Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Supporting ASEAN women tourism entrepreneurs

           ການສະໜັບສະໜູນຜຸ້ປະກອບການຍິງໃນຂະແໜງການທ່ອງທ່ຽວໃນອາຊຽນ

 

ຊ່ຽວຊານຍິງດ້ານການທ່ອງທ່ຽວຈາກທົ່ວອາຊຽນ ຈຳນວນຫຼາຍກວ່າ 100 ທ່ານຈະມາພົບກັນຢູ່ທີ່ ສປປ ລາວ ໃນອາທິດໜ້ານີ້, ເພື່ອກໍານົດວິທີທາງພັດທະນາທຸລະກິດຂອງພວກເຂົາ ແລະ ປຶກສາຫາລືເຖິງຄວາມເປັນໄປໄດ້ຢູ່ພາກພື້ນທີ່ຈະກາຍເປັນຈຸດໝາຍປາຍທາງຫຼັກ ສໍາລັບ ນັກທ່ອງທ່ຽວທົ່ວໂລກ.

ກອງປະຊຸມຜຸ້ປະກອບການຍິງໃນຂະແໜງການທ່ອງທ່ຽວໃນອາຊຽນຄັ້ງວັນທີ 13-15 ມິຖຸນາ ມີຈຸດປະສົງເພື່ອເສີມສ້າງທັກສະ ແລະ ເຄືອຂ່າຍໃຫ້ແກ່ແມ່ຍິງໃນຂະແໜງອຸດສາຫະກໍາການທ່ອງທ່ຽວ ເພື່ອນຳໄປສ້າງຄວາມເຂັ້ມແຂງໃຫ້ແກ່ທຸລະກິດຂອງເຂົາເຈົ້າ ໂດຍສະເພາະແມ່ນຜູ້ທີ່ເຮັດວຽກວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ.

ກອງປະຊຸມໃນນີ້ ຈະໄດ້ຮັບຟັງການບັນຍາຍຈາກຜູ້ຊ່ຽວຊານຈາກພາກພື້ນ ແລະ ສາກົນ ໃນຫົວຂໍ້ ຄວາມຄິດສ້າງສັນ ແລະເຕັກໂນໂລຊີ, ການຕະຫຼາດ ແລະ ເຄື່ອງໝາຍສິນຄ້າ, ການເງິນ, ການຝຶກອົບຮົມ ແລະ ການພັດທະນາ, ການຈັດການ ແລະ ຄວາມເປັນຜູ້ນໍາ. ກອງປະຊຸມໃນຄັ້ງນີ້, ໄດ້ຮັບການສະໜັບສະໜູນ ແລະ ຮ່ວມມື ຈາກ ສະຖານທູດອົດສະຕຣາລີ, ສະພາການຄ້າອົດສະຕຣາລີ (AustCham ລາວ) ແລະ ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ການທ່ອງທ່ຽວ.

 

 

 

 

 

 

 

 

 

 

 

 

 

ໃຫ້ກຽດເປີດງານໂດຍ ທ່ານ ຈອນ ວິນລ່ຽມສ໌, ເອກອັກຄະລັດຖະທູດອົດສະຕຣາລີ ປະຈໍາລາວ ແລະ ທ່ານ ສະຫວັນຄອນ ຣາດສະມົນຕຣີ, ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ການທ່ອງທ່ຽວ. ທ່ານ ຈອນ ວິນລ່ຽມສ໌ ໄດ້ກ່າວໃນບົດກ່າວເປີດວ່າ “ກອງປະຊຸມດັ່ງກ່າວໄດ້ຖືກຈັດຂຶ້ນ ເພື່ອເປັນການສະໜັບສະໜູນວຽກງານຫຼັກຂອງ ສປປ ລາວ ໃນນາມເປັນປະທານກອງປະຊຸມອາຊຽນ ໂດຍສະເພາະໃນວຽກງານສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ, ການສົ່ງເສີມທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ ແລະ ການທ່ອງທ່ຽວ”.

ທ່ານ ຈອນ ວິນລ່ຽມສ໌ ໄດ້ກ່າວວ່າ “ການທ່ອງທ່ຽວມີບົດບາດສໍາຄັນຫຼາຍໃນລະບົບເສດຖະກິດຂອງພາກພື້ນ ແລະ ທັງເປັນຂະແໜງການທີ່ນັກທຸລະກິດຍິງມີພາລະບົດບາດທີ່ເຂັ້ມແຂງຢູ່ແລ້ວ”.

ການສະໜັບສະໜູນຜຸ້ປະກອບການຍິງໃນຂະແໜງການທ່ອງທ່ຽວໃນອາຊຽນໃຫ້ເຂົ້າມາຮ່ວມໂຕກັນ, ສ້າງເຄືອຂ່າຍ ແລະ ແລກປ່ຽນປະສົບການຈະເປີດໂອກາດໃຫ້ກັບການຂະຫຍາຍຕົວທຸລະກິດຂອງເຂົາເຈົ້າຫຼາຍຂຶ້ນ ພ້ອມທັງສ້າງຄວາມເຂັ້ມແຂງດ້ານການທ່ອງທ່ຽວໃຫ້ກວ້າງຂວາງຂຶ້ນຢູ່ໃນພາກພື້ນ.

