Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia supports peaceful dispute resolution in the South China Sea

ອົດສະຕຣາລີສະຫນັບສະຫນູນການແກ້ໄຂຂໍ້ຂັດແຍ່ງແບບສັນຕິວິທີໃນທະເລຈີນໃຕ້

ບົດຖະແຫຼງຂ່າວ
12 ກໍລະກົດ 2016

ມື້ນີ້ຄະນະແກ້ໄຂຂໍ້ຂັດແຍ່ງ (ຫຼື Arbitral Tribunal) ໄດ້ອອກຖະແຫຼງຄຳຕັດສິນຊີ້ຂາດສຸດທ້າຍກ່ຽວກັບກໍລະນີຂໍ້ຂັດແຍ່ງໃນທະເລຈີນໃຕ້ຂອງປະເທດຟີລິບປິນ.

ລັດຖະບານອົດສະຕຣາລີຮຽກຮ້ອງໃຫ້ ປະເທດຟິລິບປິນ ແລະປະເທດຈີນ ປະຕິບັດຕາມຄຳຕັດສິນທີ່ອອກມາ, ຊຶ່ງເປັນຄຳຊີ້ຂາດສຸດທ້າຍເຊິ່ງ ມີຜົນສັກສິດ ແລະ ເປັນຂໍ້ຜູກມັດກັບທັງສອງຝ່າຍ.

ຄະນະໄກ່ເກ່ຍກໍລະນີຂໍ້ຂັດແຍ່ງຂອງຟີລິບປິນ ໄດ້ຖືກສ້າງຕັ້ງຂຶ້ນໂດຍສອດຄ່ອງກັບສົນທິສັນຍາຂອງອົງການສະຫະປະຊາຊາດ ວ່າດ້ວຍ  ກົດຫມາຍທາງທະເລ (ຫຼື UNCLOS). ຄຳຕັດສິນຂອງຄະນະດັ່ງກ່າວ ບໍ່ແມ່ນກ່ຽວກັບອຳນາດອະທິປະໄຕ, ແຕ່ແມ່ນກ່ຽວກັບສິດທາງທະເລພາຍໃຕ້ສົນທິສັນຍາ UNCLOS.
ສົນທິສັນຍາ UNCLOS ໄດ້ອະທິບາຍຢ່າງຈະແຈ້ງໃຫ້ທຸກປະເທດ ກ່ຽວກັບ ຂອບເຂດ ການນໍາໃຊ້ມະຫາສະຫມຸດຂອງພວກເຮົາ ທີ່ຖືກຕ້ອງຕາມກົດຫມາຍ.. ເຊິ່ງຈະເປັນການອໍານວຍຄວາມສະດວກທາງດ້ານການຄ້າແບບເສລີ ແລະ ແບບເປີດກວ້າງ,  ໃນນີ້ລວມເຖິງ ສິດເສລີພາບໃນການເດີນເຮືອແລະ ການບິນຜ່ານໜ້ານ້ຳ, ແລະ ສະຫນັບສະຫນູນການແກ້ໄຂບັນຫາຂໍ້ຂັດແຍ່ງແບບສັນຕິໃນພື້ນທີ່ທາງທະເລ.

ອົດສະຕຣາລີສະຫນັບສະຫນູນສິດຂອງບັນດາປະເທດໃນການຊອກຫາວິທີແກ້ໄຂບັນຫາຂໍ້ຂັດແຍ່ງແບບສັນຕິວິທີ ເພື່ອໃຫ້ສອດຄ່ອງກັບກົດຫມາຍສາກົນ, ລວມທັງສົນທິສັນຍາ UNCLOS.

ບັນດາປະເທດຜູ້ອ້າງກຳມະສິດ ຈະໄດ້ຮັບຜົນປະໂຫຍດອັນມະຫາສານຈາກຄໍາສັ່ງທີ່ຖືເອົາລະບຽບສາກົນເປັນພື້ນຖານ.
ການປະຕິບັດຕາມກົດຫມາຍສາກົນແມ່ນຂໍ້ກຳນົດພື້ນຖານສໍາລັບການມີສັນຕິພາບ, ສະຖຽນລະພາບແລະ ຄວາມຈະເລີນຮຸ່ງເຮືອງຂອງບັນດາປະເທດອາຊີຕາເວັນອອກ, ດັ່ງທີ່ໄດ້ປະຕິບັດກັນມາເປັນເວລາດົນນານແລ້ວ. 

ຄຳຕັດສິນດັ່ງກ່າວ ແມ່ນການທົດສອບອັນສໍາຄັນ ທີ່ຈະສະແດງໃຫ້ເຫັນວ່າພາກພື້ນນີ້ ຈະສາມາດແກ້ໄຂຂໍ້ຂັດແຍ່ງໄດ້ດ້ວຍສັນຕິວິທີໄດ້ຄືແນວໃດ.
ມັນເປັນໂອກາດທີ່ດີສໍາລັບບັນດາປະເທດໃນພາກພື້ນຈະມາເຕົ້າໂຮມກັນ, ແລະ ສໍາລັບບັນດາປະເທດທີ່ອ້າງກຳມະສິດ ຈະໄດ້ມີການປຶກສາຫາລືນຳກັນຕື່ມ ເພື່ອເຮັດໃຫ້ມີຄວາມເຂົ້າໃຈກັນຫຼາຍດີຂຶ້ນຕໍ່ກັບສິດທາງທະເລ.

ອົດສະຕຣາລີຮຽກຮ້ອງໃຫ້ບັນດາປະເທດຜູ້ອ້າງກຳມະສິດທັງໝົດ ໃນຂອບເຂດທະເລຈີນໃຕ້ ສາມາດແກ້ໄຂບັນຫາຂໍ້ຂັດແຍ່ງດັ່ງກ່າວໂດຍຜ່ານວິທີແບບສັນຕິ.

ພວກເຮົາຂໍຮຽກຮ້ອງໃຫ້ບັນດາປະເທດຜູ້ອ້າງກຳມະສິດ ຫຼີກລ້ຽງການປະຕິບັດຕ່າງໆທີ່ເປັນການບີບບັງຄັບ ແລະ ມີການປະຕິບັດແບບຕັດສິນໃຈຝ່າຍດຽວ ທີ່ມີເປົ້າໝາຍເພື່ອປ່ຽນແປງສະພາບທີ່ເປັນຢູ່ໃນຂອບເຂດທີ່ໄດ້ມີຂໍ້ຂັດແຍ່ງ.
ອົດສະຕຣາລີຈະສືບຕໍ່ໃຊ້ສິດ ຕາມກົດຫມາຍສາກົນວ່າດ້ວຍສິດທິເສລີພາບໃນການເດີນເຮືອ ແລະ ການບິນ, ແລະ ສືບຕໍ່ສະຫນັບສະຫນູນສິດຂອງຄົນອື່ນເຊັ່ນກັນ.

ຂໍ້ມູນເພີ່ມຕື່ມສຳລັບຫົວຂໍ້ດັ່ງກ່າວສາມາດເບິ່ງທີ່ https://www.pcacases.com/web/view/7