Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

The Direct Aid Program 2016 – 2017 Call for Applications

22 ສິງຫາ 2016

ໂຄງການຊ່ວຍເຫຼືອໂດຍກົງ ຫຼື Direct Aid Program (DAP) – ຂໍເຊີນຍື່ນບົດສະເໜີຂໍທຶນໂຄງການ

ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ຂໍເຊີນທ່ານຍື່ນບົດສະເໜີຂໍທຶນຈາກໂຄງການ ຊ່ວຍເຫຼືອໂດຍກົງ ຫຼື Direct Aid Program ສຳລັບ ສົກປີ 2016-2017. ໂຄງການ DAP ໃຫ້ການສະໜັບສະໜູນ ປະເທດກຳລັງພັດທະນາ ເພື່ອຫລຸດຜ່ອນຄວາມທຸກຍາກ ແລະ ຊ່ວຍໃນການພັດທະນາແບບຍືນຍົງ.

ບົດສະເໜີໂຄງການ DAP ຄວນມີຈຸດປະສົງແນໃສ່ຜົນໄດ້ຮັບທີ່ເປັນຮູບປະທຳ, ມີການຈັດຕັ້ງປະຕິບັດໄດ້ ແລະ ປະກອບສ່ວນເຂົ້າໃນການລຸດຜ່ອນຄວາມທຸກຍາກ ເປັນຫລັກ. ບົດສະເໜີໂຄງການທີ່ອາດຈະໄດ້ຮັບການພິຈະລະນາ ແມ່ນ ຈະລວມເອົາຫຼາຍຫົວຂໍ້ເຊັ່ນ ດ້ານສຸຂະພາບຊຸມຊົນ, ກ່ຽວກັບໂຮງຮຽນ ແລະ ການສຶກສາ, ການກໍ່ສ້າງພື້ນຖານໂຄງລ່າງຂະໜາດນ້ອຍ, ການສ້າງຄວາມອາດສາມາດແກ່ແມ່ຍິງ ແລະ ເດັກນ້ອຍຍິງ, ກ່ຽວກັບກຸ່ມຄົນທີ່ດ້ອຍໂອກາດໃນສັງຄົມ (ລວມທັງ ຄົນພິການ), ໂຄງການດ້ານບົດບາດຍິງຊາຍ, ດ້ານການບໍລິການຄຸ້ມຄອງ, ຫົວຂໍ້ດ້ານສິດທິມະນຸດ ແລະ ບັນດາໂຄງການທີ່ກ່ຽວຂ້ອງ ລວມທັງ ໂຄງການດ້ານສິ່ງແວດລ້ອມດັ່ງນີ້ເປັນຕົ້້ນ.

ບຸກຄົນ, ຕົວແທນຊຸມຊົນ, ໜ່ວຍງານພາກລັດ ແລະ ພາກເອກະຊົນ ລວມທັງ ອົງການຈັດຕັ້ງສາກົນ ທີ່ ປະກອບສ່ວນເຂົ້າໃນການພັດທະນາໂດຍບໍ່ຫວັງຜົນກຳໄລ ແລະ ທີ່ບໍ່ສັງກັດລັດ (NGO) ແມ່ນຊຸກຍູ້ໃຫ້ຂໍເຊີນມາຍື່ນບົດສະເໜີຂໍທຶນ.

ສອບຖາມຂໍ້ມູນເພີ່ມຕື່ມ ໄດ້ທີ່ ສະຖານທູດອົດສະຕຮາລີ ໂທໝາຍເລກ 021 353 800 ຫຼື ທາງ ເວບໄຊ:  www.laos.embassy.gov.au

ກະລຸນາ ສົ່ງຄຳຮ້ອງຂອງທ່ານເຖິງ ສະຖານທູດອົດສະຕຮາລີ, ນະຄອນຫຼວງວຽງຈັນ ບໍ່ໃຫ້ກາຍ ວັນສຸກ ທີ 16 ກັນຍາ 2016, ທາງອີເມວ [email protected]  ຫຼື ສົ່ງເຖິງສະຖານທູດ ອົດສະຕຣາລີ, ຖະໜົນທ່າເດື່ອ ຫຼັກ 4, ບ້ານວັດນາກ, ນະຄອນຫຼວງວຽງຈັນ, ຫລື ສົ່ງທາງໄປສະນີ ຕູ້ ປ.ນ 292, ວຽງຈັນ.

