຄານໂລກ ສະແດງໃຫ້ເຫັນວ່າ ທຸລະກິດທັງພາຍໃນ ແລະ ຕ່າງປະເທດ ພວມຊອກຫາ ລະບຽບການ ແລະ ກົດໝາຍ ທີ່ມີຄວາມແນ່ນອນ, ຄວາມໂປ່ງໃສ ແລະ ຄວາມພະຍາຍາມ ຫຼາຍກວ່າເກົ່າ ເພື່ອຕໍ່ຕ້ານ ການສໍ້ລາດບັງຫຼວງ.
The latest World Bank survey shows local and foreign businesses are looking for greater legal and regulatory certainty, greater transparency and greater effort to combat corruption.

ທັງໝົດເຫຼົ່ານີ້ ແມ່ນ ການປະຕິຮູບສຳຄັນ ທີ່ຈະຊ່ວຍເຮັດໃຫ້ ສປປ ລາວ ສາມາດຍາດເອົາ ນັກທຸລະກິດ ທີ່ມີຄຸນະພາບ ລະດັບສາກົນໄດ້, ເພື່ອຊ່ວຍສ້າງຄວາມເຂັ້ມແຂງ ແລະ ຄວາມຫຼາກຫຼາຍໃຫ້ແກ່ ເສດຖະກິດຂອງລາວ.
These are all vital reforms that will help the Lao PDR compete for quality international business, to help strengthen and diversify the Lao economy.
ເຈດຈຳນົງອັນສຳຄັນ ເພື່ອປະຕິຮູບ ແລະ ປັບປຸງການຄຸ້ມຄອງບໍລິຫານ ແມ່ນ ບັນຫາສຳຄັນ ສຳລັບ ຄູ່ຮ່ວມມື ດ້ານການພັດທະນາ ຂອງ ສປປ ລາວ, ລວມທັງ ອົດສະຕຣາລີ.
A greater commitment to reform and improved governance, in an era of growing contestability over government budgets and foreign aid spending, is also an issue of importance for Laos’ development partners, including Australia.
 
ມີການປະຕິຮູບເຫຼົ່ານີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ບໍລິສັດ ທີ່ມີຄຸນະພາບຈາກອົດສະຕຣາລີ  ຈະຖືກພິຈາລະນາໃຫ້ໄດ້ມາລົງທຶນ ຢູ່ ສປປ ລາວຕື່ມອີກ - ໃນຂະແຫນງການ ທີ່ມີຄວາມສໍາຄັນ ຕໍ່ເສດຖະກິດຂອງລາວ ແລະ ແມ່ນຂະແໜງການ ທີ່ ອົດສະຕຣາລີ ມີຄວາມຊໍານານ ລະດັບໂລກ ເຊັ່ນ: ບໍ່ແຮ່ ແລະ ພະລັງງານ, ການຄົມມະນາຄົມ ແລະຂົນສົ່ງ, ກະສິກໍາ, ການທ່ອງທ່ຽວ, ການກໍ່ສ້າງ, ແລະ ການບໍລິການ ດ້ານ ກົດຫມາຍ ແລະ ການເງິນ.
With these reforms, I am confident quality Australian companies will once again consider investments in Laos – in sectors of vital importance to the Lao economy and where Australia has global expertise, like mining and energy, transport and logistics, agriculture, tourism, construction, and legal and financial services.

ປີ 2016 ເປັນປີ ທີ່ສະແດງໃຫ້ເຫັນວ່າ ສປປ ລາວ ມີໂອກາດ ເປັນປະທານ ກອງປະຊຸມ ASEAN ອີກຄັ້ງໜື່ງ.
2016 also presents the Lao PDR with the opportunity to once again chair ASEAN.

ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ຈະເປັນອີກປີ ທີ່ ສປປ ລາວ ປະສົບຜົນສຳເລັດ ໃນການເປັນປະທານ ກອງປະຊຸມ ASEAN, ດັ່ງທີ່ທ່ານເລີ່ມຕົ້ນ ດ້ວຍແນວຄວາມຄິດ ທີ່ວ່າ ປະຊາຄົມອາຊຽນ ໃຫ້ເປັນຈິງ.
We are confident the Lao PDR will preside over another successful year for ASEAN, as you begin to turn the concept of ASEAN Community into a reality.
 
