Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Abundant Water Workshop

ກອງປະຊຸມ ອົງການ Abundant Water – 18 ພະຈິກ 2014

ຂໍຂອບໃຈ ທຸກໆທ່ານ ທີ່ມາຮ່ວມຢ້ຽມຢາມ ອົງການ Abundant Water ນຳພວກຂ້າພະເຈົ້າ ໃນມື້ນີ້ ແລະ ຂໍຂອບໃຈແກ່ ທ່ານ ຊັນນີ້ ຟໍຊີດທ໌ ພ້ອມດ້ວຍ ທີມງານ ທີ່ໄດ້ຈັດງານນີ້ຂຶ້້ນມາ.

ມື້ນີ້ ມັນເປັນໂອກາດອັນດີ ທີ່ພວກເຮົາຈະໄດ້ເຫັນການເຮັດວຽກຂອງເຕັກໂນໂລຍີເຄື່ອງກັ່ນຕອງນ້ຳ – ແລະ ຜົນໄດ້ຮັບຂອງອຸປະກອນດັ່ງກ່າວນີ້ຕໍ່ກັບ ບັນດາຊຸມຊົນທຸກຍາກ ຢູ່ ສປປ ລາວ.

ໃນ ຖານະທີ່ເປັນ ເອກອັກຄະລັດຖະທູດ ອົດສະຕຣາລີ, ຂ້າພະເຈົ້າ ມີຄວາມພູມໃຈຫຼາຍ ຕໍ່ວຽກງານຂອງ ອົງການ Abundant Water ທີ່ກຳລັງເຮັດວຽກຢູ່ ສປປ ລາວ. ອົງການດັ່ງກ່າວນີ້ເປັນອົງການນ້ອຍໆ, ຊຶ່ງໄດ້ຮັບທຶນສະໜັບສະໜູນ ສ່ວນໃຫຍ່ ຈາກ ຜູ້ບໍລິຈາກທຶນສ່ວນບຸກຄົນທີ່ມາຈາກປະເທດ ອົດສະຕຣາລີ, ແຕ່ມັນໄດ້ສ້າງໝາກຜົນ ອັນໃຫຍ່ຫຼວງໃຫ້ແກ່ປະເທດທີ່ກຳລັງພັດທະນາ.

ນີ້ແມ່ນ ຕົວຢ່າງອັນດີເລີດ ດ້ານ ຄວາມຄິດສ້າງສັນ ຂອງ ຄົນອົດສະຕຣາລີ – ອຸປະກອນກັ່ນຕອງນ້ຳໂດຍໃຊ້ໝໍ້ດິນເຜົາແບບປະຖົມປະຖານ ໄດ້ຖືກ ນຳໃຊ້ ເພື່ອໃຫ້ຄວາມຊ່ວຍເຫຼືອແກ່ ບັນດາຊຸມຊົນທຸກຍາກ.

ອົງການ Abundant Water ໄດ້ຊ່ວຍໃນການຜະລິດ ແລະສະໜອງ ນ້ຳດື່ມທີ່ສະອາດໃຫ້ແກ່ປະຊາຊົນຫຼາຍພັນຄອບຄົວ ແລະ ໂຮງຮຽນຫຼາຍໆແຫ່ງ ຢູ່ເຂດຊົນນະບົດ ຂອງ ສປປ ລາວ.

ການໝູນໃຊ້ ວັດສະດຸລາຄາຖືກ, ທີ່ຫາໄດ້ຈາກທ້ອງຖິ່ນ (ເຊັ່ນ ດິນເຜົາ ແລະ ເມັດກາເຟ) ຖືວ່າເປັນເທັກໂນໂລຍີ ທີ່ ເໝາະສົມຫຼາຍສຳລັບ ສປປ ລາວ.

ຄວາມຄິດສ້າງສັນ ດັ່ງກ່າວນີ້ມີໂອກາດ ທີ່ຈະຜັນຂະຫຍາຍໄປສູ່ ບັນດາຊຸມຊົນທີ່ຢູ່ຫ່າງໃກສອກຫຼີກ, ແລະເຂດຊົນນະບົດ ເພື່ອສະໜອງ ນຳ້ດື່ມທີ່ສະອາດ ແລະ ເປັນການຕໍ່ສູ້ກັບບັນດາພະຍາດ (ຕິດຕໍ່ທີ່ມາກັບນຳ້).

ອົງການ Abundant Water ໄດ້ເຮັດວຽກຮ່ວມກັບຫຼາຍອົງການຊ່ວຍເຫຼືອ ເພື່ອໃຫ້ຄວາມຊ່ວຍເຫຼືອ ແກ່ຊຸມຊົນທີ່ທຸກຍາກ ຢູ່ທົ່ວ ສປປ ລາວ – ເຊັ່ນ ອົງການກອງທຶນສຳລັບເດັກ (Child Fund), ອົງການ ເຮເວຕາດສ໌ (Helvetas), ສູນອົບຮົມຮ່ວມພັດທະນາ (Participatory Development Training Centre), ສະມາຄົມພັດທະນາຊຸມຊົນແລະສິ່ງແວດລ້ອມ (Community Development and Environment Association).

ເຫດຜົນຫຼັກ ທີ່ ພາບັນດາທ່ານ, ລວມທັງບັນດາຊື່ມວນຊົນຂອງລາວ ມາທີ່ນີ້ ກໍ່ເພື່ອຈະຊ່ວຍສ້າງຄວາມຮັບຮູ້ໃຫ້ແກ່ບັນດາອົງການຈັດຕັ້ງອຶ່ນໆໃຫ້ ເຫັນເຖິງຄຸນຄ່າ ແລະຜົນດີຂອງໃນການນຳໃຊ້ເທັກໂນໂລຍີອັນໃໝ່, ແບບປະຖົມປະຖານນີ້ເຂົ້າໃນວຽກງານໂຄງການຂອງພວກເຂົາຢູ່ທົ່ວສປປ ລາວ.

ຂໍຂອບໃຈອີກຄັ້ງ ທີ່ມາຮ່ວມງານນຳພວກເຮົາໃນມື້ນີ້.