Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Research shows quality mining central to Laos’ LDC graduation Lao

                                    ບົດຄົ້ນຄວ້າເຫັນວ່າການຂຸດຄົ້ນບໍ່ເເຮ່ທີ່ດີເປັນການປະກອບສ່ວນຫຼັກໃຫ້ແກ່ 
                                                         ສປປ ລາວໃນຫຼຸດພົ້ນຈາກປະເທດດ້ວຍພັດທະນາ

ບົດຄົ້ນຄວ້າທີ່ພະນັກງານພາກລັດ ແລະ ຊ່ຽວຊານດ້ານອຸດສາຫະກຳບໍ່ແຮ່ໄດ້ປຶກສາຫາລືກັນໃນວັນທີ່ 5 ເດືອນເມສາ ທີ່ນະຄອນຫຼວງວຽງຈັນ ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງຂຸດຄົ້ນບໍ່ແຮ່ທີ່ມີມາດຕະຖານດີ ຕໍ່ກັບເປົ້າໝາຍຂອງການຫຼຸດພົ້ນຈາກສະຖານະປະເທດດ້ອຍພັດທະນາຂອງ ສປປລາວ.

ບົດຄົ້ນຄວ້າທີ່ໄດ້ຮັບການສະໜັບສະໜູນໂດຍສະຖານທູດອົດສະຕຣາລີນີ້ໄດ້ເນັ້ນໃຫ້ເຫັນເຖິງຄວາມສຳຄັນຂອງການຂຸດຄົ້ນບໍ່ແຮ່ທີ່ມີມາດຕະຖານທີ່ດີຕໍ່ກັບການຂະຫຍາຍໂຕຂອງເສດຖະກິດຂອງປະເທດລາວ ເຊິ່ງກວມເອົາ 60 ສ່ວນຮ້ອຍຂອງໂຕເລກການສົ່ງອອກທັງໝົດຂອງ ສປປ ລາວ ໃນສົກປີ 2013/14. ແຕ່ບົດຄົ້ນຄວ້າໄດ້ບົ່ງບອກວ່າລາຍຮັບຈາກຂະແໜງການບໍ່ແຮ່ຄາດວ່າຈະຫຼຸດລົງ ເວັ້ນເສຍວ່າການລົງທຶນໃນຂະ  ເເໜງການດັ່ງກ່າວໄດ້ຖືກກຳນົດເປັນບູລິມະສິດໃນແຜນພັດທະນາເສດຖະກິດສັງຄົມແຕ່ນີ້ຫາປີ 2020. 

ບົດຄົ້ນວຄ້າດັ່ງກ່າວຍັງໄດ້ເນັ້ນໃຫ້ເຫັນວ່າການຂຸດຄົ້ນບໍ່ແຮ່ທີ່ດີໄດ້ປະກອບສ່ວນຕໍ່ການຂະຫຍາຍໂຕຂອງເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກຢູ່ໃນ ສປປລາວ ແລະ ສາກົນ. ຕົວຢ່າງ: ເມືອງວິລະບູລີ ເເຂວງສະຫວັນນະເຂດທີ່ບໍລິສັດຂຸດຄົ້ນບໍ່ແຮ່ເຊໂປນຕັ້ງຢູ່ ໄດ້ຫຼຸດພົ້ນຈາກສະຖານະເມືອງທຸກຍາກ ເຊິ່ງມີລາຍຮັບເພີ້ມຂຶ້ນເຖິງສິບເທົ່າຕັ້ງແຕ່ເລີ່ມຂຸດຄົ້ນບໍ່ແຮ່.

ໃນປີ 2014, ມີເຖິງ 3.4 ສ່ວນຮ້ອຍຂອງລວມຍອດຜະລິດຕະພັນພາຍໃນ ເຊິ່ງເປັນການປະກອບສ່ວນຈາກການດຳເນີນງານຂອງບໍລິສັດພູເບ້ຍຢູ່ແຂວງໄຊສົມບູນ. ຊຸມຊົນທີ່ຢູ່ອ້ອມຂ້າງບໍລິສັດບໍພູເບ້ຍແຫ່ງນີ້ໄດ້ຮັບຜົນປະໂຫຍດຈາກການກິດຈະກຳການຂຸດຄົ້ນບໍ່ແຮ່ທີ່ມີມາດຕະຖານທີ່ດີໂດຍມີລາຍຮັບເພີ້ມຂຶ້ນຈາກການຈ້າງງານ ແລະ ສະໜອງອາຫານ ແລະ ສິນຄ້າອຶ່ນໆໃຫ້ກັບບໍລິສັດ ເຊິ່ງຄ້າຍກັບປະຊາຊົນຢູ່ເມືອງວິລະບູລີ.