ຜົນສຳເລັດຂອງ ASEAN ໃນການສົ່ງເສີມ ວຽກງານດ້ານຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງ ຢູ່ໃນພາກພື້ນ ມີຄວາມສຳຄັນໃຫຍ່ຫຼວງ ຕໍ່ ອົດສະຕຣາລີ, ໃນຖານະເປັນ ເພື່ອນມິດ ແລະ ເພື່ອນບ້ານ.
ASEAN’s success in promoting regional security and prosperity matters greatly to Australia, as a friend and neighbour.

ອົດສະຕຣາລີ ດີໃຈທີ່ໄດ້ ໃຫ້ການຊ່ວຍເຫຼືອ ລັດຖະບານລາວ ໃນປີ ແຫ່ງການກະກຽມ ເປັນປະທານ ASEAN ໂດຍຜ່ານ ຫຼາຍໂຄງການ.
Australia has been delighted to have helped support the Lao Government’s preparations for its year as ASEAN chair, through a number of programs.

ແລະ ພວກຂ້າພະເຈົ້າ ຕັ້ງໜ້າທີ່ຈະ ຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຂອງ ທ່ານລັດຖະມົນຕີ ການຕ່າງປະເທດ ແລະ ລັດຖະມົນຕີການຄ້າ ຂອງ ອົດສະຕຣາລີ.
And we look forward to visits this year to the Lao PDR by Australia’s Foreign Minister and Trade Ministers.

ແລະ ການມາຢ້ຽມຢາມ ຂອງ ທ່ານນາຍົກລັດຖະມົນຕີ ອົດສະຕຣາລີ ເພື່ອເຂົ້າຮ່ວມ ກອງປະຊຸມສຸດຍອດ ອາຊີຕາເວັນອອກ - ຫຼື EAS ໃນເດືອນກັນຍາ, ເປັນສິ່ງທີ່ພົ້ນເດັ່ນ ເພາະເປັນເວທີ ທີ່ສຳຄັນ ສຳລັບ ASEAN ກໍ່ຄື ພາກພື້ນ Asia-Pacific ເພື່ອປຶກສາຫາລື ບັນຫາ ທີ່ເປັນບູລິມະສິດ ລະດັບຜູ້ນຳ.
And a visit by our Prime Minister for the September’s East Asia Summit – the EAS, which is emerging as a critical forum for ASEAN and the broader Asia-Pacific region in addressing priority issues at leaders’ level.

ປີ 2017 ຍັງຈະເປັນ ອີກປີໜຶ່ງ ທີ່ມີຄວາມສຳຄັນ ຕໍ່ສາຍພົວພັນ ລາວ-ອົດສະຕຣາລີ, ເພາະພວກເຮົາຈະສະເຫຼີມສະຫຼອງ ຄົບຮອບ 65 ປີ ແຫ່ງສາຍພົວພັນສອງຝ່າຍ.
2017 also promises to be a milestone year in Australia-Lao relations, when we will celebrate the 65th anniversary of bilateral relations.

ອົດສະຕຣາລີ ຂໍກ່າວ ດ້ວຍຄວາມພາກພູມໃຈ ວ່າ ອົດສະຕຣາລີມີສາຍພົວພັນ ດ້ານການທູດ ທີ່ຍາວນານ ແລະ ຕໍ່ເນື່ອງທີ່ສຸດ ໃນລະດັບ ເອກອັກຄະລັດຖະທູດ ກັບ ສປປ ລາວ.
Australia is proud to represent Laos’ longest, unbroken diplomatic partner at Ambassador level. 