ສໍາລັບ ຂໍ້ມູນເພີ່ມເຕີມກ່ຽວກັບໂຄງການຊ່ວຍເຫຼືອໂດຍກົງ: ກົດທີ່ນີ້

ຄໍາແນະນໍາກ່ຽວກັບບົດສະເໜີຂໍທຶນ: ກົດທີ່ນີ້

ດາວໂຫຼດແບບຟອມບົດສະເໜີຂໍທຶນ: ກົດທີ່ນີ້


ບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນໂດຍໂຄງການ DAP ໃນປີ 2015-2016 ລວມເຖິງ
  • ສະໜອງປຶ້ມອ່ານ -ການສຶກສາ ແລະ ສຸຂະອະນາໄມເຄື່ອນທີ່ ຢູ່ ເມືອງນໍ້າບາກ, ເມືອງ ນານ ແລະ ເມືອງຫຼວງພະບາງ.
  • ສ້າງອາຄານຮຽນ ແລະ ສະໜອງໂຕະຕັ່ງໃຫ້ໂຮງຮຽນປະຖົມ ບ້ານນໍ້າດີ ແຂວງ ຫຼວງນ້ຳທາ.
  • ສ້າງອາຄານຮຽນ ໃຫ້ ໂຮງຮຽນມັດທະຍົມບ້ານສົມສະໄໝ, ເມືອງໄຊທານີ ນະຄອນຫຼວງວຽງຈັນ.
  • ສ້າງເຮືອນເກັບເຄື່ອງປັ່ນໄຟ ໃຫ້ໂຮງໝໍເມືອງອາດສະພັງທອງ, ແຂວງສະຫວັນນະເຂດ.
  • ຕິດຕັ້ງລະບົບໄຟຟ້າ ແລະ ພັດລົມໃຫ້ຫ້ອງຮຽນ ແລະຫ້ອງການຄູ ໃຫ້ໂຮງຮຽນມັດທະຍົມເມືອງວັງວຽງ ແຂວງວຽງຈັນ.
  • ສະໜັບສະໜູນໂຄງການເຝິກອົບຮົມ ໃຫ້ຄວາມຮູ້ດ້ານ ການຂັບຂີ່ປອດໄພ ໃນສປປລາວ.
  • ໂຄງການສະໜອງລະບົບນໍ້າໃຊ້ສະອາດໃຫ້ 222 ຄົວເຮືອນ ໃນ 2 ຊຸມຊົນ ຢູ່ເມືອງນາໜໍ້ ແຂວງອຸດົມໄຊ.
  • ປັບປຸງຫອ້ງການຂອງ ສະມາຄົມຄົນພິການແຫ່ງຊາດລາວ, ນະຄອນຫຼວງວຽງຈັນ.
  • ສຶບຕໍ່ສະໜັບສະໜູນໂຄງການ SUSO ຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໄລຍະສອງ.
  • ສະໜອງອຸປະກອນໄອທີ ໃຫ້ ຫ້ອງສະມຸດ ແຫ່ງຊາດ ເພື່ອການ ເຂົ້າເຖິງຂໍ້ມູນຂ່າວສານເພີ່ມຂື້ນ.
  • ສະໜັບສະໜູນໂຄງການສ້າງໜັງສືສຽງ ການຮຽນຮູ້ຄອມພິວເຕີ້ດ້ວຍຕົນເອງຂອງຄົນພິການຕາໂດຍໃຊ້ໂປຣແກຣມອ່ານໜ້າຈໍພາບ NVDA.
  • ສະໜອງອຸປະກອນການແພດໃຫ້ໂຮງໝໍເມືອງວັງວຽງ ແຂວງວຽງຈັນ ແລະໂຮງໝໍເດັກ ນະຄອນຫຼວງວຽງຈັນ.
  • ສ້າງປ້າຍເພິ່ມ ໃຫ້ສູນອານຸລັກໝີ ຢູ່ ຕາດກວາງຊີ, ບ້ານທ່າແປ້ນ ແຂວງຫຼວງພະບາງ.
  • ສ້ອມແປງເຮືອນພັກເຊົາ ແກ່ແມ່ຍິງດ້ອຍໂອກາດ ຢູ່ ສູນແສງສະຫວ່າງ, ແຂວງສະຫວັນນະເຂດ.
  • ສະໜັບສະໜູນໂຄງການ ສະບູ່ລ້າງມືໃຫ້ໂຮງຮຽນ ຢູ່ແຂວງຫຼວງພະບາງ.
  • ສະໜັບສະໜູນໂຄງການ ຕ້ານໄຂ້ມາເລເລຍ ຢູ່ເມືອງນອງ ແຂວງສະຫວັນນະເຂດ.
  • ປະກອບສ່ວນເຂົ້າໃນໂຄງການ ຍ່າງແຫ່ຄາລາວານຊ້າງ ສະຫຼອງຄົບຮອບ 20 ປີ ຫຼວງພະບາງເມືອງມໍລະດົກໂລກ.
  • ສ້າງອາຄານຮຽນ ແລະ ແທ່ງນໍ້າ ໃຫ້ ໂຮງຮຽນມັດທະຍົມສົມບູນຜາຕັ້ງ ເມືອງວັງວຽງ ແຂວງວຽງຈັນ.
  • ຂະຫຍາຍຫ້ອງຮຽນ ລວມຫອ້ງນໍ້າໃຫ້ ໂຮງຮຽນປະຖົມບ້ານທ່າແປ້ນ ແຂວງຫຼວງພະບາງ.