Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

Australia supports Somsamay school expansion

ອົດສະຕຣາລີສະໜັບສະໜູນທຶນໃນການຂະຫຍາຍໂຮງຮຽນສົມສະໄໝ

 

ໂຮງຮຽນມັດຖະຍົມສົມສະໄໝ, ເມືອງໄຊຖານີ, ນະຄອນຫຼວງວຽງຈັນປະຈຸບັນໄດ້ມີຫ້ອງຮຽນເພີ້ມ ເພື່ອຮອງຮັບຈໍານວນນັກຮຽນ 100 ຄົນ ແລະມື້ວັນສຸກທີ່ຜ່ານມາກໍ່ເປັນມື້ມອບ-ຮັບອາຄານຮຽນໃໝ່ ລວມທັງເຄື່ອງເຟີນິເຈີ  ຊຶ່ງສະໜັບສະໜູນໂດຍສະຖານທູດອົດສະຕຣາລີ ແລະກຸ່ມແມ່ຍິງສາກົນ ປະຈໍາລາວ.

ໂຄງການກໍ່ສ້າງດັ່ງກ່າວນີ້ລວມມີມູນຄ່າ 40,903 ໂດລາສະຫະລັດ ຫຼື 330 ລ້ານກີບ ຊຶ່ງສະໜັບສະໜູນໂດຍ ທຶນຂະໜາດໜ້ອຍ (ໂຄງການຊ່ວຍເຫຼືອໂດຍກົງ) ຂອງສະຖານທູດອົດສະຕຣາລີ ແລະກຸ່ມແມ່ຍິງສາກົນ ຫຼື WIG ທີ່ໄດ້ປະຕິບັດໂຄງການມາເປັນເວລາດົນນານ ໃນການກໍ່ສ້າງ ແລະປັບປຸງອາຄານຮຽນທົ່ວປະເທດລາວ. ນອກຈາກນັ້ນ, ທາງຊຸມຊົນໂດຍມີອໍານາດການປົກຄອງບ້ານ, ພໍ່ແມ່ນັກຮຽນ ແລະຊາວບ້ານກໍ່ຊ່ວຍເຫຼືອປະກອບສ່ວນທາງດ້ານແຮງງານໃນການກໍ່ສ້າງສິ່ງອໍານວຍຄວາມສະດວກໃຫ້ກັບໂຮງຮຽນ.

ເອກອັກຄະລັດຖະທູດອົດສະຕຣາລີປະຈໍາລາວ ທ່ານ ຈອນ ວິນລ່ຽມສ໌ ໄດ້ກ່າວໃນພິທິມອບ-ຮັບໂຮງຮຽນສົມສະໄໝວ່າ ໂຄງການຊ່ວຍເຫຼືອຫຼ້າຂະໜາດໜ້ອຍທີ່ມອບໃຫ້ໂຮງຮຽນສົມສະໄໝນີ້ກໍ່ແມ່ນນອນຢູ່ໃນບຸລິມະສິດການຊ່ວຍເຫຼືອຂອງອົດສະຕຣາລີ ທີ່ແນ່ໃສ່ປັບປຸງຜົນໄດ້ຮັບການສຶກສາ ໃຫ້ກັບນັກຮຽນທັງໝົດຂອງ ສປປ ລາວ.

 

ທ່ານທູດຍັງໄດ້ກ່າວຕື່ມອີກວ່າ “ພວກເຮົາຕ້ອງການໃຫ້ເດັກນ້ອຍໃນລາວທັງໝົດໄດ້ຮັບການສຶກສາຕາມທີ່ເຂົາຕ້ອງການ ເພື່ອບັນລຸທ່າແຮງໃນການພັດທະນາຢ່າງເຕັມສ່ວນຂອງເຂົາເຈົ້າ. ໃນທັດສະນະຂອງພວກເຮົາ ມີບັນຫາທີ່ບໍ່ມີຄວາມສໍາຄັນຫຼາຍຂຶ້ນໃນການພັດທະນາເສດຖະກິດ-ສັງຄົມຂອງລາວ. ມັນບໍ່ພຽງແຕ່ກ່ຽວກັບຄຸນນະພາບຂອງການສິດສອນທີ່ພວກເຂົາເຈົ້າໄດ້ຮັບເທົ່ານັ້ນ, ສະພາບແວດລ້ອມບ່ອນທີ່ເດັກນ້ອຍຮຽນຮູ້ກໍ່ເປັນເລື່ອງສໍາຄັນເຊັນດຽວກັນ.”