ລັດຖະບານອົດສະຕຣາລີ ຈະສືບຕໍ່ ເຈດຈຳນົງ ເປັນຄູ່ຮ່ວມມື ທີ່ເນັ້ນການປະຕິບັດຕົວຈິງ, ແບບສ້າງສັນ ແລະ ຕໍ່ເນື່ອງ ກັບ ສປປ ລາວ, ເຊັ່ນ ອົດສະຕຣາລີ ໄດ້ໃຫ້ການຊ່ວຍເຫຼືອ ເພື່ອການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ມາຫຼາຍກວ່າ ຫ້າທົດສະວັດ.
We are committed to continuing as a reliable, constructive and pragmatic partner for the Lao PDR, building on Australia’s more than five decades of assistance for Laos’ socio-economic development.

ຈຸດສຸມຂອງໂຄງການ ຊ່ວຍເຫຼືອ ຂອງອົດສະຕຣາລີ ດ້ານການສຶກສາ ແລະ ການຝຶກອົບຮົມ ສະທ້ອນໃຫ້ເຫັນ ຄວາມຊຳນານ ທີ່ຍາວນານ ໃນບັນດາໂຄງການຮ່ວມມື ຂອງ ອົດສະຕຣາລີ ຕໍ່ ສປປ ລາວ.
The focus of Australia’s aid program on education and training reflects Australia’s long-standing expertise and partnership with Laos.

ມັນຍັງສະທ້ອນ ໃຫ້ເຫັນເຖີງ ຄວາມສຳຄັນ ຂອງວຽກງານການສຶກສາ ຕໍ່ ຄາດໝາຍສູ້ຊົນ  ໄລຍະຍາວ ຂອງ ສປປ ລາວ.
It also reflects the importance of education for the Lao PDR’s long-term prospects.

ການປັບປຸງຜົນໄດ້ຮັບ ດ້ານການສຶກສາ ແມ່ນຈຸດສຳຄັນ ທີ່ຈະສາມາດເຮັດໃຫ້ລາວ ກ້າວໄປເຖິງເປົ້າໝາຍ ຄ່ອຍລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາໄດ້, ແລະ ສາມາດແຂ່ງຂັນ ດ້ານຕະຫຼາດແຮງງານ ທີ່ມີການເຊື່ອມໂຍງ ແລະນັບມື້ ເພີ່ມສູງຂື້ນ.
Improved education outcomes will be vital if Laos is to fulfil its ambition of graduating from Least Developed Country Status, and be able to compete in an increasingly integrated labour market in South East Asia.

ປະເທດລາວໂຊກດີ ທີ່ມີຄວາມຫຼາກຫຼາຍ ດ້ານປະຊາກອນ ຈະແຈ້ງ - ຍ້ອນເຄິ່ງນື່ງ ຂອງປະຊາກອນ ມີອາຍຸ ຕ່ຳກວ່າ 25 ປີ.
This country has a great demographic dividend – with half the Lao population under 25.

ດັ່ງນັ້ນ ລະບົບໂຮງຮຽນຂອງລາວຈື່ງມີຄວາມສຳຄັນ ເພື່ອສາມາດສະໜອງທັກສະ ດ້ານການຂຽນອ່ານ ແລະ ການຄິດໄລ່ໃຫ້ເດັກນ້ອຍລາວ ເຊິ່ງເປັນທັກສະທີ່ຈຳເປັນ ໃນທຸກອາຊີບ.
It will therefore be vital for the Lao school system to be able to provide Lao children with the literacy and numeracy skills they need to do any job.

ລັດຖະບານອົດສະຕຣາລີ ໄດ້ສຸມໃສ່ ຍົກລະດັບມາດຕະຖານ ດ້ານການສຶກສາ ແລະ ແກ້ໄຂບັນຫາ ກີດຂວາງ ການເຂົ້າໂຮງຮຽນຂອງນັກຮຽນ - ໂດຍສະເພາະແມ່ນ ນັກຮຽນແມ່ຍິງຈາກເຂດຊົນນະບົດ, ເຊິ່ງປະຈຸບັນເຫັນວ່າ ເປັນກຸ່ມທີ່ບໍ່ໄດ້ເຂົ້າໂຮງຮຽນຫຼາຍກວ່າໝູ່.
Australia is focused on raising education standards and addressing barriers to participation in school – particularly for rural Lao girls, currently the first to be left behind.