ບໍລິສັດພູເບ້ຍ ແລະ ບໍລິສັດເຊໂປນ ໄດ້ຮັບລາງວັນດ້ານການພັດທະນາຊຸມຊົນ ເຊິ່ງໄດ້ຊ່ວຍປັບປຸງໂຮງຮຽນ, ໂຮງໝໍ ແລະ ຊີວິດການເປັນຢູ່ຂອງປະຊາຊົນໃນຊຸມຊົນທ້ອງຖິ່ນ.

ບົດຄົ້ນຄວ້າດັ່ງກ່າວ ຍັງໄດ້ໃຫ້ຄຳເເນະນຳໃນການປັບປຸງຂະແໜງການດັ່ງກ່າວ ເຊິ່ງຄວນເນັ້ນໃສ່ການຄຸ້ມຄອງບໍ່ແຮ່ ແລະ ຄວາມໂປ່ງໃສ, ປັບປຸງຂໍ້ມູນດ້ານທໍລະນີສາດ ແລະ ດັດແກ້ລະບຽບການອອກໃບອະນຸຍາດ ເພື່ອດຶງດູດນັກລົງທຶນທີ່ມີຄຸນນະພາບ.

ທ່ານເອກອັກຄະລັດຖະທູດອົດສະຕຣາລີປະຈຳ ສປປລາວ, ທ່ານ ຈອນ ວິລຽມສ໌, ໄດ້ກ່າວວ່າ ການປັບປຸງການຄຸ້ມຄອງບໍ່ເເຮ່, ປະເທດລາວຈະສາມາດດຶງດູດການລົງທຶນທີ່ມີຄຸນນະພາບ ເຊິ່ງຈະຊ່ວຍໃຫ້ບັນລຸເປົ້າ  ໝາຍການຂະຫຍາຍໂຕຂອງເສດຖະກິດທີ່ກຳນົດໄວ້ໃນແຜນພັດທະນາເສດຖະກິດສັງຄົມ.

“ບັນຫາຂອງຂະເເໜງການບໍ່ແຮ່ຢູ່ໃນລາວແມ່ນຊ່ອງວ່າງອັນໃຫຍ່ລະຫວ່າງບໍລິສັດຊັ້ນນຳຂອງໂລກເຊັ່ນ ບໍລິສັດພູເບ້ຍ ແລະ ລ້ານຊ້າງເຊໂປນ ແລະ ບໍລິສັດອື່ນໆ” ທ່ານເອກອັກຄະລັດຖະທູດ ຈອນ ວິລຽມສ໌ ກ່າວເພີ້ມອີກວ່າ: “ແຕ່ວ່າການເພີ້ມຂຶ້ນດ້ານຄວາມໂປ່ງໃສ ແລະ ການປັບປຸງທີ່ຖືກຕ້ອງ ຈະເຮັດໃຫ້ລັດຖະບານລາວຢູ່ໃນທ່າທີ່ດີໃນການດຶງດູດເອົານັກລົງທຶນໃໝ່ທີ່ມີຄຸນນະພາບ, ແລະ ຮັບປະກັນວ່າບໍ່ແຮ່ຈະສືບຕໍ່ເປັນທ່າແຮງໃນການຂະຫຍາຍໂຕຂອງເສດຖະກິດ ແລະ ການພັດທະນາໃນປະເທດລາວ.”


ຂໍ້ມູນເພີ້ມເຕີມຕິດຕໍ່: Melanie Fuller, ປະທານຜ່ານບໍລິຫານສະພາການຄ້າອົດສະຕຣາລີປະຈຳລາວ ທີ່[email protected] ຫຼືໂທ +856 20 2222 5302