Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

More Australian Students Choose Laos for a Unique Learning Experience

ນັກສຶກສາອົດສະຕຣາລີ ເລືອກມາແລກປ່ຽນຄວາມຮູ້ ຢູ່ປະເທດລາວ ຫຼາຍຂື້ນ

6 September 2018

ສາຍພົວພັນດ້ານການສຶກສາ ແລະ ສາຍພົວພັນຄົນກັບຄົນ ທີ່ມີມາຍາວນານ ລະຫວ່າງ ສອງຊາດລາວ-ອົດສະຕຣາລີ ພວມສືບຕໍ່ເຕີບໃຫ່ຍຂະຫຍາຍຕົວ, ເຫັນໄດ້ຈາກນັກສຶກສາອົດສະຕຣາລີເລືອກທີ່ຈະມາແລກປ່ຽນ ປະສົບການດ້ານການສຶກສານຢູ່ ສປປລາວ ພາຍໃຕ້ໂຄງການ New Colombo Plan ຂອງລັດຖະບານອົດສະຕຣາລີ ຫຼາຍຂື້ນ. ນັກສຶກສາລະດັບປະລິນຍາຕີຫຼາຍຄົນ ຈາກມະຫາວິທະຍາໄລ ເຄີເທັນ ແລະ ອາດີເລດ ຈະເດີນທາງມາເຖິງ ສປປ ລາວ ໃນສົກປີ 2019 ເພື່ອເຂົ້າຮ່ວມໂຄງການຄົ້ນຄ້ວາໄລຍະສັ້ນ ແລະ ກິດຈະກຳດ້ານການປິ່ນປົວດ້ານຮ່າງກາຍທົ່ວໄປ. 

ເອກອັກຄະລັດຖະທູດອົດສະຕຣາລີ ປະຈຳ ສປປລາວ, ພະນະທ່ານ ຊ໋ອງ-ເບີນາດ ຄາຣາສໂກ ໄດ້ກ່າວວ່າ “ອົດສະຕຣາລີ ໄດ້ສະ ໜັບສະໜູນວຽກງານດ້ານການພັດທະນາຊັບພະຍາກອນມະນຸດ ຢູ່ໃນ ສປປລາວ ມາຫຼາຍກວ່າ 50 ປີ, ແລະ ມີນັກສຶກສາລາວ ປະມານ 2,400 ຄົນ ທີ່ໄດ້ໄປຮຽນ, ໄດ້ໄປແລກປ່ຽນ ແລະ ໄດ້ຮັບຜົນປະໂຫຍດຈາກປະສົບການດ້ານການສຶກສາ ແລະຮຽນຮູ້ວຽກງານການພັດທະນາຂອງອົດສະຕຣາລີ ໃນໄລຍະຜ່ານມາ,” ທ່ານທູດໄດ້ກ່າວຕື່ມວ່າ “ໂຄງການ New Colombo Plan ມີຄວາມໝາຍຄວາມສຳຄັນ ຫຼາຍ ຍ້ອນນັກສຶກສາຈາກອົດສະຕຣາລີ ຈະໄດ້ມາແລກປ່ຽນບົດຮຽນຄືນຢູ່ໃນ ສປປລາວ.”

ທ່ານທູດໄດ້ກ່າວຕື່ມອີກວ່າ ນັກສຶກສາໜຸ່ມສາວອົດສະຕຣາລີ, ເຊິ່ງຈະເປັນຜູ້ນຳໃນອະນາຄົດຂອງປະເທດ, ຈຳເປັນຕ້ອງມີຄວາມຮູ້ ຄວາມເຂົ້າໃຈໃນພາກພື້ນ ອິນໂດ-ປາຊີຟິກໃຫ້ເລິກເຊິ່ງ, ແລະ ຍັງມີຫຼາຍດ້ານທີ່ຄົນໜຸ່ມສາວເຫຼົ່ານີ້ ສາມາດຮຽນຮູ້ບັນດາປະເທດເພື່ອນບ້ານຕື່ມອີກຫຼາຍດ້ານ. 

 “ສຳລັບນັກສຶກສາ 21 ຄົນຈາກໂຄງການ New Colombo Plan ນີ້້ ຈະມາ ສປປລາວ ໃນປີ 2019 ເພື່ອມາເຮັດວຽກຢູ່ໃນຂົງເຂດວຽກງານຄົ້ນຄ້ວາໄລຍະສັ້ນ, ວຽກງານປິ່ນປົວຮ່າງກາຍທົ່ວໄປ ເຊິ່ງເປັນຂະແໜງການທີ່ເປີດໂອກາດໃຫ້ນັກສຶກສາເຫຼົ່ານີ້ໄດ້ຮຽນຮູ້ເພີ່ມ, ເຂົ້າໃຈທັກສະ ສະເພາະແຕ່ລະດ້ານເພີ່ມ ແລະ ຍັງເປັນໂອກາດດີທີ່ນັກສຶກສາທັງໝົດຈະໄດ້ເສີມສ້າງມິດຕະພາບ ແລະ ສ້າງສາຍພົວພັນລາວ-ອົດສະຕຣາລີ ໃຫ້ເພີ່ມທະວີຂື້ນຕື່ມ.” 


