Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia Welcomes Lao PDR’s ASEAN Chair Priorities Lao

ອົດສະຕຣາລີຍິນດີຕໍ່ບັນດາແຜນບູລິມະສິດຂອງ ສປປລາວໃນນາມເປັນປະທານອາຊຽນ

ໃນໂອກາດມາຢ້ຽມຢາມນະຄອນຫຼວງວຽງຈັນລະຫວ່າງ ວັນທີ 23-25 ກຸມພາ ຂອງ ທ່ານເອກອັກຄະລັດຖະທູດ ອົດສະຕຣາລີປະຈຳອາຊຽນ ທ່ານ ໄດ້ສະແດງຄວາມຍິນດີຕໍ່ບັນດາແຜນບຸລິມະສິດ ຂອງລາວໃນນາມເປັນ ປະທານອາຊຽນ ໃນປີ 2016, ແລະ ໄດ້ເນັ້ນໜັກເຈດຈຳນົງຂອງອົດສະຕຣາລີ ເພື່ອຊ່ວຍເຫຼືອ ສປປລາວ ໃນການຈັດຕັ້ງປະຕິບັດຕົວຈິງ. 

ທ່ານ ເອກອັກຄະລັດຖະທູດ Simon Merrifield, ເຊິ່ງມີຫ້ອງການຢູ່ ນະຄອນຫຼວງຈາກາຕ້າ ປະເທດ ອິນໂດເນເຊຍ ໄດ້ກ່າວວ່າ ອົດສະຕຣາລີ ໃນນາມເປັນຄູ່ຮ່ວມຍຸດທະສາດຂອງອາຊຽນ ເຫັນວ່າ ມີຄວາມ ສໍາຄັນຫຼາຍ ທີ່ອົດສະຕຣາລີຈະໃກ້ຊິດຕິດແທດກັບປະທານອາຊຽນ ເພື່ອຊອກຫາວິທີທາງ ແລະ ໂອກາດ ປະກອບສ່ວນເຂົ້າໃນບັນດາແຜນບູລິມະສິດຂອງອາຊຽນຕະຫຼອດປີນີ້.

ທ່ານ Merrifield ໄດ້ກ່າວຕື່ມວ່າ "ມັນເປັນຄວາມປະຕິຍິນດີຢ່າງຍິ່່ງທີ່ ຂ້າພະເຈົ້າໄດ້ກັບຄືນມານະຄອນ ຫຼວງວຽງຈັນເປັນຄັ້ງທີສາມ ໃນນາມເອກອັກຄະລັດຖະທູດອົດສະຕາລີ ປະຈຳອາຊຽນ," "ຂ້າພະເຈົ້າໄດ້ມີ ໂອກາດດີເລີດ ປະຊຸມກັບພະນັກງານອາວຸໂສຂອງລາວຫຼາຍທ່ານ ລວມທັງລັດຖະມົນຕີຊ່ວຍວ່າການກະຊວງ ຕ່າງປະເທດ, ທ່ານອາລຸນແກ້ວ ກິດຕິຄຸນ, ແລະ ໄດ້ຮັບຂໍ້ມູນຄົບຖ້ວນສົມຄວນ ກ່ຽວກັບສິ່ງທີ່ ສປປ ລາວ ຕ້ອງການຈະບັນລຸໃຫ້ໄດ້ໃນນາມເປັນປະທານປີນີ້."

ທ່ານຍັງໄດ້ກ່າວຕື່ມອີກວ່າ "ຂ້າພະເຈົ້າມີຄວາມຍິນດີທີ່ເຫັນວ່າ ອົດສະຕຣາລີໄດ້ປະກອບສ່ວນ ໃຫ້ການຊ່ວຍ ເຫຼືອ ສປປ ລາວ ໃນບາງວຽກງານບູລິມະສິດທີ່ສໍາຄັນເປັນທີ່ຮຽບຮ້ອຍແລ້ວ, ໃນນີ້ລວມມີ ວຽກໃນຂອບ ການເຊື່ອມຕໍ່ ແລະ ການລິເລີ່ມເຊື່ອມໂຍງຂອງອາຊຽນ, ລວມໄປເຖິງ ວຽກງານດ້ານວິສາຫະກິດຂະໜາດນ້ອຍ ແລະ ກາງ, ການທ່ອງທ່ຽວ ແລະ ການເຊື່ອມສານດ້ານການເງິນ. ພວກເຮົາພວມສຸມໃສ່ຢ່່າງໃກ້ຊິດ ເພື່ອເຮັດໃຫ້ ກອງປະຊຸມ ປີ 2016 ນີ້ ສປປລາວ ມີໝາກຜົນອັນງົດງາມທີ່ສຸດ,".

ທ່ານເອກອັກຄະລັດຖະທູດ Merrifield ໄດ້ກ່າວວ່າ ລັດຖະບານລາວໄດ້ຮັບໜ້່າທີອັນສຳຄັນຫຼາຍ ຄືບໍ່ພຽງແຕ່ ໃນນາມເປັນປະທານກອງປະຊຸມອາຊຽນ, ແຕ່ຍັງມີໜ້າທີ່ເປັນປະທານບັນດາກອງປະຊຸມທີ່ປະທານອາຊຽນ ເປັນ ຜູ້ນຳພາອີກ, ເຊັ່ນ ເປັນຕົ້ນແມ່ນ ກອງປະຊຸມສຸດຍອດ ຂອງບັນດາຜູ້ນຳອາຊີຕາເວັນອອກ ຫຼື EAS ເຊິ່ງກອງປະຊຸມນີ້ ອົດສະຕຣາລີກໍ່ເປັນໜຶ່ງໃນປະເທດສະມາຊິກ.

