Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia Day Reception Speech – Wed 27 January 2016

Australia Day Reception Speech – Wed 27 January 2016
By John Williams, Australian Ambassador to the Lao PDR

ຂໍຮຽນ ທ່ານສົມມາດ ພົນເສນາ, ລັດຖະມົນຕີ ວ່າການກະຊວງຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ;
ຮຽນ ທ່ານ ນາງ ຄຳເພົາ ເອີນທະວັນ, ລັດຖະມົນຕີຊ່ວຍ ວ່າການກະຊວງການຕ່າງປະເທດ;
ບັນດາທ່ານ ລັດຖະມົນຕີ, ລັດຖະມົນຕີຊ່ວຍ, ແຂກທີ່ມີກຽດ, ທ່ານຍິງ ແລະ ທ່ານຊາຍ.
ຍິນດີຕ້ອນຮັບ ທຸກທ່ານ ທີ່ໃຫ້ກຽດ ມາຮ່ວມງານວັນຊາດ ອົດສະຕຣາລີ ໃນຄ່ຳຄືນນີ້.

H.E. Mr Sommad Pholsena, Minister for Natural Resources and the Environment;
H.E. Madam Khampao Ernthavanh, Vice Minister for Foreign Affairs;
Ministers, Vice Ministers, Distinguished guests, ladies and gentlemen. 
A warm welcome to you all to this year’s Australia Day reception.

2015 ແມ່ນປີ ສຳຄັນຂອງ ສປປ ລາວ, ແລະ ສາຍພົວພັນ ລາວ - ອົດສະຕຣາລີ. ປີ 2016 ສຳຄັນຍິ່ງກວ່າ.
2015 was a big year for the Lao PDR, and for Lao-Australia relations.  2016 promises to be even bigger. 

ປີໜ້າ, 2017, ຍິ່ງເປັນປີ ທີ່ສຳຄັນ, ຍ້ອນອົດສະຕຣາລີ ແລະ ສປປ ລາວ ຈະສະເຫຼີມສະຫຼອງ ສາຍພົວພັນ ຄົບຮອບ 65 ປີ.
And next year, in 2017, yet another milestone, as Australia and the Lao PDR celebrate our 65th anniversary of bilateral relations.

ອົດສະຕຣາລີ ໃນຖານະ ເປັນຄູ່ຮ່ວມເຈລະຈາ ປະເທດທຳອິດ ຂອງ ASEAN, ທັງເປັນປະເທດເພື່ອນມິດ ແລະ ເພື່ອນບ້ານ ກັບບັນດາປະເທດ ໃນອາຊີຕາເວັນອອກສຽງໃຕ້, ແລະ ຂໍສະແດງຄວາມຍິນດີ ທີ່ ສປປ ລາວ ໄດ້ຮັບກຽດ ເປັນປະທານ ASEAN ອີກຄັ້ງໜື່ງ.
Australia, as ASEAN’s first dialogue partner and a country with extensive links with our friends and neighbours across South-East Asia, is delighted the Lao PDR has again this year assumed the chair of ASEAN. 

ປີ 2016 ຈະເປີດໂອກາດສຳຄັນຍິ່ງ ແກ່ ສປປ ລາວ ໃນການສ້າງ ປະຊາຄົມ ASEAN, ເຊິ່ງເປັນປີທຳອິດ ຂອງການຈັດຕັ້ງ ປະຕິບັດ ຕົວຈິງ.
2016 will be an excellent opportunity for the Lao PDR to put its stamp on the emerging ASEAN Community, in this first year of implementation.

ປະເທດອົດສະຕຣາລີ ໃນຖານະເພື່ອນບ້ານ ເຊັ່ນດຽວກັບ ບັນດາປະເທດໃນພາກພື້ນ ໄດ້ຮັບຜົນປະໂຫຍດ ອັນໃຫຍ່ຫຼວງ ຈາກຄວາມຈະເລີນ, ການມີສະຖຽນລະພາບ ແລະ ຄວາມຖືກຕ້ອງ  ປອງດອງ ຂອງ ພາກພື້ນ ອາຊີຕາເວັນອອກສຽງໃຕ້, ແລະ ພວມຕັ້ງໜ້າ ຈະຮ່ວມຊົມເຊີຍ ຜົນງານ ແລະ ຄວາມສຳເລັດ ທີ່ ປະຊາຄົມ ASEAN ຈະໄດ້ຮັບ ພາຍໃຕ້ ການເປັນປະທານ ຂອງ ສປປ ລາວ.
Australia, which benefits greatly from an increasingly prosperous, stable and cohesive South-East Asia on our doorstep, is looking forward to Laos’ leadership, and the progress Laos can achieve across ASEAN’s diverse agenda.

