Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Celebrating 65 years of Laos-Australia relations

ສະເຫຼີມສະຫຼອງ ວັນຄົບຮອບ 65 ປີ ສາຍພົວພັນລະຫວ່າງ ລາວ - ອົດສະຕຣາລີ

ຄ່ຳຄືນຜ່ານມາ ສະຖານທູດອົດສະຕຣາລີໄດ້ມອບລາງວັນ “ຄົບຮອບ 65 ປິ”  ເພື່ອຈົດຈໍາ ແລະບັນທຶກເອົາຜົນງານອັນດີເດັ່ນຂອງຜູ້ທີ່ໄດ້ປະກອບສ່ວນ ເຂົ້າໃນການສ້າງສາຍພົວພັນລະຫວ່າງລາວ ແລະ ອົດສະຕຣາລີ ພ້ອມທັງເປັນການສະຫຼອງວັນຊາດຂອງອົດສະຕຣາລີ ຢູ່ນະຄອນຫຼວງວຽງຈັນ.

ງານວັນຊາດໃນປີນີ້ ເປັນປີທີ່ມີຄວາມໝາຍ ຄົບຮອບ 65 ປີ ແຫ່ງສາຍພົວພັນດ້ານການທູດ ລະຫວ່າງ ສປປ ລາວ ແລະອົດສະຕຣາລີ, ມີຜູ້ເຂົ້າຮ່ວມງານປະມານ 400 ກວ່າຄົນ ຈາກຫຼາຍພາກສ່ວນ ລວມທັງ ພາກລັດ, ທຸລະກິດ, ອົງການຈັດຕັ້ງທາງສັງຄົມ, ນັກວິຊາການ, ສື່ມວນຊົນ ແລະບັນດາທ່ານທູດ.

ທ່ານ ສະເຫຼີມໄຊ ກົມມະຊິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ຜູ້ທີ່ໄດ້ຮຽນຈົບລະດັບປະລິນຍາໂທຈາກມະຫາວິທະຍາໄລ ໂມນາສ໌ ພາຍໃຕ້ທຶນການສຶກສາ ຂອງລັດຖະບານອົດສະຕຣາລີ ກໍ່ໄດ້ເຂົ້າຮ່ວມງານ ໃນນາມແຂກກິດຕິມະສັກ ພ້ອມທັງເປັນຜູ້ມອບລາງວັນ ຄົບຮອບ 65 ປີໃຫ້ບັນດາຜູ້ທີ່ໄດ້ຖືກຄັດເລືອກ.

 

 

 

 

 

 

 

 

 

 

 

 

 

 

ໃນງານມີການສະແດງຮູບພາບ ປະຫວັດສາດ ທີ່ໄດ້ບັນທຶກເອົາເຫດການເຄື່ອນໄຫວ ສໍາຄັນຕ່າງໆ ກ່ຽວກັບ ການພົວພັນ ລາວ-ອົດສະຕຣາລີ ຕະຫຼອດເກືອບ 7 ທົດສະວັດຜ່ານມາ ລວມທັງພາບຄວາມຊົງຈໍາ ປີ 1993 ທີ່ ອາດີດປະທານປະເທດລາວ ພະນະທ່ານ ຄໍາໄຕ ສີພັນດອນ ໄດ້ໄປຢ້ຽມຢາມປະເທດອົດສະຕຣາລີ ແລະພາບ ອົດສະຕຣາລີຮ່ວມ ເປີດໃຫ້ທຶນສ້າງຂົວມິດຕະພາບຂ້າມແມ່ນໍ້າຂອງແຫ່ງທີໜຶ່ງໃນ ປີ 1994.

ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາ ສປປ ລາວ ທ່ານ ຈອນ ວິນລ່ຽມສ໌ ໄດ້ກ່າວວ່າ ລາງວັນ ຄົບຮອບ 65 ປີ ມີຈຸດປະສົງ ມອບໃຫ້ບຸກຄົນທີ່ຜົນງານພົ້ນເດັ່ນ ປະກອບສ່ວນເສີມສ້າງສາຍພົວພັນ ລາວ-ອົດສະຕຣາລີ.

