Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australian Ambassador Visits Savannakhet Province Lao

ບົດ​ຖະ​ແຫຼ​ງຂ່າວ

ສະຖານທູດອົດ​ສະຕຣາລີ

ນະຄອນຫຼວງວຽງຈັນ

5 ມີນາ 2018

ທ່ານທູດອົດສະຕຣາລີຢ້ຽມຢາມແຂວງສະຫວັນນະເຂດ

 

ໃນວັນທີ 26-28 ກຸມພາ ທີ່ຜ່ານມາ, ເອກອັກຄະລັດຖະທູດອົດສະຕຣາລີປະຈຳລາວຄົນໃໝ່ ທ່ານ ຈ໋ອງ-ເບີນາດ ຄາຣາສ໌ໂກ, ໄດ້ເດີນທາງໄປຢ້ຽມຢາມແຂວງສະຫວັນນະເຂດ ເຊິ່ງເປັນການເດີນທາງຢ້ຽມຢາມຕ່າງແຂວງຄັ້ງທຳອິດ. ໃນການຢ້ຽມຢາມຄັ້ງນີ້, ທ່ານທູດໄດ້ພົບກັບເຈົ້າແຂວງແຂວງສະຫວັນນະເຂດ, ພະນະທ່ານສັນຕິພາບ ພົມວິຫານ, ເພື່ອສົນທະນາກ່ຽວກັບຄວາມຄືບໜ້າຂອງວຽກງານການພັດທະນາເສດຖະກິດ ແລະ ສັງຄົມຂອງແຂວງສະຫວັນນະເຂດ.

“ແຂວງສະຫວັນນະເຂດແມ່ນແຂວງທີ່ມີຄວາມຄ່ອງໂຕທາງດ້ານການຄ້າຂາຍນັບມື້ນັບສູງຂຶ້ນ ເຊິ່ງມີເສດຖະກິດທີ່ຫຼາກຫຼາຍຂຶ້ນ” ກ່າວໂດຍທ່ານທູດ. “ອົດສະຕຣາລີ ແລະ ແຂວງສະຫວັນນະເຂດມີການ​ເຊື່ອມ​ໂຍງ​ທາງ​ດ້ານທຸ​ລະ​ກິດທີ່​ກຳ​ລັງຂະ​ຫຍາຍຕົວ, ເປັນຄູ່ຮ່ວມພັດທະນາທີ່ແໜ້ນແຟ້ນ ແລະ ມີ​ການ​ເຊື່ອມ​ໂຍງ​ລະ​ຫວ່າງ​ບຸກ​ຄົນ​ກັບ​ບຸກ​ຄົນຢ່າງ​​ສະ​ໜິດ​ແໜ້ນ”.

 

 

 

 

 

 

 

 

 

 

 

 

 

 

 

ສະຫວັນນະເຂດແມ່ນແຂວງທີ່ມີເນື້ອທີ່ໃຫຍ່ທີ່ສຸດ ແລະ ມີປະຊາກອນຫຼາຍທີ່ສຸດ ໃນ ສປປ ລາວ.

ການລົງທຶນຂອງອົດສະຕຣາລີໃນແຂວງສະຫວັນນະເຂດກວມເອົາຫຼາຍຂະແໜງການ, ນັບຈາກຂະແໜງ ກະສິກຳ ໄປຈົນເຖິງການຜະລິດ ແລະ ແຮ່ທາດ. ທ່ານທູດໄດ້ພົບກັບບັນດາຫົວໜ່ວຍທຸລະກິດທີ່ດຳເນີນການຢູ່ໃນແຂວງສະຫວັນນະເຂດ ແລະ ໄດ້ເຂົ້າຮ່ວມງານລ້ຽງສ້າງເຄືອຂ່າຍໃນແລງວັນທີ 26 ກຸມພາ ທີ່ຈັດໂດຍສະພາການຄ້າອົດສະຕຣາລີ-ລາວ, ເຊິ່ງໃນງານດັ່ງກ່າວກໍໄດ້ໃຫ້ກຽດເຂົ້າຮ່ວມໂດຍພະນະທ່ານສັນຕິພາບ ພົມວິຫານ, ເຈົ້າແຂວງແຂວງສະຫວັນນະເຂດ ແລະ ມີແຂກເຂົ້າຮ່ວມທັງໝົດປະມານ 100 ຄົນ, ລວມທັງສະພາການຄ້າ ແລະ ອຸດສາຫະກຳແຂວງສະຫວັນນະເຂດ.

ທ່ານ ຕີ ຈີ ເຊັງ, ຜູ້ຈັດການທົ່ວໄປ,​ ໄດ້ພາທ່ານທູດຢ້ຽມຊົມເຂດເສດຖະກິດພິເສດສະຫວັນເຊໂນ ເຊິ່ງທ່ານທູດໄດ້ຮຽນຮູ້ຫຼາຍຂຶ້ນກ່ຽວກັບຜົນສຳເລັດຂອງເຂດເສດຖະກິດ ໃນການດຶງດູດການລົງທຶນ.   

ນອກຈາກນັ້ນ ທ່ານທູດຍັງໄດ້ຢ້ຽມຢາມວຽກງານໃນຂະແໜງການສຶກສາທີ່ອົດສະຕຣາລີໃຫ້ການສະໜັບສະໜູນໂດຍຜ່ານແຜນງານການປັບປຸງຄຸນນະພາບ ແລະ ຂະຫຍາຍໂອກາດເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານ ໃນ ສປປ ລາວ (ແຜນງານບີຄວາ), ເຊິ່ງຮ່ວມມືກັບກະຊວງສຶກສາທິການ ແລະ ກິລາ ຂອງ ສປປ ລາວ ແລະ ສະຫະພາບເອີຣົບ. ແຜນງານດັ່ງກ່າວໃຫ້ການຊ່ວຍເຫຼືອເດັກດ້ອຍໂອກາດ,​ ລວມທັງເດັກຍິງ ແລະ ເດັກພິການ ເພື່ອໃຫ້ສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບ.

