Australian Embassy
Lao People's Democratic Republic
Km 4, Thadeua Road, Watnak (P.O. Box 292)

MoES Exchange Server press release-FINAL

ຕິດຕໍ່ພວກເຮົາໄດ້ທີ @ moes.edu.la: ກະຊວງສຶກສາທິການ ແລະ ກິລາ ເປັນຜູ້ລິເລີ່ມຕິດຕັ້ງລະບົບອີເມວລວມສູນ ໂດຍນໍາໃຊ້ລະບົບໄມໂຄຼຊອບເອັກສ໌ເຈນ (Microsoft Exchange)

ທີ່ ນະຄອນຫຼວງ ວຽງຈັນ, ວັນທີ 13 ກຸມພາ 2017

ກະຊວງສຶກສາທິການ ແລະ ກິລາ (ສສກ) ຈະກາຍເປັນກະຊວງທໍາອິດຂອງ ສປປ ລາວ ທີ່ຈະນໍາໃຊ້ຮູບແບບລະບົບອີເມວ ແລະ ການແລກປ່ຽນຂໍ້ມູນທີ່ມີຄວາມເຂັ້ມແຂງ ແລະ ກວ້າງຂວາງ ໂດຍຈະໃຊ້ລະບົບ Microsoft Exchange. ລະບົບເຊີເວີຂອງ Microsoft Exchange ແມ່ນເປັນລະບົບອີເມວ ແລະ ລະບົບການຄຸ້ມຄອງຂໍ້ມູນສ່ວນບຸກຄົນ ເຊິ່ງຈະອໍານວຍຄວາມສະດວກໃຫ້ແກ່ການປະສານງານທີ່ສາມາດຮັກສາຄວາມປອດໄພໃນການຈັດສົ່ງຂໍ້ມູນຂ່າວສານ ທັງຢູ່ພາຍໃນ ແລະ ພາຍນອກກະຊວງ, ລວມທັງສາມາດກໍານົດຕາຕະລາງເວລາເຮັດວຽກຕ່າງໆໄດ້, ສາມາດສົນທະນາແບບເປັນກຸ່ມໄດ້, ການສ້າງໂຟນເດີຂອງທີມງານ, ສາມາດເຂົ້າເຖິງໄດ້ໂດຍຜ່ານທາງເວັບໄຊ ແລະ ທາງໂທລະສັບ.

 

 

 

 

 

 

 

 

 

 

 

 

 

 

 

ພິທີມອບໃບຢັ້ງຢືນສໍາເລັດການຝຶກອົບຮົມກ່ຽວກັບການບໍລິຫານເຊີເວີ, ການຄຸ້ມຄອງເຄືອຂ່າຍ ແລະ ລະບົບຄວາມປອດໄພໃຫ້ແກ່ພະນັກງານຈໍານວນ 21 ທ່ານ ໃນນັ້ນປະກອບດ້ວຍພະນັກງານໄອທີຈາກກະຊວງສຶກສາທິການ ແລະ ກິລາ (ສສກ) 13 ທ່ານ ແລະ ສໍາມະນາກອນຈາກບັນດາແຂວງຕ່າງໆ 8 ທ່ານ ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 6 ເດືອນກຸມພາ (2) 2017 ທີ່ຜ່ານມາ ໂດຍການໃຫ້ກຽດມອບໃບຢັ້ງຢືນຄັ້ງນີ້ແມ່ນ ທ່ານນາງ ເຄລັມເມັນຊີ ໂອລິຟັນທ໌ ເລຂາເອກຈາກສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ, ການຝຶກອົບຮົມຄັ້ງນີ້ໃຊ້ເວລາທັງໝົດ 22 ມື້.

ທ່ານ ນາງ ເຄລັມເມັນຊີ ໂອລີຟັນທ໌ ໄດ້ກ່າວວ່າ: “ລັດຖະບານອົດສະຕຣາລີ ແລະ ສະຫະພາບເອີຣົບ ມີຄວາມຍິນດີ ທີ່ຈະໃຫ້ການສະໜັບສະໜູນລະບົບອີເມວແບບລວມສູນໃໝ່ໃນກະຊວງສຶກສາທິການ ແລະ ກິລາ ເພື່ອຮັບປະກັນການຄຸ້ມຄອງຂໍ້ມູນຂ່າວສານ ແລະ ການຕິດຕໍ່ສື່ສານ ໃຫ້ມີປະສິດທິພາບສູງຂຶ້ນ”.