ພວກເຮົາຮັບຮູ້ ຈາກການດຳເນີນງານ ຂອງໂຄງການເຝິກອົບຮົມຄູອາຈານ ຂອງພວກເຮົາວ່າ - ຖ້າບັນດາຄູອາຈານ ໄດ້ຮັບການເຝິກອົບຮົມ ຈາກວິທີການທີ່ຖືກຕ້ອງ ແລະ ໄດ້ຮັບການສະໜັບສະໜູນຈາກພາກລັດ ຢ່າງຕໍ່ເນື່ອງ - ທຸກຄົນຈະກາຍເປັນຕົວຢ່າງທີ່ດີ ໃຫ້ແກ່ທ້ອງຖິ່ນຂອງເຂົາເຈົ້າ.
We know, from our teacher training programs to date, that teachers – if given the right tools and ongoing government support – can be positive role models in their communities.

ພວກເຮົາຮູ້ວ່າ ໂຄງການ ການສຶກສາຂັ້ນພື້ນຖານ ຂອງລັດຖະບານອົດສະຕຣາລີ, ທີ່ໄດ້ຮັບທືນສົມທົບຈາກ ສະຫະພາບເອີຣົບ, ຈະເຝິກອົບຮົມໃຫ້ ຄູຊົນເຜົ່າຕ່າງໆ ໂດຍສະເພາະຄູແມ່ຍິງ ຈາກຊົນນະບົດ ແລະ ເຂດຫ່າງໄກສອກຫຼີກ ຈຳນວນທັງໝົດ 500 ຄົນ.
Australia’s basic education program, with substantial funding too from the EU, will train over 500 new ethnic teachers, particularly women, from remote, rural villages.

ພວກເຮົາຢາກເຫັນບັນດາຄູໜຸ່ມສາວ, ຊາວໜຸ່ມຍິງ, ກາຍເປັນຜູ້ທີ່ມີບົດບາດ ແລະ ໄດ້ຮັບຄວາມນັບຖື ຈາກທ້ອງຖິ່ນຂອງເຂົາເຈົ້າ, ໃນບັນຫາຕ່າງໆ ທີ່ສຳຄັນຕໍ່ ການພັດທະນາ ເສດຖະກິດ-ສັງຄົມເຊັ່ນ ດ້ານສຸຂະອະນາໄມ ແລະ ການຮັກສາຄວາມສະອາດ...
We want these young teachers, young women, to become influential and respected voices in their communities, on important issues like basic hygiene and sanitation….


ການໃຫ້ຄວາມສຳຄັນດ້ານການອ່ານ ແລະ ເລົ່ານິທານ ໃຫ້ລູກຟັງ ຂອງພໍ່ ແລະແມ່, ພ້ອມການຊຸກຍູ້ໃຫ້ເດັກນ້ອຍໄປໂຮງຮຽນທຸກມື້...
On the importance of fathers and mothers reading or telling stories to their children each day, and encouraging their children to attend school each day….

ການໃຫ້ຄວາມສຳຄັນ ກັບໂພສະນາການ ທີ່ພຽງພໍ ສຳລັບການພັດທະນາດ້ານສະໝອງ ແລະ ຜົນການຮຽນຂອງເດັກນ້ອຍ... ລວມທັງຄວາມສຳຄັນ ຂອງອາຫານຄົບໝູ່ ສຳລັບແມ່ຍິງຖືພາ...
On the importance of adequate nutrition for children’s brain development and education outcomes….and the vital importance of good nutrition for expecting mothers….

ການໃຫ້ຄວາມສຳຄັນ ດ້ານອາຍຸແຕ່ງງານຂອງແມ່ຍິງ ແລະ ເກີດລູກ ຢ່າງໜ້ອຍ 18 ປີ...
On the importance of girls postponing marriage and child birth until at least age 18…

ແລະ ຜົນປະໂຫຍດອັນມະຫາສານ ຈາກການໃຫ້ນົມເດັກອ່ອນ 6 ເດືອນທຳອິດ ຫຼັງເກີດລູກ.
And on the enormous benefits of exclusive breastfeeding in the first six months of a child’s life.