ປີນີ້ ພວກຂ້າພະເຈົ້າ ພວມກະກຽມຕ້ອນຮັບ ນາຍົກລັດຖະມົນຕີ, ລັດຖະມົນຕີ ການຕ່າງປະເທດ ແລະ ລັດຖະມົນຕີ ການຄ້າ ຂອງອົດສະຕຣາລີ ທີ່ຈະມາຢ້ຽມຢາມ ສປປ ລາວ.
We are looking forward also to visits to the Lao PDR this year by Australia’s Prime Minister, and our Foreign and Trade Ministers. 

…………………………………………………………………………

ຄຳຂວັນ ວັນຊາດ ອົດສະຕຣາລີ ໃນປີນີ້ ແມ່ນ ແນວຄວາມຄິດ ກ່ຽວກັບ ອົດສະຕຣາລີ.
This year, our national day reception is themed around perceptions of Australia.

ເພື່ອເຮັດໃຫ້ແນວຄວາມຄິດນີ້ ແຈ້ງຂື້ນຕື່ມ, ຂ້າພະເຈົ້າ ຂໍເຊີນບັນດາທ່ານ ຊົມຜົນງານດ້ານ   ສີນລະປະ ທີ່ອະທິບາຍກ່ຽວກັບ ຄຳຂວັນນີ້ ຈາກ ນັກຮຽນໂຮງຮຽນ ສີນລະປະ ປະມານ 30 ອັນ ທີ່ວາງສະແດງ ແລະ ໄດ້ມີການຄັດເລືອກ. 
To help us, we are delighted to feature around 30 works of art – impressions of Australia from local Lao artists who have entered our Australia Day competition.

ອົດສະຕຣາລີ ເປັນປະເທດໜື່ງ ທີ່ໂຊກດີຫຼາຍ. ມີເອກະລັກ, ມີຄວາມເປັນ ປະຊາທິປະໄຕ ຫຼາກຫຼາຍ, ໃກ້ຊິດ ແລະ ເຊື່ອມໂຍງ ກັບພາກພື້ນ Asia-Pacific ທີ່ມີການຂະຫຍາຍໂຕ ຕະຫຼອດເວລາ.
We are a fortunate country, Australia.  As a unique, multicultural democracy, closely integrated with an increasingly dynamic Asia-Pacific region. 

ຂ້າພະເຈົ້າ ຍິນດີ ທີ່ເຫັນວ່າ ນັກສີນລະປິນ ໜຸ່ມເຫຼົ່ານີ້ ສາມາດ ສ້າງຜົນງານ ທີ່ມີຄຸນະພາບ ກ່ຽວກັບອົດສະຕຣາລີ ອອກມາ ຜ່ານຄວາມສາມາດ ຂອງເຂົາເຈົ້າ.
I am delighted to see how well these young Lao artists have captured some of Australia’s qualities, through their works.

ຂໍເຊີນບັນດາທ່ານ ຊົມຜົນງານ ແລະ ສົນທະນາ ກັບບັນດາສິນລະປິນ ວ່າ ເອົາແນວຄວາມຄິດ ຖ່າຍທອດ ອອກມາເປັນຜົນງານ ໄດ້ແນວໃດ.
I would encourage you to take a closer look at these works of art, and talk to each of the talented artists who produced them. 

ຊ້າຍມືຂອງຂ້າພະເຈົ້າ ແມ່ນ ຜູ້ຊະນະ 3 ຄົນ ແລະ ບັນດາຜົນງານ, ຜູ້ຊະນະຈະໄດ້ຮັບລາງວັນ ເພື່ອໄປຊື້ ອຸປະກອນດ້ານ ສີນລະປະ ຕ່າງໆ.
On my left, standing in front of their art works, are our three winning artists, who will each receive gift vouchers for art supplies.

ຂໍປະກາດ ລາງວັນທີ 3 ແມ່ນ ນາງ ສອນຄູນ ຢູ່ທາງຊ້າຍສຸດ ຫົວຂໍ້ ແລກປ່ຽນວັດທະນະທຳກັນ
Third prize, on the far left, is Ms Sonekhoun, whose work is titled “Cultural Exchange”

ລາງວັນທີ 2 ແມ່ນ ທ້າວ ກົງລີ ຢູ່ທາງກາງ ຫົວຂໍ້ ສາຍພົວພັນ ລາວ-ອົດສະຕຣາລີ
Second prize, in the centre, is Mr Konglee, whose work is titled “Laos-Australia Relations”

ແລະ ລາງວັນທີ 1 ແມ່ນຜູ້ທີ່ຢືນໃກ້ກັບຂ້າພະເຈົ້າ,  ທ້າວ ວັນສຸກ ຫົວຂໍ້ ວິຖີຊີວິດລາວ ແລະ ອົດສະຕຣາລີ
And our major prize winner, on the right closest to me, is Mr Vansouk, whose work is titled “Lao-Australian lifestyles”

ຂໍເຊີນບັນດາທ່ານ ຮ່ວມຕົບມື ຊົມເຊີຍ ຜູ້ຊະນະ ທັງສາມຄົນ.
Please join me in congratulating our three winning artists.