 

 

 

 

 

 

 

 

 

 

 

 

 

 

 

ຮ່ວມກັບຮອງເຈົ້າແຂວງແຂວງສະຫວັນນະເຂດ ພະນະທ່ານ ຄຳພູນ ຕຸໄພທູນ ແລະ ທ່ານ ເກດ ພັນລັກ,​ຫົວໜ້າກົມສ້າງຄູ, ​ກະຊວງສຶກ

ສາທິການ ແລະ ກິລາ, ທ່ານທູດໄດ້ຮ່ວມເປັນປະທານໃນພິທີມອບ-ຮັບຫໍພັກ ແລະ ຫ້ອງນ້ຳນັກຮຽນ ໃຫ້ແກ່ວິທະຍາໄລຄູແຂວງສະຫວັນນະເຂດ. ນອກນັ້ນ, ທ່ານຍັງໄດ້ຮ່ວມກັບຄະນະດັ່ງກ່າວເປັນປະທານເປີດໂຄງການກໍ່ສ້າງໂຮງຮຽນປະຖົມຢູ່ແຂວງສະຫວັນນະເຂດ ທີ່ໂຮງຮຽນປະຖົມເທີ້ມນ້ອຍ, ເມືອງພະລານໄຊ. ອົດສະຕຣາລີໃຫ້ທຶນການກໍ່ສ້າງ ແລະ ສ້ອມແປງໂຮງຮຽນຈຳນວນ 69 ແຫ່ງ ໃນແຂວງສະຫວັນນະເຂດ, ເຊິ່ງຄິດເປັນມູນຄ່າຫຼາຍກວ່າ 2 ລ້ານໂດລາອົດສະຕຣາລີ ແລະ ສະໜັບສະໜູນທຶນການສຶກສາໃຫ້ແກ່ນັກຮຽນຄູໃນແຂວງຈຳນວນ 123 ຄົນ ເພື່ອໃຫ້ເປັນຄູໃນເຂດຫ່າງໄກສອກຫຼີກຫຼັງຈາກຮຽນຈົບ.

ທ່ານທູດໄດ້ກ່າວວ່າ “ອົດສະຕຣາລີໄດ້ໃຫ້ການສະໜັບສະໜູນການສຶກສາ ໃນ ສປປ ລາວ ລວມທັງແຂວງສະຫວັນນະເຂດ ເປັນເວລາຍາວນານ. ພວກເຮົາມີເປົ້າໝາຍດຽວກັນໃນການໃຫ້ໂອກາດເດັກນ້ອຍໃຫ້ໄດ້ຮັບການສຶກສາທີ່ດີ – ສຳລັບ ສປປ ລາວ ບໍ່ມີບັນຫາໃດແລ້ວ ທີ່ຈະສຳຄັນໄປກວ່າການພັດທະນາເສດຖະກິດ-ສັງຄົມ.”

 

 

 

 

 

 

 

 

 

 

 

 

 

 

 

ຫຼັງຈາກນັ້ນ, ທ່ານທູດໄດ້ພົບກັບອາສາສະໝັກອົດສະຕຣາລີ ແລະ ນັກສຶກສາທີ່ຮຽນຈົບຈາກປະເທດອົດສະຕຣາລີ ເຊິ່ງເປັນການສະແດງໃຫ້ເຫັນການເຊື່ອມໂຍງລະຫວ່າງບຸກຄົນກັບບຸກຄົນທີ່ແໜ້ນແຟ້ນລະຫວ່າງອົດສະຕຣາລີ ແລະ ສະຫວັນນະເຂດ. ທ່ານທູດໄດ້ໄປຢ້ຽມຢາມສູນຄົ້ນຄວ້າກະສິກຳທ່າສະໂນ ເຊິ່ງມີອາສາສະໝັກອົດສະຕຣາລີເພື່ອການພັດທະນາສາກົນຫຼາຍຄົນໃຫ້ການຊ່ວຍເຫຼືອຊາວນາໃນແຂວງສະຫວັນນະເຂດ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບຈັດການກັບສັດຕູພືດ ແລະ ພະຍາດຕ່າງໆ ເພື່ອປັບປຸງການເຮັດກະສິກຳໃຫ້ດີຂຶ້ນ.

ທ່ານທູດໄດ້ກ່າວວ່າ ທ່ານຫວັງວ່າຈະໄດ້ກັບໄປຢ້ຽມຢາມແຂວງສະຫວັນນະເຂດອີກ ແລະ ຫວັງວ່າຈະໄດ້ເຫັນສາຍພົວພັນການຄ້າ ແລະ ການລົງທຶນ, ການຮ່ວມມືທາງດ້ານການພັດທະນາ ແລະ ການເຊື່ອມໂຍງລະຫວ່າງບຸກຄົນກັບບຸກຄົນມີຄວາມແໜ້ນແຟ້ນຍິ່ງຂຶ້ນກວ່າເກົ່າ. 

 

ສອບ​ຖາມ​ຂໍ້​ມູນເພີ່ມຕື່ມທີ່:

ຄູນຄຳ ດວງພະຈອນ

​ສະຖານທູດອົດ​ສະຕຣາລີ

ໂທ:  (021) 353 800 ຕໍ່ 125