Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

IMMERSIVE DIGITAL EXPERIENCE ARRIVES IN LAOS

 

9 ກຸມພາ

ການວາງສະແດງງານ ສິລະປະດີຈິຕອນ ຄັ້ງທຳອິດ ໃນ ສປປ ລາວ

ພະນະທ່ານ ນາງ ເມແກນ ຈອນສ, ເອກອັກຄະລັດຖະທູດ ອົດສະຕຣາລີ ແຫ່ງ ສປປ ລາວ, ພ້ອມດ້ວຍພາກສ່ວນລັດຖະບານ, ເອກອັກຄະລັດຖະທູດ, ຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງທາງສັງຄົມ ໄດ້ເຂົ້າຮ່ວມງານເປີດ ການວາງສະແດງງານ ສິລະປະດີຈິຕອນ ທີ່ມີຊື່ວ່າ Walking through a Songline ທີ່ ແລັບ ເດີ ລາຍນ໌, ນະຄອນຫຼວງວຽງຈັນ.

 

ງານວາງສະແດງ Walking through a Songline  ຈະເປັນການເປີດປະສົບການໃໝ່ ໂດຍການນຳໃຊ້ລະບົບດີຈິຕອນ, ເຊິ່ງງານດັ່ງກ່າວ ເປັນສ່ວນໜຶ່ງທີ່ມາຈາກງານວາງສະແດງລະດັບສາກົນຂອງ ຫໍພິພິດຕະພັນແຫ່ງຊາດອົດສະຕຣາລີ: Tracking the Seven Sisters (ຕາມຮອຍເອື້ອຍນ້ອງທັງເຈັດ). Songlines, ຫຼື ເສັ້ນທາງແຫ່ງຄວາມຝັນ ການຍ່າງຕາມຮອຍ ການສະແດງແສງສີສຽງ (Songline) ຫຼື Dreaming ໄດ້ກາຍເປັນເປັນແຜນທີ່ບັນທຶກເສັ້ນທາງການເດີນທາງໄປທົ່ວດິນແດນ ອົດສະຕຣາລີ ຂອງເຫຼົ່າບັນພະບຸລຸດ ຜູ້ສັນສ້າງດິນແດນ ແລະ ຜູ້ຄົນ.

ການສະແດງແສງສີສຽງ ໃນຫົວຂໍ້ ຕາມຮອຍເຈັດເອື້ອຍນ້ອງ ໄດ້ສະແດງເຖິງ 5 ການສະແດງແສງສີສຽງ First Nations songlines ຂອງ ກຸ່ມຄົນພື້ນເມືອງ ຈາກ​ທະ​ເລ​ຊາຍທາງພາກ​ຕາ​ເວັນ​ຕົກ ​ແລະ​ ພາກ​ກາງ​ ຂອ ງ​ອົດສະຕຣາລີ. ຮູບ​ແຕ້ມ​ ແລະ​ ຮູບຖ່າຍ​, ວັດ​ຖຸ​, ເພງ​, ການ​ເຕັ້ນ ​​ແລະ​ ການປະສົມປະສານສື່ຫຼາຍກວ່າ 300 ຊະນິດ ຖືກນຳໃຊ້ ເພື່ອ​ບັນ​ຍາຍ​ເລື່ອງ ເອື້ອຍນ້ອງທັງເຈັດ ແລະ​ ການກຳເນີດເປັນ​ທະ​ວີບ​ຂອງພວກ​ເຂົາ​ ​ໃນ​ຂະ​ນະ​ທີ່​ ພວກເຂົາ​ເດີນ​ທາງ​ຈາກ​ພາກຕາ​ເວັນ​ຕົກ​ໄປພາກ​ຕາ​ເວັນ​ອອກ.

“ຜ່ານງານວາງສະແດງ Walking through a Songline, ກຸ່ມຄົນພື້ນເມືອງ ຂອງ ປະເທດອົດສະຕຣາລີ ໄດ້ແບ່ງປັນຫຼາຍເລື່ອງລາວກັບບັນດາ ທ່ານ, ເພື່ອນບ້ານ, ແລະ ໝູ່ເພື່ອນ ຂອງພວກເຮົາ” ທ່ານທູດ ຈອນສ ກ່າວ. “ຂ້າພະເຈົ້າ ດີໃຈຫຼາຍ ທີ່ໄດ້ນຳເອົາເລື່ອງລາວດັ່ງກ່າວມາວາງສະແດງທີ່ປະເທດລາວໃນປີນີ້, ປີທີ່ ສປປ ລາວ​ ເປັນ ​ປະທານ​ອາ​ຊຽນ, ເພື່ອເປັນການສະເຫຼີມສະຫຼອງ 50 ປີ ໃນຖານະ ທີ່ ອົດສະຕຣາລີ ເປັນຄູ່ຮ່ວມເຈລະຈາປະເທດທຳອິດ ຂອງ ອາຊຽນ, ແລະ ວາລະຄົບຮອບ 30 ປີ ຂົວມິດຕະພາບ ແຫ່ງທຳອິດ ອົດສະຕຣາລີ ໄດ້ສະໜັບສະໜູນ ສປປ ລາວ.” ທ່ານທູດ ຈອນສ ກ່າວເພີ່ມຕື່ມ.

Walking through a Songline ຖືກສ້າງຂຶ້ນໂດຍຫໍພິພິຕະພັນແຫ່ງຊາດອົດສະຕາລີ ຮ່ວມກັບ ບໍລິສັດ Mosster Studio. ງານສິລະປະດັ່ງກ່າວ ຍັງສືບຕໍ່ໄດ້ຮັບການສະໜັບສະໜູນຢ່າງຕໍ່ເນື່ອງຈາກ ຜູ້ອາວຸໂສຄົນພື້ນເມືອງ Aboriginal ແລະ ຜູ້ມີຄວາມຮູ້ຂອງເລື່ອງນີ້.

ໃນຂະນະທີ່ຜູ້ເຂົ້າຊົມຍ່າງຜ່ານ ລະບົບແສງສີສຽງດິຈິຕອນທີ່ສະແດງຢູ່ ເຂົາເຈົ້າຈະສຳຜັດໄດ້ເຖິງ ຄວາມເປັນມາຂອງຄວາມຮູ້ ແລະ ສິລະປະພື້ນເມືອງ ອົດສະຕຣາລີ ດັ້ງເດີມ ທີ່ຈະຖືກສື່ສານໂດຍຜ່ານເຕັກໂນໂລຊີໃໝ່. “ງານວາງສະແດງນີ້ຈະສື່ສານກັບ ທ່ານ ຜ່ານຄວາມງົດງາມ ແລະ ພະລັງ. ພ້ອມ​ທັງ​ເປີດ​ໂອກາດ​ໃຫ້​ພວກ​ເຮົາ​ໄດ້​ການ​ແລກປ່ຽນ​ວັດທະນະທຳຮ່ວມກັນ” ທ່ານທູດ ຈອນສ ກ່າວ.

ງານວາງສະແດງ Walking through a Songline ຈະເປີດໃຫ້ເຂົ້າຊົມໂດຍບໍ່ເສຍຄ່າ, ນັບຕັ້ງແຕ່ວັນເສົາ ທີ 10 ກຸມພາ - ວັນສຸກທີ 1 ມີນາ 2024 ນີ້.