Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Human resource executives engage on Women’s Empowerment Principles

ຜູ້ບໍລິຫານຝ່າຍບຸກຄົນ ສົ່ງເສີມນະໂຍບາຍສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ

ສະຖານທູດອົດສະຕຣາລີໄດ້ເຊີນ ຜູ້ບໍລິຫານອາວຸໂສຝ່າຍບຸກຄົນ ຈາກຫຼາຍທະນາຄານ ມາຮ່ວມກັນປະຊຸມ ເພື່ອເພີ່ມທະວີຄວາມກ້າວໜ້າດ້ານຂະແໜງການເງິນສຳລັບແມ່ຍິງ ຈັດຂື້ນ ໃນວັນທີ 29 ກຸມພາ ຢູ່ ນະຄອນຫຼວງວຽງຈັນ.

ໂຄງການລິເລີ່ມນີ້ ແມ່ນການຮ່ວມມືກັນລະຫວ່າງ ລັດຖະບານລາວ, ທະນາຄານແຖວໜ້າ ແລະ ສະພາການຄ້າອົດສະຕຣາລີຢູ່ໃນລາວ, ເພື່ອຮ່ວມກັນອອກແບບປັບປຸງ ການປະຕິບັດຕົວຈິງພາກທຸລະກິດ ຂອງຂະແໜງທະນາຄານຢູ່ໃນສປປລາວ ໄປພ້ອມກັບສົ່ງເສີມຄວາມສະເໝີພາບບົດບາດຍິງຊາຍ.

ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປລາວ, ທ່ານ ຈອນ ວິນລຽມສ໌ ໄດ້ກ່າວວ່າ ຜົນການສຳຫຼວດລະດັບໂລກ ໄດ້ສະແດງໃຫ້ເຫັນວ່າ ການສະໜັບສະໜູນໃຫ້ມີການນຳໃຊ້ສັກກະຍະພາບເຕັມສ່ວນ ຂອງລູກຈ້າງທັງຍິງ ແລະ ຊາຍ ຈະສົ່ງຜົນປະໂຫຍດໂດຍກົງຕໍ່ລາຍຮັບຂອງອົງກອນ. 

“ມີຫຼັກຖານຫຼາຍອັນຊີ້ໃຫ້ເຫັນວ່າ ບໍລິສັດທີ່ມີຈຳນວນຄົນສົມສ່ວນກັນລະຫວ່າງແມ່ຍິງ ແລະ ຜູ້ຊາຍໃນລະດັບຜູ້ບໍລິຫານແມ່ນເຮັດໃຫ້ອົງການນັ້ນສາມາດສ້າງຜົນກຳໄລໄດ້ຫຼາຍກວ່າອົງກອນທີ່ບໍ່ມີຄົນສົມສ່ວນ”

ເປັນປະທານກອງປະຊຸມຜູ້ບໍລິຫານຝ່າຍບຸກຄົນ ແມ່ນ ສະຖານທູດອົດສະຕຣາລີ ປະຈຳສປປລາວ ແລະ ສະພາການຄ້າອົດສະຕຣາລີ, ເຊິ່ງເປັນໜື່ງໃນກອງປະຊຸມຫຼາຍອັນໃນຫົວຂໍ້ນີ້ ທີ່ສະໜັບສະໜູນໂດຍ ລັດຖະບານອົດສະຕຣາລີ ເພື່ອຊ່ວຍຂະແໜງທະນາຄານລາວ ຈັດຕັ້ງປະຕິບັດ ນະໂຍບາຍສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ຫຼື Women’s Empowerment Principles (WEPs) ເພື່ອດຳເນີນທຸລະກິດຂອງເຂົາເຈົ້າ. ໂຄງການນີ້ ແມ່ນການສ້າງຫຼັກການສຳລັບພາກທຸລະກິດ ສາມາດສ້າງແຜນງານ ເຮັດແນວໃດໃຫ້ມີນະໂຍບາຍສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນບ່ອນເຮັດວຽກ, ບ່ອນເຮັດທຸລະກິດ ແລະ ຕາມທ້ອງຖິ່ນຕ່າງໆ.

