Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Press release TNG 21 08 2018 revised JD graudation Lao Version

ສົ່ງເສີມຄວາມເປັນຜູ້ນຳຂອງແມ່ຍິງ - ຄົນຮຸ່ນໃໝ່ 2018


ນະ​ຄອນຫຼວງວຽງ​ຈັນ, 24 ສິງ​ຫາ 2018

ນັກສຶກສາຍິງຈຳນວນ 31 ຄົນ ສຳເລັດການຝຶກອົບຮົມ ເຊິ່ງໃຊ້ເວລາ 5 ອາທິດຕິດຕໍ່ກັນ ໃນຫຼັກສູດກຽມຄວາມພ້ອມ ເພື່ອກ້າວເຂົ້າສູ່ການເຮັດວຽກ ແລະ ຄວາມເປັນຜູ້ນຳ ເຊິ່ງແມ່ນສ່ວນໜຶ່ງຂອງແຜນງານ “ຄວາມເປັນຜູ້ນຳຂອງແມ່ຍິງ - ຄົນ ຮຸ່ນໃໝ່” ຂອງລັດຖະບານອົດສະຕຣາລີ ເພື່ອເສີມສ້າງທັກສະທາງດ້ານອາຊີບ ແລະ ຄວາມຫມັ້ນໃຈໃນການເຮັດວຽກ ໃຫ້ແກ່ແມ່ຍິງ. ການ​ຝຶກ​ອົບ​ຮົມ​ດັ່ງ​ກ່າວນີ້ ໄດ້​ເລີ່ມ​ມາ​ຕັ້ງ​ແຕ່​ເດືອນ ກໍ​ລະ​ກົດ ຫາ ​ເດືອນ ສິງ​ຫາ ໂດຍ ມະ​ຫາ​ວິ​ທະ​ຍາ​ໄລ Queensland University of Technology (QUT) ແລະ ສະ​ຖາ​ບັນ​ ລາວ-ອົດ​ສະ​ຕ​ຣາ​ລີ.

ພິທີສະແດງຄວາມຍິນດີຕໍ່ນັກສຶກສາທັງ 31 ຄົນນີ້ ໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ເປັນກຽດຮ່ວມໃນງານ ໂດຍ ທ່ານ Jean Bernard Carrasco ເອກອັກຄະລັດຖະທູດຜູ້ມີອຳນາດເຕັມຂອງອົດສະຕຣາລີ ປະຈຳ ສປປ ລາວ ​ພ້ອມ​ດ້ວຍ ທ່ານ​ ຮ​ສ ປອ ນາງ ສົມ​ຈັນ ບຸນພັນມີ ຮອງອະທິການບໍດີ, ມະຫາວິທະຍາໄລແຫ່ງຊາດ. ໃນ​​ພິ​ທີ ທ່ານ​ ເອກອັກຄະລັດຖະທູດ Carrasco ​ໄດ້​ກ່າ​​ວວ່າ: “ການ​ຝຶກ​ອົບ​ຮົມ​ນີ້​ແມ່ນ​ພາກ​ສ່ວນ​ໜຶ່ງໃນເປົ້າ​ໝາຍ​ສົ່ງ​ເສີມແມ່ຍິງໄວຫນຸ່ມ ທີ່ມີພອນສະຫວັນ ຈາກຊຸມຊົນທີ່ຢູ່ຫ່າງໄກສອກຫຼີກ ແລະ ດ້ອຍໂອກາດ ເພື່ອສ້າງໂອກາດໃຫ້ພວກເຂົາເຫຼົ່ານັ້ນ ສາມາດ ເຂົ້າເຖິງຄວາມ​ເປັນຜູ້ນໍາ ແລະ ການພັດທະນາອາຊີບ”.

"ການສົ່ງ​ເສີມໃຫ້ແມ່ຍິງເຫຼົ່ານີ້ ມີທັກສະ ກ່ຽວ​ກັບ ຄວາມເປັນຜູ້ນໍາ ແລະ ມີ​ຄວາມ​ຮູ້​ທີ່ຈໍາເປັນ ເພື່ອໃຫ້​ກຽມພ້ອມ ສຳລັບ​ວຽກ​ງານ, ຈະເຮັດໃຫ້ພວກເຂົາຈະມີຄວາມໝັ້ນໃຈສູງຂຶ້ນ ເຊິ່ງຈະສົ່ງຜົນດີໃຫ້ແກ່ຕະຫຼາດແຮງງານຂອງປະເທດ, ແລະ ການມີສ່ວນຮ່ວມຢ່າງເຕັມສ່ວນຂອງແມ່ຍິງຢູ່ໃນຂົງເຂດວຽກງານທຸກລະດັບ ແມ່ນເປັນສິ່ງສຳຄັນຫຼາຍ ຕໍ່ການພັດທະນາ ເສດຖະກິດຂອງຊາດ.” ທ່ານ​ ເອກອັກຄະລັດຖະທູດ Carrasco ​​ກ່າ​​ວຕື່ມ.

