Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia refines its investments in Lao people (Lao)

       ອົດສະຕຣາລີ ທົບທວນເພື່ອປັບປຸງການລົງທຶນໃນການພັດທະນາ ຢູ່ ສປປ ລາວ

27 ພຶດສະພາ 2016

ຈາກການລົງທຶນທີ່ມີມາດົນນານກວ່າ 5 ທົດສະວັດ ລັດຖະບານອົດສະຕຣາລີ ຍັງໄດ້ຕົກລົງສຶບຕໍ່ລົງທຶນ ໃນຂະແໜງການພັດທະນາຊັບພະຍາກອນມະນຸດ ເຊິ່ງເປັນຂະແໜງທີ່ຕ້ອງການການສຸມໃສ່ ແລະ ກໍ່ເຫັນພ້ອມຈາກກອງປະຊຸມການທົບທວນແຜນງານລະດັບສູງ ຢູ່ນະຄອນຫຼວງວຽງຈັນມື້ນີ້.

ກອງປະຊຸມທີ່ປຶກສາລະດັບສູງຄັ້ງທີ 2 ຂອງແຜນງານການພັດທະນາຊັບພະຍາກອນມະນຸດ (HRD) ທີ່ສະໜັບສະໜູນໂດຍລັດຖະບານອົດສະຕຣາລີ ໄດ້ພິຈາລະນາເຖິງຄວາມເປັນໄປໄດ້ໃນການປັບປ່ຽນແນວທາງຂອງອົດສະຕຣາລີຕໍ່ການໃຫ້ທຶນການສຶກສາ, ການຝຶກອົບຮົມ, ການປະຕິຮູບການບໍລິການພົນລະເຮືອນ ເພື່ອໃຫ້ໄດ້ໝາກຜົນສູງສຸດ ດ້ານການພັດທະນາ ຈາກການຮ່ວມມືລະຫວ່າງລາວ ແລະ ອົດສະຕຣາລີ.

ກອງປະຊຸມ ໃຫ້ກຽດເປັນປະທານໂດຍ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ດຣ. ສຸພັນ ແກ້ວມີໄຊ ແລະ ເອກອັກຄະລັດຖະທູດອົດສະຕຣາລີປະຈໍາລາວ ທ່ານ ຈອນ ວິນລຽມສ໌. ກອງປະຊຸມໄດ້ທົບທວນຄືນຜົນໄດ້ຮັບຂອງແຜນງານການຮ່ວມມື ການພັດທະນາຊັບພະຍາກອນມະນຸດ ໃນໄລຍະ ສອງປີ ຫົກເດືອນ ທຳອິດຂອງແຜນງານ ແລະ ປຶກສາຫາລືຄວາມເປັນໄປໄດ້ຂອງການສືບຕໍ່ໂຄງການ ສີ່ປີ ໄລຍະທີສອງ  ເຊິ່ງຈະເລີ່ມແຕ່ກາງປີ 2017 ເປັນຕົ້ນໄປ.

 

 

 

 

 

 

 

 

 

 

 

 

 

 

 

ໃນໄລຍະ 2 ປີ ຜ່ານມາ ໂຄງການທີ່ຄຸ້ມຄອງ ໂດຍສະຖາບັນລາວ-ອົດສະຕຣາລີ (LAI) ໄດ້ສົ່ງນັກສຶກສາໃໝ່ຈາກລາວ ຈໍານວນ 100 ຄົນ ໄປຮຽນຕໍ່ຢູ່ປະເທດອົດສະຕຣາລີ. ໂຄງການຍັງໄດ້ໃຫ້ທຶນການສຶກສາ ຈໍານວນ 140 ທຶນ ສຳລັບນັກຮຽນທີ່ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລສຸພານຸວົງ ພາຍໃຕ້ໂຄງການທຶນການສຶກສາລາວ-ອົດສະຕຣາລີ ສໍາລັບຮຽນພາຍໃນປະເທດ (LANS).

ນອກຈາກນັ້ນ, ສະຖາບັນລາວ-ອົດສະຕຣາລີ ຍັງໄດ້ໃຫ້ທຶນຝຶກອົບຮົມພາສາອັງກິດ ສຳລັບພະນັກງານລັດ ຫຼາຍກວ່າ 60 ຄົນ ແລະ ໄດ້ສະໜັບສະໜູນການພັດທະນາແຜນຍຸດທະສາດການພັດທະນາຊັບພະຍາກອນມະນຸດແຫ່ງຊາດ ເຊິ່ງຫາກໍ່ໄດ້ຮັບການອະນຸມັດຈາກນາຍົກລັດຖະລັດຖະມົນຕີ ທ່ານທອງລຸນ ສີສຸລິດ ໃນວັນທີ 27 ເມສາ 2016 ທີ່ຜ່ານມາ.