ເພິ່ນຍັງກ່າວຕືມວ່າ “ຄວາມເຂັ້ມແຂງອັນແທ້ຈິງຂອງສາຍພົວພັນ ລະຫວ່າງ ສປປ ລາວ ແລະອົດສະຕຣາລີ ໃນໄລຍະ 65ປີຜ່ານມາ ແມ່ນບໍ່ຄືກັບການສ້າງສະຖາປັດຕະຍາກໍາຕາມສະຖານທີ່ຕ່າງໆ ຕາມແຜນງານຂອງລັດຖະບານສອງປະເທດ ແຕ່ມີຄວາມໝາຍຫຼາຍກວ່ານັ້ນ ຄືການຮ່ວມມືດ້ານບວກ ຂອງປະຊາຊົນທັງສອງຊາດ ໂດຍຜ່ານການເຮັດວຽກ ແລະການດໍາລົງຊີວິດຮ່ວມກັນ.”

ຜູ້ທີ່ໄດ້ຮັບລາງວັນ ຄົບຮອບ 65 ປີ ລວມມີ ອໍານວຍການບໍລິສັດພູເບຍ ແລະ ທ່ານ ຣິກຊາດ ເທເລີ ຜູ້ກໍ່ຕັ້ງ ສະພາການຄ້າອົດສະຕຣາລີ ປະຈໍາ ສປປລາວ ສໍາລັບຜົນງານຂອງເພິ່ນໃນການຮັດແໜ້ນສາຍພົວພັນ ດ້ານທຸລະກິດສອງຝ່າຍ; ມີ ທ່ານ ດຣ ພຸດດາໄລ ລັດວິລະວົງ ອໍານວຍການສູນ ທ່າສະໂນ ຜູ້ທີ່ມີຜົນງານໃນການຮ່ວມມືອັນຍາວນານກັບຊ່ຽວຊານ ແລະ ອາສາສະໜັກດ້ານກະສິກໍາ ຂອງອົດສະຕຣາລີ ໃນການສະໜັບສະໜູນຜູ້ຜະລິດກະສິກໍາຂະໜາດໜ້ອຍແບບຄອບຄົວ ຢູ່ພາກໃຕ້ຂອງລາວ; ແລະ ທ່ານ ສະມານ ອະເນກາ ຮອງປະທານ ສະພາການຄ້າລາວ ທັງເປັນນັກທໍລະນີວິທະຍາແຖວໜ້າ ສໍາລັບ ການປະກອບສ່ວນຂອງເພິ່ນໃນ ສອງດ້ານ ທັງການຄ້າ ແລະການລົງທຶນ.

 

 

 

 

 

 

 

 

 

 

 

 

 

 

 

 

ທ່ານ ສາສະດາຈານ ບຸນທະປານີ ບຸນຊ່ວຍ ຜູ້ອໍານວຍການ ໂຮງໝໍມະໂຫສົດ ໄດ້ຮັບລາງວັນຕາງໜ້າ ໃຫ້ທີມງານ ໂຄງການ Interplast ລາວ. ທີມຜ່າຕັດຈາກ Interplast ອົດສະຕຣາລີ ໄດ້ໃຫ້ການຝຶກອົບຮົມແກ່ຄູ່ຮ່ວມງານທັງສູນກາງ ແລະ ທ້ອງຖິ່ນ ທັງໄດ້ຊ່ວຍແນະນໍາວິທີຜ່າຕັດໃຫ້ຜູ້ໄດ້ຮັບເຄາະຮ້າຍຈາກແຜໄຟໄໝ້, ນໍ້າຮ້ອນລວກ, ປາກແວ່ງ, ເພດານໂວ່ ແລະແຜດຶງຈ່ອງອື່ນໆ ມາແລ້ວຫຼາຍກວ່າ 2 ທົດສະວັດ.

ລາງວັນຍັງໄດ້ມອບໃຫ້ ຜູ້ທີລວງລັບໄປແລ້ວ ທ່ານ ດຣ ແກຣນ ອີວານ ເປັນໜຶ່ງໃນນັກວິຊາການຮ່ວມສະໄໝ ທີ່ເກັ່ງ ທີ່ສຸດ ໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ແລະ ເປັນຜູ້ທີ່ທຳອິດຢູ່ອົດສະຕຣາລີ ທີ່ຄົ້ນຄ້ວາກ່ຽວກັບ ຫົວຂໍ້ປະເທດລາວ. ດຣ ອີວານ ໄດ້ເສຍຊີວິດໃນເດືອນກັນຍາ 2014. ພັນລະຍາຂອງເພິ່ນ ທ່ານນາງ ແກ້ວມະນີ ໄດ້ຮັບລາງວັນແທນ ຈາກ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ.