ທ່ານ ທູດກ່າວວ່າ “ການໝູນໃຊ້ຄວາມສະຫຼາດເຕັມຕາມຄວາມສາມາດຂອງແມ່ຍິງ ແມ່ນສຳຄັນຫຼາຍ ສຳລັບການຂະຫຍາຍໂຕແບບຢືນ-ຍົງຍາວນານ ແລະຮອບດ້ານຂອງສປປລາວ, ຍ້ອນສາມາດເພີ່ມການແຂ່ງຂັນໄດ້. ຍົກຕົວຢ່າງ ການທີ່ຜູ້ຍິງສາມາດປະສົບຜົນສຳເລັດໃນໜ້າທີ່ການງານ ທັງດ້ານຂະແໜງການເງິນ ແລະຂະແໜງອື່ນໄດ້ນັ້ນ ພວກຂ້າພະເຈົ້າເຊື່ອວ່າ ນະໂຍບາຍຂອງຝ່າຍບຸກຄົນ ຈະຕ້ອງຮັບຮູ້ວ່າ ບາງເທື່ອແມ່ຍິງ ແລະ ຜູ້ຊາຍມີຄວາມຕ້ອງການຈຳເປັນ ແລະອຸປະສັກຕ່າງໆທີ່ແຕກຕ່າງກັນ ເຊັ່ນ ການ ລາພັກເກີດລູກ ແລະລາພັກເພື່ອເບິ່ງແຍງລູກ ກໍ່ເປັນສອງອັນທຳອິດທີ່ແມ່ຍິງແລະຜູ້ຊາຍແຕກຕ່າງກັນ.”

ໃນກອງປະຊຸມດັ່ງກ່າວ ໄດ້ມີການສະເໜີບົດຂອງຊ່ຽວຊານ ທີ່ມາຈາກພາກພື້ນ ເຊັ່ນ ທ່ານ Philip Forrest, ອຳນວຍການບໍລິສັດ Terracom Ltd ແລະ ອຳນວຍການສະຖາບັນສິງກະໂປ ຈາກປະເທດສິງກະໂປ ແລະ ທ່ານ ນາງ Robyn Perkins ຊ່ວຍຊານດ້ານຝ່າຍບຸກຄົນ ຈາກເມືອງຊິດນີ ປະເທດອົດສະຕຣາລີ. 

ທ່ານ ນາງ Tammy Medard, ອຳນວຍການໃຫ່ຍທະນາຄານ ANZ ແລະ ປະທານສະພາການຄ້າອົດສະຕຣາລີຢູ່ໃນ ສປປລາວ ໄດ້ຂໍສະແດງຄວາມຊົມເຊີຍມາຍັງ ບັນດາບໍລິສັດ ທີ່ໄດ້ເຊັນລົງນາມຮັບຮອງເອົານະໂຍບາຍນີ້ ແລະໄດ້ເຊີນຊວນໃຫ້ບັນດາທະນາຄານທີ່ບໍ່ທັນໄດ້ລົງນາມຮັບຮອງເອົານະໂຍບາຍນີ້ ໃຫ້ມາຮ່ວມລົງນາມນຳກັນ.

“ການເຊັນລົງນາມຮັບຮອງນະໂຍບາຍນີ້ແມ່ນ ຖືວ່າທ່ານເປັນສ່ວນໜື່ງຂອງຂະບວນການຂອງອົງກອນທົ່ວໂລກ ທີ່ມີຈຸດປະສົງປັບປຸງຂັ້ນຕອນຕ່າງໆ ເພື່ອຍົກບົດບາດຄວາມສະເໝີພາບຍິງຊາຍ”

ທ່ານນາງ ແທມມີ ໄດ້ກ່າວວ່າ “ຂ້າພະເຈົ້າຮຽກຮ້ອງ ມາຍັງທຸກທ່ານ ຍົກລະດັບການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃຫ້ສູງຂື້ນໃນບໍລິສັດຂອງທ່ານ. ເຊີນຊວນເພື່ອນຮ່ວມທຸລະກິດໃນ  ຂະແໜງຂອງທ່ານມີສ່ວນຮ່ວມຄືກັບທ່ານ ແລະສົ່ງເສີມນະໂຍບາຍນີ້ນຳກັນ.”

ສອບຖາມຂໍ້ມູນເພີ່ມຕື່ມ: Melanie Fuller, Executive Director, ສະພາການຄ້າອົດສະຕຣາລີ ຢູ່ໃປປລາວ ຫຼື AustCham Lao PDR ອີເມລ [email protected] ຫຼື ໂທ +856 20 2222 5302