Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Article on Disability Day

 

 

 

ຄວາມພິການ: ເລັ່ງໃສ່ຄວາມຄວາມສາມາດ

ຂຽນໂດຍ: ນາງ ບຸນມີ ສຸວັນນະລາດ, ພະນັກງານໂຄງການຂັ້ນອະວຸໂສ, ສະຖານທູດອົດສະຕາລີວຽງຈັນ

ວັນເສົາທີ26 ກັນຍາ, ປະເທດລາວເຮົາໄດ້ສະເຫລີມສະຫລອງວັນຄົນມີຄວາມພິການແຫ່ງຊາດ (National Day of People with Disability). ສະຖານທູດອົດສະຕາລີໄດ້ຈາລຶກວັນດັ່ງກ່າວນີ້ໂດຍການໃຫ້ການສະໜັບສະໜູນຄົນພິການທາງສາຍຕາຈຳນວນ 70 ຄົນທົ່ວປະເທດລາວເພື່ອເຂົ້າຮ່ວມກິດຈະກຳຫລາຍຢ່າງ. ຂ້າພະເຈົ້າຂໍຍົກເອົາເລື່ອງສ່ວນຕົວຂອງຕົນມາຮ່ວມແບ່ງປັນຫວັງວ່າມັນຈະຊ່ວຍສົ່ງເສີມຄວາມເຂົ້າໃຈກ່ຽວກັບຄົນພິການ ແລະ ຊຸກຍູ້ໃຫ້ມີການສະໜັບສະໜູນດ້ານກຽດສັກສີ,ສິດທິ ແລະ ການເປັນຢູ່ຂອງພວກເຂົາ.

ຄົນພິການແມ່ນໜຶ່ງໃນກຸ່ມຄົນມີປົ່ມດ້ອຍທີ່ສຸດໃນສັງຄົມ. ພວກເຂົ້າຖືກແຍກອອກຈາກການເຂົ້າເຖິງການສຶກສາ, ສະຖານທີ່ເຮັດວຽກ, ຊຸມຊົນ ແລະ ກິດຈະກຳດ້ານສັງຄົມຕ່າງໆຢູ່ສະເໝີ. ພວກເຂົາມັກຈະປະເຊີນກັບການຖືກຫົວເຍາະເຍີ້ຍ, ຖືກເວົ້າເຖິງໃນທາງລົບ ຫລື ໄດ້ຮັບຄວາມເຫັນອົກເຫັນໃຈອີ່ດູຕົນແທນທີ່ຈະໄດ້ຮັບການສ້າງຄວາມເຂັ້ມແຂງ ຫລື ຊຸກຍູ້ໃຫ້ມີສ່ວນຮ່ວມ.