……………………………………………………………………

ເຊັ່ນກັນ ຍິນດີຕ້ອນຮັບ champions 4 ຄົນ ຈາກ ໂຄງການ Stand Up Speak Out, ຫຼື SUSO champions ເຊິ່ງແມ່ນ ໂຄງການໜື່ງ ຂອງສະຖານທູດ ຮ່ວມກັບ ອົງການ CARE.
A warm welcome too to four of our Stand Up Speak Out champions or SUSO Champions, under our partnership with CARE.

ອາສາສະໝັກຊາຍໜຸ່ມ ເຫຼົ່ານີ້ ໄດ້ຊ່ວຍເພີ່ມຄວາມຮັບຮູ້ໃນສັງຄົມ ກ່ຽວກັບ ບັນຫາ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເຮັດແນວໃດ ໃຫ້ພວກເຮົາທຸກຄົນ, ທັງຍິງ ແລະ ຊາຍ, ສາມາດມີສ່ວນຮ່ວມ ເພື່ອລຸດຜ່ອນ ແລະ ແກ້ໄຂບັນຫານີ້, ເຊິ່ງເປັນບັນຫາ ທີ່ມີ ທົ່ວໂລກ.
These young men are helping raise awareness of the problem of violence against women, and how we can all, men and women, help address the problem in our communities.

……………………………………………………………………

ຂໍຂອບໃຈບັນດາທ່ານ ທີ່ມາຮ່ວມງານ ໃນຄ່ຳຄືນນີ້, ຂໍຂອບໃຈ ສຳລັບມິດຕະພາບ ແລະ ການຮ່ວມມື ທີ່ດີຈາກທຸກທ່ານ ເພື່ອອົດສະຕຣາລີ ແລະ ເພື່ອ ສາຍພົວພັນ ລາວ - ອົດສະຕຣາລີ.
Thank you again for joining us this evening, and for your friendship and support for Australia, and for Lao-Australia relations.

ຂໍເຊີນບັນດາທ່ານ ຕິດຕາມ ກິດຈະກຳ ຂອງສະຖານທູດ ຜ່ານທາງ Australia in Laos facebook page.
Please stay in touch with the Embassy’s activities, through our Australia in Laos facebook page.

ແລະ ຂ້າພະເຈົ້າ ຫວັງວ່າ ບັນດາທ່ານ ຈະມ່ວນຊື່ນ ກັບລາຍການຕ່າງໆ ກັບ ຊ່ອງ ໂທລະພາບ Australia Plus ທີ່ກັບຄືນມາອີກ ຜ່ານທາງ Lao Cable TV. 
And I hope you are enjoying the return of the Australia Plus television network on Lao Cable TV.

ມາຮອດນີ້ ຂ້າພະເຈົ້າ ຂໍຮຽນເຊີນ ພະນະທ່ານ ສົມມາດ ພົນເສນາ, ແລະ ພະນະທ່ານ ນາງ  ຄຳເພົາ ເອີນທະວັນ ຂື້ນມາ ເທິງເວທີ ເພື່ອ ຮ່ວມກັບຂ້າພະເຈົ້າ ດື່ມອວຍພອນ
I now have the honour of inviting H.E. Sommad Pholsena, and H.E. Madam Khampao Ernthavanh, to join me on the stage for the toasts.  ຮຽນເຊີນ... Your Excellencies…


ທ່ານ ຍິງ ແລະ ທ່ານ ຊາຍ. ຂ້າພະເຈົ້າ ຂໍເຊີນຍົກຈອກດື່ມ ອວຍພອນ ແດ່ ພະນະທ່ານ    ຈູມມະລີ ໄຊຍະສອນ, ປະທານປະເທດ ແຫ່ງ ສປປລາວ ແລະ ປະຊາຊົນລາວ, ແດ່ ພະນະທ່ານ Peter Cosgrove, ຜູ້ສຳເລັດລາດຊະການ ແຫ່ງ ເຄືອຈັກກະພົບ ອົດສະຕຣາລີ ແລະ ປະຊາຊົນອົດສະຕຣາລີ.


Ladies and Gentlemen.  I am delighted to propose a toast to His Excellency, Mr Choummaly Xayasone, President of the Lao People’s Democratic Republic, and to the people of the Lao PDR.  And to H.E. General, The Honourable, Sir Peter Cosgrove, Governor General of the Commonwealth of Australia, and to the people of Australia. 
ຂໍເຊີນ... Please.