ໃນເວລາເຮັດວຽກຢູ່ໃນ ສປປລາວ, ນັກສຶກສາທືນແລກປ່ຽນທີ່ມາຈາກສອງມະຫາວິທະຍາໄລນຳໜ້າຂອງອົດສະຕຣາລີທັງໝົດ ຈະໄດ້ແລກປ່ຽນຄວາມຮູ້ດ້ານວິຊາການ ແລະ ສ້າງສາຍພົວພັນ ກັບ ຄູ່ຮ່ວມງານຝ່າຍລາວ ຢູ່ຫ້ອງການ ແລະ ສະຖາບັນຕ່າງໆ ເຊິ່ງຈະເປັນໂອກາດເພີ່ມຄວາມເຂົ້າໃຈປະເທດລາວ ແລະ ພາກພື້ນອາຊີ-ຕາເວັນອອກສ່ຽງໃຕ້ ໃຫ້ດີຍິ່ງໆຂື້ນ. 

ທ່ານ ຄຣິສ ທາເລ, ນັກສຶກສາຈາກມະຫາວິທະຍາໄລແຫ່ງຊາດອົດສະຕຣາລີ ໄດ້ກ່າວວ່າ ລາວໄດ້ພັດທະນາສອງທັກສະໄປພ້ອມໆກັນ ຄື ດ້ານສ່ວນຕົວ ແລະ ດ້ານວິຊາການ ໃນເວລາເຮັດວຽກຢູ່ໃນ ສປປລາວ ຈາກທືນ New Colombo Plan ໃນເດືອນ ມີຖຸນາ ປີນີ້. 

 “ທືນສະໜັບສະໜູນຂອງລັດຖະບານອົດສະຕຣາລີນີ້ ເຮັດໃຫ້ຂ້າພະເຈົ້າ ໄດ້ເດີນທາງມາປະເທດລາວ ແລະ ເຮັດວຽກດ້ານສິ່ງແວດລ້ອມ ເຊິ່ງ ທຸກຍ່າງແມ່ນບໍ່ຄືກັບປະສົບການຕົວຈິງໃດໆ ທີ່ຂ້າພະເຈົ້າເຄີຍໄດ້ຮຽນຈາກອົດສະຕຣາລີ. ທືນໂຄງການ New Colombo Plan ນີ້ ເຮັດໃຫ້ຂ້າພະເຈົ້າ ໄດ້ນຳໃຊ້ຄວາມຮູ້ທີ່ໄດ້ຮຽນມາເຂົ້ານຳໃນວຽກງານຕົວຈິງ ແລະ ໄດ້ລອງປະສົບການໃໝ່ ທີ່ບໍ່ເຄີຍເຮັດມາກ່ອນກໍ່ມີ.”

 “ຂ້າພະເຈົ້າໄດ້ມີປະສົບການພິເສດຫຼາຍອັນຢູ່ໃນ ສປປລາວ, ໂດຍສະເພາະແມ່ນການໄດ້ລອງຊີມລົດຊາດອາຫານໃໝ່ໆ, ໄດ້ທ່ອງທ່ຽວຕາມສະຖານທີ່ສວຍງານຫຼາຍແຫ່ງໃນປະເທດລາວ, ແລະ ຍັງໄດ້ພົບກັບຄົນລາວ ຄົນທີ່ຍາມໃດກໍ່ພ້ອມທີ່ຈະຊ່ວຍເຫຼືອ ທຸກຢ່າງທີ່ຫາກມີຄວາມຕ້ອງການ, ເຖິງແມ່ນວ່າ ບາງເທື່ອພາສາໃນການສື່ສານກັນອາດຈະເປັນອຸປະສັກແດ່ກໍ່ຕາມ.”

ໂຄງການ New Colombo Plan ແມ່ນໂຄງການລິເລີ່ມທີ່ສຳຄັນຂອງລັດຖະບານອົດສະຕຣາລີ ແນໃສ່ສ້າງຄວາມຮູ້ ເສີມຄວາມເຂົ້າໃຈໃຫ້ຄົນໜຸ່ມສາວອົດສະຕຣາລີ ທີ່ຈະເປັນຜູ້ນຳໃນອະນາຄົດ ໂດຍການສະໜັບສະໜູນໃຫ້ນັກສຶກສາລະດັບປະລິນຍາຕີ ທີ່ຮຽນຈົບໃໝ່ ໃຫ້ໄດ້ຮັບທືນແລກປ່ຽນ ເພື່ອມາແລກປ່ຽນເຮັດວຽກຢູ່ພາກພືນນີ້. ເລີ່ມແຕ່ປີ 2015 ເປັນຕົ້ນມາ, ມີນັກສຶກສາ ຈາກໂຄງການ New Colombo Plan ແລ້ວ ຈຳນວນ 185 ຄົນ ໄດ້ເດີນທາງມາແລກປ່ຽນຢູ່ ສປປລາວ ເຮັດວຽກໃນຫຼາຍຂົງເຂດ, ເຊັ່ນ ໝໍປົວສັດ, ວິທະຍາສາດການແພດ, ພະຍາບານ ແລະ ໝໍປະດຸງຄັນ, ຈັດລະບົບກະສິກຳ ແລະ ປູກຝັງ, ການບໍລິຫານຈັດການຊັບພະຍາກອນນ້ຳ, ການບໍລິຫານທຸລະກິດ, ວິສະວະກອນ ແລະ ນັກທໍລະນີວິທະຍາ. 

ສອບຖາມຂໍ້ມູນເພີ່ມຕື່ມ ກ່ຽວກັບໂຄງການ New Colombo Plan, ຕາມເວບໄຊ  www.dfat.gov.au/new-colombo-plan ຫຼື ຕິດຕາມ ໄດ້ຈາກ @NewColomboPlan.

ຄຸນຄຳ ດວງພະຈອນ

ພະແນກສື່ສານ ໝາຍເລກ ໂທລະສັບ 020 222 38 299