Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Draft Lao National Day Speech

Diplomatic Corps well-wishing ceremony

Presidential Palace, Friday 1 December 2017

  • ຮຽນ ພະນະທ່ານ ບຸນຍັງ ວໍລະຈິດ, ປະທານປະເທດແຫ່ງ ສປປລາວ ແລະ ພັນລະຍາ ທີ່ນັບຖືຢ່າງສູງ
  • ຮຽນ ພະນະທ່ານ ດຣ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແລະ ພັນລະຍາ ທີ່ນັບຖືຢ່າງສູງ
  • ຮຽນ ດຣ ພັນຄຳ ວິພາວັນ, ຮອງປະທານປະເທດ ແຫ່ງ ສປປລາວ ແລະ ພັນລະຍາ ທີ່ນັບຖືຢ່າງສູງ
  • ທ່ານແຂກທີ່ມີກຽດ ຍິງ ແລະ ທ່ານ ຊາຍ ທີ່ນັບຖື

H.E. Bounnhang Vorachit, President of the Lao People’s Democratic Republic and Mme Khammeuang Vorachit.

H.E. Dr Thongloun Sisoulith, Prime Minister of the Lao PDR and Mme Naly Sisoulith

H.E. Dr Phankham Viphavanh, Vice President of the Lao PDR and Mme Sichanh Viphavanh.

Distinguished guests, ladies and gentlemen

ຂໍຕາງໜ້າໃຫ້ ຄະນະ ທູຕານຸທູດ, ຂ້າພະເຈົ້າ ຮູ້ສຶກເປັນກຽດ ແລະ ຍິນດີເປັນຢ່າງຍິ່ງ ທີ່ໄດ້ ມີໂອກາດ ມາກ່າວຄຳ ຊົມເຊີຍ ຕໍ່ປະຊາຊົນ ແລະ ລັດຖະບານ ສປປລາວ ເນື່ອງໃນໂອກາດ ສະເຫຼີມ ສະຫຼອງ ວັນຊາດ ແຫ່ງ ສປປລາວ ຄົບຮອບ 42 ປີ.

On behalf of the diplomatic corps, I am honoured and delighted to extend our congratulations to the government and people of the Lao PDR as you celebrate your 42nd National Day

ປະຊາຊົນລາວ ທົ່ວປະເທດ ມີຫຼາຍສິ່ງ ທີ່ຕ້ອງໄດ້ ສະຫຼອງ, ແລະ ມີສິດ ທີ່ຈະພາກພູມໃຈ ວ່າ ຕະຫຼອດໄລຍະ 42 ປີ ຜ່ານມາ ປະເທດໜຸ່ມນ້ອຍນີ້ ຍາດໄດ້ຜົນງານຫຍັງແດ່, ເລີ່ມຈາກໄລຍະ ຫຍຸ້ງຍາກ ທີ່ສຸດ ໃນປີ 1975.

 The people of the Lao PDR have much to celebrate, and are right to be proud of how much this young country has achieved over the past 42 years, from very humble beginnings back in 1975

ມີ ທ່ານທູດ ແລະ ພັນລະຍາ ຫຼາຍຄົນ ໄດ້ເດີນທາງ ຮ່ວມກັບ ຂ້າພະເຈົ້າ ໄປຢ້ຽມຢາມ ແຂວງຊຽງຂວາງ ແລະ ຫົວພັນ ໃນເດືອນແລ້ວນີ້

A number of Ambassadors and their spouses joined me on a visit to Xiengkhouang and Hua Phan provinces a few weeks ago

ຍ້ອນຢາກ ໄປຢ້ຽມຢາມ ຖ້ຳ ເມືອງວຽງໄຊ - ເຊິ່ງເປັນ ບ່ອນກຳເນີດ ຫຼາຍດ້ານ, ຂອງ ສປປ ລາວ

A visit taking in Viengxay Caves – the birthplace, in many ways, of this nation. 

ແລະຍັງແມ່ນ ບ່ອນກຳເນີດ ຂອງ ຜູ້ນຳ ຫຼາຍທ່ານ ຂອງ ສປປ ລາວ    

And the birthplace of a number of leaders in this room.

ໃນເວລາກັບຄືນມາ, ທຸກຄົນ ຍິນດີຫຼາຍ ທີ່ໄດ້ເຫັນ ຈິດໃຈ ອັນເຂັ້ມແຂງ ທີ່ຄົນຮຸ້ນ ພໍ່, ແມ່ ໄດ້ຜ່ານຜ່າ ສິ່ງທ້າທາຍຕ່າງໆ ນານັບ ປະການ ຈົນເຖິງ ມື້ນີ້.

 We came away from that visit with a much better appreciation of the spirit and resolve of your founding fathers, and mothers, and the challenges they strove to overcome

ທຸກຄົນ ກັບມາ ທາງລົດ ຈາກແຂວງຫົວພັນ ຜ່ານພູຜາ ປ່າດົງ ຫຼາຍຊົ່ວໂມງ, ແລະໄດ້ຮັບຮູ້ ເຫັນແຈ້ງ ເຖິງສິ່ງທ້າທາຍ ດ້ານພູມສາດ ຂອງປະເທດ ທີ່ລັດຖະບານລາວ ຍັງປະເຊີນຢູ່ ຈົນເຖິງປະຈຸບັນ.

And we also left Hua Phan, after many scenic hours on windy, mountain-top roads, with an even clearer sense of the challenges of geography the Lao Government still faces today.