ຜ່ານການເຕີບໃຫຍ່ໃນຄອບຄົວທີ່ພໍ່ເປັນຄົນພິການຕາ, ຂ້າພະເຈົ້າເຂົ້າໃຈວ່າມັນມີຄວາມຫຍຸ້ງຢາກຊຳ່ໃດສຳລັບຄົນພິການເພື່ອທີ່ຈະເອົາຊະນະອຸປະສັກ ແລະ ສິ່ງກີດຂວາງຕ່າງໆໃນຊິວິດປະຈຳວັນ. ໃນຕອນທີ່ພໍ່ແມ່ຂອງຂ້າພະເຈົ້າແຕ່ງງານກັນ ແລະ ເລີ່ມສ້າງຄອບຄົວ, ໝູ່ເພື່ອນຫລາຍຄົນມີຄວາມກັງວົນແທນທີ່ຈະມີຄວາມສຸກ/ດີໃຈນຳຄູ່ຜົວເມຍໃໝ່. ມີການຫາລືກັນຕ່າງໆນາໆຫລາຍໆຢ່າງໃນຊຸມຊົນກ່ຽວກັບຊິວິດແມ່ຂອງຂ້າພະເຈົ້າວ່າຈະປະສົບຄວາມຫຍຸ້ງຍາກແນວໃດ ແລະ ຫລາຍຄົນໄດ້ສະແດງຄວາມຄິດເຫັນວ່າຂ້າພະເຈົ້າຄົງຈະເກີດມາພິການຕາຄືກັບພໍ່. ສິ່ງດັ່ງກ່າວນີ້ເຮັດໃຫ້ເວລາທີ່ໜ້າຈະເປັນຄວາມສຸກໃນຄອບຄົວຂອງຂ້າພະເຈົ້າເກີດມີຄວາມກົດດັນຫລາຍ, ໂດຍສະເພາະແມ່ຂອງຂ້າພະເຈົ້າ. ຂ້າພະເຈົ້າເກີດມາໂດຍບໍ່ມີຄວາມຜິດປົກກະຕິທາງສາຍຕາໃນຄອບຄົວທີ່່ມີຄວາມສຸກ ແລະ ຫວ່ງໃຍກັນ. ເຖິງຢ່າງໃດກໍ່ຕາມ, ເມື່ອເວລາຂ້າພະເຈົ້າເລີ່ມເຂົ້າໂຮງຮຽນມີເດັກນ້ອຍຫລາຍຄົນຫົວຂວັນຂ້າພະເຈົ້າຍອ້ນມີພໍ່ເປັນຄົນພິການທາງສາຍຕາ, ແລະ ພວກເຂົາຫົວຂວັນເມື່ອພວກເຂົາເຫັນພໍ່ຂ້າພະເຈົ້າໃນໂອກາດຮ່ວມງານຂອງໂຮງຮຽນຕ່າງໆ. ເມື່ອຂ້າພະເຈົ້າຫວນຄິດເຖິງປະສົບການດັ່ງກ່າວນີ້, ຂ້າພະເຈົ້າບໍ່ຕຳນິຄົນເລົ່ານັ້ນທີ່ຫົວຂວັນພວກເຮົາ. ຂ້າພະເຈົ້າຄິດວ່າພວກເຂົາບໍ່ມີຄວາມເຂົ້າໃຈພຽງພໍກ່ຽວກັບຄວາມພິການ ແລະ ບໍ່ຮູ້ທີ່ຈະຕອບຮັບແນວໃດໃນເວລາພົບຄົນພິການ.

ພໍ່ຂອງຂ້າພະເຈົ້າກໍ່ຄືຜູ້ຊາຍຄົນອື່ນໆ. ລາວເຮັດວຽກໜັກເພື່ອລ້ຽງດູຄອບຄົວ, ລາວເຂົ້າຮ່ວມຊຸມຊົນ ແລະ ສະໜັບສະໜູນຄົນທີ່ພິການທາງສາຍຕາອື່ນຯ. ຂ້າພະເຈົ້າໄດ້ຮັບແຮງບັນດານໃຈຈາກພໍ່ເພາະລາວສາມາດເຮັດສິ່ງເລົ່ານີ້ໄດ້ເຖິງແມ່ນວ່າລາວໄດ້ພົບກັບອຸປະສັກ ແລະ ທັດສະນະຄະຕິທາງລົບຫລາຍໆຢ່າງກໍ່ຕາມ. ສຳລັບຂ້າພະເຈົ້າແລ້ວ, ນີ້ມັນສະແດງໃຫ້ເຫັນເຖິງຄວາມສາມາດຂອງລາວ, ບໍ່ແມ່ນຄວາມພິການຂອງລາວ. ຢູ່ທີ່ງານສະຫຼອງວັນຄົນພິການແຫ່ງຊາດວັນທີ 26ກັນຍາ, ຄົນພິການທາງສາຍຕາຫຼາຍຄົນໄດ້ສາທິດຄວາມສາມາດຂອງພວກເຂົາໂດຍການຫລິ້ນກິລາຕີບານ, ຫລິ້ນບານບ້ວງ, ບານເຕະ, ຕີປິ້ງປ່ອງ ແລະ ຫລິ້ນເບຕອງ. ຄົນມາທ່ຽວຊຸມງານຫລາຍຄົນມີຄວາມພູມໃຈໃນຄວາມສາມາດພິເສດຂອງພວກເຂົາເລົ່ານີ້.