 

 

 

 

 

 

 

 

 

 

 

 

 

 

 

ທ່ານ ຈອນ ວິນລ່ຽມ ຍັງກ່າວອີກວ່າ ຜູ້ປະກອບການຍິງ ຈະສືບຕໍ່ມີບົດບາດສໍາຄັນໃນການພັດທະນາຂະແໜງການທ່ອງທ່ຽວຢູ່ໃນ ສປປ ລາວ ແລະ ໃນທົ່ວພາກພື້ນອາຊຽນ, ເຊິ່ງເປັນພາກພື້ນທີ່ມີແຮງງານຍິງກວມເອົາເຖິງ 60 ສ່ວນຮ້ອຍຂອງແຮງງານທັງໝົດໃນຂະແໜງການອຸດສາຫະກໍາການທ່ອງທ່ຽວ

ກອງປະຊຸມຈະມີວິທະຍາກອນຜູ້ຊ່ຽວຊານຈາກທົ່ວໂລກ ລວມທັງ ທ່ານ Noirin Hegarty, ຜູ້ອໍານວຍການຝ່າຍປະຕິບັດການ ຂອງ Lonely Planet ແລະ ທ່ານນາງ Jacqueline Alexis Thng ເຊິ່ງເປັນຜູ້ຊ່ຽວຊານດ້ານຍີ່ຫໍ້ຊັ້ນນໍາ ແລະ ຄູ່ຮ່ວມງານຂອງບໍລິສັດ Prophet ທີ່ປະຈຳຢູ່ປະເທດສິງກະໂປ.

ທ່ານ ນາງ ແອນນາ ກຣີນ, ຜູ້ບໍລິຫານທະນາຄານ ANZ ລາວ ແລະ ປະທານສະພາການຄ້າອົດສະຕຣາລີ  ເວົ້າວ່າ ເພິ່ນມີວຄວາມຮູ້ສຶກຕື່ນເຕັ້ນຫຼາຍຕໍ່ກັບຄວາມສາມາດຂອງບັນດາຜູ້ເຂົ້າຮ່ວມກອງປະຊຸມ ແລະ ວິທະຍາກອນ.

"ພວກເຮົາມີຄວາມຮູ້ສຶກຍິນດີເປັນຢ່າງຍິ່ງທີ່ມີໂອກາດຈັດກອງປະຊຸມ ທີ່ເຕັມໄປດ້ວຍຊ່ຽວຊານທີ່ມີຄວາມສາມາດດ້ານການທ່ອງທ່ຽວ. ຜູ້ເຂົ້າຮ່ວມເຄືອຂ່າຍຈະຊ່ວຍກັນເສີມສ້າງເຄືອຂ່າຍທຸລະກິດໄປທົ່ວພາກພື້ນ"

"ໂດຍຜ່ານການຮັບຟັງຈາກຜູ້ນໍາສະເໜີທີ່ມີຄວາມສາມາດສູງ ຈາກ Google, Facebook, Lonely Planet ຈະເຮັດໃຫ້ຜູ້ເຂົ້າຮ່ວມມີໂອກາດຮຽນຮູ້ຈາກຊ່ຽວຊານດ້ານອຸດສາຫະກໍາການທ່ອງທ່ຽວໂດຍກົງ"

 

 

 

ຜົນໄດ້ຮັບຫຼັກຈາກກອງປະຊຸມຜຸ້ປະກອບການຍິງໃນຂະແໜງການທ່ອງທ່ຽວໃນອາຊຽນຈະໄດ້ນໍາໄປສະເໜີຕໍ່ໃຫ້ກັບຜູ້ເຂົ້າຮ່ວມຢູ່ໃນກອງປະຊຸມຂະແໜງ ການທ່ອງທ່ຽວແບບອະນຸລັກຂອງອາຊຽນ ເຊິ່ງຈະໄດ້ຈັດຂຶ້ນຢູ່ເມືອງປາກເຊໃນລະຫວ່າງວັນທີ 21-25 ມິຖຸນາ ໂດຍການເປັນເຈົ້າພາບຂອງລັດຖະບານລາວ.

ເພື່ອສືບຕໍ່ແນ່ໃສ່ ການເສີມສ້າງຄວາມຄິດສ້າງສັນ ແລະ ເຕັກໂນໂລຊີ, ກອງປະຊຸມໄດ້ໃຫ້ບໍລິການອິນເຕີເນັດຜ່ານມືຖືດ້ວຍເວັບໄຊ www.aseanwomen.biz ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າສູ່ເຄືອຂ່າຍໂດຍກົງ.

ພາກສຳຄັນຂອງກອງປະຊຸມຈະໄດ້ຖືກເຜີຍແຜ່ຜ່ານທາງວິດີໂອ, ສະໄລແຊ ແລະ ຄວາມຄິດເຫັນ ທັງນີ້ ເພື່ອເຮັດໃຫ້ການຮຽນຮູ້ດັ່ງກ່າວມີສາມາດເຂົ້າເຖິງ ກຸ່ມເປົ້າໝາຍໄດ້ກວ້າງຂວາງກວ່າເກົ່າພາຍຫຼັງທີ່ຜູ້ເຂົ້າຮ່ວມໄດ້ບິນກັບບ້ານແລ້ວ.

ສອບຖາມຂໍ້ມູນເພີ່ມຕື່ມ: Melanie Fuller, Executive Director, ສະພາການຄ້າອົດສະຕຣາລີ ຢູ່ໃປປລາວ ຫຼື AustCham Lao PDR ອີເມລ [email protected] ຫຼື ໂທ +856 20 2222 5302