ທ່ານ ນາງ Lou De Castro Myles ​ຫົວ​ໜ້າ ແລະ ຜູ້​ອອກ​ແບບຫຼັກ​ສູກ​ການ​ຝຶກ​ອົບ​ຮົມ ຈາກ​ QUT ໄດ້ກ່າວວ່າ: ຈຸດສຸມທີ່ສໍາຄັນຂອງຫຼັກສູດນີ້ ແມ່ນການຮັບປະກັນໃຫ້ແມ່ຍິງເຫຼົ່ານີ້ ສາມາດນຳໃຊ້ຄວາມຮູ້ໃຫມ່ຂອງເຂົາເຈົ້າ ໃນການ ປະຕິບັດວຽກງານຕົວຈິງ. ໃນ​ວັນ​ທີ 22 ສິງ​ຫາ 2018 ທີ່​ຜ່ານ​ມາ, ມະ​ຫາ​ວິ​ທະ​ຍາ​ໄລ QUT ແລະ ສະ​ຖາ​ບັນ ລາວ-ອົດ​ສະ​ຕຣາ​ລີ ຍັງ​ໄດ້​ຈັດ​ງານ Skills Expo ຂຶ້ນທີ່​ໂຮງ​ແຮມ ລາວ ພ​ລາ​ຊາ ວຽງ​ຈັນ ເພື່ອ​ເປັນ​ການ​ພົບ​ປະ​ກັນ ລະ​ຫວ່າງ ບັນດາ​ຜູ້​ຈ້າງ​ງານ ກັບຜູ້ທີ່ຜ່ານການຝຶກອົບຮົມທີ່ເປັນຜູ້ຍິງຮຸ່ນໃໝ່ນີ້ ເປັນການເປີດໂອກາດໃຫ້ພວກເຂົາ ໄດ້ສາມາດນຳສະເໜີ ໃຫ້ຜູ້ເຂົ້າຮ່ວມງານ ໄດ້ເຫັນຄວາມສາມາດຂອງເຂົາເຈົ້າ ທາງດ້ານການຄິດແບບເປັນລະບົບ, ການຈັດລຽງລໍາດັບ ຄວາມສໍາຄັນຂອງວຽກງານ, ການວາງແຜນ, ການເຮັດວຽກເປັນທີມ ແລະ ການບໍລິຫານຈັດການກັບຄວາມຫຼາກຫຼາຍ, ນະ​ວັດ​ຕະ​ກຳ ແລະ ການເປັນຜູ້ປະກອບການ, ການວາງແຜນອາຊີບ ແລະ ທັກສະການສະເໜີວຽກງານ.

ຜູ້ຍິງທັງ 31 ຄົນນີ້ ມີຄວາມຄາດຫວັງວ່າ ຈະໄດ້ຮັບວຸດ​ທິ​ການ​ສຶກ​ສາຂອງ​ປະ​ເທດອົດສະຕຣາລີ ຈາກການຝຶກອົບຮົມ ດັ່ງກ່າວ ​ເຊິ່ງຈະເຮັດໃຫ້ພວກເຂົາມີຄວາມໜ້າສົນໃຈຫຼາຍຕໍ່ກັບຜູ້​ຈ້າງ​ງານ​. ​ໃບ​ປະ​ກາດຂອງພວກເຂົາ ຈະຖືກຮັບຮອງໂດຍ ໜ່ວຍ​ງານຝຶກ​ອົບ​ຮົມ​ຈາກມະ​ຫາ​ວິ​ທະ​ຍາ​ໄລ QUT, TAFE Queensland.

ນາງ ນາລີ ມານີແສງ, ນັກ​ສຶກ​ສາ​ທຶນ LANS ປະລິນຍາຕີ ສື່ສານມວນຊົນ ຈາກແຂວງຫຼວງພະບາງ, ໄດ້​ໃຫ້​ສຳ​ພາດ​ວ່າ: “ຂ້ອຍຢາກ​ຂອບ​ໃຈສໍາລັບໂອກາດທີ່ໄດ້​ໃຫ້​ຂ້ອຍເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ໃນ​ຄັ້ງນີ້, ມັນແມ່ນ​ເວ​ລາ 5 ອາທິດ ທີ່​ບໍ່ໄດ້​ຢຸດ​ໄດ້​ຢ່ອນ ແລະ ຂ້ອຍໄດ້ຮຽນຮູ້ ແນວຄວາມຄິດ ແລະ ຄວາມ​ຮູ້ຕ່າງໆ ທີ່ຂ້ອຍຄິດ​ວ່າ ຈະເຮັດໃຫ້ຂ້ອຍຢູ່ໃນຈຸດທີ່ດີກວ່າ ແລະມີຄຸນສົມບັດຄົບຖ້ວນຕາມທີ່​​ນາຍ​ຈ້າງ​ຕ້ອງການ".