ຖ້າທ່ານຜູ້ອ່ານຮູ້ຈັກໃຜຜູ້ໜຶ່ງທີ່ມີຄວາມພິການບໍ່ວ່າຈະຢູ່ໃນຊຸມຊົນຂອງທ່ານ, ຢູ່ໂຮຽຮຽນ ຫລື ສະຖານທີ່ເຮັດວຽກ, ຂ້າພະເຈົ້າຂໍໃຫ້ທ່ານສຶກສາກ່ຽວກັບພວກເຂົາຕື່ມ. ຈົ່ງພະຍາຍາມ ແລະ ສ້າງຄວາມເຂົ້າໃຈວ່າພວກເຂົາຮຽນຮູ້ແບບໃດ, ພວກເຂົາເຄື່ອນໄຫວແນວໃດ, ພວກເຂົາມີສັງຄົມແນວໃດ, ພວກເຂົາຫລິ້ນກິລາບານເຕະ ແລະ ເຮັດສິ່ງອື່ນໆແນວໃດ. ເມື່ອໄດ້ຮຽນຮູ້ກ່ຽວກັບພວກເຂົາຫລາຍຂື້ນ, ທ່ານຈະເຫັນຄວາມສາມາດອັນແທ້ຈິງຂອງພວກເຂົາ.

ຂ້າພະເຈົ້າເຊື່ອວ່າພວກເຮົາທັງໝົດມີບົດບາດອັນສຳຄັນເຂົ້າໃນການສະໜັບສະໜູນຄົນທີ່ມີຄວາມເປັນພິການໃນຫຼາຍຮູບແບບບໍ່ວ່າຈະໂດຍການຟັງຄວາມຕ້ອງການຂອງພວກເຂົາ, ການໃຫ້ໂອກາດໃຫ້ພວກເຂົ້າໄດ້ແບ່ງປັນຄວາມຄິດ ແລະ ໂດຍການຮັບຮູ້ເຖິງຄວາມສາມາດຂອງພວກເຂົາ. ພວກເຮົາຍັງສາມາດຊ່ວຍກັນຢຸດຕິຄວາມເຂົ້າໃຈຜິດກ່ຽວກັບຄົນພິການໂດຍການໃຫ້ການສຶກສາແກ່ລູກຫລານພວກເຮົາ. ພວກເຮົາສາມາດເລົ່າເລື່ອງຫຼືອ່ານນິທານກ່ຽວກັບຄົນພິການໃຫ້ລູກຫລານພວກເຮົາຟັງ, ຊຸກຍູ້ລູກຫລານພວກເຮົາເຂົ້າຮ່ວມກິດຈະກຳທີ່ກ່ຽວຂ້ອງກັບຄົນພິການ ແລະ ເປັນແບບຢ່າງໃນການສະແດງຄວາມນັບຖືຕໍ່ຄົນພິການ. ຄົນພິການສາມາດປະກອບສ່ວນໄດ້ຫລາຍຂື້ນຖ້າພວກເຂົາຮູ້ວ່າພວກເຂົາໃດ້ຮັບການເຄົາລົບ ແລະ ນັບຖື ຄືກັບມະນຸດຄົນນື່ງ.

ທ່ານ Greg Williams ໄດ້ກ່າວວ່າ "Canes are like clothes; make them a fashion statement, don't make them a medical aid. Look smart and smell the roses." ຄັດອອກຈາກເອກະສານ/ປື້ມ Raising Canes, ຈັດພິມຄັງທຳອິດຢູ່ Calgary Herald ວັນທີ 28 ພະຈິກ 2002.

ຄວາມພິການ: ເລັ່ງໃສ່ຄວາມຄວາມສາມາດ
ຂຽນໂດຍ: ນາງ ບຸນມີ ສຸວັນນະລາດ, ພະນັກງານໂຄງການຂັ້ນອະວຸໂສ, ສະຖານທູດອົດສະຕາລີວຽງຈັນ