ການກໍ່ສ້າງອາຄານຮຽນໃໝ່ໄດ້ເປັນສິ່ງຈໍາເປັນ ເພື່ອຮອງຮັບກັບການຂະຫຍາຍຕົວຂອງປະຊາກອນຢູ່ບ້ານໃກ້ຄຽງ. ໃນປີ 2016 ມີນັກຮຽນຫຼາຍກ່ວາ 100 ຄົນສາມາດລົງທະບຽນຮຽນກັບໂຮງຮຽນມັດຖະຍົມສົມສະໄໝ ເຊິ່ງອາຄານຮຽນດັ່ງກ່າວນີ້ໄດ້ມີພຶ້ນທີ່ເພີ້ມເຕີມ ແລະສິ່ງອໍານວຍຄວາມສະດວກໃໝ່ໃຫ້.

ທ່ານທູດ ວິນລ່ຽມສ໌  ໄດ້ຊົມເຊີຍຕໍ່ກຸ່ມແມ່ຍິງສາກົນ ໃນການດໍາເນີນປະຕິບັດໂຄງການຂອງເຂົາເຈົ້າ ຊ່ວຍເຫຼືອຊຸມຊົນທຸກຍາກໃນລາວ ແລະເປັນທີ່ຮູ້ດີເຖິງປະຫວັດການຮ່ວມມືອັນຍາວນານລະຫວ່າງສະຖານທູດອົດສະຕຣາລີ ແລະ WIG ໃນການຊອກຫາແຫຼ່ງທຶນ ແລະໃຫ້ທຶນການຊ່ວຍເຫຼືອ.

ໃນພິທີມອບ-ຮັບອາຄານຮຽນ ໄດ້ມີຕົວແທນຈາກ WIG ແມ່ນທ່ານ ນາງເພັນນີ ຂຸນຕາ ຜູ້ຮັບຜິດຊອບຂະແໜງສຶກສາຂອງອົງການ, ຮອງຫົວໜ້າຫ້ອງການສຶກສາ ແລະກິລາ ນະຄອນຫຼວງ, ຜູ້ອໍານວຍການໂຮງຮຽນສົມສະໄໝ ແລະພໍ່ແມ່ນັກຮຽນໄດ້ຮ່ວມສະຫຼອງອາຄານຮຽນຫຼັງໃໝ່.

ໂຄງການຊ່ວຍເຫຼືອໂດຍກົງຂອງອົດສະຕຣາລີ ຫຼື DAP ແມ່ນເປັນໂຄງການທີ່ເປີດສະໜອງທຶນໃຫ້ໂຄງການຂະໜາດໜ້ອຍທີ່ມີຄຸນນະພາບ ແລະສາມາດໃຫ້ຜົນປະໂຫຍດຕໍ່ຊຸມຊົນທຸກຍາກໃນ ສປປ ລາວ ທັງ “ປະຕິບັດ ແລະ ສໍາພັດໄດ້.”

 

ໃນປີ 2015, ອົດສະຕຣາລີໄດ້ສະໜອງທຶນທັງໝົດ 19 ໂຄງການ ກ່ວມເອົາ 8 ແຂວງ ທີ່ໄດ້ຄັດເລືອກຈາກ 200 ບົດສະເໜີໂຄງການທີ່ໄດ້ຮັບ. ໃນນັ້ນ ມີຫຼາກຫຼາຍປະເພດໂຄງການເປັນຕົ້ນເລີມຈາກໂຄງການສະໜອງນໍ້າສະອາດແບບຍືນຍົງໃຫ້ບ້ານຫ່າງໄກຊອກຫຼີກຢູ່ແຂວງອຸດົມໄຊ, ໂຄງການສ້າງຈິດສໍານຶກໃຫ້ຄວາມຮູ້ກ່ຽວກັບການຂັບຂີ່ປອດໄພ, ໂຄງການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະໂຄງການສຸຂະສຶກສາ ແລະຫໍສະມຸດເຄື່ອນທີ່ຢູ່ທາງພາກເໜືອຂອງລາວ.