ມີຜູ້ຮັບລາງວັນ 2 ທ່ານ ຈາກພາກລັດ ທີ່ບໍ່ສາມາດ ເຂົ້າຮ່ວມເພື່ອຮັບລາງວັນດ້ວຍຕົນເອງໄດ້ ເນື່ອງຈາກຕິດພາລະກີດຕ່າງແດນ ແຕ່ເພິ່ນຈະໄດ້ຮັບໃນງານອື່ນ ພາຍໃນປີນີ້.

ອາດີດນັກສຶກສາລາວທີ່ຮຽນຈົບຈາກອົດສະຕຣາລີ ທັງເປັນນັກສິລະປິນລາວທີ່ຮູ້ຈັກກັນດີໃນວົງການດົນຕີ 2 ທ່ານຄື ວໍລະຈິດ ອິນທະຣາພິທັກ (ແຊມ) ແລະ ອະລຸນາ ຖາວອນສຸກ ໄດ້ຮ່ວມວົງກັບນັກດົນຕີຈາກອົດສະຕຣາລີຊື່ ຊໍລີ ມາແຣັດ ທຣີໂອ ໃຫ້ຄວາມບັນເທີງແກ່ບັນດາແຂກທີ່ເຂົ້າຮ່ວມໃນງານຢ່າງມ່ວນຊືນ ແລະຄຶກຄືນ. ແຊມ ແລະອະລຸນາ ທັງຄູ່ໄດ້ຮ່ວມຮ້ອງເພງ “ອົດສະຕຣາລີ -ລາວ ເພື່ອນຕະຫຼອດການ” ຊຶ່ງແຕ່ງໂດຍ ແຊມ ເປັນເພງ ສະເຫຼີມສະຫຼອງສາຍພົວພັນລະຫວ່າງສອງປະເທດໂດຍສະເພາະ.

ແຂກທີ່ເຂົ້າຮ່ວມງານຍັງໄດ້ຊິມລົດຊາດອາຫານ ໃສ້ອົ່ວຫຼວງພະບາງແຕ່ເອົາຊີ້ນໜູ່ຖົງ ຫຼື ກັງກະຣູເຮັດ, ມີ ຊີ້ນງົວ, ແກະ, ຊິສ໌, ວາຍ, ເບຍມາຈາກອົດສະຕຣາລີ ແລະຂອງຫວານທີ່ມີຊື່ສຽງ ເຊັ່ນ pavlova ແລະ lamingtons.

ສາຍພົວພັນ ສປປ ລາວ ແລະອົດສະຕຣາລີ ແມ່ນເປັນສາຍພົວພັນດ້ານການທູດ ທີ່ບໍ່ເຄີຍຂາດກັນເລີຍຕະຫຼອດໄລຍະເວລາຍາວນານຂອງທັງສອງປະເທດ ໃນລະດັບເອກອັກຄະລັດຖະທູດ.

 

 

 

 

 

 

 

 

 

 

 

 

 

 

 

ອົດສະຕຣາລີຈະສືບຕໍ່ຮັກສາ ເປັນໜຶ່ງໃນຄູ່ຮ່ວມງານຫຼັກໃນການພັດທະນາຂອງ ສປປ ລາວ  ໂດຍຜ່ານໂຄງການຕ່າງໆ ທີ່ສຸມໃສ່ການສຶກສາ ແລະພັດທະນາຊັບພະຍາກອນມະນຸດ, ການປະຕິຮູບດ້ານການຄ້າ ແລະການລົງທຶນ, ການພັດທະນາຊົນນະບົດ ແລະການກະສິກໍາ ລວມທັງການຄຸ້ມຄອງຊັບພະຍາກອນທໍາມະຊາດ.

For further information, or queries please contact:

Khounkham Douangphachone, Media and Communications Officer

Email: [email protected]  or mobile: +856 20 2223 8299