ທັງໝົດເຫຼົ່ານີ້, ໃນຄວາມເຫັນຂອງພວກຂ້າພະເຈົ້າ, ແມ່ນສິ່ງທີ່ສຳຄັນ, ແມ່ນບັນຫາທີ່ສຳຄັນ, ສຳລັບການພັດທະນາ ເສດຖະກິດ-ສັງຄົມ ຂອງ ສປປລາວ.
These are, in our view, all important messages, important issues, for the Lao PDR’s socio-economic development.

ພວກເຮົາເຊື່ອໝັ້ນວ່າ ການໃຫ້ຄວາມສຳຄັນຕໍ່ການລົງທືນກັບຄູອາຈານ, ທ້ອງຖິ່ນ ແລະ ເດັກນ້ອຍໃນລາວ ຈະຊ່ວຍໃຫ້ ສປປ ລາວ ສາມາດຍາດໄດ້ ບັນດາເປົ້າໝາຍ ໄລຍະຍາວ ທີ່ວາງໄວ້.
Vital investments in teachers, communities and Lao children which we are confident will help the Lao PDR achieve its substantial long-term potential.

ຂ້າພະເຈົ້າມີຄວາມພູມໃຈ ທີ່ມີໂອກາດ ສະເຫຼີມສະຫຼອງວັນຊາດ ອົດສະຕຣາລີ ໃນນາມເອກອັກຄະລັດຖະທູດ ອົດສະຕຣາລີ ປະຈຳ ສປປ ລາວ ເປັນປີທີ ສາມ.
I am delighted to be celebrating my third Australia Day as our Ambassador to the Lao PDR.

ຂ້າພະເຈົ້າ ມີຄວາມຍິນດີ ກັບໂອກາດຕ່າງໆ ທີ່ໄດ້ຮັບ ຕະຫຼອດໄລຍະ ສອງປີຜ່ານມາ ທີ່ໄດ້ເຫັນຄວາມຫຼາກຫຼາຍ ແລະຄວາມສວຍງາມ ຫຼາຍດ້ານ ຂອງປະເທດລາວ.
I have welcomed the opportunity over the past two years to see more of this diverse, and incredibly scenic country.

ຂ້າພະເຈົ້າ ຂໍສັນຍາ ເພື່ອເປັນການ ຢ້ຳຕື່ມ ໜ້າທີ່ ຂອງຂ້າພະເຈົ້າເອງ ໃນນະຄອນຫຼວງວຽງຈັນວ່າ, ຂ້າພະເຈົ້າ ຈະສຸມທຸກກຳລັງ ເຫື່ອແຮງ ເພື່ອຮັດແໝ້ນສາຍພົວພັນ ອົດສະຕຣາລີ ກັບ ສປປ ລາວ ໃນທຸກຂົງເຂດວຽກງານ - ໃນຖານະເພື່ອນມິດ ແລະ ເພື່ອນຮ່ວມພັດທະນາ ໃນພາກພື້ນທີ່ນັບມື້ ນັບມີຄວາມປ່ຽນແປງ.
I promise you that for the remainder of my term here in Vientiane, I will continue to strive to strengthen Australia’s ties with the Lao PDR across many fields – as friends and partners in an increasingly dynamic region.

ຂໍເຊີນຊວນ ຕິດຕາມຂ່າວ ແລະ ກິດຈະກຳຕ່າງໆຂອງສະຖານທູດ ຕາມ Facebook Australia in Laos ດ້ວຍ.
Please turn into all the Embassy’s news and activities on our “Australia in Laos” Facebook account.

ຂໍໃຫ້ມ່ວນຊື່ນ ໃນການຊົມຂ່າວ, ສະພາບທົ່ວໄປ, ລະຄອນ, ຕະຫຼົກ, ກິລາ ແລະ ຮຽນພາສາອັງກິດ ຈາກໂທລະພາບ ຊ່ອງ Australia Plus ທີ່ກັບຄືນມາຄືເກົ່າ ຢູ່ Cable ລາວ.
And enjoy all the news, current affairs, drama, comedy, sport and English language programs on the Australia Plus Television Channel, now back on Lao Cable TV.

ໂຊກດີ ແລະ ຂໍຂອບໃຈ
Thank you and good luck.