Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Hand-over ceremony of textbooks for primary school

ພີທິມອບ-ຮັບປື້້ມແບບຮຽນສຳລັບຊັ້ນ ປະຖົມສຶກສາ ປ3, 4 ແລະ ປ5

ຮ່ວມສະໜັບສະໜູນທຶນໂດຍ ອົງການ ຢູນີເຊບ, ປະເທດອົດສະຕຣາລີ ແລະ ສະຫະພາບ ເອີຮົບ

ວັນພະຫັດ, ວັນທີ 24 ເດືອນມີນາ ປີ 2016

ກ່າວໂດຍ ເອກອັກຄະລັດຖະທູດອົດສະຕາລີປະຈຳລາວ

 

ຮຽນພະນະທ່ານ ລີຕູ ບົວປ່າວ, ລັດຖະມົນຕີຊ່ວຍກະຊວງສຶກສາທິການ ແລະ ກິລາ

ທ່ານ ຮອງເວ ກາວ, ຜູ້ຕາງໜ້າອົງການ ຢູນີເຊບ ປະຈຳ ສປປ ລາວ

ທ່ານ ໄບຮອັນ ຟອນນາຮີ, ຮັກສາການອຸປະທູດ ປະຈຳ ສະຫະພາບ ເອີຮົບ

ແຂກຜູ້ທີ່ມີກຽດ ທ່ານຍິງ ແລະ ທ່ານຊາຍ

ຂ້າພະເຈົ້າມີຄວາມຍິນດີທີ່ໃນຕອນບ່າຍມື້ນີ້ໄດ້ເຂົ້າຮ່ວມ ສະເຫຼີມສະຫຼອງ ພິທີມອບ-ຮັບ ແລະ ແຈກຢາຍປຶື້ມ ແບບຮຽນ ຫຼາຍກວ່າ 759,000ຫົວ ໃຫ້ແກ່ນັກຮຽນຊັ້ນປະຖົມສຶກສາ  ໃນທົ່ວປະເທດ ສ ປ ປ ລາວ.

ພວກເຮົາຮູ້ດີແລ້ວວ່າ ປື້ມແບບຮຽນ ແມ່ນມີຄວາມສຳຄັນຫຼາຍໃນການສົ່ງເສີມການຮຽນ, ແລະ  ເຮັດໃຫ້ນັກຮຽນມີຄວາມຫ້າວຫັນໃນການຮຽນ. ນັກຮຽນ ແລະ ຄູ ຈະມີຄວາມຫຍຸ້ງຍາກຫຼາຍຖ້າບໍ່ມີປື້ມແບບຮຽນ.

ການຜະລິດ ແລະ ການຈັດສົ່ງ ປື້ມແບບຮຽນ ສຳລັບນັກຮຽນຢູ່ໂຮງຮຽນ ແມ່ນ ພາກສ່ວນໜື່່ງທີ່ສຳຄັນຫຼາຍ ຂອງການຮ່ວມມືທີ່ມີຄຸນຄ່າ ຂອງ ສະຫະພາບ ເອີຮົບ ແລະ ປະເທດອົດສະຕາລີ ກັບ ອົງການ ຢູນີເຊັບ ເພື່ອສ້າງຄວາມເຂັ້ມແຂງໃນການສົ່ງເສີມວຽກງານການສຶກສາຂັ້ນພື້ນຖານຢູ່ ສ ປ ປ ລາວ.

ໃນຫົກປີຕໍ່ໜ້າ ແຜນງານການສຶກສາຂັ້ນພື້ນຖານ ບີຄວາ  ຂອງປະເທດອົດສະຕາລີ  ຮ່ວມກັບ ສະຫະພາບ ເອີລົບ ມີແຜນທີ່ຈະ ໃຫ້ການສະໜັບສະໜູນ ກະຊວງສຶກສາທິການ ເພື່ອປັບປຸງຫຼັກສູດການຮຽນການສອນຊັ້ນປະຖົມ- ລວມທັງ ປື້ມແບບຮຽນ ແລະ ປື້ມຄູ່ມືຄູ.

ສິ່ງນີ້ຈະຊ່ວຍຮັບປະກັນໃຫ້  ປື້ມແບບຮຽນ ມີຄຸນນະພາບເພື່ອຊ່ວຍເພີ່ມໂອກາດການຮຽນຮູ້ ຢູ່ໃນຫ້ອງຮຽນທົ່ວປະເທດ  ຈາກ ແຂວງຜົ້ງສາລີ ຫາ ແຂວງຈໍາປາສັກ ແລະ ຈາກແຂວງບໍ່ແກ້ວ ຫາ ແຂວງອັດຕະປື.

ໃນ 12 ເດືອນຂ້າງໜ້າ, ບີຄວາ ຈະສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ເພື່ອພັດທະນາ, ທົດລອງ ແລະ ແຈກຢາຍ ປື້້ມແບບຮຽນ ຊັ້ນປະຖົມ ປີທີ 1 ໃຫ້ແກ່ທຸກໆໂຮງຮຽນ ຢູ່ໃນ ປະເທດ ສ ປ ປ ລາວ.

ຂໍຂອບໃຈມາຍັງບັນດາທ່ານອີກເທື່ອໜື່ງທີ່ໃຫ້ໂອກາດຂ້າພະເຈົ້າມາຮ່ວມພິທີມອບ - ຮັບໃນມື້ນີ້. ແລະ ຂໍຂອບໃຈກະຊວງສຶກສາທິການ ແລະ ກິລາ, ອົງການຢູນີເຊບ ແລະ ສະຫະພາບ ເອີລົບ,  ບັນດາຄູ່ຮ່ວມງານໃນ ແຜນງານບີຄວາ, ສຳລັບການຮ່ວມມືຢ່າງຕໍ່່ເນື່ອງຂອງພວກເຮົາ ໃນການສະໜັບສະໜູນລູກຫຼານຜູ້ທີ່ຈະເປັນຜູ້ນຳຂອງລາວໃນ ອະນາຄົດ ຕໍ່ໜ້າ.