ທ່ານ ຮສ. ປອ ສົມກຽດ ພະສີ, ຜູ້ອໍານວຍການສູນ ICT ກະຊວງສຶກສາທິກາ ແລະ ກິລາ ໄດ້ອະທິບາຍວ່າ: “ພວກເຮົາຈະສາມາດຍົກສູງຄຸນນະພາບໃນການຄຸ້ມຄອງ ແລະ ບໍລິຫານການສຶກສາໄດ້ດີຂຶ້ນ ດ້ວຍການນໍາໃຊ້ລະບົບດັ່ງກ່າວນີ້ ເຂົ້າໃນການຕິດຕໍ່ສື່ສານ, ລາຍງານ ແລະ ຈັດສົ່ງຂໍ້ມູນ”. “ທຸກເອກະສານຈະເປັນຮູບແບບດິຈິຕອລ ແລະ ຈະສາມາດຫຼຸດຄ່າໃຊ້ຈ່າຍ ແລະ ເວລາໄດ້ໃນການຕິດຕໍ່ສື່ສານທີ່ໃຊ້ເອກະສານເຊິ່ງເປັນເຈ້ຍກະດາດ ທີ່ຕ້ອງໃຊ້ຄ່າໃຊ້ຈ່າຍ ແລະ ໃຊ້ເວລາຫຼາຍ. ໃນກົງຈັກການຈັດຕັ້ງຂອງລັດຖະບານ, ກະຊວງສຶກສາທິການ ແລະ ກິລາ ເປັນໜຶ່ງໃນຂະແໜງ ການທີ່ໃຫ້ຄວາມສຳຄັນກັບ ICT ແລະ ໄດ້ພັດທະນາ ICT ເຂົ້າໃນວຽກງານ ການຮຽນ-ການສອນ ແບບເອເລັກໂຕຼນິກ ແລະ ການບໍລິຫານຄຸ້ມຄອງ ແບບເອເລັກໂຕຼນິກ ເຊິ່ງມີຜົນສໍາເລັດສູງສົມຄວນ ຖ້າທຽບໃສ່ໄລຍະເວລາພຽງສັ້ນໆ. ດັ່ງນັ້ນ, ຫຼາຍພາກສ່ວນ ແລະ ຫຼາຍຂະແໜງການກໍ່ໃຫ້ຄວາມສົນໃຈໃນການເຂົ້າມາແລກປ່ຽນບົດຮຽນນຳກະຊວງສຶກສາທິການ ແລະ ກິລາ”.

 

 

 

 

 

 

 

 

ລະບົບອີເມວໃໝ່ນີ້ແມ່ນໄດ້ຮັບທຶນສະໜັບສະໜູນຈາກ ແຜນງານການປັບປຸງຄຸນນະພາບການສຶກສາ ແລະ ຂະຫຍາຍໂອກາດການເຂົ້າຮຽນສໍາລັບການສຶກສາຂັ້ນພື້ນຖານຢູ່ ສປປ ລາວ ຫຼື ແຜນງານບີຄວາ ເຊິ່ງເປັນແຜນງານໄລຍະ 10 ປີ ພາຍໃຕ້ການຊີ້ນໍາຂອງລັດຖະບານ ສປປ ລາວ ແລະ ລັດຖະບານອົດສະຕຣາລີ ແລະ ຮ່ວມສະໜັບສະໜູນງົບປະມານຈາກສະຫະພາບເອີຣົບ. ຈຸດປະສົງອັນໜຶ່ງຂອງແຜນງານບີຄວານີ້ ແມ່ນການສ້າງຂີດຄວາມສາມາດໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ຕັ້ງແຕ່ຂັ້ນສູນກາງຈົນຮອດຂັ້ນທ້ອງຖິ່ນ ເພື່ອໃຫ້ສາມາດຄຸ້ມຄອງວຽກງານບໍລິຫານ ແລະ ການເງິນສໍາລັບວຽກງານຂະແໜງການສຶກສາໃຫ້ມີປະສິດທິພາບຫຼາຍຂຶ້ນ.