ເອກອັກຄະລັດຖະທູດ ທ່ານ ຈອນ ວິນລຽມສ໌ ໄດ້ກ່າວຕໍ່ກອງປະຊຸມວ່າ ລັດຖະບານອົດສະຕຣາລີ ມີຄວາມກະຕືລືລົ້ນໃນການສືບຕໍ່ການສະໜັບສະໜູນຢ່າງກວ້າງຂວາງຕໍ່ບູລິມະສິດການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ທີ່ມີມາເປັນເວລາຫຼາຍທົດສະວັດ. ໃນໄລຍະ 30 ປີ ທີ່ຜ່ານມາ, ລັດຖະບານອົດສະຕຣາລີ ໄດ້ມີການລົງທຶນສູງເຖິງ 150 ລ້ານ ໂດລາ ໃນການໃຫ້ທຶນການສຶກສາແກ່ນັກຮຽນລາວ ໄປສຶກສາຕໍ່ຢູ່ປະເທດອົດສະຕຣາລີ ຈໍານວນ 1,200 ຄົນ ແລະ ໃນຈຳນວນຄົນເຫຼົ່ານັ້ນ ມີຈໍານວນຫຼາຍຄົນທີ່ປະຈຸບັນໄດ້ກາຍເປັນຜູ້ນຳໃນພາກລັດຖະບານ, ພາກທຸລະກິດ ແລະ ສາຍວິຊາສະເພາະອື່ນໆ.

 

 

 

 

 

 

 

 

 

 

 

 

 

 

ທ່ານ ຈອນ ວິນລຽມສ໌ ໄດ້ກ່າວວ່າ: "ລັດຖະບານອົດສະຕຣາລີຕ້ອງການໃຫ້ແນ່ໃຈວ່າ ທຶນການສຶກສາຂອງພວກເຮົາ ຍັງຄົງຮັກສາເປົ້າໝາຍ ການປະກອບສ່ວນເຂົ້າໃນບູລິມະສິດການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ຈະສືບຕໍ່ສະໜັບສະໜູນ ສະຖາບັນລາວ-ອົດສະຕຣາລີ ໃນການປະຕິຮູບ ເພື່ອຊ່ວຍໃຫ້ ສປປ ລາວ ພັດທະນາດ້ານຄວາມສາມາດ, ຄວາມເປັນມືອາຊີບ ແລະ ມີປະສິດທິພາບໃນການບໍລິການດ້ານສາທາລະນະ."

ໃນປີນີ້, ແຜນງານຂອງສະຖາບັນລາວ - ອົດສະຕຣາລີ ຈະສະໜັບສະໜູນ ກະຊວງສຶກສາທິການ ແລະ ກິລາ ໃນການປະຕິຮູບການຈັດຕັ້ງ, ໃຫ້ຄໍາແນະນໍາດ້ານວິຊາການແກ່ກະຊວງພາຍໃນ ດ້ານການບໍລິຫານ ການບໍລິການພົນລະເຮືອນ ແລະ ນໍາສະເໜີ ທົດລອງການຝຶກອົບຮົມທີ່ອີງໃສ່ຄວາມສາມາດ ເພື່ອປັບປຸງການຄຸ້ມຄອງຊັບພະຍາກອນມະນຸດ ໃນທັງສອງກະຊວງ.

ການຝຶກອົບຮົມ ທີ່ອີງໃສ່ຄວາມສາມາດນີ້ ແມ່ນແນໃສ່ທັກສະດ້ານການກວດກາ ແລະ ການຄຸ້ມຄອງ, ພາລະໜ້າທີ່ຂອງການພັດທະນາຊັບພະຍາກອນມະນຸດ ເຊັ່ນ: ການຮັບສະໝັກງານ, ການເລື່ອນຂັ້ນ, ການປະເມີນຜົນການປະຕິບັດງານ ແລະ ການຝຶກອົບຮົມໃນບ່ອນເຮັດວຽກ.

ທ່ານ ຈອນ ວິນລຽມສ໌ ຍັງໄດ້ກ່າວອີກວ່າ ນອກຈາກນີ້ ລັດຖະບານອົດສະຕຣາລີ ຍັງໄດ້ ຍາດແຍ່ງການຊ່ວຍເຫຼືອໃນການສ້າງຄວາມເຂັ້ມແຂງ ການມີສ່ວນຮ່ວມຂອງແມ່ຍິງໃນການເປັນຜູ້ນໍາ ແລະ ບົດບາດການບໍລິຫານ, ເປີດໂອກາດໃຫ້ຄົນພິການ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການພັດທະນາການມີສ່ວນຮ່ວມຂອງຄົນພິການ.

ສອບຖາມຂໍ້ມູນດ້ານສື່ ຕິດຕໍ່:

 

ສະຖານທູດອົດສະຕຣາລີ:  

ຄູນຄໍາ ດວງພະຈອນ                      

ພະນັກງານ ຮັບຜິດຊອບວຽກງານການສື່ສານ

ອີເມວ: [email protected]

ເບີໂທ: 021 353 800 ext. 125

 

ສະຖາບັນລາວ-ອົດສະຕຣາລີ:

ວັນນະພອນ ສິດທິຣາດ

ຜູ້ປະສານງານ ການສື່ສານ

[email protected]

ເບີໂທ: 021 265 721