ມັນ​ແມ່ນ​ການ​ສົນ​ທະ​ນາ​ຂອງ​ບັນ​ດາແມ່​ຍິງ​ຜູ້​ໜຸ່ມ​ນ້ອຍ ໃນ​ບໍ​ລິ​ບົດ​ ກ່ຽວ​ກັບ ຄວາມ​ເປັນ​ຜູ້​ນຳ​​ຂອງຕົນ​ເອງ ​ແລະ ຂອງ​ທີມ​ງານ. ຕໍ່​ກັບ​ຫົວ​ຂໍ້​ດັ່ງ​ກ່າວນີ້ ນາງ ມາ​ລີ​ລາວ ດາ​ລໍ, ນັກ​ສຶກ​ສາ​ທຶນ LANS ປະລິນຍາຕີ ວິ​ທະ​ຍາ​ສາດ​ຄອມ​ພິວ​ເຕີ ໄດ້​ກ່າວ​ວ່າ: “ການ​ໄດ້ຮຽນ​ຮູ້​ທີ່​ຈະ​ເຮັດ​ວຽກ​ເປັນ​ທີມ ກໍ​ເຊັ່ນ​ດຽວ​ກັນ​ກັບ ການ​ເປັນ​ຫົວ​ໜ້າ​ທີມ ​ມັນ​ແມ່ນປະ​ສົບ​ການ​ທີ່​ດີ​ທີ່​ສຸດ​ສຳ​ລັບ​ນ້ອງ. ​ຜ່ານ​ການ​ຮຽນ​ໃນຫຼັກ​ສູດນີ້ ໄດ້​ເຮັດ​ໃຫ້​ນ້ອງມີ​ຄວາມ​ເຂົ້າ​ໃຈ​ດີ​ຂຶ້ນ ກ່ຽວ​ກັບ ການ​ວາງ​ແຜນ, ການຈັດລຽງລໍາດັບ ຄວາມສໍາຄັນຂອງວຽກ​ງານ ແລະ ການ​ບໍ​ລິ​ຫານ​ເວ​ລາ ເຊິ່ງ​ມັນ​ເປັນ​ສິ່ງ​ທີ່​ສຳ​ຄັນຫຼາຍ ໃນ​ການ​ເປັນ​ຜູ້​ນຳ​ຕໍ່​ກັບ​ຕົນ​ເອງ​ ແລະ ​ເປັນ​ຜູ້​ນຳ​ໃຫ້ກັບຜູ້​ອື່ນ ”.

ການ​ຝຶກ​ອົບ​ຮົມ​ນີ້​​ໄດ້​ຖືກ​ຈັດ​ຂຶ້ນ​ເປັນ​ຄັ້ງ​ທີ 2, ລວມ​ທັງປີ​ທີ່​ຜ່ານ​ມາ ມີຜູ້ຍິງ 59 ຄົນ ທີ່​ໄດ້​ຜ່ານ​ການ​ຝຶກ​ອົບຮົມໃນຫຼັກ​ສູດນີ້ ​ພວກເຂົາເປັນນັກ​ສຶກ​ສາ​ພາຍໃຕ້ ທຶນການສຶກສາ ລາວ-ອົດ​ສະ​ຕ​ຣ​າ​ລີ ສຳ​ລັບ​ຮຽນ​ພາຍ​ໃນ (Laos-Australia National Scholarships - LANS) ຈົບ​ການ​ສຶກ​ສາ​ລະ​ດັບ​ປະ​ລິນ​ຍາ​ຕີທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ. ທຶນດັ່ງກ່າວ ຈະເລີ່ມເປີດ ຮັບສະໝັກ ຕັ້ງແຕ່ ເດືອນ ກັນຍາ ຫາ ເດືອນ ຕຸລາ 2018 ນີ້.

________________________________________________________________________

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​

ໂທ: +856 21-265 721

Email: [email protected]

ຜູ້ຕິດຕໍ່:

ນ້ຳ​ໃຈ​ທິບ ສຸ​ວັນ​ນະ​ວົງ, ປະຊາສຳພັນ, ສະຖາບັນລາວ-ອົດສະຕຣາລີ

ໂທ: +856 20 5555 5515                         

Email: [email protected]