ການຝຶກອົບຮົມຄັ້ງນີ້ເປັນພຽງບາດກ້າວທໍາອິດຂອງວຽກງານທັງໝົດ. ສໍາລັບປັດຈຸບັນນີ້ ພະນັກງານໄອທີຈໍານວນ 21 ທ່ານຈະສ້າງບັນຊີຜູ້ນໍາໃຊ້ອີເມວຊຸດທໍາອິດຈໍານວນ 1,500 ບັນຊີດ້ວຍບັນຊີໃໝ່ຄື: @moes.edu.la ແລະ ເລີ່ມນໍາໃຊ້ຮູບແບບໃໝ່. ນາງແສງເພັດ ສີລັດຕະນະກຸນ ຈາກຂະແໜງຄຸ້ມຄອງການສຶກສາ ແລະ ກິລາ ແບບເອເລັກໂຕຼນິກ ໜຶ່ງໃນຕົວແທນຜູ້ເຂົ້າຮ່ວມການຝຶກອົບຮົມຄັ້ງນີ້ ໄດ້ກ່າວວ່າ “ຕໍ່ໄປນີ້ ຂ້າພະເຈົ້າຈະສາມາດສົ່ງຕໍ່ຄວາມຮູ້ໃຫ້ແກ່ພະນັກງານວິຊາການຢູ່ບັນດາແຂວງຕ່າງໆ ເພື່ອໃຫ້ເຂົາເຈົ້າສາມາດສອນໃຫ້ແກ່ຜູ້ນໍາໃຊ້ລະບົບອີເມວແບບໃໝ່ຂອງພວກກ່ຽວເອງໄດ້. ຫຼັງຈາກນັ້ນ, ພວກເຮົາຈະຂະຫຍາຍຈໍານວນບັນຊີຜູ້ນໍາໃຊ້ໃຫ້ຄອບຄຸມໃນທົ່ວປະເທດ. ຄວາມຮູ້ດັ່ງກ່າວນີ້ຖືເປັນຄວາມຮູ້ໃໝ່ສໍາລັບຄົນລາວ ແລະ ຂ້າພະເຈົ້າກໍ່ຮູ້ສຶກພູມໃຈທີ່ໄດ້ເປັນສ່ວນໜຶ່ງໃນການຮັບເອົາປະສົບການໃໝ່ໃນຄັ້ງນີ້”.    

ທ່ານ ຮສ. ປອ ສົມກຽດ ພະສີ ມີຄວາມມຸ່ງໝັ້ນຕໍ່ເປົ້າໝາຍວຽກງານຂອງສູນ ICT, ສສກ, ວ່າ: “ພວກເຮົາຈະຕິດຕັ້ງລະບົບໄມໂຄຼຊອບເອັກສ໌ເຈນ (Microsoft Exchange) ຢູ່ທຸກບັນດາໜ່ວຍງານຂະ  ແໜງການສຶກສາ ແລະ ກິລາ ແລະ ໂຮງຮຽນຕົວແບບໃນທົ່ວປະເທດ ເທື່ອລະບາດກ້າວ. ໃນອະນາຄົດອັນໃກ້ນີ້, ຄູ ແລະ ນັກຮຽນຈະສາມາດດາວໂຫຼດປື້ມແບບຮຽນຈາກໂທລະສັບມືຖືໄດ້. ໃນຂອບການຮ່ວມມືກັບ Microsoft ພວກເຮົາມີແຜນຈະພັດທະນາໂຮງຮຽນຕ່າງໆໃຫ້ກາຍເປັນໂຮງຮຽນນະວັດຕະກຳທີ່ມີການສຶກສາຄົ້ນຄວ້າ ແລະ ສາມາດແລກປ່ຽນປະສົບການກັບບັນດາໂຮງຮຽນໃນອາຊຽນ ໂດຍສະເພາະແມ່ນວິທີການນໍາໃຊ້ ຂໍ້ມູນຂ່າວສານ, ການສື່ສານ ແລະ ເຕັກໂນໂລຊີ ຫຼື ICT ເຂົ້າໃນການສຶກສາຮໍ່າຮຽນ ແລະ ໃນການຄຸ້ມຄອງໂຮງຮຽນ ເພື່ອປັບປຸງຄຸນນະພາບການຮຽນ-ການສອນ ແລະ ການບໍລິການ ການສຶກສາໃຫ້ດີຂຶ້ນເທື່ອລະກ້າວ”.