ປີຜ່ານມາ, ທຶນຊ່ວຍເຫຼືອໂດຍກົງຂະໜາດໜ້ອຍຂອງອົດສະຕຣາລີໄດ້ຊ່ວຍປົວແປງອາຄານຮຽນ ແລະຫໍພັກນັກຮຽນຢູ່ແຂວງຫຼວງນໍ້າທາ, ແຂວງຊຽງຂວາງ, ແຂວງວຽງຈັນ ແລະແຂວງຫຼວງພະບາງ ແລະໄດ້ປັບປຸງເຄື່ອງອຸປະກອນອໍານວຍຄວາມສະດວກທາງການແພດໃຫ້ໂຮງໝໍແຂວງສະຫວັນນະເຂດ ແລະແຂວງວຽງຈັນ.

ທຶນຊ່ວຍເຫຼືອໂດຍກົງໄດ້ສະໜັບສະໜູນທຶນຈໍານວນ 20,000ໂດລາອົດສະຕຣາລີໃນການປັບປຸງສິ່ງອໍານວຍຄວາມສະດວກຄືນໃໝ່ໃຫ້ກັບສູນໂອທິສຕິກວຽງຈັນ ເພື່ອຊ່ວຍສະໜອງ ການບໍລິການທີ່ມີຄຸນນະພາບໃຫ້ດີກວ່າ, ການສຶກສາ, ການບໍາບັດ ແລະຜູ້ຊ່ຽວຊານຕໍ່ກັບເດັກໂອທິສຕິກຢູ່ໃນລາວ.

DAP ໄດ້ສະໜອງທຶນຈັດຊື້ອຸປະກອນທາງດ້ານການແພດໃໝ່ໃຫ້ກັບສູນໄວໜຸ່ມວຽງຈັນ ເພື່ອການພັດທະນາ ແລະສຸຂະພາບ, ກອງທຶນຊ່ວຍເຫຼືອຄົນທຸກຍາກ ສປປ ລາວ, ສຸກສະລາ ຢູ່ບ້ານທາແປ້ນ ເມືອງຄາຍ ແຂວງຫຼວງພະບາງ.

ປີກ່າຍນີ້, DAP ໄດ້ໃຫ້ທຶນເພີ້ມກັບໂຄງການ Abundant Water ເພື່ອຂະຫຍາຍໂຄງການການລິເລີ່ມຂອງເຂົາເຈົ້າ ໃນການສະໜອງນໍ້າສະອາດໃຫ້ກັບຊຸມຊົນ ໃນຈໍານວນ 20 ບ້ານ ຫຼື ປະມານ 790 ຄົວເຮືອນ ໄດ້ຮັບຜົນປະໂຫຍດ ຢູ່ ແຂວງອຸດົມໄຊ, ແຂວງໄຊສົມບູນ ແລະ ແຂວງວຽງຈັນ.

ດ້ວຍການຮ່ວມມືກັບອົງການ ChildFund, PADETC ແລະ CDEA, Abundant Water ສາມາດສະໜອງນໍ້າດື່ມສະອາດໃຫ້ກັບບ້ານຂາດເຂີນ, ເຂດຫ່າງໄກສອກຫຼີກໃນທົ່ວປະເທດ ສາມາດນໍາໃຊ້ຕົ້ນທຶນຕໍ່າເຂົ້າໃນການຜະລິດ ເຄື່ອງກັ່ນຕອງນໍ້າ ໂດຍມີຈຸດປະສົງຊ່ວຍທໍາລາຍວົງຈອນພະຍາດໃນນ້ຳ, ລຸດຜ່ອນການເຈັບປ່ວຍ ແລະ ສ້າງຄວາມທຸກຍາກ ທີ່ເກີດມາຈາກພະຍາດໃນນໍ້າ.