,,, ສິ່ງທ້າທາຍ ໃນການບໍລິການ ພື້ນຖານ ແລະ ເຮັດແນວໃດ ໃຫ້ເຂດ ຊົນນະບົດ ຫ່າງໄກ ສອກຫຼີກ ໄດ້ມີ ການພັດທະນາ ດ້ານເສດຖະກິດ ແລະ ສັງຄົມ ເທົ່າທຽມກັນ ທຸກບ່ອນ ທົ່ວປະເທດ

,,,how to deliver essential services, and drive the socio-economic development of so many isolated, remote communities, across this beautiful, diverse country.

ຂ້າພະເຈົ້າ ຮັບຮູ້ວ່າ ສິ່ງທີ່ຂ້າພະເຈົ້າກ່າວ ແມ່ນ ຕາງໜ້າໃຫ້ ບັນດາທູຕານຸທູດ, ຂໍສະແດງຄວາມຍິນດີ ຕໍ່ການແກ້ໄຂບັນຫາ ຂອງລັດຖະບານ ພາຍໃຕ້ການນຳພາ ຂອງທ່ານ ປະທານປະເທດ ບຸນຍັງ ວໍລະຈິດ ແລະ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໃນການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ ການບໍລິຫານລັດ ທົ່ວປະເທດ, ແລະ ເພື່ອປົກປ້ອງ ຊັບພະຍາກອນ ທຳມະຊາດ ຂອງປະຊາຊົນ.

 I know I speak on behalf of my fellow Ambassadors, when I welcome the resolve of the Government led by President Bounngang and Prime Minister Thongloun to reform and strengthen governance across this country, and to better protect your natural resources.

ການປ່ຽນແປງ ດ້ານບວກ ບໍ່ໄດ້ ມາງ່າຍ ແລະ ບໍ່ສາມາດ ໃຊ້ເວລາ ສັ້ນ ຈຶ່ງຈະສຳເລັດໄດ້

 Achieving positive change is never instantaneous or easy

ແຕ່ ມັນໄດ້ສົ່ງ ສັນຍານ ຈະແຈ້ງ ເຖິງເຈດຈຳນົງ ຂອງບັນດາທ່ານ ວ່າ ຢາກປັບປຸງ ຊີວິດ ການເປັນຢູ່ ຂອງ ປະຊາຊົນລາວ ໃຫ້ດີຂື້ນ.  

but it’s a clear signal of your dedication to improve the well being of the Lao people.

ຂ້າພະເຈົ້າ ເຊື່ອໝັ້ນວ່າ ລັດຖະບານລາວ ຈະສືບຕໍ່ ໄດ້ຮັບການສະໜັບສະໜູນ ໃນການຈັດຕັ້ງປະຕິບັດນະໂຍບາຍດ້ານນີ້ ຈາກຜູ້ຕາງໜ້າ ຂອງທຸກປະເທດ ທີ່ມາຮ່ວມງານ ໃນມື້ນີ້

 I am confident you will continue to enjoy the support of all of the countries represented here today as you continue down this path.

ທ້າຍສຸດນີ້, ພວກຂ້າພະເຈົ້າ ຂໍອວຍພອນ ໃຫ້ບັນດາທ່ານ ປະສົບຜົນສຳເລັດ ໃນການ ເປີດປີທ່ອງທ່ຽວລາວ 2018

Finally, we wish you every success with the Visit Laos Year campaign for 2018

ໃນຖານະທີ່ ສ່ວນຕົວ ຕະຫຼອດໄລຍະ 4 ປີ ໄດ້ມີໂອກາດ ໄປທຸກແຂວງ ຂອງ ສປປ ລາວ, ຂ້າພະເຈົ້າ ຮູ້ດີວ່າ ສປປ ລາວ ເປັນປາຍທາງ ທີ່ອຸດົມສົມບູນ ທຸກດ້ານ ແລະ ສາມາດ ສະແດງໃຫ້ຊາວໂລກ ຮັບຮູ້ໄດ້.

 As someone who has had the privilege to visit every province over the past four years, I know Laos has a wealth of destinations to showcase to the world

ແລະແນ່ນອນ, ສປປ ລາວ ມີຊັບສົມບັດ ທີ່ດີ ທີ່ສຸດ  ຄື ຄວາມຈິງໃຈ ແລະ ຈິດໃຈ ພິລະ ອາດຫານ ຂອງຄົນລາວ, ຂ້າພະເຈົ້າ ໄດ້ສຳພັດ ຈາກປະສົບການ ຕະຫຼອດການເດີນທາງ ແຕ່ຕົ້ນ ຈົນຈົບ.

And of course, you have your most marketable asset – the friendliness and spirit of the Lao people, unrivalled in all my travel experiences to date.

ອີກເທື່ອໜຶ່ງ, ຂໍຊົມເຊີຍ ວັນຊາດລາວ ຄົບຮອບ 42 ປີ, ແລະ ອີກເທື່ອໜຶ່ງ ຂໍສະແດງຄວາມຍິນດີ   ທີ່ ພວກຂ້າພະເຈົ້າ ໄດ້ຮ່ວມ ສະເຫຼີມ ສະຫຼອງ ວັນສຳຄັນນີ້ ຮ່ວມກັບ ບັນດາທ່ານ ໃນເຊົ້າມື້ນີ້.

My congratulations again on your 42nd national day, and for allowing us to celebrate this important milestone with you all this morning.

ຂໍອວຍພອນ ໃຫ້ບັນດາທ່ານ ມີສຸຂະພາບ ແຂງແຮງ, ປະສົບຜົນສຳເລັດ ໃນວຽກງານ ທີ່ທ່ານ ພວມປະຕິບັດ ແລະ ເປັນຕົວແທນ ຂອງປະຊາຊົນລາວ ທົ່ວປະເທດ.

Please accept our best wishes, for your good health, and for your success in your noble work on behalf of the people of the Lao PDR.