ທ່ານ Merrifield ເວົ້າວ່າ "ກອງປະຊຸມ EAS ໄດ້ສະຫຼອງຄົບຮອບສິບປີ ທີ່ ນະຄອນຫຼວງ ກູລາລຳເປີ ປະເທດມາເລເຊຍ ໃນປີທີ່ຜ່ານມາ, ແລະໄດ້ມີການຢັ້ງຢືນຕື່ມ ກ່ຽວກັບພາລະບົດບາດ ຂອງກອງປະຊຸມ ດັ່ງກ່າວວ່າທີ່ເປັນເວທີ ໃຫ້ບັນດາຜູ້ນຳສາມາດປຶກສາຫາລືກ່ຽວກັບ ບັນຫາທີ່ສຳຄັນຂອງພາກພື້ນ ເຊັ່ນ ບັນຫາດ້ານຄວາມໝັ້ນຄົງ, ການເມືອງ ແລະ ເສດຖະກິດ," 

"ມັນຍັງໄດ້ສ້າງຕັ້ງມາດຕະການຈໍານວນຫນຶ່ງຂື້ນເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາປະເທດສະມາຊິກ ຂອງ EAS, ແລະ ອົດສະຕຣາລີ ພວມຕັ້ງໜ້າເຮັດວຽກຮ່ວມກັບ ປະເທດເຈົ້າພາບເຊັ່ນ ສປປ ລາວ ເພື່ອສາມາດບັນລຸໄດ້ ຈຸດປະສົງທັງໝົດທີ່ວາງໄວ້."

"ໃນນີ້ຂ້າພະເຈົ້າຈະໄດ້ເຮັດວຽກຢ່າງໃກ້ຊິດກັບເພື່ອນຮ່ວມງານທີ່ໃກ້ຊິດຂອງຂ້າພະເຈົ້າເອງ ເຊັ່ນ ທ່ານ ເອກອັກ ຄະລັດຖະທູດ ລັດສະໝີ ເຊິ່ງເປັນຜູ້ຕາງຫນ້າຖາວອນຂອງສປປລາວ ປະຈໍາອາຊຽນຢູ່ນະຄອນຫຼວງ ຈາກາຕ້າ."

ທ່ານເອກອັກຄະລັດຖະທູດ Merrifield ກ່າວວ່າ ອົດສະຕຣາລີ ເປັນປະເທດຄູ່ຮ່ວມເຈລະຈາທຳອິດຂອງອາຊຽນ, ເຮັດວຽກຢ່າງໃກ້ຊິດກັບເຈົ້າຫນ້າທີ່ອາວຸໂສຂອງລາວ ໄດ້ຈັດກອງປະຊຸມອາຊຽນໃນລະດັບພາກພື້ນຫຼາຍເວທີ ຮ່ວມກັນມາແລ້ວ.

"ພວກເຮົາສາມາດປະຕິບັດໄດ້ດັ່ງນັ້ນ ຍ້ອນມີສາຍພົວພັນສອງຝ່າຍແບບແໜ້ນແຟ້ນນຳກັນ,ເຊິ່ງທັງສອງຊາດຈະ ຮ່ວມກັນສະເຫຼີມສະຫຼອງ ຄົບຮອບ 65 ປີແຫ່ງການພົວພັນຮ່ວມມືສອງຝ່າຍໃນປີ 2017"

"ພວກເຮົາພູມໃຈທີ່ໄດ້ສະຫນັບສະຫນູນ ດ້ານການພັດທະນາເສດຖະກິດ-ສັງຄົມ ຂອງ ສປປລາວ ແບບໃກ້ຊິດ ຕິດແທດໃນໄລຍະຫ້າທົດສະວັດທີ່ຜ່ານມາ."
ທ່ານກ່າວວ່າ "ອົດສະຕຣາລີ ມີເຈດຈຳນົງ ທີ່ຈະສືບຕໍ່ສະໜັບສະໜູນການເຊື່ອມໂຍງເສດຖະກິດພາກພື້ນ - ເພິີ່ມທະວີ ການປະກອບສ່ວນ ກໍ່ສ້າງຂົວມິດຕະພາບລາວ-ໄທຂ້າມນ້ຳຂອງ ແຫ່ງທຳອິດ ໃນປີ 1994, ເຊິ່ງເປັນສັນຍາລັກສຳຄັນທຳອິດ ຂອງການເຊື່ອມຕໍ່ຂອງພາກພື້ນທີ່ນັບມື້ນັບເພີ່ມຂື້ນຫຼາຍກວ່າເກົ່າ,"

ທ່ານກ່າວຕື່ມວ່າ "ອົດສະຕຣາລີໃຫ້ຄຸນຄ່າກັບຈຸດຢືນຂອງພວກເຮົາສຳລັບສຽງກ່ຽວກັບບັນຫາພາກພື້ນ, ແລະ ຕັ້ງໜ້າຈະໃຫ້ການສະໜັບສະໜູນ ສປປລາວ ບັນລຸໄດ້ຄວາມຄືບຫນ້າໃນການສ້າງ ປະຊາຄົມອາຊຽນໃນປີ 2016," 

"ຄວາມຮັ່ງມີ, ຄວາມສະຫງົບສຸກ ແລະ ການເພີ່ມທະວີການເຊື່ອງໂຍງຂອງບັນດາປະເທດ ອາຊີ ຕາເວັນອອກ ສ່ຽງໃຕ້ ແມ່ຈະສົ່ງຜົນດີດ້ານບວກຕໍ່ປະເທດອົດສະຕາລີ, ໃນຖານະເປັນເພື່ອນມິດ ແລະ ເພື່ອນບ້ານ."